ອົງການສຸຂະພາບສັດໂລກ (WOAH) ເປີດເຜີຍຂໍ້ມູນໂດຍອ້າງອີງຈາກທາງການແອັດສະປາຍວ່າ: ຟາມມີໄກ່ງວງ 6,895 ໂຕ ຊຶ່ງເກືອບທັງໝົດຕາຍໃນການລະບາດຄັ້ງນີ້.
ທັງນີ້, ການແຜ່ລະບາດຂອງພະຍາດໄຂ້ຫວັດສັດປີກຍັງຄົງເປັນບັນຫາຮ້າຍແຮງຢູ່ໃນຫຼາຍປະເທດທົ່ວໂລກ, ສົ່ງຜົນກະທົບຕໍ່ການສະໜອງອາຫານ ແລະ ເຮັດໃຫ້ລາຄາອາຫານເພີ່ມຂຶ້ນ.
ນອກຈາກນັ້ນ, ການຕິດເຊື້ອໃນສັດລ້ຽງລູກດ້ວຍນົມເຊັ່ນ: ງົວນົມໃນສະຫະລັດ ອາເມຣິກາ ໄດ້ເຮັດໃຫ້ເກີດຄວາມກັງວົນກັບຫຼາຍປະເທດກ່ຽວກັບຄວາມສ່ຽງຂອງການຕິດເຊື້ອສູ່ມະນຸດ.
ຄໍາເຫັນ