ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ

ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ

ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ
ວິທະຍາໄລເຕັກນິກ ລາວ-ເຢຍລະມັນ (ວຕລຢ) ໄດ້ຈັດພິທີສະຫຼຸບການຈັດຕັ້ງການຮຽນ-ການສອນ, ມອບ-ຮັບໃບປະກາສະນິຍະບັດ ແລະ ເປີດສົກຮຽນໃໝ່ຢ່າງເປັນທາງການ ເມື່ອວັນທີ 21 ສິງຫາ 2026 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄະນະກົມ, ອໍານາດການປົກຄອງທ້ອງຖິ່ນ, ຜູ້ອໍານວຍການສະຖານການສຶກສາ, ຕາງໜ້າສະຖານປະກອບການ, ບໍລິສັດ, ຄູ-ອາຈານແລະ ນັກສຶກສາເຂົ້າຮ່ວມ.
ວທະຍາໄລ ເຕກນກ ລາວ-ເຢຍລະມນ ສາງບກຄະລາກອນອອກຮບໃຊສງຄມ - image 1
 

ໃນໂອກາດດັ່ງກ່າວ, ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງການຮຽນ-ການສອນ, ມອບ-ຮັບໃບປະກາສະນິຍະບັດ ແລະ ເປີດສົກຮຽນໃໝ່ ໃນສົກຮຽນ 2025-2026 ວ່າ: ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໄດ້ປະຕິບັດການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ (DCT) ໃນ 5 ພາກວິຊາ 16 ສາຂາອາຊີບ, ມີພະນັກງານ-ຄູອາຈານສອນ ທັງໝົດ 76 ທ່ານ, ມີນັກສຶກສາຮຽນທັງໝົດ 1,428 ຄົນ ແລະ ມີສົກຮຽນນີ້ ມັກນັກສຶກສາຮຽນຈົບທັງໝົດ 489 ຄົນ, ຍິງ 29 ຄົນ. ໃນນັ້ນ, ຫຼັກສູດໄລຍະສັ້ນ 86 ຄົນ, ຫຼັກສູດໄລຍະຍາວ 403 ຄົນ, ມີພະນັກງານດີເດັ່ນ ແລະ ໄດ້ຮັບໃບຍ້ອງຍໍຄະນະກຳມະການ, ຄູຝຶກ ແລະ ນັກແຂ່ງຂັນທັກສະວິຊາຊີບ ຈຳນວນ 21 ທ່ານ ໃນນັ້ນ, ກຳມະການຕັດສິນ ການແຂ່ງຂັນທັກສະວິຊາຊີບຈຳນວນ 16 ທ່ານ, ນັກແຂ່ງຂັນທັກສະວິຊາຊີບ 4 ທ່ານ, ນັກແຂ່ງຂັນວິຊາຊີບ 5 ທ່ານ, ຍ້ອງຍໍສະຖານປະກອບການ ທີ່ສະໜັບສະໜູນ ການແຂ່ງຂັນທັກສະວິຊາຊີບ ເຄືອຂ່າຍພາກກາງ ປະຈໍາປີ 2026 ມີທັງໝົດ 37 ພາກສ່ວນ, ມີນັກສຶກສາດີເດັ່ນ 107 ຄົນ. ໃນນັ້ນ, ເດັ່ນຮອບດ້ານ 31 ຄົນ, ເດັ່ນດ້ານການຮຽນ 17 ຄົນ, ເດັ່ນດ້ານກິດຈະກໍາ 59 ຄົນ.

ນອກນັ້ນ, ສໍາເລັດການຝຶກອົບຮົມໃຫ້ພາຍນອກ ພ້ອມອອກໃບຢັ້ງຢືນໃຫ້ຈໍານວນ 99 ເທື່ອຄົນ, ພັດທະນາຕຳລາຮຽນ 28 ເຫຼັ້ມ, ຍາດໄດ້ລາງວັນຫຼາຍລາຍການຈາກການແຂ່ງຂັນທັກສະວິຊາຊີບ, ເຖິງແມ່ນວ່າຈະປະເຊີນກັບສິ່ງທ້າທາຍດ້ານຄ່າຄອງຊີບ ແລະ ບັນຫາການຂາດແຄນນໍ້າມັນ, ແຕ່ໂຮງຮຽນກໍ່ສາມາດບັນລຸແຜນການຮຽນ-ການສອນໄດ້ 100%, ສຳລັບສົກຮຽນ 2026-2027, ວິທະຍາໄລຕັ້ງເປົ້າປັບປຸງຄຸນນະພາບການສຶກສາ, ພັດທະນາລະບົບການຮຽນແບບປະສົມປະສານ LMS, ເປີດຮຽນລະດັບ 1-5 ແລະ ຂະຫຍາຍການຮ່ວມມືກັບສະຖານປະກອບການ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ.

ນອກນັ້ນ, ຂະບວນການຮັບນັກສຶກສາໃໝ່ ສົກຮຽນ 2026-2027 ທາງວິທະຍາໄລ ມີແຜນຮັບນັກຮຽນທັງໝົດ 800 ຄົນ ແລະ ໄດ້ເປີດຮັບສະໝັກຕັ້ງແຕ່ວັນທີ 22 ກໍລະກົດ 2026 ເປັນຕົ້ນມາ, ປັດຈຸບັນ ມີນັກຮຽນມາລົງທະບຽນສໍາພາດ ແລະ ສອບເສັງແລ້ວ 949 ຄົນ (ສອບເສັງ 454 ຄົນ, ສໍາພາດ 368 ຄົນ) ແລະ ລົງທະບຽນເປັນນັກຮຽນຢ່າງເປັນທາງການແລ້ວ 253 ຄົນ, ທາງວິທະຍາໄລຈະສືບຕໍ່ຮັບສະໝັກໄປຈົນຮອດທ້າຍເດືອນສິງຫາ 2026.

ວທະຍາໄລ ເຕກນກ ລາວ-ເຢຍລະມນ ສາງບກຄະລາກອນອອກຮບໃຊສງຄມ - image 2
 

ໂອກາດດັ່ງກ່າວ, ທ່ານ ວິໄລພອນ ພົມມະຫາໄຊ ໄດ້ສະແດງຄວາມຊົມເຊີຍ•ຜົນສຳເລັດວິທະຍາໄລເຕັກນິກ ລາວ-ເຢຍລະມັນ ທີ່ສາມາດສ້າງກຳລັງແຮງງານຮຽນຈົບທີ່ມີຄຸນນະພາບ 400 ກວ່າຄົນ, ພ້ອມນັ້ນກໍ່ໃຫ້ເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ ເອົາໃຈໃສ່ສຶກສາອົບຮົມການເມືອງ, ປົກປ້ອງແນວທາງຂອງພັກ, ຕ້ານສິ່ງຫຍໍ້ທໍ້, ຕ້ານການສໍ້ລາດບັງຫຼວງ ແລະ ການຟູມເຟືອຍ, ດ້ານແບບແຜນ ແລະ ວິທີເຮັດວຽກ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມີການສະຫຼຸບ ແລະ ຖອດຖອນບົດຮຽນ, ດ້ານການປັບປຸງກົງຈັກ ທົບທວນພາລະບົດບາດໃຫ້ກະທັດຫັດ, ແກ້ໄຂບັນຫາບຸກຄະລາກອນ ແລະ ປັບປຸງສາຂາວິຊາໃຫ້ເໝາະສົມ, ດ້ານການຮຽນ-ການສອນ ຫັນການສອນແບບເອົານັກຮຽນເປັນໃຈກາງ, ເນັ້ນ Project-based Learning ແລະ ພັດທະນາຄູໃຫ້ທັນສະໄໝ, ດ້ານການຮ່ວມມື ເພີ່ມທະວີການຮ່ວມມືກັບສະຖານປະກອບການ ເພື່ອສ້າງແຮງງານໃຫ້ມີທັກສະສີມື ກົງຕາມຄວາມຕ້ອງການຂອງຕະຫຼາດ, ສຳລັບນັກຮຽນ-ນັກສຶກສາ ຊົມເຊີຍຜູ້ສຳເລັດການສຶກສາ ແລະ ເຊື່ອມັ່ນວ່າຈະນຳຄວາມຮູ້ ແລະ ປະສົບການ ໄປປະກອບອາຊີບ ຫຼື ສຶກສາຕໍ່ຢ່າງມີປະສິດທິພາບ, ສ່ວນແຜນວຽກຈຸດສຸມ ສົກຮຽນ 2026-2027 ແມ່ນໃຫ້ມີການປະສານງານກັນຢ່າງກົມກຽວ, ແບ່ງຄວາມຮັບຜິດຊອບ ແລະ ຮ່ວມມືກັບຄູ່ຮ່ວມງານຢ່າງໃກ້ຊິດ.

ພ້ອມນັ້ນ, ໃນພິທີກໍໄດ້ມີການມອບໃບຍ້ອງຍໍໃຫ້ພະນັກງານຄູ-ອາຈານ ແລະ ນັກສຶກສາທີ່ດີເດັ່ນທາງດ້ານການຮຽໜການສອນ, ມອບໃບກຽດຕິຄຸນໃຫ້ບໍລິສັດທີ່ສະໜັບສະໜູນ, ມອບໃບປະກາສະນິຍະບັດ ພ້ອມທັງການຢ້ຽມຊົມບູດງານຈາກບໍລິສັດຄູ່ຮ່ວມງານອີກດ້ວຍ.

ພາບ-ຂ່າວ: ບົວລະພາ

ຄໍາເຫັນ

ຂ່າວສືກສາ-ກິລາ

ສກຂ ສາລະວັນ ສອບເສັງລັດຖະກອນຄູໃໝ່

ສກຂ ສາລະວັນ ສອບເສັງລັດຖະກອນຄູໃໝ່

ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ (ສກຂ) ສອບເສັງຄັດເລືອກລັດຖະກອນຄູໃໝ່ ປະຈຳສົກປີ 2026 ຈຳນວນ 93 ຕົວເລກ ເພື່ອທົດແທນຈຳນວນຄູທີ່ສູນເສຍໄປໃນຮູບການຕ່າງໆ ພ້ອມທັງຄັດເລືອກບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ຈັນຍາບັນເຂົ້າຮັບໃຊ້ວຽກງານການສຶກສາ ໂດຍມີຜູ້ສະໝັກເຂົ້າສອບເສັງທັງໝົດ 481 ຄົນ ຍິງ 294 ຄົນ ຈາກ 8 ຕົວເມືອງທົ່ວແຂວງ. ໃນນັ້ນແບ່ງຕາມສາຍວິຊາຄື: ສາຍຄູອະນຸບານ 147 ຄົນ, ຄູປະຖົມສຶກສາ 109 ຄົນ, ຄູມັດທະຍົມ 223 ຄົນ ແລະ ສາຍວິຊາຊີບ 2 ຄົນ.
ໄຊຍະບູລີ ຮັບເຍົາວະຊົນ-ອານຸຊົນທັນວາ

ໄຊຍະບູລີ ຮັບເຍົາວະຊົນ-ອານຸຊົນທັນວາ

ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດພິທີຮັບເຍົາວະຊົນ-ອານຸຊົນທັນວາ, ມອບໃບຢັ້ງຢືນກົມກອງ ໝວດ 3 ດີ 4 ຮູ້ ແລະ ມອບໃບຢັ້ງຢືນເຍົາວະຊົນທັນວາ ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ໂຮງຮຽນປະ ຖົມສົມບູນບ້ານແກ້ງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີສະຫາຍ ບຸນດີທໍ່ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍຄູ-ອາຈານ, ເຍົາວະຊົນ-ອານຸຊົນ ເຂົ້າຮ່ວມ.
ມອບ-ຮັບ ອາຄານຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ

ມອບ-ຮັບ ອາຄານຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ

ພິທີມອບ-ຮັບ ອາຄານຮຽນຫຼັງໃໝ່ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ ເມືອງຕຸ້ມລານ ແຂວງສາລະວັນ ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ, ທີ່ໂຮງຮຽນບ້ານດອນຂະຍຸງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄອບຄົວການນຳຂັ້ນສູນກາງ, ຂັ້ນແຂວງ, ຄະນະກອງທຶນສາມັກຄີຈຳປາສັກຊ່ວຍເຫຼືອສັງຄົມ ຄູ-ອາຈານ, ນັກຮຽນ ເຂົ້າຮ່ວມ.
ກິດຈະກຳອ້າຍຊ່ວຍນ້ອງ ມອບອຸປະກອນການຮຽນໃຫ້ 2 ໂຮງຮຽນ ຢູ່ເມືອງສະໜາມໄຊ

ກິດຈະກຳອ້າຍຊ່ວຍນ້ອງ ມອບອຸປະກອນການຮຽນໃຫ້ 2 ໂຮງຮຽນ ຢູ່ເມືອງສະໜາມໄຊ

ວັນທີ 24 ພະຈິກຜ່ານມາ, ຄະນະບໍລິຫານງານຊາວໜຸ່ມແຂວງອັດຕະປື ຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ໄດ້ຈັດກິດຈະກຳ “ອ້າຍຊ່ວຍນ້ອງ” ໂດຍລົງຢ້ຽມຢາມ ແລະ ມອບອຸປະກອນການຮຽນ, ເຄື່ອງກິລາ ແລະ ສິ່ງຂອງຈຳເປັນໃຫ້ 2 ໂຮງຮຽນຄື: ໂຮງ ຮຽນ ມ.ຕົ້ນ ຈັນຕໍ ແລະ ໂຮງຮຽນປະຖົມໂພນສະອາດ ເມືອງສະໜາມໄຊ ແຂວງອັດຕະປື ລວມມູນຄ່າ 28 ລ້ານກີບ.
ເປີດການແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ເປີດການແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ວັນທີ 23 ພະຈິກຜ່ານມາ, ທີ່ເດີ່ນກິລາເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ສ້າງຂະບວນການຂໍ່ານັບຊົມເຊີຍວັນສ້າງຕັ້ງເມືອງເງິນ ຄົບຮອບ 34 ປີ ແລະ ຕ້ອນຮັບວັນຊາດທີ 2 ທັນວາ ຄົບ ຮອບ 51 ປີ, ເຂົ້າຮ່ວມເປັນກຽດຂອງທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ກົມກອງ, ແຂກຖືກເຊີນ ແລະ ນັກກິລາ ເຂົ້າຮ່ວມ.
ໂຮງຮຽນສາທາລະນະສຸກຄໍາມ່ວນ ສອບເສັງລະດັບຊາດ ພະຍາບານ ແລະ ຜະດຸງຄັນ

ໂຮງຮຽນສາທາລະນະສຸກຄໍາມ່ວນ ສອບເສັງລະດັບຊາດ ພະຍາບານ ແລະ ຜະດຸງຄັນ

ພິທີສອບເສັງລະດັບຊາດ ສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 7 ປະຈໍາປີ 2026 ໄດ້ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ລະຫວ່າງວັນທີ 21-22 ພະຈິກຜ່ານມາ, ທີ່ໂຮງຮຽນສາທາລະນະສຸກແຂວງຄໍາມ່ວນ ໂດຍມີທ່ານ ນາງ ແພງດີ ອິນທະພານິດ ຫົວໜ້າບ໋ອດພະຍາບານ ແລະ ຜະດຸງຄັນ, ມີທ່ານ ຖາວອນ ໄກຍະລາດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ນາງ ສຸກສະຫວັນ ປະເສີດສັກ ຮັກສາການຜູ້ອໍານວຍການໂຮງຮຽນສາທາລະນະສຸກແຂວງ ພ້ອມດ້ວຍຄູ-ອາຈານ ແລະ ນັກສອບເສັງ ເຂົ້າຮ່ວມ.
ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ການເຂົ້າໃຈສິ່ງທີ່ເກີດຂຶ້ນໃນຫ້ອງຮຽນຕົວຈິງແມ່ນມີຄວາມສໍາຄັນສໍາລັບການປັບປຸງການສຶກສາສໍາລັບເດັກພິການ, ຄູສາມາດໃຊ້ວິທີການທີ່ແຕກຕ່າງກັນເພື່ອຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນບົດຮຽນ. ປະສົບການໃນຫ້ອງຮຽນຈະແຕກຕ່າງກັນຫຼາຍສໍາລັບນັກຮຽນທີ່ມີຄວາມຫຍຸ້ງຍາກໃນດ້ານການເບິ່ງເຫັນ, ການໄດ້ຍິນ, ການສື່ສານ, ການເຄື່ອນໄຫວ ຫຼື ດ້ານການຮຽນຮູ້, ການເຂົ້າໃຈປະສົບການເຫຼົ່ານີ້ ຈະຊ່ວຍໃຫ້ຄູ ແລະ ຜູ້ເຮັດວຽກສຶກສານິເທດເຂົ້າໃຈຕໍ່ຄວາມຕ້ອງການຂອງນັກຮຽນເພື່ອໃຫ້ນັກຮຽນທຸກຄົນສາມາດຮຽນຮູ້ຮ່ວມກັນໄດ້.
ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ປະຈໍາປີ 2026 ຈັດຂຶ້ນໃນວັນທີ 20 ພະຈິກຜ່ານມາ ທີ່ໂຮງຮຽນມັດທະ ຍົມສົມບູນ ຟ້າສີຄາມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພູວອນ ພົງລາດແລ້ວ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາຫ້ອງການ, ຄະນະກໍາມະການປົກຄອງຕາແສງ, ບ້ານ, ຄະນະຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ສະມາ ຊິກເຍົາວະຊົນທັນວາ ເຂົ້າຮ່ວມ.
ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ບໍລິສັດ ລາວເວີນ ຈໍາກັດ ຮ່ວມກັບ ຂະແໜງກິລາກາຍະກໍາ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນສິລະປະຟ້ອນລວມໝູ່ ນັກຮຽນມັດທະຍົມສຶກສາ ທົ່ວ ນວ ຊີງທຶນການສຶກສາ ປະຈໍາປີ 2026 ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ຈັດຂຶ້ນໃນວັນທີ 21-22 ພະຈິກ ນີ້ ຢູ່ສູນການຄ້າລາວ-ໄອເຕັກ ເພື່ອເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ທີ່ມັກຮັກໃນການສະແດງສິລະປະ-ວັດທະນະທໍາຮີດຄອງປະເພນີລາວ (ຮີດ 12 ຄອງ 14) ແລະ ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ ຫ່າງໄກຈາກສິ່ງເສບຕິດ.
ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ໂຮງຮຽນມັດທະຍົມສົມບູນອຸທຸມພອນເມືອງອຸທຸມພອນແຂວງສະຫວັນນະເຂດ, ໄດ້ຈັດກິດຈະກໍາງານແຂ່ງຂັນພາລະສຶກສາ-ສິລະປະສຶກສາ ປະຈໍາປີ 2026-2027ໃນວັນທີ 19 ພະຈິກນີ້ ທີ່ເດິ່ນໂຮງຮຽນດັ່ງກ່າວ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສີວິໄລ ສຸລິໂຍຮອງປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ.
ເພີ່ມເຕີມ