ຄໍາມ່ວນ ຝຶກອົບຮົມດົນຕີພື້ນເມືອງເພື່ອສືບສານຕໍານານສິລະປະວັດທະນະທຳລາວ

ຄໍາມ່ວນ ຝຶກອົບຮົມດົນຕີພື້ນເມືອງເພື່ອສືບສານຕໍານານສິລະປະວັດທະນະທຳລາວ

ຄໍາມ່ວນ ຝຶກອົບຮົມດົນຕີພື້ນເມືອງເພື່ອສືບສານຕໍານານສິລະປະວັດທະນະທຳລາວ
ວັນທີ 4 ສິງຫານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດຝຶກອົບຮົມ ດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ.
ຄາມວນ ຝກອບຮມດນຕພນເມອງເພອສບສານຕານານສລະປະວດທະນະທຳລາວ - image 1
 

ຊຸດຝຶກອົບຮົມຄັ້ງນີ້, ຈະໄດ້ດຳເນີນໄປຮອດວັນທີ 12 ສິງຫາ 2025 ຊຶ່ງຈະໄດ້ມີການຖ່າຍທອດດົນຕີພື້ນເມືອງ ແລະ ດົນຕີພື້ນບ້ານ ຈາກນັກວິທະຍາກອນທີ່ມາຈາກ ສະໂມສອນດົນຕີລາວດ່ານຊ້າງ ນະຄອນຫຼວງວຽງຈັນ ຮ່ວມກັບ ສູນວັດທະນະທຳ ແຂວງຄຳມ່ວນ ຄື: ດົນຕີພື້ນເມືອງ ປະກອບມີ: ແຄນ, ລະນາດເອກ, ລະນາດທຸ້ມ, ຂິມ, ຂຸ່ຍ, ຊໍອູ້, ຊໍອີ້, ຄ້ອງວົງນ້ອຍ, ຄ້ອງວົງໃຫຍ່, ກອງຕະໂພນ. ສ່ວນດົນຕີພື້ນບ້ານ ປະກອບມີ: ກອງຫາງ, ກອງຕຸ້ມ, ກະຈັບປີ່ (ພິນ), ກີ່ຕ້າເບສ, ໂຫວດ ແລະ ປີ່ຜູ້ໄທ. ທັງນີ້ ກໍ່ເພື່ອແນໃສ່ສ້າງໃຫ້ສຳມະນາກອນ ໄດ້ຮຽນຮູ້ກ່ຽວກັບດົນຕີພື້ນເມືອງ-ດົນຕີພື້ນບ້ານ ເພື່ອການສະແດງຮັບໃຊ້ໃນງານສຳຄັນຕ່າງໆ ທັງເປັນສ່ວນໜຶ່ງໃນການອະນຸລັກຮັກສາ ແລະ ສືບທອດສິລະປະວັດທະນະທຳ, ສຽງແຄນລາວ ໃຫ້ມີຄວາມຍືນຍົງຕະຫຼອດໄປ.

ຄາມວນ ຝກອບຮມດນຕພນເມອງເພອສບສານຕານານສລະປະວດທະນະທຳລາວ - image 2
 

ທ່ານ ແກ້ວອຸດອນ ບຸດສິງຂອນ ກ່າວວ່າ: ການຈັດຝຶກອົບຮົມໃນຄັ້ງນີ້, ເປັນຄັ້ງປະຫວັດສາດ ທີ່ຈະສ້າງຮຸ່ນສືບທອດທີ່ເປັນຂະບວນການ ໂດຍມີອາຈານລະດັບຊາດມາສິດສອນ ຊຶ່ງລົງເລິກເຄື່ອງດົນຕີພື້ນເມືອງ, ເຄື່ອງດົນຕີພື້ນບ້ານ. ສະນັ້ນ ຈິ່ງຮຽກຮ້ອງມາຍັງທຸກທ່ານ ຈົ່ງພ້ອມກັນເອົາໃຈໃສ່ ຕັ້ງໃຈໃນການຮຽນຮູ້, ລົງມືປະຕິບັດ ຕາມການສິດສອນຂອງຄູ-ອາຈານ ແລະ ເຊື່ອໝັ້ນວ່າ: ບັນດາທ່ານຈະສາມາດຮຽນຮູ້, ສາມາດນຳໃຊ້ເຄື່ອງດົນຕີພື້ນເມືອງ-ພື້ນບ້ານ ນຳໄປເຜີຍແຜ່ສູ່ມວນຊົນ ແລະ ເປັນກຳລັງແຮງໜຶ່ງຂອງສັງຄົມ ໃນການຟື້ນຟູ, ອະນຸລັກ, ສົ່ງເສີມວັດທະນະທຳອັນດີງາມຂອງລາວເຮົາ ທັງເປັນການສ້າງມົນສະເໜ່ໃຫ້ແກ່ນັກທ່ອງທ່ຽວ ເພື່ອດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວແຂວງຄຳມ່ວນໃຫ້ນັບມື້ຫຼາຍຂຶ້ນ.

ຄາມວນ ຝກອບຮມດນຕພນເມອງເພອສບສານຕານານສລະປະວດທະນະທຳລາວ - image 3
 

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຕພ ທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນຮອບທີ 1

ຄຕພ ທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນຮອບທີ 1

ໃນວັນທີ 4 ສິງຫານີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນຮອບທີ 1 ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການເລຂາຄະນະບໍລິຫານງານພັກ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍຄະນະບໍລິຫານງານພັກ ຄຕພ, ຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ເວທີຄັດເລືອກນາງແບບ-ຊາຍແບບ

ເວທີຄັດເລືອກນາງແບບ-ຊາຍແບບ

ລາວແຟຊັນວີກ ໄດ້ຈັດເວທີຄັດເລືອກນາງແບບ-ຊາຍແບບ ເພື່ອບັນຈຸເຂົ້າໃນງານເດີນແບບ ລາວແຟຊັນວີກ 2025, ໃນວັນທີ 2 ສິງຫາ ຜ່ານມາ ທີ່ໂຮງແຮມອາມາຣິ ນະຄອນຫຼວງວຽງຈັນ.
ສອງພາກສ່ວນອຸປະຖຳຊ່ວຍໄພພິບັດ

ສອງພາກສ່ວນອຸປະຖຳຊ່ວຍໄພພິບັດ

ໃນວັນທີ 4 ສິງຫານີ້ ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີສອງພາກສ່ວນອຸປະຖຳຊ່ວຍເຫຼືອໄພພິບັດ ແລະ ຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຊຽງຂວາງສະໄໝທີ IX. ທ່ານ ນາງ ດາວສະຫັວນ ພັນທະລາວົງ ຮອງຫົວໜ້າທະນາຄານສົ່ງເສີມກະສິກຳສາຂາແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ມອບເງິນສົດຈຳນວນ10 ລ້ານກີບເພື່ອຊຸກຍູ້ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ແລະ ມອບເຄື່ອງບໍລິໂພກ ມູນຄ່າ 5 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ. ນອກນີ້ ຍັງມີອົງການກວດກາລັດແຂວງມອບເຄື່ອງບໍລິໂພກ ມູນຄ່າ 2 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ບັນດາເມືອງຄ່າງໆ.
ສະມາຄົມປ້າຍລາວຮ່ວມງານວາງສະແດງໂຄສະນາ VietAd 2025

ສະມາຄົມປ້າຍລາວຮ່ວມງານວາງສະແດງໂຄສະນາ VietAd 2025

ຄະນະຜູ້ແທນຈາກສະມາຄົມປ້າຍລາວນຳໂດຍທ່ານ ວົງນຳ ວົງວິໄລ ປະທານສະມາຄົມປ້າຍລາວ ພ້ອມຄະນະຈຳນວນ 20 ທ່ານ ໄດ້ເຂົ້າຮ່ວມງານວາງສະແດງສາກົນດ້ານປ້າຍໂຄສະນາ, ເຄື່ອງຈັກ ແລະ ອຸປະກອນ VietAd 2025 ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ໃນລະຫວ່າງວັນທີ 24-27 ກໍລະກົດ ຜ່ານມາ.
ງານແຂ່ງຂັນຮ້ອງເພງ, ກອນຂັບ-ລໍາ, ລະຄອນສັ້ນທົ່ວປະເທດ ຄັ້ງທີິ 1

ງານແຂ່ງຂັນຮ້ອງເພງ, ກອນຂັບ-ລໍາ, ລະຄອນສັ້ນທົ່ວປະເທດ ຄັ້ງທີິ 1

ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດການແຂ່ງຂັນເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນທົ່ວປະເທດ ຄັ້ງທີ 1 ພາຍໃຂ້ຫົວຂໍ້: ຜິດໄພຜົນຮ້າຍຂອງຢາເສບຕິດຂຶ້ນໃນວັນທີ 2 ສິງຫາ ຜ່ານມາ ທີ່ຫໍວັດທະນະທໍາແຫ່ງຊາດ ເປັນກຽດເຂົ້າຮ່ວມຂອງທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ຮອງປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີບັນດາແຂກຖືກເຊີນ, ຄະນະກໍາມະການ, ນັກປະພັນ, ສິນລະປິນ, ນັກຮ້ອງ, ໝໍລໍາ ແລະ ບັນດາມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.
ຮອງປະທານປະເທດ ລົງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບນ້ຳຖ້ວມຢູ່ບ້ານຫາດບໍ່

ຮອງປະທານປະເທດ ລົງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບນ້ຳຖ້ວມຢູ່ບ້ານຫາດບໍ່

ໃນວັນທີ 3 ສິງຫາຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຊ່ວຍເຫຼືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ ຊຶ່ງເປັນບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ໂດຍໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ: ເຂົ້າສານ, ເຂົ້າຈີ່, ໜີ່, ປ໋ອງປາ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ໄປມອບໃຫ້ປະຊາຊົນ ເພື່ອຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ.
ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການ “ເພື່ອເສລີພາບຂອງບັນດາຊາດ”

ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການ “ເພື່ອເສລີພາບຂອງບັນດາຊາດ”

ວັນທີ 31 ກໍລະກົດ ຜ່າມານີ້, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນຍະເດດ ໄຊຍະວົງ ຫົວໜ້າຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະຈຳຂອງເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການເພື່ອເສລີພາບຂອງບັນດາຊາດ ຜ່ານວິດີໂອທາງໄກ ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ ຊຶ່ງມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 13 ພັກການເມືອງ ຈາກ ອາຊີ, ອາຟຣິກາ, ອາເມຣິກາລາຕິນ, ຕາເວັນອອກກາງ, ເອີຣົບ ແລະ ອື່ນໆ.
ສພ ແມ່ຍິງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນຳ້ຖ້ວມ

ສພ ແມ່ຍິງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນຳ້ຖ້ວມ

ໃນທ້າຍອາທິດນີ້, ຄະນະບໍລິຫານງານສະຫະພັນ (ສພ) ແມ່ຍິງ ເມືອງເງິນ ແຂວງໄຊຍະບູລີ ໄດ້ສົບທົບ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນເມືອງ, ນໍາພາໂດຍທ່ານ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ທີມງານຄະນະບໍລິຫານງານສະຫະພັນແມ່ຍິງເມືອງເງິນ ໄດ້ລົງມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວທີ່ຖືກຜົນກະທົບ ຈາກໄພພິບັດນ້ຳຖ້ວມ ເຮືອນປະຊາຊົນ
ວຽກງານຕໍານິຕິຊົມຂອງສື່ມວນຊົນ

ວຽກງານຕໍານິຕິຊົມຂອງສື່ມວນຊົນ

ວຽກງານຕໍານິຕິຊົມຂອງສື່ມວນຊົນ ແມ່ນວຽກງານອັນໜຶ່ງທີ່ສໍາຄັນ. ໃນປະຫວັດສາດຂອງໜັງສືພິມປະຕິວັດ ນັບແຕ່ມື້ກໍ່ຕັ້ງ ກໍເຮັດໜ້າທີ່ໃນການຍ້ອງຍໍຊົມເຊີຍ ປຸກລະດົມນັກປະຕິວັດ, ນັກຮົບຜູ້ອາດຫານ ແລະ ປະຊາຊົນຜູ້ອຸທິດເຫຼື່ອແຮງ ສະຕິປັນຍາ ຊ່ວຍໜູນນັກຮົບຕໍ່ສູ້ກັບພວກຈັກກະພັດລ່າເມືອງຂຶ້ນຕ່າງຊາດ ແລະ ລູກມືຂອງພວກເຂົາ. ຂະນະດຽວກັນ ກໍຕໍານິວິຈານ ໂທດກໍາອັນໂຫດຮ້າຍປ່າເຖື່ອນຂອງພວກເຂົາ ທີ່ມີຕໍ່ປະຊາຊົນລາວ ທໍາລາຍຕໍ່ຜືນແຜ່ນດິນອັນສັກກາລະບູຊາຂອງປະຊາຊົນລາວບັນດາເຜົ່າ.
ຕລຊລ ກ້າວເຂົ້າສູ່ການລົງທຶນປີ 2025

ຕລຊລ ກ້າວເຂົ້າສູ່ການລົງທຶນປີ 2025

ເມື່ອບໍ່ດົນມານີ້, ຕະຫຼາດຫຼັກຊັບລາວ ໄດ້ຈັດງານສໍາມະນາ ພາຍໃຕ້ຫົວຂໍ້ “ກ້າວເຂົ້າສູ່ການລົງທຶນໃນ ຕະຫຼາດຫຼັກຊັບລາວ ປະຈໍາປີ 2025” ແລະ ມອບຮັບລາງວັນການແຂ່ງຂັນຊື້ຂາຍຮຸ້ນປະຈໍາປີ 2024-2025 ຊຶ່ງດຳເນີນມາແຕ່ວັນທີ 10 ຕຸລາ 2024 ແລະ ສຳເລັດລົງ ໃນວັນທີ 30 ມິຖຸນາ 2025 ຜ່ານມາ ທີ່ຕຶກ ຕລຊລ ພາຍໃຕ້ການເປັນປະທານ ຂອງທ່ານ ສຽວສະຫວາດ ທີລະກຸນ ຜູ້ອໍານວຍໃຫຍ່ຕະຫຼາດຫຼັກຊັບລາວ (ຕລຊລ) ໂດຍມີຄະນະນໍາ ຈາກພາກສ່ວນກ່ຽວຂ້ອງ, ບັນດາບໍລິສັດຫຼັກຊັບ, ວິທະຍາກອນ ແລະ ສຳມະນາກອນ ເຂົ້າຮ່ວມ.
ເພີ່ມເຕີມ