ຄໍາມ່ວນ ເກັບກ່ຽວເຂົ້ານາແຊງໄດ້ແລ້ວ 7,813 ເຮັກຕາ

ຄໍາມ່ວນ ເກັບກ່ຽວເຂົ້ານາແຊງໄດ້ແລ້ວ 7,813 ເຮັກຕາ

ຄໍາມ່ວນ ເກັບກ່ຽວເຂົ້ານາແຊງໄດ້ແລ້ວ 7,813 ເຮັກຕາ
ໃນລະດູການຜະລິດເຂົ້ານາແຊງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 14,186 ເຮັກຕາ, ຄາດຄະເນຜົນຜະລິດ 78,896 ໂຕນ. ໃນນີ້, ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 4,696 ເຮັກຕາ, ຄາດຄະເນຜົນຜະລິດ 25,840 ໂຕນ; ແຜນການປູກເຂົ້າເພື່ອເປັນສິນຄ້າ 9,490 ເຮັກຕາ, ຄາດຄະເນຜົນຜະລິດ 53,056 ໂຕນ.

ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ 11,865 ເຮັກຕາ (ຫຼຸດແຜນການປີທີ່ວາງໄວ້ 2,321 ເຮັກຕາ) ຫຼື ເທົ່າກັບ 84% ຂອງເນື້ອທີ່ແຜນການທັງໝົດ. ໃນນັ້ນ, ນາຫວ່ານປະຕິບັດໄດ້ 5,570 ເຮັກຕາ, ນາດໍາປະຕິບັດໄດ້ 6,295 ເຮັກຕາ, ເນື້ອທີ່ປູກເຂົ້າເພື່ອເປັນສະບຽງອາຫານປະຕິບັດໄດ້ 3,877 ເຮັກຕາ (ຫຼຸດແຜນການທີ່ວາງໄວ້ 819 ເຮັກຕາ) ຫຼື ເທົ່າກັບ 82.55% ຂອງເນື້ອທີ່ແຜນການ ແລະ ເນື້ອທີ່ປູກເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ 7,988 ເຮັກຕາ (ຫຼຸດແຜນການທີ່ວາງໄວ້ 1,508 ຮັກຕາ) ຫຼື ເທົ່າກັບ 84.17% ຂອງເນື້ອທີ່ແຜນການ.

ມາຮອດປັດຈຸບັນ ທົ່ວແຂວງສາມາດເກັບກ່ຽວເຂົ້ານາແຊງໄດ້ແລ້ວ 7,813 ເຮັກຕາ ເທົ່າກັບ 65.85% ຂອງເນື້ອທີ່ເກັບກ່ຽວຕົວຈິງໃນທົ່ວແຂວງ. ໃນນັ້ນ, ເຂົ້າທີ່ປູກເປັນສະບຽງອາຫານເກັບກ່ຽວໄດ້ແລ້ວ 2,565 ເຮັກຕາ ເທົ່າກັບ 66.15%; ເຂົ້າທີ່ປູກເປັນສິນຄ້າເກັບກ່ຽວໄດ້ 5,247 ເຮັກຕາ ເທົ່າກັບ 65.69% ຊຶ່ງໃນການເກັບກ່ຽວເຂົ້າສ່ວນຫຼາຍແມ່ນນໍາໃຊ້ກົນຈັກເຂົ້າໃນການຜະລິດ. ສ່ວນວ່າສາຍເຫດທີ່ພາໃຫ້ເນື້ອທີ່ການປູກເຂົ້າບໍ່ໄດ້ຕາມແຜນການທີ່ວາງໄວ້ນັ້ນຍ້ອນລະບົບນໍ້າບໍ່ທົ່ວເຖິງ ຊຶ່ງເກີດມາຈາກການເປ້ເພຂອງລະບົບຫົວງານຊົນລະປະທານ. ສະນັ້ນ, ຈິ່ງເຮັດໃຫ້ເນື້ອທີ່ການປູກເຂົ້າຫຼຸດລົງ. ປັດຈຸບັນຊາວນາແມ່ນໄດ້ຂຸ້ນຂ່ຽວເກັບກ່ຽວເຂົ້ານາຂອງຕົນເອງເພື່ອໃຫ້ແລ້ວກ່ອນລະດູຝົນທີ່ຈະມາເຖິງ ຄາດວ່າການເກັບກ່ຽວເຂົ້ານາແຊງຈະໃຫ້ສໍາເລັດ 100% ໃນຕົ້ນເດືອນມິຖຸນາ 2025 ນີ້. ໃນນັ້ນ, ເມືອງທີ່ສໍາເລັດການເກັບກ່ຽວແລ້ວ 100% ປະກອບມີເມືອງທ່າແຂກ, ເມືອງຫີນບູນ ແລະ ເມືອງຄູນຄໍາ .

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ວິໄລ ພິມມະວົງ ກໍາມະການຄະນະປະຈໍາພັກ, ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ວິໄລວົງ ສີຫາຈັກ ກໍາມະການຄະນະພັກ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກອງພັນ, ກອງຮ້ອຍ, ພະນັກງານບໍານານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315

ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315

ວັນທີ 29 ກັນຍາຜ່ານມາ, ສະຫາຍ ພົນຈັດຕະວາ ສີສົມພູ ແກ້ວບຸນລ້ອມ ກຳມະການປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວເຜີຍແຜ່, ເຊື່ອມຊຶມມະ ຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ແລະ ເອກະສານສຳຄັນຕ່າງໆ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສ້າງຂະບວນການອອກແຮງງານລວມ ຕອນຮັບວັນສຳຄັນຂອງຊາດ-ຂອງພັກ

ສ້າງຂະບວນການອອກແຮງງານລວມ ຕອນຮັບວັນສຳຄັນຂອງຊາດ-ຂອງພັກ

ຄະນະບໍລິຫານງານຊາວໜຸ່ມສຳນັກງານ, ອົງການ, ກົມກອງເມືອງໝື່ນ ແຂວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານລວມ, ອະນາໄມ, ຕັດຫຍ້າ, ເກັບຂີ້ເຫຍື້ອ ຢູ່ເດີ່ນທາງໜ້າຫ້ອງວ່າການປົກຄອງເມືອງ ໃນວັນທີ 1 ຕຸລານີ້, ນໍາພາໂດຍທ່ານ ນາງ ວົງເພັດ ເພັດລາສີ ຮັກສາການ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີເລຂາຊາວໜຸ່ມໜ່ວຍອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມໜ່ວຍອ້ອມຂ້າງສໍານັກງານເຂົ້າຮ່ວມ.
ແກ່ນທ້າວ ສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ແກ່ນທ້າວ ສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ວັນທີ 1 ຕຸລານີ້, ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະ ຫຼອງວັນຄົນພິການແຫ່ງຊາດ ຄົບຮອບ 34 ປີ (3 ທັນວາ 1992-3 ທັນວາ 2026) ແລະ ວັນຜູ້ອາຍຸສູງສາກົນ ຄົບຮອບ 27 ປີ (1 ຕຸລາ 1999-1 ຕຸລາ 2026) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳປຸ່ນ ນວນສະບັບ ກຳມະ ການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພະນັກງານອາວຸໂສບຳນານ, ແຂກຖຶກເຊີນ ແລະ ຜູ້ອາຍຸສູງເຂົ້າຮ່ວມ.
ຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານເເຫ່ງລັດຂອງເເຂວງ ກ່ຽວກັບໂຄງການລົງທຶນຂອງລັດ

ຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານເເຫ່ງລັດຂອງເເຂວງ ກ່ຽວກັບໂຄງການລົງທຶນຂອງລັດ

ກອງປະຊຸມຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານເເຫ່ງລັດຂອງເເຂວງຫຼວງນໍ້າທາ ກ່ຽວກັບໂຄງການລົງທຶນຂອງລັດ ໄດ້ເປີດຂຶ້ນໃນວັນທີ 30 ກັນ ຍາຜ່ານມານີ້, ທີ່ສະໂມສອນຂອງເມືອງ ນາເເລ ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ, ຮອງປະທານສະພາປະຊາຊົນແຂວງ, ທ່ານ ທໍາມະວົງ ບຸນຖາວອນ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງນາແລ, ປະທານ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບເມືອງ ມີຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ເຂົ້າຮ່ວມ.
ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ

ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ

ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ເຜີຍແຜ່ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ ກວດກາກົມກອງແຂງ-ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ໃນວັນທີ 28 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັທ ສຸກທະວີ ອິນທະລັງສີ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງການເມືອງ, ມີສະຫາຍ ພັທ ລຸນນ້ອຍ ຄຳພັນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ ຄະນະຮັບຜິດຊອບກວດກາກົມກອງແຂງ-ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຈຳ​ປາ​ສັກຫາ​ລືວາ​ລະ​ແຫ່ງ​ຊາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຈຳ​ປາ​ສັກຫາ​ລືວາ​ລະ​ແຫ່ງ​ຊາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ແຂວງຈໍາປາສັກໄດ້ຈັດກອງປະຊຸມວິຊາການ ກຳນົດຫົວຂໍ້ສຳຄັນດ້ານການຈັດຕັ້ງປະຕິບັດແຜນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ​ວາ​ລະ​ແຫ່ງ​ຊາດວ່າ​ດ້ວຍ​ການ​ພັດ​ທະ​ນາ​ຊົນ​ນະ​ບົດແລະແກ້​ໄຂ​ຄວາມ​ທຸກ​ຍາກໃນ​ວັນ​ທີ 30 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ ທ່ານ ພິມພອນ ພັນດານຸວົງ ຮອງປະທານຄະນະກຳມະການປົກຄອງແຂວງ,ມີປະທານຄະນະກຳມະການປົກຄອງນະຄອນປາກເຊ,ປະທານ,ຮອງປະທານຄະນະກຳມະການປົກຄອງເມືອງ,ຫົວໜ້າ ແລະ ຮອງພະແນການອ້ອມຂ້າງແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໂຄງການ GMS4 ເມືອງທ່າແຂກ ຄືບໜ້າ 95.9% ພ້ອມເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ

ໂຄງການ GMS4 ເມືອງທ່າແຂກ ຄືບໜ້າ 95.9% ພ້ອມເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ

ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ (GMS4) ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ມີຄວາມຄືບໜ້າ 95.9%. ໃນຂະ​ນະ​ທີ່ຄະນະທົບທວນຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທະນາຄານພັດທະນາອາຊີ ລົງຕິດຕາມວຽກງານພາກສະໜາມ ພ້ອມຊີ້ນຳໃຫ້ເລັ່ງກໍ່ສ້າງ ໃຫ້ສຳເລັດຕາມແຜນ ແລະ ຮັບປະກັນຄຸນນະພາບ.
ຈຳປາສັກ ຄັດເລືອກ 2 ຜະລິດຕະພັນ ສະ​ເໜີຕິດກາໝາຍ ODOP

ຈຳປາສັກ ຄັດເລືອກ 2 ຜະລິດຕະພັນ ສະ​ເໜີຕິດກາໝາຍ ODOP

ພະແນກອຸດສາຫະກຳ ແລະ ການຄ້າ (ອ​ຄ) ແຂວງຈຳປາສັກ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ກ່ຽວກັບການຄັດເລືອກຜະລິດຕະພັນສິນຄ້າ ເພື່ອຂໍຕິດກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ (ODOP).
ເມືອງ​ໝື່ນສຳເລັດຝຶກອົບຮົມໄອຊີທີ-ລະບົບອອນ​ລາຍໃຫ້​ພະ​ນັກ​ງານ

ເມືອງ​ໝື່ນສຳເລັດຝຶກອົບຮົມໄອຊີທີ-ລະບົບອອນ​ລາຍໃຫ້​ພະ​ນັກ​ງານ

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດຝຶກອົບຮົມໄອຊີທີ ແລະ ລະບົບລາຍງານແບບອອນລາຍ ໃຫ້ການນຳ ແລະ ພະນັກງານຫ້ອງການອ້ອມຂ້າງເມືອງໃນ​ວັນ​ທີ 30 ກັນ​ຍາ​ຜ່ານ​ມາ, ໂດຍມີທ່ານ ຄໍາຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ພະນັກງານວິຊາການບັນດາຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ເພີ່ມເຕີມ