![]() |
ໂອກາດດຽວກັນ, ທ່ານ ໄຊຊະນະ ໂຄດພູທອນ ແລະ ຄະນະຍັງໄດ້ລົງກວດກາຈຸດນໍ້າຖ້ວມ, ຢ້ຽມຢາມຖາມໄຖ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ ພ້ອມທັງໃຫ້ກໍາລັງໃຈແກ່ຄອບຄົວຜູ້ປະສົບໄພ. ພ້ອມນັ້ນຍັງໄດ້ເນັ້ນໃຫ້ອົງການຈັດຕັ້ງບ້ານ ແລະ ປະຊາຊົນ ຍົກສູງຄວາມລະມັດລະວັງ, ຕິດຕາມຂ່າວສານພະຍາກອນອາກາດຢ່າງໃກ້ຊິດ, ສາມັກຄີຊ່ວຍເຫຼືອກັນ ແລະ ກະກຽມຄວາມພ້ອມຮັບມືກັບສະພາບການທີ່ອາດເກີດຂຶ້ນ ເພື່ອພ້ອມພາກັນຜ່ານຜ່າວິກິດນີ້ໄປໄດ້ດ້ວຍດີ.
![]() |
ສໍາລັບຜົນກະທົບເຂດຕາແສງນາເສຕາມການລາຍງານ ນັບແຕ່ວັນທີ 3 ກໍລະກົດ 2026 ຈົນເຖິງປັດຈຸບັນເຂດຕາແສງນາເສມີ 6 ບ້ານລຽບຕາມແລວແມ່ນໍ້າໂດນໄດ້ຮັບຜົນກະທົບ. ເສັ້ນທາງຈາກບ້ານນາເສຫາຄຸ້ມນາງົວຖືກນໍ້າຖ້ວມໄລຍະທາງປະມານ 1 ກິໂລແມັດ, ລະດັບນໍ້າສູງເຖິງ 1,5 ແມັດ, ເຮັດໃຫ້ລົດບໍ່ສາມາດສັນຈອນໄປ-ມາໄດ້, ປະຊາຊົນຕ້ອງນໍາໃຊ້ເຮືອເປັນພາຫະນະໃນການເດີນທາງ ແລະ ຂົນສົ່ງເຄື່ອງຂອງສິ່ງຈຳເປັນ, ສ່ວນພື້ນທີ່ກະສິກໍາເນື້ອທີ່ນາເຂົ້າ ແລະ ສວນຜັກຖຶກຖ້ວມເສຍຫາຍປະມານ 184.3 ເຮັກຕາ.
![]() |
ນອກຈາກການຊ່ວຍເຫຼືອເຂດຕາແສງນາເສແລ້ວ, ໃນວັນດຽວກັນ ການນໍາແຂວງຄໍາມ່ວນ ຍັງໄດ້ແບ່ງຄະນະລົງຕິດຕາມສະຖານະການນໍ້າຖ້ວມຢ່າງໃກ້ຊິດ ຄວບຄູ່ກັບການນໍາເອົາສິ່ງຂອງອຸປະໂພກ-ບໍລິໂພກ ແລະ ເງິນຊ່ວຍເຫຼືອລົງສູ່ເມືອງນາກາຍ ແລະ ເມືອງໄຊບົວທອງ ເມືອງລະ 50 ລ້ານກີບ ເພື່ອນຳໄປແກ້ໄຂສະພາບສຸກເສີນ ແລະ ບັນເທົາຄວາມເດືອດຮ້ອນໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ທັງນີ້ສະແດງໃຫ້ເຫັນເຖິງຄວາມຫ່ວງໄຍ ແລະ ຄວາມຕັ້ງໃຈຂອງການນໍາແຂວງໃນການຢືນຄຽງຂ້າງປະຊາຊົນຈົນກວ່າສະຖານະການຈະເຂົ້າສູ່ພາວະປົກກະຕິ.
ຂ່າວ : ມະນີວັນ



ຄໍາເຫັນ