ຄໍາມ່ວນ ມີນໍ້າມັນພຽງພໍສຳລັບການນຳໃຊ້ພາຍໃນ

ຄໍາມ່ວນ ມີນໍ້າມັນພຽງພໍສຳລັບການນຳໃຊ້ພາຍໃນ

ຄໍາມ່ວນ ມີນໍ້າມັນພຽງພໍສຳລັບການນຳໃຊ້ພາຍໃນ
ທ່ານ ຂວັນໃຈ ສຸວັນລາສີ ຮັກສາການ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ມີນາ 2026ນີ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໄດ້ມີການປະສານງານຢ່າງໃກ້ສິດ ກັບກົມການຄ້າພາຍໃນ ກະຊວງອຸກສາຫະກຳ ແລະ ການຄ້າ (ອຄ) ແລະ ບັນດາບໍລິສັດຜູ້ນຳເຂົ້ານໍ້າມັນເຊື້ອໄຟ ພາຍໃນແຂວງ. ຊຶ່ງແຂວງຄໍາມ່ວນ ມີບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ 9 ບໍລິສັດ, ມີສາງທີ່ສາມາດບັນຈຸນໍ້າມັນໄດ້ທັງໝົດຄື: ນໍ້າມັນແອັດຊັງ 772,000 ລິດ, ນໍ້າມັນກາຊວນ 2,906,000 ລິດ.
ຄາມວນ ມນາມນພຽງພສຳລບການນຳໃຊພາຍໃນ - image 1
 

ປະຈຸບັນ, ມີນ້ຳມັນຄ້າງສາງຈຳນວນທັງໝົດ 972,703 ລິດ. ໃນນີ້, ນ້ໍາມັນແອັດຊັງ 139,758 ລິດ, ກາຊວນ 832,945 ລິດ ແລະ ໃນທົ່ວແຂວງມີປໍ້ານໍ້າມັນທີ່ເປີດໃຫ້ບໍລິການຈໍານວນທັງໝົດ 120 ປໍ້າ. ນອກນີ້, ແຂວງຄໍາມ່ວນຍັງມີບັນດາບໍລິສັດໃຫຍ່ທີ່ຕັ້ງຢູ່ພາຍໃນແຂວງ, ໃນກໍລະນີການນຳເຂົ້າຂອງບໍລິສັດ ຜ່ານດ່ານສາກົນຂົວມິດຕະພາບ 3 ບໍ່ສາມາດນໍາເຂົ້າໄດ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ມີການປະສານງານກັບບໍລິສັດ ທີ່ມີແຜນການນຳເຂົ້ານໍ້າມັນເຊື້ອໄຟ ຜ່ານດ່ານສາກົນນາເພົ້າ-ຈາຫຼໍ ເພື່ອມາຕອບສະໜອງພາຍໃນແຂວງຄຳມ່ວນ. ດັ່ງນັ້ນ, ຂໍໃຫ້ພໍ່ແມ່ປະຊາຊົນ ຈົ່ງໝັ້ນໃຈວ່າແຂວງຄໍາມ່ວນ ຈະມີນໍ້າມັນພຽງພໍໃນການນຳໃຊ້ຢູ່ພາຍໃນ. ພ້ອມດຽວກັນ ຂະແໜງການຄ້າພາຍໃນ, ພະແນກອຸດສາກະກຳ ແລະ ການຄ້າແຂວງ ໄດ້ມີການເຄື່ອນໄຫວ ຕິດຕາມ, ກວດກາ ເປັນປະຈຳ ໄດ້ນຳເອົາແຈ້ງການຂອງຫ້ອງການກະຊວງ ອຄ ສະບັບເລກທີ 0583/ຫກ, ລົງວັນທີ 02 ມີນາ 2026, ຜັນຂະຫຍາຍ ພ້ອມທັງເຮັດໜັງສືສະເໜີ ເຖິງບັນດາສາຂາ ແລະ ສາງຂອງບໍລິສັດຈຳໜ່າຍພາຍໃນແຂວງ ສະບັບເລກທີ 301/ພອຄ, ລົງວັນທີ 03 ມີນາ 2026, ກ່ຽວກັບການສະໜອງຂໍ້ມູນ ແຜນການນຳເຂົ້າການສະໜອງນໍ້າມັນເຊື້ອໄຟ ໃຫ້ປໍ້າບໍລິສັດລົງທຶນ, ປໍ້າຕົວແທນຈຳໝ່າຍ ແລະ ນໍ້າມັນຄ້າງສາງ ພ້ອມທັງໃຫ້ ສາຂາ ແລະ ສາງຂອງບໍລິສັດ ສະຫຼຸບລາຍງານໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ກໍ່ຄືຂະແໜງການຄ້າພາຍໃນ ກ່ອນເວລາ 16:00 ໂມງຂອງທຸກໆວັນ ເພື່ອລາຍງານໃຫ້ກົມການຄ້າພາຍໃນ ກະຊວງ ອຄ. ພ້ອມທັງ ຕິດຕາມ, ກວດກາ ປໍ້ານໍ້າມັນ ຢ່າງຕໍ່ເນື່ອງ ເພື່ອປ້ອງກັນການລັກລອບ ປິດປໍ້າ ທັງທີ່ມີນໍ້າມັນ ຫຼື ການປັບກົງເຕີ ແລະ ຂາຍເກີນລາຄາທີ່ກຳນົດ. ຫາກກວດພົບເຫັນການລະເມີດ ເຊັ່ນ: ການກັກຕຸນນໍ້າມັນເຊື້ອໄຟ ເພື່ອເກັງກຳໄລ ຫຼື ປັ່ນປ່ວນຕະຫຼາດ, ປິດປໍ້າຊົ່ວຄາວ ຫຼື ຖາວອນ ໂດຍບໍ່ມີເຫດຜົນ, ການສວຍໂອກາດຂຶ້ນລາຄາເອງ ແລະ ພຶດຕິກຳອື່ນໆ ທີ່ລະເມີດຂໍ້ຫ້າມ ຕາມດຳລັດ ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ສະ ບັບເລກທີ 559/ລບ ແມ່ນປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ.

ຄາມວນ ມນາມນພຽງພສຳລບການນຳໃຊພາຍໃນ - image 2
 

ໃນນາມຂະແໜງການຄ້າພາຍໃນ ກໍຄືພະແນກອຸດສາຫະກຳ ແລະ ການຄ້າແຂວງ ຂໍຝາກເຖິງພໍ່ແມ່ປະຊາຊົນ ຢ່າແຕກຕື່ນຈົນເກີນໄປ ແລະ ບໍ່ຄວນແຫ່ກັນໄປຊື້ນໍ້າມັນເຊື້ອໄຟມາກັກຕຸນໄວ້ຢູ່ເຮືອນ ເພາະນອກຈາກຈະເຮັດໃຫ້ເກີດຄວາມວຸ້ນວາຍແລ້ວ ຍັງສ່ຽງຕໍ່ການເກີດອັກຄີໄຟນໍາອີກ, ຂໍໃຫ້ປະຊາຊົນຈົ່ງຊົມໃຊ້ນໍ້າມັນເຊື້ອໄຟຢ່າງປະຢັດ ແລະ ມັດທະຍັດ, ໄປ-ມາເທົ່າທີ່ຈຳເປັນ ເພື່ອຊ່ວຍຫຼຸດຜ່ອນການຮົ່ວໄຫຼຂອງເງິນຕາຕ່າງປະເທດ ແລະ ມີສະຕິໃນການຕິດຕາມຂໍ້ມູນຂ່າວສານ, ຫາກພົບເຫັນປໍ້າໃດທີ່ບໍ່ໃຫ້ບໍລິການ ຫຼື ຂາຍເກີນລາຄາ, ສາມາດໂທແຈ້ງເບີສາຍດ່ວນ 1510 ຫຼື ແຈ້ງໂດຍກົງຕໍ່ເຈົ້າໜ້າທີ່ການຄ້າແຂວງຄໍາມ່ວນ ຕາມເບີໂທ 020 5565 1228 ແລະ 020 2218 9399 ເພື່ອໃຫ້ເຈົ້າໜ້າທີ່ການຄ້າ ລົງໄປຕິດຕາມ, ກວດກາ ແລະ ແກ້ໄຂໃຫ້ທັນສະພາບການ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ

ປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ

ພິທີປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 24 ເມສາຜ່ານມາ ທີ່ເດີ່ນໂຮງຮຽນ ມັດທະຍົມສົມບູນບ້ານທອງໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາຂັ້ນແຂວງ, ເມືອງ, ການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ 9 ບ້ານເຂົ້າຮ່ວມ.
ຄໍາມ່ວນ ເກັບກ່ຽວພຶດສໍາຮອງລະດູແລ້ງໄດ້ແລ້ວ 64.21%

ຄໍາມ່ວນ ເກັບກ່ຽວພຶດສໍາຮອງລະດູແລ້ງໄດ້ແລ້ວ 64.21%

ໃນລະດູການປູກພືດລະດູແລ້ງສົກປີ 2025-2026ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ ຄາດຄະເນຜົນຜະລິດ 17,034 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ. ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ນິທັດສະການຮູບວາດວິຊາການການບິນ

ນິທັດສະການຮູບວາດວິຊາການການບິນ

ສະມາຄົມການບິນ ແລະ ອາວະກາດຈີນໄດ້ຈັດນິທັດສະການຮູບວາດວິຊາການການບິນຂຶ້ນໃນວັນທີ 25 ເມສາ ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍມີທ່ານ ກົວເວີຍ ຜູ້ອຳນວຍການສູນສົ່ງເສີມ ແລະ ນໍາໃຊເຕັກໂນໂລຊີການຜະລິດຂັ້ນສູງສະມາຄົມການບິນ ແລະ ອາວະກາດຈີນ ແລະ ທ່ານ ທົງນະສັກ ດວງດາລາ ຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ, ມີບັນດານັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ, ພາຍໃນງານໄດ້ມີການສາຍວີດີໂອປະຫວັດຄວາມເປັນມາຂອງສະມາຄົມການບິນ ແລະ ອາວະກາດຈີນ ແລະ ທ່ຽວຊົມຮູບວາດວິຊາການການບິນ.
ຄອສພ ປິດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດ III

ຄອສພ ປິດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດ III

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປິດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດ III ສຳລັບ ສະມາຊິກພັກ-ພະນັກງານ ຄອສພ ຈໍານວນ 39 ສະຫາຍ, ໃນວັນທີ 24 ເມສານີ້ ທີ່ສະໂມສອນຂອງ ຄອສພ. ເປັນກຽດເຂົ້າຮ່ວມໃນພິທີມີ ສະຫາຍ ສາຄອນ ພົມມະລາດ ກໍາມະການພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກ-ພະນັກງານ ຄອສພ.
ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນ ຈົ່ງເປັນເຈົ້າການປະຕິບັດຕາມສິດໜ້າທີ່ຂອງຕົນ

ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນ ຈົ່ງເປັນເຈົ້າການປະຕິບັດຕາມສິດໜ້າທີ່ຂອງຕົນ

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ກໍາມະກອນ​ສາກົນ ​ຄົບຮອບ 140 ປີ (1 ພຶດສະພາ 1886 - 1 ພຶດສະພາ2026) ທີ່ຈະມາເຖິງນີ້, ທ່ານ ຄໍາຜອຍ ວັນນະສານ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຖະ​ແຫຼ​ງຂ່າວຕໍ່ສື່ມວນຊົນ ໃນວັນທີ 23 ເມສານີ້ວ່າ: ໂດຍສືບທອດມູນເຊື້ອອັນດີເລີດຂອງຊົນຊັ້ນກຳມະກອນສາກົນ, ຊົນຊັ້ນກຳມະກອນລາວ ແມ່ນພາກສ່ວນໜຶ່ງຂອງຊົນຊັ້ນກຳມະກອນສາກົນ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວ ໄດ້ຮ່ຳຮຽນເອົາຄຸນລັກສະນະອັນດີເລີດຂອງຊົນຊັ້ນກຳມະກອນສາກົນ ຊຶ່ງສະແດງອອກໃນຫຼາຍດ້ານເປັນຕົ້ນ: ເປັນຊົນຊັ້ນກຳມະກອນທີ່ດີເລີດ ແລະ ກ້າວໜ້າກວ່າໝູ່, ມີນໍ້າໃຈຮັກຊາດ ແລະ ນ້ຳໃຈສາກົນກຳມະຊີບອັນຜ່ອງໃສ, ມີມານະຈິດປະຕິວັດອັນສູງສົ່ງ ດຸໝັ່ນ, ປະຢັດ, ມີຄວາມສາມັກຄີເອື້ອເຟື້ອເຜື່ອແຜ່, ມີຄວາມຕື່ນຕົວ, ເດັດດ່ຽວ, ກ້າຫານ, ບໍ່ຍອມຈຳນົນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ, ຮັກອາຊີບ, ມີຫົວຄິດປະດິດສ້າງ ພັດທະນາຕົນເອງທາງດ້ານເຕັກນິກວິທະຍາສາດທີ່ທັນສະໄໝ.
ສປສສ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ

ສປສສ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ

ວັນທີ 23 ເມສາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ຄະນະບໍລິຫານງານຊາວໜຸ່ມ ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955 ຫາ 14 ເມສາ 2026). ໃຫ້ກຽດປາຖະກະຖາໂດຍ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໂດຍມີ ສະຫາຍ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ, ສະຫາຍ ອານຸສິດ ສຸຂະທຳມະວົງ ຄະນະປະຈຳ ເລຂາຄະນະບໍລິຫານງານຊາວໜຸ່ມ ສປສສ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມຮັບຟັງ.
ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ

ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ

ທ່ານ ນາງ ບົວສະຫວັນ ອິນທິສານ ຮອງຫົວໜ້າກົມໂຄສະນາ-ວັດທະນະທໍາ ປະທານສະຫະພັນແມ່ຍິງ ສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວລາຍງານຕໍ່ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃນຫົວຂໍ້: ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ.
ເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2026 ພາຍໃຕ້ຫົວຂໍ້ “ດື່ມຢ່າງມີສະຕິ ເມົາແລ້ວບໍ່ຂັບ” (Drink With Care, Drunk Don't Drive ) ຂຶ້ນໃນຕອນເຊົ້າວັນທີ 24 ເມສານີ້ ໂດຍມີ ທ່ານ ບຸນທະວີ ນະຄອນສິດ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ພ້ອມດ້ວຍການນໍາຂັ້ນແຂວງ, ພະນັກງານ, ນັກຮຽນ ແລະ ນັກສຶກສາເຂົ້າຮ່ວມ.
ແຂວງວຽງຈັນ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026.

ແຂວງວຽງຈັນ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026.

ວັນທີ 23 ເມສາຜ່ານນມາ, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ ໄດ້ຈັດກອງປະຊຸມ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026 ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2026 ຄົບຮອບ 51 ປີ, ໂດຍການເປັນປະທານຂອງ ທ່ານ ສີວຽງໄຊ ອໍລະບູນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການອະໄພຍະໂທດລະດັບແຂວງວຽງຈັນ, ມີຮອງປະທານ, ມີຄະນະກຳມະການອະໄພຍະໂທດລະດັບແຂວງ ແລະ ກອງເລຂາຊ່ວຍວຽກຄະນະກຳມະການອະໄພຍະໂທດລະດັບແຂວງເຂົ້າຮ່ວມ.
ຄໍາມ່ວນ ຫາລືການວຽກງານດໍາເນີນກອງປະຊຸມຄັ້ງປະຖົມມະລຶກ

ຄໍາມ່ວນ ຫາລືການວຽກງານດໍາເນີນກອງປະຊຸມຄັ້ງປະຖົມມະລຶກ

ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງຄໍາມ່ວນ ເພື່ອປຶກສາຫາລື ກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 23 ເມສານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍມີ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍບັນດາຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກຳມະການປົກຄອງແຂວງ, ບັນດາພະແນກການອ້ອມຂ້າງ ເຂົ້າຮ່ວມ.
ເພີ່ມເຕີມ