ພິທີປະກາດພະນັກງານການນໍາຂັ້ນສູງຂອງແຂວງຄໍາມ່ວນ

ຄໍາມ່ວນ ປະກາດພະນັກງານການນໍາຂັ້ນສູງພັກ-ຮັບອຸດໜູນບຳນານ

ຄໍາມ່ວນ ປະກາດພະນັກງານການນໍາຂັ້ນສູງພັກ-ຮັບອຸດໜູນບຳນານ
ພິທີປະກາດພະນັກງານການນໍາຂັ້ນສູງຂອງແຂວງຄໍາມ່ວນ ອອກພັກການ-ຮັບອຸດໜູນບຳນານ ໄດ້ຈັດຂຶ້ນໃນວັນທີ 3 ກັນຍານີ້ ທີ່ເຮືອນຮັບແຂກເລກ 1 ຂອງແຂວງ ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ,

ມີຄະນະນໍາຂອງແຂວງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະເລຂາທິການສູນພັກສະບັບເລກທີ 129, ລົງວັນທີ 5 ມີຖຸນາ 2024 ວ່າດ້ວຍການອະນຸມັດໃຫ້ ພະນັກງານອອກພັກການ-ຮັບອຸດໜູນບໍານານ: ໂດຍເຫັນດີຕົກລົງໃຫ້ ທ່ານ ສົມພົງ ວັນໄພທອງ ກຳມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ອອກພັກການ-ຮັບອຸດໜູນບໍານານ

ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວ ກໍຄືຜົນສໍາເລັດໃນການປະຕິບັດໜ້າທີ່ການເມືອງທິ່ ທ່ານ ສົມພົງ ວັນໄພທອງ ໄດ້ປະກອບສ່ວນ ທາງດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປະຕິວັດ ທີ່ພັກ-ລັດມອບໝາຍໃຫ້ໃນໄລຍະຜ່ານມາ ດ້ວຍຜົນງານອັນໃຫຍ່ຫລວງ.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນຳກະຊວງ ຮສສ ເຄື່ອນໄຫວຢ້ຽມຢາມ ໂຮງງານ 2 ແຫ່ງ

ການນຳກະຊວງ ຮສສ ເຄື່ອນໄຫວຢ້ຽມຢາມ ໂຮງງານ 2 ແຫ່ງ

ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງງານຕັດຍິບ ລາວຢາມາກິ ຈຳກັດ ແລະ ໂຮງງານໂກລິງລາວ ຈຳກັດ ໃນວັນທີ 28 ເມສາ ນີ້ ທີ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນການລົງເຄື່ອນໄຫວໃນຄັ້ງນີ້ ກໍເພື່ອເປັນການພົບປະກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ,
1 ພຶດສະພາ ວັນທີ່ມີຄວາມໝາຍ - ສໍາຄັນຂອງຊົນຊັ້ນກຳມະກອນ

1 ພຶດສະພາ ວັນທີ່ມີຄວາມໝາຍ - ສໍາຄັນຂອງຊົນຊັ້ນກຳມະກອນ

1 ພຶດສະພາ ແມ່ນວັນກໍາມະກອນສາກົນ. ປີນີ້, ພໍດີຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ຊຶ່ງເປັນວັນໜຶ່ງທີ່ມີຄວາມໝາຍ-ສໍາຄັນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ໂດຍສະເພາະໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດທິ ແລະ ຜົນປະ ໂຫຍດອັນຊອບທຳຂອງຕົນ.
ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຼນ ໃຫ້ແຂວງຈຳປາສັກ

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຼນ ໃຫ້ແຂວງຈຳປາສັກ

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ໄດ້ມອບໂດຼນ (Drone DJI Matrice) ພ້ອມດ້ວຍອຸປະກອນເສີມຈຳນວນ 3 ຊຸດ ລວມມູນຄ່າ 700 ລ້ານກວ່າກີບ ໃຫ້ແຂວງຈໍາປາສັກ ເພື່ອຮັບໃຊ້ເຂົ້າໃນວຽກງານການສຳຫຼວດ, ຕິດຕາມກວດກາ, ວາງແຜນແກ້ໄຂສະພາບໄພພິບັດໃຫ້ທັນການ ແລະ ວຽກງານອື່ນໆ ໄດ້ຕາມເວລາຈິງ (Real-time).
4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

ໃນໄລຍະ 4 ເດືອນຕົ້ນປີ 2025 ນີ້, ສ່ວຍສາອາກອນແຂວງວຽງຈັນສາມາດເກັບລາຍຮັບໄດ້ແລ້ວ 138.54 ຕື້ກີບ, ການເກັບລາຍຮັບຂອງສ່ວຍສາອາກອນແຂວງວຽງຈັນປີນີ້ ຈະເພີ່ມຂຶ້ນຢ່າງກ້າວກະໂດດເນື່ອງຈາກວ່າສູນກາງໄດ້ມອບ 46 ຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງໃຫ້ແຂວງເປັນຜູ້ຈັດຕັ້ງປະຕິບັດ.
ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຄໍາຂັວນ “ສີມືແຮງງານລາວກ້າວສູ່ພາກພື້ນ ແລະ ສາກົນ” ຂຶ້ນໃນວັນທີ28 ເມສານີ້ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC)
ຍົກສູງປະສິດທິພາບການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ດ້ານການຕ່າງປະເທດ

ຍົກສູງປະສິດທິພາບການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ດ້ານການຕ່າງປະເທດ

ໃນລະຫວ່າງວັນທີ28-29 ເມສານີ້ທີ່ ເມືອງ ວັງວຽງ ແຂວງວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ (ຕປທ)ຮ່ວມກັບສະຖານບັນລາວ-ອົດສະຕຣາລີ ພາຍໃຕ້ການສະໜັບສະໜູນຈາກ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ
ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ຜົນສໍາເລັດ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໃຫ້ແກ່ສະມາຊິກພັກ-ພະນັກງານ ຫສນຍ ຂື້ນໃນຕອນເຊົ້າວັນທີ 28 ເມສາຜ່ານມາ
ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ໃນວັນທີ 28 ເມສານີ້ ທີ່ຫ້ອງປະຊຸມອົງການປົກຄອງແຂວງຜົ້ງສາລີ ໄດ້ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ໂດຍການເປັນປະທານ ທ່ານ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ສະມາຊີກສະພາແຫ່ງຊາດ,
ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ  ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ໃນວັນທີ 25 ເມສາຜ່ານມາ ຢູ່ທີໂຮງແຮມດອກຈໍາປາ ໄດ້ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203 ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງນໍ້າທາ (ເຈົ້າຂອງໂຄງການ) ແລະ ບໍລິສັດ ໂຊກມຸງຄຸນການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ (ຜູ້ຮັບເໝົາ) ໄລຍະການກໍ່ສ້າງ 6 ເດືອນ ລວມ 9 ໂຄງການ ມຸນຄ່າ 144,079,989,000 ກີບ ໂດຍແມ່ນງົບປະມານລັດຖະບານ 100% (ບ້ວງຟື້ນຟູໄພພິບັດ).
ບໍລິຄໍາໄຊ ເປີດນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການເຕັກນິກກະສິກໍາປ່າໄມ້

ບໍລິຄໍາໄຊ ເປີດນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການເຕັກນິກກະສິກໍາປ່າໄມ້

ໃນອາທິດຜ່ານມານີ້ ຢູ່ສູນທ່າກົກຄູນ ບ້ານປັດຊຸມ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ມີພິທີມອບ-ຮັບ ແລະ ເປີດການນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ, ທ່ານ ນາງ ແວວມະນີ ຮອງຫົວໜ້າກົມພັດທະນາຊົນນະບົດ, ທ່ານ ດົງຈີນແບ່ ຜູ້ຈັດການໂຄງການ ຕາງໜ້າອົງການກອຍກາປະຈໍາລາວ.
ເພີ່ມເຕີມ