![]() |
ທ່ານ ບຸນເລິງ ເລີດບຸນຊູ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂໍ້ມູນຂ່າວສານຂັ້ນແຂວງໃນໄລຍະຜ່ານມາ ຕະຫຼອດເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນດ້ານຕ່າງໆ ແລະ ພາກສະເໜີເພື່ອໃຫ້ຂັ້ນເທິງຖັດຕົນໄດ້ນໍາໄປຄົ້ນຄວ້າພິຈາລະນາໃນຂັ້ນຕອນຕໍ່ໄປ. ນອກຈາກນັ້ນ, ຍັງໄດ້ຮັບຟັງການນໍາສະ ເໜີຜ່ານນິຕິກໍາກ່ຽວກັບສື່ແບບໃໝ່, ລະບົບຂໍ້ມູນຂ່າວສານອັດຕະໂນມັດ (Automated Information System), ຄວາມຮູ້ພື້ນຖານກ່ຽວກັບປັນຍາປະດິດ (AI), ການເສີມສີສັນໃຫ້ກັບຂ່າວ ແລະ ຮູບພາບປະກອບຂ່າວ, ຕະຫຼອດເຖິງບົດຮຽນທີ່ຕ້ອງເອົາໃຈໃສ່ໃນການເຜີຍແຜ່ຂໍ້ມູນຂ່າວສານເປັນຕົ້ນແມ່ນດ້ານເນື້ອໃນການໂຄສະນາ ຊຶ່ງລວມມີ 4 ລັກສະນະຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້.
ໃນໂອກາດນີ້, ກໍໄດ້ພົບປະສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນດ້ານຕ່າງໆ ເພື່ອພ້ອມກັນຊອກຫາວິທີແກ້ໄຂໃນຕໍ່ໜ້າ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ