![]() |
ທ່ານ ນາງ ຈຸນລະຈັນ ແພງດີ ຜູ້ອຳນວຍການສູນພັດທະນາທັກສະການທ່ອງທ່ຽວ ແລະ ການໂຮງແຮມ ດີມິດທ໌ບາຍ ປະທານບໍລິສັດ ດີຟິກທ໌, ທັງເປັນຜູ້ຕາງໜ້າໂຄງການລາວ/336 ໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້, ແມ່ນໃຊ້ເວລາ 4 ວັນເຕັມ ມີຜູ້ເຂົ້າຮ່ວມທັງໝົດເຖິງ 82 ຄົນຍິງ 65 ຄົນ. ໃນນີ້, ສາຂາແມ່ບ້ານ 25 ຄົນ, ສາຂາອາຫານ 25 ຄົນ ແລະ ສາຂາຕ້ອນຮັບ 32 ຄົນ ທີ່ມາຈາກ 3 ເມືອງ ຄື: ເມືອງມະຫາໄຊ, ເມືອງນາກາຍ ແລະ ເມືອງບົວລະພາ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້, ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດດ້ານການທ່ອງທ່ຽວໄດ້ຮຽນຮູ້ດ້ານການບໍລິການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ເປັນຕົ້ນການຮັກສາຄຸນນະພາບການບໍລິການ ແລະ ເອົາໃຈໃສ່ຕໍ່ລູກຄ້າ, ທັກສະການບໍລິການ ອາຫານ ແລະ ເຄື່ອງດື່ມ, ຄວາມຮູ້ພື້ນຖານກ່ຽວກັບພະແນກແມ່ເຮືອນ, ການອະນາໄມຫ້ອງຮັບແຂກ, ວິທີຕົກແຕ່ງຫ້ອງນອນ, ຈັດອຸປະກອນເທິງໂຕະອາຫານ ໃນແຕ່ລະຄາບເຂົ້າ, ວິທີຕ້ອນຮັບແຂກທີ່ມາໃຊ້ບໍລິການ, ວິທີພັບຜ້າ-ແພເຊັດມືເປັນຮູບຕ່າງໆ ພ້ອມທັງໄດ້ລົງປະຕິບັດຕົວຈິງຢູ່ໂຮງແຮມໃນເທສະບານແຂວງ.
ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວແຂວງແມ່ນໄດ້ຕີລາຄາສູງຕໍ່ຜົນສໍາເລັດຕໍ່ການຝຶກອົບຮົມໃນຄັ້ງນີ້ ຊຶ່ງໄດ້ສ້າງຄວາມຮູ້, ທັກສະອັນໃໝ່ໆເພີ້ມສໍາລັບພະນັກງານທີ່ເຮັດວຽກບໍລິການ ໃຫ້ແກ່ນັກສໍາມາະນາກອນ ຊຶ່ງເຫັນໄດ້ເຖິງຄວາມເອົາໃຈໃສ່ຂອງນັກສໍາມະນາກອນທຸກສາຂາ.
ຊຸດຝຶກອົບຮົມຄັ້ງນີ້, ໄດ້ຮັບການສະໜັບສະໜູນຈາກແຜນງານ STAF ຊຶ່ງໄດ້ຮັບທຶນຈາກຣາຊະອານາຈັກລຸກຊໍາບວກ, ສະວິດເຊີແລນ ແລະ ສະຫະພາບເອີຣົບ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ