ຄໍາມ່ວນ ປ່ອຍປາ ລົງສູ່ວັງສະຫງວນແມ່ນໍ້າຂອງ ບໍລິເວນ ໜ້າພຣະທາດສີໂຄດຕະບອງ

ຄໍາມ່ວນ ປ່ອຍປາ ລົງສູ່ວັງສະຫງວນແມ່ນໍ້າຂອງ ບໍລິເວນ ໜ້າພຣະທາດສີໂຄດຕະບອງ

ຄໍາມ່ວນ ປ່ອຍປາ ລົງສູ່ວັງສະຫງວນແມ່ນໍ້າຂອງ ບໍລິເວນ ໜ້າພຣະທາດສີໂຄດຕະບອງ
ເນື່ອງໃນໂອກາດວັນປ່ອຍ ແລະ ອະນຸລັກສັດນໍ້າແຫ່ງຊາດ ( 13 ກໍລະກົດ 1997 – 13 ກໍລະກົດ 2026 ) ຄົບຮອບ 29 ປີ, ໃນວັນທີ 13 ກໍລະກົດຜ່ານມາ ແຂວງຄໍາມ່ວນ ໄດ້ຈັດພິທີປ່ອຍປາ ລົງສູ່ວັງສະຫງວນຂອງແມ່ນ້ຳຂອງ ຢູ່ທີ່ ທ່ານໍ້າໜ້າພຣະທາດສີໂຄດຕະບອງ ບ້ານມ່ວງສຸມ ເມືອງທ່າແຂກ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີພຣະເຖຣາ-ນຸເຖຣະ, ມີການນໍາຂັ້ນແຂວງ, ຕາງໜ້າການນໍາຂັ້ນເມືອງໃນ 10 ຕົວເມືອງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄາມວນ ປອຍປາ ລງສວງສະຫງວນແມນາຂອງ ບລເວນ ໜາພຣະທາດສໂຄດຕະບອງ - image 1
 

ທ່ານ ແກ້ວບຸນຂວັນ ໄຊຍະວົງສາ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຄໍາມ່ວນໄດ້ກ່າວວ່າ: ປັດຈຸບັນ ຈໍານວນປາ ແລະ ສັດນໍ້າແມ່ນກຳລັງຖືກຄຸກຄາມ ຈາກທຳມະຊາດ ແລະ ຄົນ, ເຊິ່ງເຮັດໃຫ້ສັດນ້ຳ ນັບມື້ນັບຫຼຸດໜ້ອຍຖອຍລົງ, ຈາກເຫດຜົນດັ່ງກ່າວ ພັກ-ລັດ ຈຶ່ງໄດ້ສ້າງກົດໝາຍ, ລະບຽບ ແລະ ມາດຕະການຕ່າງໆ ໂດຍສຸມໃສ່ໃນການປົກປັກຮັກສາສັດນ້ຳ ແລະ ສັດປ່າໃຫ້ຄົງຢູ່ກັບທຳມະຊາດແບບຍືນຍົງ, ຄຽງຄູ່ກັນນັ້ນກໍໄດ້ສົມທົບກັບທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດຂົນຂວາຍຫຼາຍໆດ້ານ ເພື່ອຊ່ວຍໃນການປົກປັກຮັກສາ ແລະ ພັດທະນາສັດນ້ຳໃຫ້ນັບມື້ນັບເພີ່ມຫຼາຍຂຶ້ນ, ເຊິ່ງໃນໄລຍະຜ່ານມາກໍໄດ້ມີການປະກາດ, ສ້າງຕັ້ງ ຫຼື ກຳນົດເຂດອະນຸລັກ (ສ້າງວັງສະຫງວນ) ໄດ້ 113 ແຫ່ງ ເພື່ອເປັນບ່ອນແຜ່ພັນ, ນອກນັ້ນກໍໄດ້ສ້າງຂະບວນການປ່ອຍປາລົງໜອງ, ລົງອ່າງ, ແມ່ນ້ຳຕາມທຳມະຊາດ.

ສຳລັບປີນີ້ ທາງພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ອອກແຈ້ງການກ່ຽວກັບການສ້າງຂະບວນການເຖິງ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ລົງສູ່ທ້ອງຖິ່ນຂັ້ນບ້ານຄື: ຫ້າມນຳໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ຄື້ນ, ເຄື່ອງແສງ, ສຽງເພື່ອຫາ ຫຼື ຈັບສັດນ້ຳ ແບບດັບສູນ; ຫ້າມນຳໃຊ້ເຄື່ອງມືຫາທີ່ມີຄວາມສ່ຽງໃຫ້ສັດນ້ຳສູນພັນ ເຊັນ: ອວນ, ລີ່, ມອງຕາຖີ່, ໂຕ່ງ, ລອບຂະໜາດໃຫຍ່ ແລະ ອື່ນໆ; ຫ້າມຫາສັດນ້ຳຈາກແຫຼ່ງທຳມະຊາດດ້ວຍການ ຕັນຫ້ວຍ, ໂສກ, ບຸ່ງ, ຄອງນ້ຳ, ຂຸດໜອງ ຫຼື ດູດໜອງທຳມະຊາດ ທີ່ມີນນ້ຳຕະຫຼອດປີ; ຫ້າມ ຮັບເອົາ, ຊື້ຂາຍ, ຄອບຄອງ ຫຼື ຂົນສົ່ງ ສັດນ້ຳບັນຊີ 1 ໂດຍບໍ່່ໄດ້ຮັບອະນຸຍາດ; ຫ້າມສ້າງສິ່ງກີດຂວາງທາງເດີນ ຂອງສັດນ້ຳໂດຍບໍ່່ໄດ້ຮັບອະນຸຍາດ; ຫ້າມ ລ້ຽງ ຫຼື ປ່ອຍສັດນ້ຳ ຕ່າງຖິ່ນທີ່ມີຄວາມສ່ຽງທຳລາຍສັດນ້ຳພື້ນເມືອງ ແລະ ລະບົບນິເວດ; ຫ້າມ ປູກພືດນ້ຳທີ່ຈະເປັນການທຳລາຍ ລະບົບນິເວດ ຫຼື ແຫຼ່ງລ້ຽງສັດ ໂດຍບໍ່ໄດ້ຮັບອະນຸຍາດ; ຫ້າມ ບຸກລຸກ ວັງສະຫງວນ ຫຼື ເຂດອະນຸລັກພັນສັດນ້ຳ, ເຂດປາອໍ, ແຫຼ່ງສັດນ້ຳວາງໄຂ່, ເຂດຈຳເລີນ ເຕີບໂຕຂອງລູກສັດນ້ຳໄວອ່ອນ; ຫ້າມ ຫາສັດນ້ຳ ໃນລະດູວາງໄຂ່ ; ຫ້າມ ບໍລິໂພກ, ຊື້-ຂາຍ ສັດນ້ຳ ທີ່ຕາຍບໍ່ຮູ້ສາເຫດ, ເປັນພະຍາດ ຫຼື ປົນເປື້ອນສານເຄມີຕົກຄ້າງ ແລະ ຫ້າມ ມີພຶດຕິກຳອື່ນໆ ທີ່ເປັນການລະເມີດກົດໝາຍ.

ຄາມວນ ປອຍປາ ລງສວງສະຫງວນແມນາຂອງ ບລເວນ ໜາພຣະທາດສໂຄດຕະບອງ - image 2
 

ສໍາລັບປາທີ່ນໍາມາປ່ອຍໃນພິທີປ່ອຍປາ ແລະ ອະນຸລັກສັດນໍ້າແຫ່ງຊາດຢູ່ທີ່ທ່ານໍ້າໜ້າພຣະທາດສີໂຄດຕະບອງ ( ແຄມຂອງ ) ບ້ານມ່ວງສຸມ ເມືອງທ່າແຂກ ລວມມີປາທັງ ໝົດຈໍານວນ 20,000 ກວ່າໂຕ, ມີ 2 ຊະນິດຄື : ປາປາກ ແລະ ປາມະນີການ.

ນອກຈາກນັ້ນທາງຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງທ່າແຂກຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ບ້ານມ່ວງສຸມ ສ້າງວັງສະຫງວນຂຶ້ນເພື່ອຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນສັດນໍ້າຂອງບ້ານ ເຊິ່ງປະທານຄະນະກໍາມະການປົກຄອງເມືອງທ່າແຂກ ຕົກລົງເຫັນດີອະນຸມັດໃຫ້ບ້ານມ່ວງສຸມ ສ້າງຕັ້ງວັງສະຫງວນຂຶ້ນ 01 ແຫ່ງ ຢູ່ສາຍນໍ້າຂອງ ເຂດຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນສັດນໍ້າຂອງບ້ານ ໂດຍມີຊື່ວັງວ່າ : “ວັງສະຫງວນພຣະທາດສີໂຄດຕະບອງ” ມີທີ່ຕັ້ງທິດເໜືອຕິດກັບສາຍນໍ້າຂອງບ້ານມ່ວງສຸມ, ທິດໃຕຕິດກັບສາຍນໍ້າຂອງມ່ວງສຸມ, ທິດຕາເວັນອອກຕິດກັບຕະຝັ່ງພຣະທາດສີໂຄດຕະບອງ, ທິດຕາເວັນຕົກຕິດກັບນໍ້າຂອງ; ມີລວງກວ້າງຂອງວັງ 50 ແມັດ, ລວງຍາວ 200 ແມັດ, ບ່ອນເລິກສຸດ 09 ແມັດ (ໃນລະດູແລ້ງ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ