![]() |
ທ່ານ ສີລາ ຈັນທະລາວົງ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ຜ່ານຮ່າງບົດສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານການປະເມີນສະພາບພົ້ນທຸກ ແລະ ພັດທະນາປີ 2025 ຕາມມາດຕາ 11 ຂອງດໍາລັດ 348/ລບ ຊຶ່ງກຳນົດໃຫ້ດຳເນີນການປະເມີນເປັນ 3 ໄລຍະ ຄື: ໄລຍະຕົ້ນ, ໄລຍະກາງ ແລະ ໄລຍະທ້າຍສະໄໝ ຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງແຂວງ. ຜົນການປະເມີນຊີ້ໃຫ້ເຫັນວ່າ ປັດຈຸບັນ ແຂວງຄຳມ່ວນມີ 10 ເມືອງ, 579 ບ້ານ, ມີພົນລະເມືອງທັງໝົກ 458,311 ຄົນ ຍິງ 232,192 ຄົນ, ມີ 87,159 ຄອບຄົວ. ໃນນັ້ນ, ຄອບຄົວພົ້ນທຸກ 76,381 ຄອບຄົວ ເທົ່າກັບ 87.6% ແລະ ຄອບຄົວທຸກຍາກ 10,778 ຄອບຄົວ ເທົ່າກັບ 12.4% ຂອງຄອບຄົວທັງໝົດ, ຄອບຄົວພັດທະນາ 63,558 ຄອບຄົວ ເທົ່າກັບ 72.9% ຂອງຄອບຄົວທັງໝົດ, ມີບ້ານພົ້ນທຸກ 493 ບ້ານ ເທົ່າກັບ 85,1% ຂອງບ້ານທັງໝົດ ແລະ ບ້ານທຸກຍາກ 86 ບ້ານ ເທົ່າກັບ 14.9% ຂອງບ້ານທັງໝົດ. ສ່ວນເມືອງພຸ້ນທຸກມີ 7 ເມືອງ ແລະ 3 ເມືອງທຸກຍາກ ຄື: ເມືອງນາກາຍ, ໄຊບົວທອງ ແລະ ເມືອງບົວລະພາ.
ສໍາລັບແຜນກຳນົດຄາດໝາຍສູ້ຊົນໃນຕໍ່ໜ້າ ເພື່ອສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຊັ່ນ: ສ້າງຄອບຄົວພົ້ນທຸກ 7,920 ຄອບຄົວ, ສ້າງບ້ານພົ້ນທຸກ 26 ບ້ານ, ສ້າງເມືອງພົ້ນທຸກ 1 ເມືອງ, ສ້າງບ້ານພັດທະນາ 150 ບ້ານ ແລະ ສ້າງຈຸດສຸມເມືອງໃນຊົນນະບົດ 1 ຈຸດ.
ໂອກາດນີ້, ທ່ານ ສົມສະອາດ ອຸ່ນສີດາ ໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຊີ້ນຳ-ຕິດຕາມກວດກາ, ກວດສອບຂໍ້ມູນໃຫ້ຖືກຕ້ອງຊັດເຈນ ແລະ ກຳນົດແຜນ-ໂຄງການຢ່າງມີຈຸດສຸມ ເພື່ອແກ້ໄຂຄອບຄົວ ແລະ ບ້ານທຸກຍາກ ໃຫ້ບັນລຸຕາມມາດຕະຖານທີ່ກຳນົດໄວ້.
(ຂ່າວ: ມະນີວັນ)

ຄໍາເຫັນ