![]() |
ທ່ານ ສົມບູນ ແກ້ວວົງສາ ຫົວໜ້າຫ້ອງວ່າການແຂວງ ໄດ້ສະຫຼຸບການຈັດຕັ້ງປະຕິບັດການດຳເນີນກອງປະຊຸມໃຫ່ຍ ຄັ້ງທີ XI ຂອງອົງຄະນະພັກແຂວງ. ຈາກນັ້ນ, ທ່ານ ວັນໄຊ ພອງສະຫວັນ ກໍໄດ້ມີບາງຄຳເຫັນແລກປ່ຽນ ເພື່ອເປັນພື້ນຖານໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດເຫັນຢ່າງເລິກຊຶ່ງເປັນຕົ້ນ: ຊອກໃຫ້ເຫັນບັນຫາຂໍ້ຄົງຄ້າງສາເຫດຕົ້ນຕໍ ແລະ ວິທີການແກ້ໄຂໃຫ້ຖືກຕ້ອງກັບຕົວຈິງ ໂດຍສະເໜີໃຫ້ຄະນະຮັບຜິດຊອບອະນຸກຳມະການຕ່າງໆ ໄດ້ຍົກບັນຫາຂຶ້ນມາແລກປ່ຽນ, ປະກອບຄວາມຄິດຄວາມເຫັນ ພ້ອມທັງຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງ ລວມທັງວຽກງານຈຸດສຸມແຕ່ລະດ້ານໃນຊຸມປີຕໍ່ໜ້າ ເພື່ອຄວາມເປັນເອກະພາບ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ນໍາໄປໝູນໃຊ້ເຂົ້າສູ່ວຽກງານຕົວຈິງຕາມໜ້າທີ່ຂອງແຕ່ລະກົມກອງໃຫ້ມີປະສິດທິພາບສູງ.
(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ