ມາຮອດປັດຈຸບັນ, ທົ່ວແຂວງສາມາດຕົກກ້າໄດ້ແລ້ວ 884 ໂຕນ ເທົ່າກັບ 70.11% ຂອງຈໍານວນແນວປູກທັງໝົດ ແລະ ປັກດໍາແລ້ວ 5,532 ເຮັກຕາ ເທົ່າກັບ 35% ຂອງເນື້ອທີ່ແຜນການປີ. ໃນນັ້ນ ນາຫວ່ານ 3,924 ໂຕນ ເທົ່າກັບ 24,90%, ນາດໍາ 1,608 ເຮັກຕາ ເທົ່າກັບ 10.20%.
ສໍາລັບປີ 2026 ນີ້, ທົ່ວແຂວງຄໍາມ່ວນມີໂຄງການຊົນລະປະທານທັງໝົດ 241 ໂຄງການ. ໃນນັ້ນ, ໂຄງການທີ່ນໍາໃຊ້ໄດ້ມີ 200 ໂຄງການ (ນໍາໃຊ້ຈັກໄຟຟ້າ).
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ