ຄໍາມ່ວນເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບໍາລຸງ

ຄໍາມ່ວນເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບໍາລຸງ

ຄໍາມ່ວນເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບໍາລຸງ
ພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ( ມ.7 ) ບໍາລຸງເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025 – 2026 ສະເພາະແຂວງຄໍາມ່ວນແມ່ນໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ຢູ່ທີ່ສູນການສຶກສານອກໂຮງຮຽນຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ບຸນເພັງ ປະທໍາມະວົງ ຮອງຫົວໜ້າພະແນກຕໍ່ເນື່ອງ ກົມການສຶກສານອກໂຮງຮຽນ, ທ່ານ ນາງ ບັງອອນ ສຸກສາບັນ ຜູ້ອໍານວຍການສູນການສຶກສານອກໂຮງຮຽນແຂວງ , ມີບັນດາທ່ານໃນຄະນະຊີ້ນໍາສູນ, ພະນັກງານຄູ-ອາຈານ ແລະ ນັກສອບເສັງຈໍານວນ 77 ຄົນ, ຍິງ 39 ຄົນເຂົ້າຮ່ວມ .
ຄາມວນເປດບນສອບເສງຈບຊນມດທະຍມສກສາຕອນປາຍ ມ.7 ບາລງ - image 1
 

ໃນພິທີ ທ່ານ ນາງ ບັງອອນ ສຸກສາບັນ ຜູ້ອໍານວຍການສູນການສຶກສານອກໂຮງຮຽນແຂວງໄດ້ລາຍງານການກະກຽມ ແລະ ຄວາມພ້ອມໃນການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນມັດທະຍົມຕອນປາຍ ( ມ.7 ) ລະບົບບໍາລຸງເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025 – 2026 . ສູນການສຶກສານອກໂຮງຮຽນ ແຂວງຄໍາມ່ວນຕັ້ງຢູ່ບ້ານ ສົມສະນຸກ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ຄວບຄູ່ກັບການຝຶກອົບຮົມດ້ານວິຊາຊີບຂັ້ນພື້ນຖານ ຊຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງພະແນກສຶກສາທິການ ແລະ ກິລາແຂວງ ຊຶ່ງໄດ້ເຄື່ອນໄຫວຕາມໜ້າທີ່ , ພາລະບົດບາດຢູ່ໃນ 3 ໜ່ວຍງານຄື : ໜ່ວຍງານບໍລິຫານ - ວັດ ແລະ ປະເມີນຜົນ, ໜ່ວຍງານບໍາລຸງຍົກລະດັບການສຶກສາ ແລະ

ໜ່ວຍງານວິຊາຊີບຂັ້ນພື້ນຖານ, ພະນັກງານພາຍໃນສູນມີທັງໝົດ 16 ຄົນ,ຍິງ 11 ຄົນ . ໃນນັ້ນ ມີລັດຖະກອນ 7 ຄົນ, ຍິງ 5 ຄົນ .

ກົມການສຶກສານອກໂຮງຮຽນໄດ້ເປີດການຮຽນ-ການສອນໃນວັນທີ 1 ເດືອນຕຸລາ ສົກຮຽນ 2025 – 2026 ທົ່ວປະເທດມີນັກຮຽນບໍາລຸງຕົ້ນປີທັງໝົດ 735 ຄົນ,ຍິງ 290 ຄົນ ; ນັກຮຽນບໍາລຸງທ້າຍປີທັງໝົດ 725 ຄົນ,ຍິງ 289 ຄົນ ; ແຂວງທີ່ໄດ້ຈັດການຮຽນ-ການສອນທັງໝົດມີ 12 ແຂວງ ແລະ 1 ນະຄອນຫຼວງ , ລວມມີທັງໝົດ 26 ສູນ. ໃນນັ້ນ ແຂວງທີ່ມີການຈັດການຮຽນ-ການສອນ 1 ສູນມີ 11 ແຂວງຄື : ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ,ຊຽງຂວາງ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສາລະວັນ ແລະ ຈໍາປາສັກ ; 2 ສູນຄື ແຂວງຫົວພັນ ; 4 ສູນຄືແຂວງຊຽງຂວາງ , 6 ສູນຄືແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ .

ຄາມວນເປດບນສອບເສງຈບຊນມດທະຍມສກສາຕອນປາຍ ມ.7 ບາລງ - image 2
 

ສະເພາະແຂວງຄໍາມ່ວນວຽກງານຍົກລະດັບການສຶກສາຊັ້ນມັດທະຍົມຕອນປາຍ ສົກຮຽນ 2025 – 2026 ນີ້ແມ່ນໄດ້ເປີດການຮຽນ - ການສອນນັບແຕ່ວັນທີ 1 ຕຸລາ 2025 ເປັນຕົ້ນມາ , ນັກຮຽນທີ່ມາຍົກລະດັບການສຶກສາ ລະດັບຊັ້ນມັດທະຍົມປາຍແມ່ນມາຈາກພາກສ່ວນ ພຣະສົງສໍາມະເນນ, ພະນັກງານ , ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະຊາຊົນບັນດາເຜົ່າທີ່ພາດໂອກາດຈາກການຮຽນສາຍສາມັນ , ໄດ້ຈັດການຮຽນ-ການສອນໃນພາກປົກກະຕິ ຜ່ານທາງລະບົບອອນລາຍ ( ຊ່ອງທາງ ອີດີແອັບ ) ແລະ ພາກວັນເສົາ - ອາທິດ ຮູບແບບເຊິ່ງໜ້າ ອີງຕາມເງື່ອນໄຂຂອງຜູ້ຮຽນ , ໄດ້ຮຽນ-ສອນທັງໝົດ 9 ວິຊາຄື : ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ,ພູມສາດ, ປະຫວັດສາດ, ສຶກສາພົນລະເມືອງ ແລະ ພາສາອັງກິດ . ມາເຖິງປະຈຸບັນແມ່ນໄດ້ປະຕິບັດຕາມຫຼັກສູດໂຄງການການຮຽນ-ການສອນໄດ້ຕາມຄາດໝາຍຂອງກະຊວງສຶກສາທິການ ແລະ ກິລາກໍານົດໄວ້ທຸກວິຊາ . ອີງຕາມການຂຶ້ນທະບຽນ ແລະ ສະຖິຕິຄວາມເປັນຈິງຂອງນັກຮຽນລະບົບບໍາລຸງຊັ້ນມັດທະຍົມຕອນປາຍຂອງສູນການສຶກສານອກໂຮງຮຽນແຂວງຄໍາມ່ວນມີທັງໝົດ 77 ຄົນ, ຍິງ 39 ຄົນ , ໃນນີ້ຈໍານວນນັກຮຽນ ( ມ.5 ) ມີ 16 ຄົນ,ຍິງ 10 ຄົນ ; ( ມ.6 ) ມີ 20 ຄົນ , ຍິງ 12 ຄົນ ໄດ້ສອບເສັງໄປແລ້ວ ແລະ ສອບໄດ້ 100 % . ສໍາລັບນັກຮຽນ ( ມ.7 ) ມີສິດສອບເສັງທັງໝົດ 41 ຄົນ, ຍິງ 17 ຄົນ ແລະ ກໍານົດຫ້ອງສອບເສັງຄື : ມີ 1 ສູນສອບເສັງ, 1 ຫ້ອງປະທານ , 1 ຫ້ອງກວດບົດ ແລະ 2 ຫ້ອງສອບເສັງ . ພ້ອມກັນນັ້ນຍັງໄດ້ຍົກໃຫ້ເຫັນເຖິງວຽກງານການກະກຽມ ແລະ ຄວາມພ້ອມຕ່າງໆເປັນຕົ້ນແມ່ນ : ການຈັດຕັ້ງປະຕິບັດ , ດ້ານຫຼັກສູດ ແລະ ການທວນຄືນໃຫ້ນັກຮຽນ , ດ້ານສະຖານທີ່ ແລະ ອຸປະກອນການສອບເສັງ ລວມໄປເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ .

ໃນພິທີອັນມີຄວາມໝາຍສໍາຄັນທ່ານ ບຸນປອນ ທອງສຸວັນນະລາດ ແລະ ທ່ານ ນາງ ບຸນເພັງ ປະທໍາມະວົງ ກໍໄດ້ຜັດປ່ຽນກັນມີຄໍາເຫັນ . ຫຼັງຈາກນັ້ນປະທານ ແລະ ຄະນະຊີ້ນໍາສູນການສອບເສັງຕະຫຼອດເຖິງຄູ-ອາຈານ, ນັກຮຽນທັງໝົດກໍ່ໄດ້ຮ່ວມກັນຕັດຫົວບົດສອບເສັງທາງເປັນທາງການ , ສໍາລັບການສອບເສັງຈົບຊັ້ນມັດທະຍົມປອຍ ( ມ.7 ) ລະບົບບໍາລຸງ ປະຈໍາ ສົກຮຽນ 2025 – 2026 ແມ່ນຈະໃຊ້ເວລາ 02 ວັນຄືນັບແຕ່ວັນທີ 7 – 8 ກໍລະກົດ 2026 ລວມມີວິຊາສອບເສັງທັງໝົດ 4 ວິຊາຫຼັກຄື : ພາສາລາວ-ວັນນະຄະດີ, ຄະນິດສາດ , ຊີວະສາດ ແລະ ສຶກສາພົນລະເມືອງ .(ຂ່າວ:ແຂວງ ຄຳມ່ວນ)

ຄໍາເຫັນ

ຂ່າວສືກສາ-ກິລາ

U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

ຫຼານນ້ອຍສະໂມສອນບານເຕະ ເບ ສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສ້າງຜົນງານຄ້ວາແຊັມບານເຕະນາໆຊາດ ລາຍການ Singa Cup 2026 ທີ່ປະເທດສິງກະໂປ ໄດ້ເດີນທາງຮອດບ້ານເກີດເມືອງນອນດ້ວຍຄວາມສະຫວັດດີພາບແລ້ວ ໃນຕອນແລງວັນທີ 3 ພະຈິກຜ່ານມາ, ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັຟຊີ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະ ທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ.
ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ວັນທີ 30 ຕຸລາຜ່ານມາ, ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາສົມບູນສິນໄຊ (ໂຮງຮຽນສິນໄຊ) ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳນໍາພານັກຮຽນຊັ້ນ ມ6 ຫຼາຍກວ່າ 50 ຄົນ ຍິງ 36 ຄົນ ພ້ອມດ້ວຍຄູນໍາພາ 5 ທ່ານ ນໍາໂດຍທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊໄປທັດສະນະສຶກສາຢ້ຽມຢາມສວນສຶກສາກະສິກຳ ແລະ ສິ່ງແວດລ້ອມ ຂອງໂຮງຮຽນສິນໄຊຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ (ສນຊ) ປີ 2026 ພາຍໃຕ້ຫົວຂໍ້: ກ້ອນກໍາລັງມະຫາສາມັກຄີຂອງຊາວໜຸ່ມບັນດາເຜົ່າ ພ້ອມຂານອາສາຕະລຸມບອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ພະຈິກຜ່ານມານີ້, ທີ່ເດີ່ນກິລາບານເຕະລ້ານຊ້າງສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ນັກກິລາ, ຄູຝຶກ, ກຳມະການ ແລະ ຊາວໜຸ່ມ-ເຍົາວະຊົນ, ມວນຊົນ, ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

ການແຂ່ງຂັນບານເຕະເຍົາວະຊົນນານາຊາດ SingaCup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກ ສປປ ລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງແຊັມໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.
ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ວັນທີ 31 ຕຸລາຜ່ານມາ, ທີ່ໂຮງແຮມດອນຈັນພາເລດ, ສະຖາບັນຣັຕະນະບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກສຶກສາ 2025-2026 ແລະ ທງວາງທິດທາງແຜນການສົກສຶກສາ 2026-2027 ພ້ອມທັງມອບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ລະດັບປະລິນຍາຕີ ລະບົບ 4 ປີ ຮຸ່ນທີ IV (ສົກສຶກສາ 2022-2026) ຈຳນວນ 251 ຄົນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງ ສສກ ແລະ ທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານສະຖາບັນຣັຕະນະບໍລິຫານທຸລະກິດ, ມີປະທານສະພາທີ່ປຶກສາສະຖາບັນຣັຕະນະບໍລິຫານທຸລະກິດ, ແຂກຖືກເຊີນ, ມີບັນດາຄະນະບໍລິຫານ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກສຶກສາ ເຂົ້າຮ່ວມ.
ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດພິທີປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກໃຫ້ພະນັກງານ ສກລ ໃນວັນທີ 29 ຕຸລາຜ່ານມາ, ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກຮອງປະທານສູນກາງສະຫະພັນກໍາມະບານລາວ, ມີບັນດາຕາງໜ້າກົມ, ຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມທັງໝົດ 46 ສະຫາຍ ຍິງ 28 ສະຫາຍເຂົ້າຮ່ວມ.
ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ທີມບານເຕະຫຼານນ້ອຍເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສະໂມສອນ ເບ ສະຫວັນ ເອັບຊີ ຊຸດກຽມເດີນທາງໄປປະເທດສິງກະໂປ ຮ່ວມແຂ່ງຂັນບານເຕະເຍົາວະຊົນນານາຊາດລາຍການສິງກາ ຄັບ 2026 ຫຼື Singa Cup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ຊຶ່ງລາຍການດັ່ງກ່າວມີ 36 ທີມແຈ້ງເຈດຈຳນົງເຂົ້າຮ່ວມຊີງໄຊ.
ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ຄູມີບົດບາດສຳຄັນຫຼາຍຕໍ່ການຮຽນຮູ້ຂອງເດັກ ແລະ ຕໍ່ອະນາຄົດຂອງປະ​ເທດ,ເຂົາເຈົ້າເປັນຫົວໃຈຫຼັກຂອງລະບົບການສຶກສາ.ເຖິງຢ່າງໃດກໍຕາມ, ຄູຫຼາຍທ່ານໄດ້ປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ແລະ ພົບສິ່ງທ້າຍໃນວຽກງານ,ຄູຈຳນວນໜຶ່ງຕ້ອງສອນນັກຮຽນທີ່ຢູ່ໃນລະດັບຂັ້ນຮຽນຕ່າງກັນໃນຫ້ອງຮຽນດຽວກັນ, ໃນຂະນະທີ່ບາງຄົນຕ້ອງສອນເດັກທີ່ເວົ້າພາສາເຜົ່າຕ່າງກັນຢູ່ໃນຄອບຄົວ ແລະ ອາດຈະຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ ເຊິ່ງເປັນພາສາຫຼັກທີ່ໃຊ້ໃນການຮຽນ-ການສອນ.ດັ່ງນັ້ນ, ຄູຈຶ່ງຕ້ອງການການສະໜັບສະໜູນທີ່ສາມາດນຳໄປປະຕິບັດໄດ້ຈິງ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດມີສ່ວນຮ່ວມ ແລະ ໄດ້ຮຽນຮູ້ຢ່າງທົ່ວເຖິງ.
ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສະຫະພັນກິລາບານສົ່ງແຂວງຈໍາປາສັກ​ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ​​ ໃນງານບຸນອອກພັນສາປະວໍຣະນາ ແລະ​ ຊ່ວງເຮືອປະຈຳປີ 2026​ ທີ່​ນະຄອນປາກເຊ​ ຈັດຂຶ້ນໃນລະຫວ່າງວັນທີ 23​ - 26 ຕຸລາຜ່ານມາ,​ ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸຂີໂຕ ຫົງວັນທອງ ຄະນະສະຫະພັນກິລາບານສົ່ງແຂວງ, ມີທີມນັກກິລາ, ມີຜູ້ຊົມ-ເຊຍ, ແຂກຖືກເຊີນເຂົ້າຮ່ວມ.
ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

​ ສະຫະພັນກິລາບານສົ່ງແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມ (ປະເພດທີມຊາຍ) ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ ເພື່ອສະເຫຼີມສະຫຼອງງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງຈໍາປາສັກ ຊຶ່ງ​ການແຂ່ງຂັນໃນຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-26 ຕຸລາ 2026 ໂດຍມີທັງໝົດ 14 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ: ທີມຈາກ​ນະຄອນຫຼວງວຽງຈັນ 1 ທີມ, ​ແຂວງເຊກອງ 1 ທີມ ແລະ ​ສະໂມສອນພາຍໃນແຂວງຈຳປາສັກຈຳນວນ 12 ທີມ.
ເພີ່ມເຕີມ