ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ
ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ຮ່ວມກັບ ກົມສົ່ງເສີມກະສິກໍາ-ສະຫະກອນ ແລະ ພະແນກກະສິກໍາ-ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ຢູ່ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
ຄຳມວນເຜຍແຜກດໝາຍ ວາດວຍສະຫະກອນ ແລະ ດາລດວາດວຍກະສກາແບບມສນຍາ - image 1
 

ທ່ານ ນາງ ຄໍາຫຼ້າ ໄຊຍະແພງ ຫົວໜ້າພະແນກສົ່ງເສີມກຸ່ມ ແລະ ສະຫະກອນໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ຊຶ່ງທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງສະຫະກອນ ຊຶ່ງໄດ້ລິເລີ້ມມາແຕ່ປີ 1976, ເຫດຜົນ ແລະ ຄວາມຈໍາເປັນຂອງກົດໝາຍ ວ່າດ້ວຍສະຫະກອນ, ຂະບວນການໃນການສ້າງກົດ   ໝາຍ ວ່າດ້ວຍສະຫະກອນ, ຈົນມາເຖິງກອງປະຊຸມສູນກາງຄົບຄະນະຄັ້ງທີ III (ສະໄໝທີ 8) 2006 ໄດ້ມີນະໂຍບາຍສົ່ງເສີມໃຫ້ປະຊາຊົນຮ່ວມກຸ່ມຈັດຕັ້ງກໍາລັງການຜະລິດ, ການບໍລິການແບບຮ່ວມມືຂອງປະຊາຊົນ ເພື່ອຍູ້ການຜະລິດ,ການບໍລິການ, ຮ່ວມກັນປົກປ້ອງຜົນປະໂຫຍດຂອງຕົນໃຫ້ດີ ແລະ ແຂງແຮງຂຶ້ນກວ່າເກົ່າ. ໃນກົດໝາຍສະບັບນີ້ແມ່ນໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມ ກວດກາ ສະຫະກອນ ເພື່ອສົ່ງເສີມ, ພັດທະນາການຜະລິດ, ການບໍລິການ ແລະ ການດໍາເນີນກິດຈະການຂອງສະຫະກອນໃຫ້ເຕີບໃຫຍ່ຂະຫຍາຍຕົວ, ເຂັ້ມແຂງ ແນ່ໃສ່ຮັບປະກັນການແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ເຊິ່ງເນື້ອໃນຂອງກົດໝາຍ ວ່າດ້ວຍສະຫະກອນປະກອບມີທັງໝົດ 12 ພາກ, 8 ໝວດ, 77 ມາດຕາ. ນອກຈາກນັ້ນ, ຍັງມີການເຜີຍແຜ່ດໍາລັດ ວ່າດ້ວຍກະສິກໍາ ແບບມີສັນຍາ ຊຶ່ງສະເໜີໂດຍທ່ານ ຄໍາປຸນ ດວງມາລາ ຜູ້ປະສານງານອົງປະກອບກົມສົ່ງເສີມກະສິກໍາ ແລະ ສະຫະກອນ (ກສກສ).

ຈຸດປະສົງຂອງດໍາລັດສະບັບນີ້, ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວການຄຸ້ມຄອງ,ການຕິດຕາມ ກວດກາ ວຽກງານກະສິກໍາແບບມີສັນຍາ ເພື່ອສົ່ງເສີມການຜະລິດກະສິກໍາເປັນສິນຄ້າໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງ ແນໃສ່ສ້າງລາຍຮັບທີ່ໝັ້ນຄົງ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງລວມໝູ່, ການຈັດຕັ້ງ, ນິຕິບຸກຄົນ ແລະ ບຸກຄົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ຊຶ່ງດໍາລັດສະບັບນີ້ປະກອບມີ 9 ໝວດ, 59 ມາດຕາ. ທັງນີ້ກໍເພື່ອເຮັດໃຫ້ສະມາຊິກທີ່ຢູ່ໃນແຕ່ລະກຸ່ມການຜະລິດໄດ້ມີຄວາມຮັບ-ເຂົ້າໃຈຕໍ່ເນື້ອໃນຈິດໃຈຂອງກົດ    ໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢູ່ທ້ອງຖິ່ນຕົນຢ່າງມີປະສິດທິຜົນ.

(ຂ່າວ-ພາບ:ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ວັນທີ 11 ທັນວາ 2025ນີ້, ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ. ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ. ຊຶ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ  ແລະ ປະດັບຫຼຽນກາລະນຶກ 50 ປີ

ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ ແລະ ປະດັບຫຼຽນກາລະນຶກ 50 ປີ

ໃນວັນທີ 11 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ໄດ້ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(2/12/2025-2/12/2025), ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ(13/12/1920-13/12/2025) ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃຫ້ກຽດເປັນປະທານ ແລະ ປະດັບຫຼຽນໂດຍສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຄຕພ; ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ປັດຈຸບັນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເລກທີ 9039 ເຂດບ້ານລະຍາວ ເມືອງສາມັກຄີໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງແລ້ວ 75% ພາຍຫຼັງລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2025 ແລະ ຄາດວ່າຈະປູຢາງຊັ້ນທີ1 ໃຫ້ສໍາເລັດໃນທ້າຍເດືອນທັນວາ 2025 ນີ້.
ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ໃນວັນທີ 10 ທັນວາ 2025 ນີ້, ທີ່ພັດຕາຄານເຊັນພິລາ ນະຄອນຫຼວງວຽງຈັນ, ໄດ້ມີພິທີປະກາດເປີດຕົວທະນາ ຄານພັດທະນາຊົນນະບົດ (ທພບ) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານ, ລູກຄ້າ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ຜົນງານຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ

ຜົນງານຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ

ປະທານ ໄກສອນ ພົມວິຫານ ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການມອບໝາຍໃຫ້ຮັບຜິດຊອບໜ້າທີ່ອັນສໍາຄັນຍິ່ງດ້ວຍອາຍຸພຽງແຕ່ 35 ປີ, ເພິ່ນໄດ້ທຸ່ມເທທັງກໍາລັງກາຍ, ຄວາມຮູ້ສະຕິປັນຍາຢ່າງສຸດຂີດ ແລະ ມີຄວາມສາມາດປະດິດສ້າງສູງ ໃນການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.
ສະຫຼຸບໂຄງການພັດທະນາລະບົບລົງທະບຽບຜູ້ພັກເຊົາ

ສະຫຼຸບໂຄງການພັດທະນາລະບົບລົງທະບຽບຜູ້ພັກເຊົາ

ກົມໃຫຍ່ສັນຕິບານກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ໂຄງການພັດທະນາລະບົບລົງທະບຽນຜູ້ພັກເຊົາຂອງບຸກຄົນພາຍໃນ ແລະ ຕ່າງປະເທດ ຕາມສະຖານທີ່ພັກແຮມ ໃນຂອບເຂດທົ່ວປະເທດ ຈັດຂຶ້ນໃນອາທິດຜ່ານມາ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພິມມະວົງສາ ຮອງລັດຖະມົນຕີ ຜູ້ຊີ້ນຳວຽກງານທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາຄະນະກອງເລຂາ, ຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍ ຈນກ ຜູ້ຜະລິດ ແລະ ປຸງແຕ່ງກາເຟ

ເຊກອງ ສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍ ຈນກ ຜູ້ຜະລິດ ແລະ ປຸງແຕ່ງກາເຟ

ພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ ຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ຜູ້ຜະລິດ ແລະ ປຸງແຕ່ງກາເຟເປັນສິນຄ້າ ໃນວັນທີ 10 ທັນວາ 2025 ທີ່ເມືອງທ່າແຕງ ໂດຍມີທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ, ທ່ານ ສຸວັນ ສ້ອຍທະວົງສາ ຮອງປະທານ ຄະນະກໍາມະການປົກຄອງເມືອງທ່າແຕງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການນໍາແຂວງ ແລະ ເມືອງຫຼວງນໍ້າທາ ຊຸກຍູ້ການສ້າງຕັ້ງໂຮງງານຂ້າສັດ ທັນສະໄໝ

ການນໍາແຂວງ ແລະ ເມືອງຫຼວງນໍ້າທາ ຊຸກຍູ້ການສ້າງຕັ້ງໂຮງງານຂ້າສັດ ທັນສະໄໝ

ວັນທີ 9 ທັນວາຜ່ານມາ ຢູທີ່ໂຮງງານຂ້າສັດພູດິນແດງ ບ້ານວຽງເໜືອ ເມືອງຫຼວງນໍ້າທາ, ການນໍາແຂວງ ແລະ ເມືອງຫຼວງນໍ້າທາ ໄດ້ລົງຕິດຕາມ,ຊຸກຍູ້ການກໍ່ສ້າງໂຮງງານຂ້າສັດພູດິນແດງ ທັນສະໄໝ ຫຼັງໃໝ່ ນໍາໂດຍທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງພຽງ ອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ເມືອງພຽງ ອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ເມືອງພຽງ ແຂວງໄຊຍະບູລີ ຈັດຝືກອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ກັບຄະນະກຳມະການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກຂັ້ນເມືອງ ແລະ ຕາໜ່າງປ້ອງກັນສິດ ແລະ ຜົນປະໂຫຍດຂອງເດັກຂັ້ນບ້ານ ໃນຄັ້ງວັນທີ 10-12 ທັນວາ 2025 ທີ່ຫ້ອງປະຊຸມຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງພຽງ, ມີທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ທະນາຄານຄຳລາວ ສະຫຼອງຄົບຮອບ 1 ປີ

ທະນາຄານຄຳລາວ ສະຫຼອງຄົບຮອບ 1 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງທະນາຄານຄຳລາວ ຄົບ​ຮອບ 1 ປີຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງສປປ ລາວ, ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະ​ຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ​ຮ່ວມ.
ເພີ່ມເຕີມ