ຄຳຕອບສຳພາດຂອງ ຫົວໜ້າ ຄຕພ ໃນໂອກາດວັນການທູດລາວ ຄົບຮອບ 80 ປີ

ຄຳຕອບສຳພາດຂອງ ຫົວໜ້າ ຄຕພ ໃນໂອກາດວັນການທູດລາວ ຄົບຮອບ 80 ປີ

ຄຳຕອບສຳພາດຂອງ ຫົວໜ້າ ຄຕພ ໃນໂອກາດວັນການທູດລາວ ຄົບຮອບ 80 ປີ
ໃນໂອກາດ ສະເຫຼີມສະຫຼອງ ວັນການທູດລາວ ຄົບຮອບ 80 ປີ (12/10/1945-12/10/2025), ສະຫາຍ ບຸນເຫຼືອ ພັນດານຸວົງ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕອບຄຳສຳພາດດັ່ງນີ້:

 

1. ຂໍໃຫ້ທ່ານ ຍົກໃຫ້ເຫັນຜົນສຳເລັດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງການຕ່າງປະເທດ ໃນສາຍພັກ ຕະຫຼອດໄລຍະຜ່ານມາ.

· ຂະແໜງການຕ່າງປະເທດໃນສາຍພັກ ເປັນຂະແໜງການທີ່ມີບົດບາດສຳຄັນ ໃນດ້ານວຽກງານການທູດ ກໍຄືການຕ່າງປະເທດ ຂອງພັກ, ຂອງຊາດລາວ ທັງໃນອະດີດຜ່ານມາ ກໍຄືປັດຈຸບັນ.

· ບົນເສັ້ນທາງແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ, ວຽກງານຕ່າງປະເທດຂອງພັກ ໄດ້ຜ່ານວິວັດທະນາການທາງດ້ານປະຫວັດສາດອັນສໍາຄັນທີ່ຕິດພັນກັບການ ນໍາພາຂອງພັກ ປະຊາຊົນ ປະຕິວັດລາວ ໃນຂະບວນການຕໍ່ສູ້ກູ້ຊາດຕັ້ງແຕ່ເລີ່ມຕົ້ນ ຈົນເຖິງການສະ ຖາປະນາ ສປປ ລາວ ໃນປີ 1975.

· ໃນຍຸກໃໝ່, ການເຄື່ອນໄຫວວຽກງານການຕ່າງປະເທດຂອງພັກ ແມ່ນການຈັດຕັ້ງປະຕິບັດແນວທາງ ແລະ ຍຸດທະສາດການຕ່າງປະເທດຂອງພັກຕິດແໜ້ນກັບຍຸດທະສາດລວມຂອງພັກ-ລັດເຮົາຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດຍາດແຍ່ງເອົາຄວາມເຫັນໃຈ, ສະໜັບສະໜູນ, ຊ່ວຍເຫຼືອທາງດ້ານທຶນ ແລະ ວັດຖຸເຕັກນິກຈາກສາກົນ ແລະ ຍົກສູງບົດບາດຂອງພັກ ແລະ ລັດເຮົາ ໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

· ດ້ານກົງຈັກ, ກ່ອນການສະຖາປະນາ ສປປ ລາວ, ອົງການທີ່ເຮັດວຽກງານຕ່າງປະເທດ ທັງສາຍພັກ ແລະ ສາຍລັດ ໄດ້ລວມສູນຢູ່ບ່ອນດຽວຄື: ຫ້ອງການຕໍ່ສູ້ການເມືອງ ແລະ ຕ່າງປະເທດຂອງແນວລາວຮັກຊາດ ທີ່ມີສໍານັກງານຕັ້ງຢູ່ ເມືອງວຽງໄຊ ແຂວງຫົວພັນ.

- ພາຍຫຼັງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ວຽກງານພົວພັນຕ່າງປະເທດທັງສາຍພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ແມ່ນຂຶ້ນກັບກະຊວງການຕ່າງປະເທດຮັບຜິດຊອບ.

- ເນື່ອງຈາກການພົວພັນຕ່າງປະເທດຂອງພັກ ແລະ ລັດເຮົານັບມື້ນັບເປີດກວ້າງ, ໃນປີ 1983 ຄະນະພົວພັນຕ່າງປະເທດສູນກາງພັກ ຈຶ່ງໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ, ແຕ່ຂຶ້ນກັບອົງຄະນະພັກ ກະຊວງການຕ່າງປະເທດ, ຈົນເຖິງປີ 2016 ຈຶ່ງໄດ້ແຍກເປັນອົງຄະນະພັກຂອງຄະນະພົວພັນຕ່າງປະເທດສູນກາງພັກຕ່າງຫາກ ຈົນເຖິງປັດຈຸບັນ.

· ດ້ານແນວທາງນະໂຍບາຍ, ສູນກາງພັກໄດ້ກຳນົດແນວທາງນະໂຍບາຍອັນຖືກຕ້ອງ ແລະ ສອດຄ່ອງກັບສະພາບການຕົວຈິງຂອງພາຍໃນ ແລະ ສາກົນ ໃນແຕ່ລະໄລຍະ.ໂດຍເລີ່ມຈາກແນວທາງ ຜູກມິດກັບທຸກປະເທດ, ບໍ່ຮ່ວມກຸ່ມ ແລະ ສັງຄົມນິຍົມ ໃນເມື່ອກ່ອນຈົນມາຮອດແນວທາງປ່ຽນແປງໃໝ່ ໂດຍເປີດກວ້າງການຮ່ວມມືກັບຕ່າງປະເທດ ທີ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໃນປີ 1986.

· ຜົນການເຄື່ອນໄຫວຕ່າງປະເທດຂອງພັກ, ມາຮອດປັດຈຸບັນ ພັກເຮົາ ໄດ້ມີການພົວພັນກັບ 145 ພັກການເມືອງ ໃນ 82 ປະເທດທົ່ວໂລກ:

- ໃນຂອບ 2 ຝ່າຍ, ພັກໄດ້ຖືເອົາພັກເພື່ອນມິດຍຸດທະສາດຮ່ວມອຸດົມການເປັນບູລິມະສິດໃນການພົວພັນຮ່ວມມື ໂດຍໄດ້ສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ກັບພັກກອມມູນິດຫວຽດນາມ, ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳດຽວກັນ ກັບພັກກອມມູນິດຈີນ, ເສີມຂະຫຍາຍການພົວພັນກັບບັນດາພັກເພື່ອນມິດຍຸດທະສາດ ແລະ ພັກເພື່ອນມິດອື່ນໆ ຢ່າງກວ້າງຂວາງ.

- ໃນຂອບຫຼາຍຝ່າຍ, ພັກເຮົາ ໄດ້ມີການເຄື່ອນໄຫວຢ່າງຫ້າວຫັນ ເພື່ອເຊີດຊູຖານະບົດບາດຂອງພັກໃນເວທີ ພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ໄດ້ເຂົ້າຮ່ວມບັນດາກອງປະຊຸມພາກພື້ນ ແລະ ສາກົນຂອງບັນດາພັກການເມືອງເຊັ່ນ:

+ ກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກຳມະກອນສາກົນ (IMCWP),

+ ກອງປະຊຸມສາກົນຂອງບັນດາພັກການເມືອງອາຊີ (ICAPP),

+ ກອງປະຊຸມພັກກອມມູນິດຈີນກັບບັນດາພັກການເມືອງສາກົນ,

+ ພັກກອມມູນິດຈີນກັບພັກການເມືອງອາຊຽນ,

+ ກອງປະຊຸມໂຕະມົນພັກຣັດເຊຍເອກະພາບກັບພັກການເມືອງປະເທດອາຊຽນ,

+ ເວທີສຳມະນາສັງຄົມນິຍົມ (ລາວ, ຫວຽດນາມ, ຈີນ, ສປປ ເກົາຫຼີ, ກູບາ),

+ ກອງປະຊຸມບັນດາພັກການເມືອງ, ຄັງປັນຍາ ແລະ ອົງການຈັດຕັ້ງພົນລະເຮືອນກຸ່ມປະເທດອຸດສາຫະກຳທັນສະໄໝ,

+ ເວທີປຶກສາຫາລືຊາວປາວໂລ.

+ ກອງປະຊຸມສາກົນຂອງບັນດາພັກການເມືອງກຸ່ມ BRICs,

+ ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕ້ານລັດທິລ່າເມືອງຂຶ້ນແບບ ໃໝ່ໃນສະໄໝໃໝ່-ຂະບວນການ “ເພື່ອເສລີພາບຂອງບັນດາຊາດ” ແລະ ອື່ນໆ.

+ ພັກ ປປ ລາວ ຍັງໄດ້ເຂົ້າເປັນ ສະມາຊິກໜ່ວຍງານວິຊາການ ຂອງ ກອງປະຊຸມສາກົນ ຂອງບັນດາພັກ ກອມມູນິດ ແລະ ກຳມະກອນ (IMCWP) ໃນປີ 2022.

ສະຫຼຸບລວມແລ້ວ, ການເຄື່ຶອນໄຫວວຽກງານຕ່າງປະເທດຂອງພັກ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີການພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດ, ບັນດາພັກການເມືອງນັບທັງພັກກຳອຳນາດ ແລະ ບໍ່ກຳອຳນາດຂອງປະເທດຕ່າງໆໃນໂລກ ໂດຍບໍ່ຈຳແນກລະບອບການເມືອງທີ່ແຕກຕ່າງກັນ, ອັນໄດ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງສະພາບແວດລ້ອມພາຍນອກທີ່ເອື້ອອຳນວຍໃຫ້ແກ່ການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ແລະ ຍົກສູງບົດບາດຂອງພັກເຮົາ ໃນເວທີພາກພື້ນ ແລະ ສາກົນ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

2. ຜົນສຳເລັດ ໃນວຽກງານການທູດປະຊາຊົນ ໃນໄລຍະຜ່ານມາ.

ວຽກງານການທູດປະຊາຊົນ ເປັນ 1 ໃນ 3 ອົງປະກອບສຳຄັນຂອງວຽກງານການຕ່າງປະເທດ ແລະ ເປັນເຄື່ອງທາງການທູດ ທີ່ມີບົດບາດສຳຄັນໃນການພົວພັນປະສານງານ, ສ້າງຄວາມເຂົ້າອົກເຂົ້າໃຈ, ສ້າງເງື່ອນໄຂໃນການໄປມາຫາສູ່ ສານສຳພັນອັນດີ ລະຫວ່າງປະຊາຊົນລາວ ກັບບັນດາປະເທດອ້ອມຂ້າງ ລວມໄປເຖິງ ການເປັນເຄື່ອງມືໃນການໄກ່ເກ່ຍຄວາມບໍ່ເຂົ້າໃຈ, ຂໍ້ຂັດແຍ່ງ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງ ໃນໄລຍະທີ່ສະພາບການສາກົນ ພວມເຄັ່ງຮ້ອນ ເປັນຕົ້ນ.ຂະແໜງການທີ່ຮັບຜິດຊອບວຽກງານການທູດປະຊາຊົນ ກໍຈະປະກອບດ້ວຍ ສູນກາງສະຫະພັນກໍາມະບານລາວ, ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະມາຄົມມິດຕະ ພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ເປັນຜູ້ຈັດຕັ້ງປະຕິບັດວຽກງານຕົວຈິງ ໂດຍມີ ຄະນະພົວພັນຕ່າງປະເທດສູນກາງພັກ ພວກຂ້າພະເຈົ້າ ເປັນຜູ້ຕິດຕາມຊຸກຍູ້, ປະສານງານ ແລະ ຄຸ້ມຄອງ.

ຕະຫຼອດໄລຍະຜ່ານມາ ພັກໄດ້ໃຫ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວ ແລະ ໄດ້ຊຸກຍູ້ໃຫ້ການທູດປະຊາ ຊົນໃຫ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ ແລະ ຖືເປັນອີກວຽກງານປາຍແຫຼມ ໃນການຕໍ່ສູ້ຂົນຂວາຍ, ຍາດແຍ່ງການຮ່ວມມື ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ຊຶ່ງມາຮອດປັດຈຸບັນ ພັກ ປປ ລາວ ໄດ້ສ້າງຕັ້ງສະມາຄົມມິດຕະພາບກັບຕ່າງປະເທດທັງໝົດມີ 20 ສະມາຄົມ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ກັບຕ່າງປະເທດ; ສ່ວນຢູ່ຂັ້ນທ້ອງຖິ່ນ ຍັງໄດ້ສ້າງຕັ້ງສະມາຄົມມິດຕະພາບ ລາວ-ຫວຽດ ນາມ, ລາວ-ຈີນ ຢູ່ 18 ແຂວງຂອງລາວ ແລະ ສະມາຄົມມິດຕະພາບ ລາວ-ກຳປູເຈຍ ຢູ່ແຂວງຈຳປາສັກ ແລະ ອັດຕະປື.

ພ້ອມດຽວກັນນັ້ນ, ວຽກງານການທູດປະຊາຊົນ ຍັງໄດ້ປະກອບສ່ວນສຳຄັນໃນການຂົນຂວາຍການຮ່ວມ ມືຊ່ວຍເຫຼືອຈາກ ບັນດາອົງການຈັດຕັ້ງມາຫາຊົນ ຂອງບັນດາປະເທດເພື່ອມິດໄດ້ເປັນຈຳນວນຫຼວງຫຼາຍ ຊຶ່ງໄດ້ປະກອບສ່ວນສຳຄັນໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງລາວ ເປັນຕົ້ນແມ່ນ ດ້ານການກໍ່ສ້າງພື້ນ ຖານໂຄງລ່າງ, ໂຮງຮຽນ, ໂຮງໝໍ ຕະຫຼອດຮອດ ບັນດາກິດຈະກຳທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ການສະເຫຼີມສະຫຼອງວັນສຳຄັນຂອງບັນດາປະເທດ.

3. ສະແດງຄວາມຮູ້ສຶກ ຕໍ່ວັນການທູດລາວ ຄົບຮອບ 80 ປີ (12/10/1945-12/10/2025)

ດັ່ງທີ່ ຂ້າພະເຈົ້າໄດ້ກ່າວໄປກ່ອນນັ້ນ, ວຽກງານການທູດ ກໍຄື ວຽກງານການຕ່າງປະເທດ ຖືເປັນຂະ ແໜງການທີ່ໄດ້ປະກອບສ່ວນສຳຄັນ ເຂົ້າໃນພາລະກິດຂອງຊາດ ແລະ ຢູ່ຄຽງຂ້າງທຸກໄຊຊະນະຂອງຊາດລາວ; ວັນທີ 12 ຕຸລາ 1945 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຕໍ່ປະຊາຊົນລາວ ແລະ ຖືເປັນວັນແຫ່ງໄຊຊະນະທີ່ສຳຄັນ ຂອງວຽກງານການຕ່າງປະເທດຂອງລາວ ຈຶ່ງໄດ້ຖືເອົາວັນນີ້ ເປັນວັນການທູດລາວ ແລະ ປີນີ້ ເປັນປີຄົບຮອບ 80 ປີພໍດີ.

ໃນນາມທີ່ ຂ້າພະເຈົ້າເປັນບຸກຄົນໜຶ່ງ ທີ່ໄດ້ເຕີບໃຫຍ່ມາໃນຂະແໜງການທູດ, ໄດ້ພົບເຫັນປະຈັກຕາ ແລະ ຜ່ານປະສົບການຕົວຈິງ ຂອງການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການທູດ ແລະ ບົດບາດ ໃນການປະກອບສ່ວນຂອງວຽກງານການທູດ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ; ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ແລະ ຮູ້ສຶກຕື້ນຕັນໃຈທີ່ສຸດ ທີ່ເຫັນວ່າ ຕະຫຼອດ 80 ປີ ຜ່ານມາ ວຽກງານການທູດ ກໍຄືການຕ່າງປະເທດ ໄດ້ຮັບການເຊີດຊູ ແລະ ຊຸກຍູ້ໃຫ້ເຕີບໃຫຍ່ຂະຫຍາຍ ຕົວເປັນກ້າວໆມາ.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນເປັນຢ່າງຍິ່ງວ່າ ພາຍໃຕ້ການນຳພາຢ່າງໃກ້ຊິດ ຂອງສູນກາງພັກ ກໍຄື ຄວາມເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບ ຂອງຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງ ປະເທດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ; ວຽກງານການທູດ ຈະສືບຕໍ່ໄດ້ຮັບການຊຸກຍູ້ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ນັບມື້ນັບເຂັ້ມແຂງ, ສືບຕໍ່ເປັນກຳລັງແຮງໃຫ້ແກ່ສູນກາງພັກ ໃນການພົວພັນປະສານງານ, ປົກປ້ອງຜົນປະໂຫຍດແຫ່ງຊາດ ແລະ ຍາດແຍ່ງການຮ່ວມມືທີ່ມີປະສິດທິຜົນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວ ກໍຄື ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຈາກແນວຄິດສູ່ນະໂຍບາຍ: ການທູດຊ່ອງທາງທີ 2ຊຸກຍູ້ບົດບາດຂອງ ສປປ ລາວ

ຈາກແນວຄິດສູ່ນະໂຍບາຍ: ການທູດຊ່ອງທາງທີ 2ຊຸກຍູ້ບົດບາດຂອງ ສປປ ລາວ

ໃນສະພາບພູມສາດ-ການເມືອງຂອງໂລກທີ່ຜັນແປໄປຢ່າງສະຫຼັບສັບຊ້ອນ ແລະ ໄວວາ, ການທູດແບບດັ້ງເດີມ ຫຼື ການທູດຊ່ອງທາງທີໜຶ່ງ (Track OneDiplomacy)ເຊິ່ງໝາຍເຖິງການຕິດຕໍ່ພົວພັນລະຫວ່າງລັດຕໍ່ລັດແມ່ນບໍ່ພຽງພໍທີ່ຈະຮັບມືກັບສະພາບການຫັນປ່ຽນຂອງໂລກທີ່ມີຄວາມສະຫຼັບສັບຊ້ອນຕໍ່ບັນຫາໃໝ່ໆທີ່ເກີດຂຶ້ນໄດ້ຢ່າງທັນການ. ການທູດຊ່ອງທາງທີ 2 (Track Two)ແມ່ນການສົນທະນາທີ່ບໍ່ແມ່ນຊ່ອງທາງທີ 1 ໂດຍມີການເຂົ້າຮ່ວມຂອງນັກວິຊາການ, ມະຫາວິທະຍາໄລ, ສະຖາບັນ-ຄັງປັນຍາ ແລະ ອົງການພາກສັງຄົມ–ພົນລະເຮືອນ,ໄດ້ກາຍເປັນເຄື່ອງມື ຫຼື ຊ່ອງທາງໜຶ່ງທີ່ປອດໄພໃນການນໍາສະເໜີແນວຄິດໃໝ່ ເພື່ອນໍາເອົາແນວຄິດເຫຼົ່ານັ້ນສະເໜີແນະຕໍ່ລັດຖະບານເພື່ອນໍາມາໝູນໃຊ້ເຂົ້າໃນການວາງນະໂຍບາຍ.ການທູດຊ່ອງທາງທີ2ນີ້ ຍັງສົ່ງເສີມການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນຂອງຄັງປັນຍາພາກພື້ນ ແລະ ສາກົນ,ໂດຍບໍ່ແມ່ນການແຂ່ງຂັນກັບການທູດຊ່ອງທາງທີ 1,ແຕ່ເປັນກົງລໍ້ໜູນ ຊ່ວຍເສີມສ້າງໃຫ້ການຕັດສິນໃຈຂອງລັດມີຂໍ້ມູນຮອບດ້ານ ແລະ ທັນກັບສະພາບການຂອງຍຸກສະ ໄໝ.
ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂອ້ລົມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ

ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂອ້ລົມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ

ໃນວັນທີ 6 ພະຈິກ 2025 ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານທີ່ແຂວງຫຼວງພະບາງ, ແລະໄດ້ພົບປະໂອ້ລົມການນໍາຫຼັກແຫຼ່ງ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ຂອງແຂວງ ທີ່ຫ້ອງປະຊຸມຂອງພະແນກ.
ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ພິທີ ປິດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນຕີຕົວເມືອງປະຈຳປີ 2025 ໃຫ້ກຳລັງກອງພັນນ້ອຍຕີພິເສດ 432 ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 15 ວັນ, ໂດຍການເປັນປະທານຂອງສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ມີຫົວໜ້າກົມ 49, ຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍອົງການ 5 ຫ້ອງ,ພະແນກຕີພິເສດເຂົ້າຮ່ວມ.
ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ໄດ້ເປີດຕົວໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ໃນວັນທີ 5 ພະຈິກ 2025 ທີ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງເປັນການລິເລີ່ມບຸກເບີກ ເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດແຂວງຫຼວງພະບາງ ໃຫ້ດີຂຶ້ນ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫຼາດທີ່ທັນສະໄໝ.
2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

ໃນວັນທີ 8 ພະຈິກນີ້, ທ່ານ ເພັດ ວົງຂັນຕີ ຜູ້ອຳນວຍການບໍລິສັດ ເພັດໄລພອນທຣວງເຊີນຣີຊອດສ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນ ຈຳນວນ 100,000,000 ກີບ ໃຫ້ແຂວງຊຽງຂວາງ, ທ່ານ ໂກວ ກຸຍຮ່າຍ (GUO GUIHAI) ຜູ້ອຳນວຍການບໍລິສັດ ຮົ່ງກົງຈົງເຊິງການລົງທຶນພະລັງງານ(ລາວ) ສາກົນ ຈຳກັດ ພ້ອມດ້ວຍຄະນະໄດ້ມອບເງິນຈຳນວນ 150,000,000 ກີບໃຫ້ແຂວງຊຽງຂວາງ ເພື່ອຕ້ານ, ຮັບມື ແລະ ຟື້ນຟູຜົນເສຍຫາຍຈາກໄພພິບັດຢູ່ແຂວງຊຽງຂວາງ ໂດຍສະເພາະແມ່ນໄພນ້ຳຖ້ວມ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ ແລະ ເຂົ້າສູ່ພາວະປົກກະຕິໂດຍໄວ.
ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 8 ພະຈິກຜ່ານມານີ້, ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານພູກາງ, ບ້ານເມືອງຫມ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ, ບ້ານຫນອງຄຳ ເມືອງວຽງຄໍາ ແຂວງຫຼວງພະບາງ, ເພື່ອຊຸກຍູ້ການລົງສໍາຫຼວດ ໃຫ້ສໍາເລັດຕາມລະດັບຄາດໝາຍ. ໂອກາດນີ້, ທ່ານ ສອນສັກ ສຸລິເສີມ ໄດ້ຊີ້ນໍາໃຫ້ຄະນະພັກ, ອົງການປົກຄອງບ້ານ ເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນພາຍໃນບ້ານ ໃຫ້ຄວາມສະດວກ ແກ່ຜູ້ລົງປະຕິບັດໜ້າທີ່ວຽກງານ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຮັບປະກັນໃຫ້ມີຄວາມສະຫງົບ, ປອດໄພ 100% ຕະຫຼອດໄລຍະການເດີນສໍາຫຼວດໃນຄັ້ງນີ້.
ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ກອງປະຊຸມເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ອົງການ 3 ຝ່າຍ ແລະ ຜູ້ໃຊ້ແຮງງານ ໄດ້ຈັດຂຶ້ໃນຕອນວັນທີ 7 ພະຈິກຜ່ານມາ ທີ່ຫ້ອງປະຊຸມພະແນກ ແຮງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ພາຍໃຕ້ການເປັນປະທານຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ເພີ່ມເຕີມ