ຄຳເວົ້າອັນຊົງຄຸນຄ່າຂອງທ່ານ ທອງລຸນ ສີສຸລິດ ໃນພິທີລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2008

ຄຳເວົ້າອັນຊົງຄຸນຄ່າຂອງທ່ານ ທອງລຸນ ສີສຸລິດ ໃນພິທີລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2008

ຄຳເວົ້າອັນຊົງຄຸນຄ່າຂອງທ່ານ ທອງລຸນ ສີສຸລິດ ໃນພິທີລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2008
ເນື່ອງໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM), ພວກເຮົາຂໍຫວນຄືນເຖິງຄຳເວົ້າອັນຊົງຄຸນຄ່າຂອງ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດແຫ່ງ ສປປ ລາວ ທີ່ເຄີຍກ່າວໄວ້ໃນພິທີລົງນາມສົນທິສັນຍາດັ່ງກ່າວໃນປີ 2008 ວ່າ:

“ເຖິງວ່າສົງຄາມໄດ້ສິ້ນສຸດລົງໄປໄດ້ຫຼາຍທົດສະວັດແລ້ວກໍຕາມ, ແຕ່ປະຊາຊົນລາວ ຍັງສືບຕໍ່ປະເຊີນກັບໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກໃນປາງສົງຄາມ. ການລົງນາມໃນສົນທິສັນຍາສະບັບນີ້ ເປັນພຽງຈຸດເລີ່ມຕົ້ນເສັ້ນທາງຂອງພວກເຮົາເພື່ອກ້າວໄປສູ່ເປົ້າໝາຍສູງສຸດໃນການລຶບລ້າງໄພຂົ່ມຂູ່ຈາກລະເບີດລູກຫວ່ານໃຫ້ໝົດສິ້ນໄປ ແລະ ເປັນການປົດປ່ອຍປະຊາຊົນພ້ອມທັງລູກ-ຫຼານຂອງພວກເຮົາ ໃຫ້ຫຼຸດພົ້ນຈາກຄວາມຢ້ານກົວ ແລະ ໄພຂົ່ມຂູ່ຈາກຄາດຕະກອນງຽບນີ້.”

ຄຳເວົ້າອັນຊົງຄຸນຄ່າທາງປະຫວັດສາດນີ້, ຍັງຄົງເປັນເຂັມທິດໃຫ້ບົດບາດການນຳພາ ແລະ ຄວາມມຸ່ງໝັ້ນອັນໜັກແໜ້ນຂອງ ສປປ ລາວ ຕໍ່ສົນທິສັນຍານີ້.

ໃນຖານະປະທານ 3RC-CCM, ສປປ ລາວ ຂໍຮຽກຮ້ອງໃຫ້ປະຊາຄົມສາກົນເສີມຂະຫຍາຍການຮ່ວມມື ແລະ ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໂລກນີ້ໃຫ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ.

ຂໍ້ມູນ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວເດັ່ນ

ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 14 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ,
ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ໃນວັນທີ 9 ກັນຍາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ໃຫ້ກຽດຕ້ອນຮັບທ່ານພົນໂທ ອະດຸນ ບຸນທໍາຈະເຣີນ ລັດຖະມົນຕີວ່າການກະຊວງກະລາໂຫມແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທຄັ້ງທີ 30 ທີ່ນະຄອນຫຼວງວຽງຈັນ ສປປ ລາວ.
ເລຂາທິການໃຫຍ່ໂອ້ລົມ ກອງປະຊຸມສໍາມະນາ “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກ ຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ“

ເລຂາທິການໃຫຍ່ໂອ້ລົມ ກອງປະຊຸມສໍາມະນາ “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກ ຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ“

ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສໍາມະນາ ຫົວຂໍ້: “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ ໃນວັນທີ 8 ກັນຍານີ້ ”ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ (ຫຼັກ 6) ໂດຍການເປັນປະທານ ຂອງສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງຄະນະຈັດຕັ້ງສູນກາງພັກ, ເລຂາ-ຮອງເລຂາພັກແຂວງ, ປະທານສະພາປະຊາຊົນນະຄອນຫຼວງ-ແຂວງ, ປະທານຄະນະກໍາມະການປົກຄອງນະຄອນຫຼວງ-ແຂວງ, ບັນດາຫົວໜ້າຄະນະຈັດຕັ້ງນະຄອນຫຼວງ-ແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນທີ່ຂຶ້ນກັບຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ; ໃຫ້ກຽດບັນລະຍາຍບົດຮຽນໃນກອງປະຊຸມສໍາມະນາຄັ້ງນີ້ໂດຍສະຫາຍ ຫງວຽນ ບ໋າ ຈຽນ ຜູ້ອໍານວຍການສະຖາບັນການປົກຄອງ ແລະ ບໍລິຫານລັດ ຂອງພັກກອມມູນິດຫວຽດນາມພ້ອມດ້ວຍຄະນະ.
ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ໃນວັນທີ 1 ກັນຍາຜ່ານມານີ້ ທີ່ ນະຄອນຫຼວງບິສະເກັກ ສ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).
ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ໃນຕອນຄໍ່າຂອງວັນທີ 2 ກັນຍາ ຜ່ານມາ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງອາສຕານາ ສາທາລະນະລັດ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026.
ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (the Shanghai Cooperation Organization Plus Meeting) ຈັດຂຶ້ນພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງອົງການສະຫະປະຊາຊາດ ໃນຄວາມເປັນແກນກາງຂອງລະບຽບໂລກທີ່ຍຸຕິທໍາ: ການປະກອບສ່ວນຂອງບັນດາປະເທດ ອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຕໍ່ການສ້າງໂລກຫຼາຍຂົ້ວ (the United Nations as a Key Element of a Fair World Order: the Contribution of the SCO Plus States to the Formation of a Multipolar World)” ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກ, ຄູ່ຮ່ວມເຈລະຈາ ແລະ ປະເທດສັງເກດການຂອງອົງການຮ່ວມມືຊຽງໄຮ້ (SCO) ເຂົ້າຮ່ວມ. ພິເສດ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດ ທີ່ ສປປ ລາວ ໄດ້ເຂົ້າຮ່ວມ ໃນນາມປະເທດຄູ່ເຈລະຈາຂອງ ອົງການຮ່ວມມືຊຽງໄຮ້ (SCO Dialogue Partner) ຢ່າງເປັນທາງການ.
ປະທານປະເທດ ພົບປະສອງຝ່າຍກັບ ປະທານາທິບໍດີ ກຽກກິດສະຖານ

ປະທານປະເທດ ພົບປະສອງຝ່າຍກັບ ປະທານາທິບໍດີ ກຽກກິດສະຖານ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຊາດືຣ ຊາປາຣົບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ ໃນໂອ ກາດເດີນທາງເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus) ທີ່ ນະຄອນຫຼວງ ບິສະເກັກ ສ ກຽກກິດສະຖານ.
ສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດເປີດສົກຮຽນໃໝ່  2026 - 2027

ສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດເປີດສົກຮຽນໃໝ່ 2026 - 2027

ເນື່ອງໃນໂອກາດເປີດສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ສົ່ງຄວາມເປັນຫ່ວງເປັນໄຍຢ່າງຈິງໃຈມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ ທຸກສາຍ, ທຸກລະດັບ, ທຸກຂົງເຂດ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດມານະໂອກາດນີ້.
ປະທານປະເທດ ຕ້ອນຮັບ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ປະທານປະເທດ ຕ້ອນຮັບ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ໃນຕອນບ່າຍວັນທີ 31 ສິງຫານີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ ເຢຍເມັກບາຢຽບ (Nurlan Yermekbayev) ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ (SCO), ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ (SCO Plus) ໃນວັນທີ 31 ສິງຫາ -1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ.
ປະທານປະເທດ ເດີນທາງເຖິງນະຄອນຫຼວງບິສະເກັກ ສ ກຽກກິດສະຖານ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ປະທານປະເທດ ເດີນທາງເຖິງນະຄອນຫຼວງບິສະເກັກ ສ ກຽກກິດສະຖານ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ໃນຕອນທ່ຽງຂອງວັນທີ 31 ສິງຫານີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງບິສະເກັກ ສາທາລະນະລັດ ກຽກກິດສະຖານ ເພື່ອເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus) ໃນວັນທີ 31 ສິງຫາ -1 ກັນຍາ 2026. ພິທີຕ້ອນຮັບທີ່ສະໜາມບິນສາກົນ ມານາສ (Manas) ໄດ້ຈັດຂຶ້ນຢ່າງສົມກຽດ ຊຶ່ງ ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ ອາດືລເບກ ກາຊືມາລີເຢັບ ປະທານຄະນະລັດຖະມົນຕີ ຂອງ ສ ກຽກກີສະຖານ ຫົວໜ້າຫ້ອງວ່າການ ສໍານັກງານປະທານປະເທດ ແລະ ຮອງລັດ​ຖະ​ມົນ​ຕີ​ກະ​ຊວງການຕ່າງປະເທດ​ ແຫ່ງ ສ ກຽກກິດສະຖານ ພ້ອມດ້ວຍຄະນະ ລວມທັງເອກອັກຄະລັດຖະທູດລາວ ແລະ ເຈົ້າໜ້າທີ່ໆກ່ຽວຂ້ອງຂອງສອງຝ່າຍ ໃຫ້ການຕ້ອນຮັບ.
ເພີ່ມເຕີມ