ເຂດເລືອກຕັ້ງທີ 13 ສະຫຼຸບການເຄື່ອນໄຫວວຽກງານ 1 ປີຜ່ານມາ

ຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 13 ສະຫຼຸບການເຄື່ອນໄຫວວຽກງານ 1 ປີຜ່ານມາ

ຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 13 ສະຫຼຸບການເຄື່ອນໄຫວວຽກງານ 1 ປີຜ່ານມາ
ກອງປະຊຸມປະຈຳປີ 2024 ຂອງຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້, ທີ່ຫ້ອງປະຊຸມຫ້ອງວ່າການສະພາປະຊາຊົນແຂວງ

 ພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ສສຊ ປະຈຳເຂດເລືອກຕັ້ງທີ 13 ປະທານສະພາປະຊາຊົນແຂວງ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກົງແກ້ວ ມີວໍລະຈັກ ໄດ້ຍົກໃຫ້ຮູ້ວ່າ: ຕະຫຼອດ 1 ປີ ຜ່ານມາ, ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງຄະນະປະຈໍາສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ປະສານສົມທົບກັບຄະນະປະຈໍາສະພາປະຊາຊົນແຂວງ ເຮັດວຽກຮ່ວມກັບອົງການປົກຄອງແຂວງ ດ້ວຍຮູບການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ສາມາດບັນລຸໄດ້ຕາມແຜນການ ແລະ ຈໍານວນໜຶ່ງສາມາດປະຕິບັດໄດ້ລື່ນແຜນ ເຮັດໃຫ້ແຂວງພວກເຮົາ ສືບຕໍ່ມີສະຖຽງລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ກອງປະຊຸມຄັ້ງນີ້, ພວກເຮົາຈະໄດ້ສຸມໃສ່ຮັບຟັງ ແລະ ພິຈາລະນາຮັບຮອງເອົາບັນດາເນື້ອໃນຕົ້ນຕໍຈຳນວນໜຶ່ງເຊັ່ນ: 1. ພິຈາລະນາ ແລະ ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ປະຈໍາປີ 2024 ແລະ ທິດທາງແຜນການວຽກງານປະຈໍາປີ 2025; 2. ບົດລາຍງານຂອງທ່ານຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ກ່ຽວກັບການຂຸດຄົ້ນແຮ່ທົດລອງ ພາຍໃນແຂວງສະຫວັນນະເຂດ ແລະ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງໄຟຟ້າພະລັງງານລົມຢູ່ແຂວງ; 3. ບົດລາຍງານຂອງທ່ານ ວ່າການຫົວໜ້າພະແນກພາຍໃນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງພາຍໃນແຂວງໄລຍະຜ່ານມາ; 4. ພິຈາລະນາບັນຫາສໍາຄັນອື່ນໆ ທີ່ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ໄດ້ພົບເຫັນໃນໄລຍະທີ່ລົງເຄື່ອນໄຫວຕິດຕາມກວດກາ ທີ່ເປັນບັນຫາເຄັ່ງຮ້ອນໃນສັງຄົມ ແລະ ໄດ້ຍົກຂຶ້ນໃນກອງປະຊຸມ.

ໂອກາດນີ້, ບັນດາ ສສຊ ພ້ອມດ້ວຍພາກສ່ວນຕ່າງໆທີ່ເຂົ້າຮ່ວມ ໄດ້ປະກອບຄຳຄິດຄຳເຫັນໃສ່ວຽກງານຕ່າງໆທີ່ໄດ້ນຳເຂົ້າສະເໜີຕໍ່ກອງປະຊຸມ ເພື່ອໃຫ້ມີເນື້ອໃນໜັກແໜ້ນ, ສົມບູນ ແລະ ຮັບປະກັນໃຫ້ການຈັດຕັ້ງປະຕິບັດມີຜົນສຳເລັດຕາມແຜນການທີ່ວາງໄວ້.

(ຂ່າວ: ສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ບົວຄົງ ນາມມະວົງ ພົບປະ ພະນັກງານລັດຖະກອນຫ້ອງວ່າການແຂວງສາລະວັນ

ທ່ານ ບົວຄົງ ນາມມະວົງ ພົບປະ ພະນັກງານລັດຖະກອນຫ້ອງວ່າການແຂວງສາລະວັນ

ໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ, ທ່ານ ບົວຄົງນາມມະວົງ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ພົບປະໂອລົມພະນັກງານການນຳ, ພະນັກງານລັດຖະກອນຫ້ອງວ່າການແຂວງ. ໂດຍມີ ທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ພະນັກງານລັດຖະກອນພາຍໃນຫ້ອງວ່າການແຂວງເຂົ້າຮ່ວມ.
ການເຄື່ອນໄຫວວຽກງານຊາຍແດນຂອງ ທ່ານຮອງ ລມຕ ກະຊວງການຕ່າງປະເທດ ຢູ່2ແຂວງ

ການເຄື່ອນໄຫວວຽກງານຊາຍແດນຂອງ ທ່ານຮອງ ລມຕ ກະຊວງການຕ່າງປະເທດ ຢູ່2ແຂວງ

ໃນລະຫວ່າງວັນທີ12-17 ພະຈິກ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ພ້ອມດ້ວຍຄະນະ,ເຊິ່ງປະກອບດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວວຽກງານຊາຍ​ແດນຢູ່ແຂວງອັດຕະປື ແລະ ແຂວງຈໍາປາສັກ.
5 ປີ ເມືອງທ່າແຕງ ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 108,000 ກວ່າໂຕນ

5 ປີ ເມືອງທ່າແຕງ ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 108,000 ກວ່າໂຕນ

ຕາມສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI (2020-2024) ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງທ່າແຕງ 5 ປີ ຄັ້ງທີ VII (2025-2029) ໃຫ້ຮູ້ວ່າ: ໃນໄລຍະ 5 ປີ 2025-2029 ເມືອງທ່າແຕງ ແຂວງເຊກອງ ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 108,482 ໂຕນ (ສະເລ່ຍປະມານ 21,696 ໂຕນ/ປີ) ໃນເນື້ອທີ່ 4,220 ເຮັກຕາ. ໃນນີ້, ເຂົ້ານາປີ 103,617 ໂຕນ ໃນເນື້ອທີ່ 4,000 ເຮັກຕາ; ເຂົ້ານາແຊງ 4,325 ໂຕນ ໃນເນື້ອທີ່ 170 ເຮັກຕາ ແລະ ເຂົ້າໄຮ່ 540 ໂຕນ ໃນເນື້ອທີ່ 50 ເຮັກຕາ. ພ້ອມນີ້, ກໍສຸມໃສ່ຜະລິດພືດສະບຽງອາຫານສໍາຮອງໃຫ້ໄດ້ 179,062 ໂຕນ ໃນເນື້ອທີ່ 4,209 ເຮັກຕາ.
ກອງປະຊຸມຄົ້ນຄວ້າກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ

ກອງປະຊຸມຄົ້ນຄວ້າກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ

ໃນວັນທີ 13 ພະຈິກ 2025 ທີ່ຜ່ານມາ ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ ເພີ່ມເຕີມ ໂດຍການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ, ຮອງຫົວໜ້າກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ມີຜູ້ເຂົ້າຮ່ວມຈາກຫ້ອງວ່າການສໍານັກງານປະທານປະເທດ, ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທໍາ, ສານປະຊາຊົນສູງສຸດ ແລະ ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.
ເມືອງເງິນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025

ເມືອງເງິນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025

ວັນທີ 14 ພະຈິກຜ່ານມານີ້, ຢູ່ທີ່ຜາມໄຊອ່າງເກັບນໍ້າຫ້ວຍນານ້ອຍ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ໄດ້ປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025 ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານອາເມຊົງ ເຢ້ຍເລັງກໍາມະການປະຈໍາພັກແຂວງ ຫົວໜ້ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຜູ້ຊີ້ນໍາອົງການປົກຄອງເມືອງເງິນ, ມີບັນດາການນຳຂັ້ນແຂວງ, ອົງການປົກຄອງເມືອງ, ເມືອງອ້ອມຂ້າງ, ອຳເພີສະເຫຼີມພະກຽດ, ອໍາເພີທຸງຊ້າງ,ອໍາເພີບໍ່ເກືອຈາກລາຊາອານາຈັກໄທ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໄຟຟ້າຫົງສາ ສະໜັບສະໜູນງານປະເພນີແຂ່ງເຮືອ ເມືອງເງິນ ປະຈໍາປີ 2025

ໄຟຟ້າຫົງສາ ສະໜັບສະໜູນງານປະເພນີແຂ່ງເຮືອ ເມືອງເງິນ ປະຈໍາປີ 2025

ບໍລິສັດໄຟຟ້າຫົງສາ ຈໍາກັດ ຮ່ວມເປັນສ່ວນໜຶ່ງໃນການສືບສານ ງານປະເພນີບຸນຊ່ວງເຮືອ ເມືອງເງິນ ແຂວງໄຊຍະບູລີ ເຊິ່ງເປັນວັດທະນະທໍາເກົ່າແກ່ ທີ່ສະທ້ອນເຖິງຄວາມຊັດທາ, ຄວາມສາມັກຄີ ແລະ ຄວາມຜູກພັນຂອງຊຸມຊົນ.
3 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມໃຫ້ແກ່ແຂວງ ໄຊສົມບູນ.

3 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມໃຫ້ແກ່ແຂວງ ໄຊສົມບູນ.

ໃນວັນທີ 12-13 ພະຈິກ 2025, ທ່ານ ນ. ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ແລະ 3 ອົງການຈັດຕັ້ງມະຫາຊົນ ໄປເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ແຂວງໄຊສົມບູນ. ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ພະຈິກ 2025 ທີ່ ຫ້ອງວ່າການປົກຄອງແຂວງ ໄຊສົມບູນ, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນ. ຟອງສະໝຸດ ອັ່ນລາວັນ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຈາກກະຊວງການຕ່າງປະເທດ ແລະ ແຂວງໄຊສົມບູນ ເຂົ້າຮ່ວມ ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນການປະກອບສ່ວນຂອງພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ແລະ ຕ່າງປະເທດ ແລະ ການລະດົມຂົນຂວາຍຈາກພີ່ນ້ອງຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ. ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ເງິນສົດຈຳນວນ 300 ລ້ານກີບ, ເຂົ້າສານ 900 ກວ່າກິໂລ, ເຄື່ອງນຸ່ງຮົ່ມ 20 ແກັດ ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນເສຍຫາຍ ຢູ່ແຂວງໄຊສົມບູນໃນທ້າຍປີ 2024 ແລະ ເດືອນກັນຍາ 2025 ຜ່ານມາ.
ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ໃນວັນທີ 14 ພະຈິກນີ້ ຢູ່ທີ່ເດີນໜ້າຫ້ອງວ່າການເມືອງຫຼວງນໍ້າທາ, ຫ້ອງການແຮງງານ ແລະ ສະຫວັດດີການສົງຄົມເມືອງ ສົມທົບກັບ ອົງການຈັດຕັ້ງສະຫະພັນແມ່ຍິງເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງເມືອງເຂົ້າຮ່ວມ.
ພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່.

ພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່.

ວັນທີ 15 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໄດ້ຈັດພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່ ລະຫວ່າງ ທ່ານ ຄຳຫຼ້າ ສີສຸວົງ ເລຂາທິການ ສະພາປະຊາຊົນແຂວງ ຕາງໜ້າໃຫ້ ສະພາປະຊາຊົນແຂວງວຽງຈັນ ແລະ ທ່ານ ນົບພະຈອນ ບຸນວິໄລ ປະທານບໍລິສັດ ວິໄລໂຊກ ພັດທະນາຄົບວົງຈອນ ຈຳກັດຜູ້ດຽວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ເພີ່ມເຕີມ