ຄະນະບໍລິຫານງານພັກແຂວງເຊື່ອມຊຶມ,ຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ X

ຄະນະບໍລິຫານງານພັກແຂວງເຊື່ອມຊຶມ,ຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ X

ຄະນະບໍລິຫານງານພັກແຂວງເຊື່ອມຊຶມ,ຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ X
ກອງປະຊຸມຄົ້ນຄ້ວາເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນະເຂດ ສະໄໝທີ 10 ໄຂຂຶ້ນໃນວັນທີ 13 ຕຸລາ 2025 ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງສະຫວັນະເຂດ, ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນະເຂດ, ມີສະຫາຍຮອງເລຂາພັກແຂວງ ກຳມະການປະຈຳພັກແຂວງ, ກຳມະການພັກແຂວງທັງໝົດ 41 ສະຫາຍເຂົ້າຮ່ວມ.
ຄະນະບລຫານງານພກແຂວງເຊອມຊມ,ຜນຂະຫຍາຍເນອໃນກອງປະຊມໃຫຍຜແທນອງຄະນະພກ ຄງທ X - image 1
 

ສະຫາຍ ບຸນໂຈມ ອຸບົນປະເສີດ ກ່າວໄຂກອງປະຊຸມວ່າ:ພາຍຫຼັງກອງປະຊຸມຄັ້ງປະຖົມມະລືກ ແລະ ສືບຕໍ່ຈາກກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 2 ແລ້ວ ໂດຍມີການແບ່ງວຽກງານຄະນະພັກ ແລະ ຄົ້ນຄວ້າປຶກສາຫາລືເປັນເອກະພາບກ່ຽວກັບແຜນດຳເນີນງານວິທີເຮັດວຽກຂອງຄະນະບໍລິຫານງານ ສະໄໝ ທີ 10 ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງຄົ້ນຄ້ວາເຊື່ອມຊຶມ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສະຫວັນະເຂດ ສະໄໝທີ 10 ພາຍໃນຄະນະບໍລິຫານງານພັກ ນັບແຕ້ວັນທີ 13 ຫາ 19 ຕຸລາ 2025. ໂດຍເນັ້ນໃຫ້ສະຫາຍໃນຄະນະບໍລິຫານງານພັກແຂວງເອົາໃຈໃສ່ຄົ້ນຄວ້າກຳແໜ້ນເຊື່ອມຊຶຶມ ເພາະພື້ນຖານການຈັດຕັ້ງປະຕິບັດແມ່ນຄະນະພັກທັງໝົດ ຕ້ອງເລີ່ມຕົ້ນຈາກຄະນະພັກມີຄວາມເຂົ້າໃຈເປັນເອກະພາບກ່ຽວກັບວິທີການດຳເນີນ ເພື່ອນຳພາຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໝາຍ.

ໃນກອງປະຊຸມຄັ້ງນີ້, ສະຫາຍເລຂາຄະນະບໍລິຫານງານພັກແຂວງກໍໄດ້ຜ່ານນຫົວຂໍ່ທີ 1 ເອກະສານຍົກສູງບົດບາດການນໍາພາຂອງຄະນະພັກແຕ່ລະຂັ້ນ ສະເໜີເນື້ອໃນມະຕິຕ່າງໆ ຂອງພັກໂດຍສັງເຂບ ກ່ຽວກັບເນື້ອໃນລາຍງານການເມືອງ, ວຽກທີ່ພົນເດັ່ນ ໃນ 5 ປີຜ່ານມາ ແລະ ທິດທາງໃນ 5 ປີຕໍ່ໜ້າ, ຍົກສູງຄວາມສາມາດນໍາພາຂອງພັກ ແລະ ເປັນແບບຢ່າງນໍາໜ້າຂອງພັກ, ສະເໜີແນວຄິດຊີ້ນໍາ, ທັດສະນະຂອງພັກ ຈາກມະຕິຕ່າງໆ ລວມມີ ມະຕິເລກທີ 206/ກມສພ, ລົງວັນທີ 7 ທັນວາ 2020, ມະຕິ 04/ຄບສພ, ລົງວັນທີ 30 ກັນຍາ 2021, ມະຕິ 05/ຄບສພ, ລົງວັນທີ 5 ກັນຍາ 2023. ໃນກອງປະຊຸມ, ສະຫາຍຮອງເລຂາ-ຄະນະປະຈຳ ແລະບັນດາວຽກງານທີ່ກ່ຽວຂ້ອງ ກໍໄດ້ນຳສະເໜີແຕ່ລະວຽກງນຕາມລຳດັບ.ໂດຍລວມມີເອກະສານພື້ນຖານທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ເຜີຍແຜ່ມະຕິຕົກລົງ ວ່າດ້ວຍແຜນດໍາເນີນງານ ແລະ ລະບອບວິທີເຮັດວຽກ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X, ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຄັ້ງ ວັນທີ 17-18 ພະຈິກ 2022, ການສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ (ຄໍາແນະນໍາ ເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025), ແນວທາງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານໃນໄລຍະໃໝ່ ຕາມ 4 ເນື້ອໃນ 4 ຄາດໝາຍ, ວຽກງານອົງການຈັດຕັ້ງມະຫາຊົນຂອງພັກ, ຍົກສູງບົດບາດວຽກງານກວດກາພັກ-ກວດກາລັດ, ຕ້ານ ແລະ ສະກັດກັນ ການສໍ້ລາດບັງຫຼວງ. ໂດຍມີການແບ່ງໜ່ວຍຄົ້ນຄ້ວສົົນທະນາ ພ້ອມທັງສ້າງບົດເກັບກ່ຽວຂອງແຕ່ລະໜ່ວຍ. ຫົວຂໍ້ທີ 2 ເພີ່ມທະວີສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ ຢ່າງໜັກແໜ້ນ ມະຕິ 25/ກມສພ, ລົງວັນທີ 22 ທັນວາ 2014, ຄໍາສັ່ງ 34/ນຍ, ລົງວັນທີ 23 ສິງຫາ 2016, ຄໍາແນະນໍາ 02/ພນ ລົງວັນທີ 14 ກຸມພາ 2017. ຜ່ານມາດຖານເປັນຫົວໜ່ວຍຍຸດທະສາດ ດ້ານການກໍ່ສ້າງພັກ-ພະນັກງານ; ມາດຖານເປັນຫົວໜ່ວຍຍຸດທະສາດ ດ້ານການປົກຄອງ ແລະ ການບໍລິຫານລັດ ດ້ວຍກົດໝາຍທີ່ສັກສິດ, ມາດຖານເປັນຫົວໜ່ວຍຍຸດທະສາດ ດ້ານການຊຸກດັນການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ ໂດຍມີຍຸດທະສາດ ແລະ ມີແຜນພັດທະນາ, ມີທິດກຳນົດໃນການຂຸດຄົ້ນ ແລະ ເສີມຂະຫຍາຍທ່າແຮງ ໃນດ້ານຕ່າງໆທີ່ມີຢູ່ພາຍໃນທ້ອງຖິ່ນຂອງຕົນ, ມາດຖານເປັນຫົວໜ່ວຍຍຸດທະສາດດ້ານການເງິນຂອງປະເທດ, ມາດຖານເປັນຫົວໜ່ວຍຍຸດທະສາດ ດ້ານການຄຸ້ມຄອງ, ຂຸດຄົນ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນທຳມະຊາດ, ຊັບສິນຂອງລັດ, ພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມ, ພື້ນຖານວັດຖຸ-ເຕັກນິກ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ມີປະສິດທິພາບ ແລະ ຖືກຕ້ອງຕາມກົດໝາຍກຳນົດ ຢ່າງເຂັ້ມງວດ, ມາດຖານເປັນຫົວໜ່ວຍຍຸດທະສາດ ດ້ານການຄຸ້ມຄອງວັດທະນະທຳ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ, ມາດຖານເປັນຫົວໜ່ວຍຍຸດທະສາດດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ເຂັ້ມແຂງ. ຫົວຂໍ້ທີ 3 ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ມະຕິ 04/ກມສພ, ລົງວັນທີ 11 ເມສາ 2022, ມະຕິ 05/ລບ ລົງວັນທີ 21 ພຶດສະພາ 2024. ຜ່ານເອກະສານຊຸກຍູ້ການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ຕາມທ່າແຮງບົ່ມຊ້ອນ. ປົກປັກຮັກສາ, ປັບປຸງສິ່ງແວດລ້ອມ ແລະ ລະບົບນິເວດ ໃຫ້ສົມບູນດີຂຶ້ນຕາມທິດສີຂຽວ, ມີຄວາມຍືນຍົງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດໃຫ້ເກີດຜົນປະໂຫຍດສູງສຸດ, ປຸງແຕ່ງກະສິກຳ, ອຸດສາຫະກຳທີ່ເປັນຕ່ອງໂສ້ການຜະລິດ ໂດຍການສົ່ງເສີມ ແລະ ພັດທະນາຈຸນລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນກັບພາກພື້ນ. ສົ່ງເສີມການຜະລິດພະລັງງານໄຟຟ້າໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ ທົ່ວສັງຄົມ, ປັບປຸງ ແລະ ສ້າງພື້ນຖານໂຄງລ່າງທາງດ້ານການຄົມມະນາຄົມຂົນສົງ ທີ່ ຈໍາເປັນ ເພື່ອອຳນວຍໃຫ້ປະຊາຊົນຢ່າງສະດວກທົ່ວເຖິງ, ການພັດທະນາແລວທາງເສດຖະກິດຕ່າງໆ (ຍົກລະດັບເສັ້ນທາງຍຸດທະສາດ ໃນການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນພາກ ແລະ ສາກົນໃຫ້ມີມາດຕະຖານ). ອະນຸລັກ, ປົກປັກຮັກສາ, ສືບທອດ, ຟື້ນຟູ ແລະ ເສີມຂະຫຍາຍມູນເຊື້ອ, ຄຸນຄ່າມໍຣະດົກວັດທະນະທຳອັນດີງາມຂອງຊາດໃຫ້ມີຄວາມຍືນຍົງ ພັດທະນາອະລິຍະທຳທາງດ້ານວັດຖຸ ແລະ ຈິດໃຈໃນສັງຄົມ. ຄຽງຄູ່ກັບການພັດທະນາວຽກງານສື່ສານມວນຊົນຍຸກໃໝ່, ວ່ອງໄວຫັນໄປສູ່ທັນສະໄໝ (ລະບົບເອເລັກໂຕນິກ) ແລະ ພັດທະນາແຫຼ່ງທ່ອງທ່ຽວ, ຍົກລະດັບມາດຕະຖານການບໍລິການ ແລະ ສ້າງສິ່ງດຶງດູດຕາມວົງຈອນການທ່ອງທ່ຽວ ພາຍໃນແຂວງ, ພັດທະນາສີມືແຮງງານ, ຊອກຫາຕະຫຼາດແຮງງານ ແລະ ຕອບສະໜອງແຮງງານ ໃຫ້ແກ່ການພັດທະນາໃຫ້ໄດ້ທັງປະລິມານ, ຄຸນນະພາບ ແລະ ມີລາຍໄດ້ທີ່ສົມເຫດສົມຜົນ. ຫົວຂໍ້ທີ 4 ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານ, ຜ່ານດຳລັດ 348/ລບ, ລົງວັນທີ 16 ພະຈິກ 2017, ກົດໝາຍ ວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ ເລກທີ 45/ສພຊ, ລົງວັນທີ 15 ມິຖຸນາ 2018. ມາດຖານເມືອງພົ້ນທຸກ, ມາດຖານບ້ານພົ້ນທຸກ, ມາດຖານຄອບຄົວພົ້ນທຸກ ໂດຍມີການອະທິບາຍບັນດາມາດຕະຖານ ແລະ ວິທີແກ້ໄຂ.

(ແລ່ງຂ່າວ: ແຂວງສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ພິທີ ປິດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນຕີຕົວເມືອງປະຈຳປີ 2025 ໃຫ້ກຳລັງກອງພັນນ້ອຍຕີພິເສດ 432 ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 15 ວັນ, ໂດຍການເປັນປະທານຂອງສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ມີຫົວໜ້າກົມ 49, ຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍອົງການ 5 ຫ້ອງ,ພະແນກຕີພິເສດເຂົ້າຮ່ວມ.
ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ໄດ້ເປີດຕົວໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ໃນວັນທີ 5 ພະຈິກ 2025 ທີ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງເປັນການລິເລີ່ມບຸກເບີກ ເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດແຂວງຫຼວງພະບາງ ໃຫ້ດີຂຶ້ນ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫຼາດທີ່ທັນສະໄໝ.
2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

ໃນວັນທີ 8 ພະຈິກນີ້, ທ່ານ ເພັດ ວົງຂັນຕີ ຜູ້ອຳນວຍການບໍລິສັດ ເພັດໄລພອນທຣວງເຊີນຣີຊອດສ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນ ຈຳນວນ 100,000,000 ກີບ ໃຫ້ແຂວງຊຽງຂວາງ, ທ່ານ ໂກວ ກຸຍຮ່າຍ (GUO GUIHAI) ຜູ້ອຳນວຍການບໍລິສັດ ຮົ່ງກົງຈົງເຊິງການລົງທຶນພະລັງງານ(ລາວ) ສາກົນ ຈຳກັດ ພ້ອມດ້ວຍຄະນະໄດ້ມອບເງິນຈຳນວນ 150,000,000 ກີບໃຫ້ແຂວງຊຽງຂວາງ ເພື່ອຕ້ານ, ຮັບມື ແລະ ຟື້ນຟູຜົນເສຍຫາຍຈາກໄພພິບັດຢູ່ແຂວງຊຽງຂວາງ ໂດຍສະເພາະແມ່ນໄພນ້ຳຖ້ວມ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ ແລະ ເຂົ້າສູ່ພາວະປົກກະຕິໂດຍໄວ.
ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 8 ພະຈິກຜ່ານມານີ້, ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານພູກາງ, ບ້ານເມືອງຫມ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ, ບ້ານຫນອງຄຳ ເມືອງວຽງຄໍາ ແຂວງຫຼວງພະບາງ, ເພື່ອຊຸກຍູ້ການລົງສໍາຫຼວດ ໃຫ້ສໍາເລັດຕາມລະດັບຄາດໝາຍ. ໂອກາດນີ້, ທ່ານ ສອນສັກ ສຸລິເສີມ ໄດ້ຊີ້ນໍາໃຫ້ຄະນະພັກ, ອົງການປົກຄອງບ້ານ ເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນພາຍໃນບ້ານ ໃຫ້ຄວາມສະດວກ ແກ່ຜູ້ລົງປະຕິບັດໜ້າທີ່ວຽກງານ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຮັບປະກັນໃຫ້ມີຄວາມສະຫງົບ, ປອດໄພ 100% ຕະຫຼອດໄລຍະການເດີນສໍາຫຼວດໃນຄັ້ງນີ້.
ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ກອງປະຊຸມເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ອົງການ 3 ຝ່າຍ ແລະ ຜູ້ໃຊ້ແຮງງານ ໄດ້ຈັດຂຶ້ໃນຕອນວັນທີ 7 ພະຈິກຜ່ານມາ ທີ່ຫ້ອງປະຊຸມພະແນກ ແຮງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ພາຍໃຕ້ການເປັນປະທານຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ເພີ່ມເຕີມ