![]() |
ເຂົ້າທີ່ນໍາມາມອບໃນຄັ້ງນີ້, ມີຈໍານວນ 120 ໂຕນ ແມ່ນໄດ້ມາຈາກການປະກອບສ່ວນຂອງບໍລີສັດ ຮ່າງຮ້ານຕ່າງໆທາງພາຍໃນແຂວງ ແລະ ຕ່າງແຂວງ. ກ່າວມອບໂດຍ ທ່ານ ຊຽງວັນ ສົມລັດທອງ ແລະ ກ່າວຮັບໂດຍ ທ່ານ ກອນແກ້ວ ບັນນະວົງ. ເຂົ້າຈໍານວນດັ່ງກ່າວ, ທາງເມືອງຈະໄດ້ນໍາໄປມອບຕໍ່ໃຫ້ໂຮງຮຽນຊົນເຜົ່າ ເພື່ອແຈກຍາຍໃຫ້ນັກຮຽນທີ່ນອນຢູ່ໃນໂຮງຮຽນ ຈໍານວນ 10 ໂຕນ ແລະ ຈະໄປມອບໃຫ້ພໍ່ແມ່ປະຊາຊົນຜູ້ທີ່ຖືກໄພພິບັດ ນໍ້າຖ້ວມ ຈໍານວນ 37 ບ້ານ 480 ຄອບຄົວ ແລະ 3,055 ຄົນ ໃນປີ 2024 ພາຍໃນເມືອງສິງ.
(ຂ່າວ: ທ ບຸນທັນ)

ຄໍາເຫັນ