ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫຼຸບຕີລາຄາວຽກງານຕ້ານການຄ້າມະນຸດ

ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫຼຸບຕີລາຄາວຽກງານຕ້ານການຄ້າມະນຸດ

ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫຼຸບຕີລາຄາວຽກງານຕ້ານການຄ້າມະນຸດ
ວັນທີ 19 ພຶດສະພານີ້ ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ແຂວງ.

ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ກ່າວວ່າ: ບັນຫາການຄ້າມະນຸດເປັນອາຊະຍາກຳທີ່ຮ້າຍແຮງ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຂ້າມຊາດ, ເປັນອາຊະຍາກໍາທີ່ລະເມີດສິດທິພື້ນຖານຂອງຄວາມເປັນມະນຸດຢ່າງຮ້າຍແຮງ ສົ່ງຜົນກະທົບໂດຍກົງທາງດ້ານຮ່າງກາຍ ແລະ ຈິດໃຈ ຂອງຜູ້ຖືກເຄາະຮ້າຍ ແລະ ຄອບຄົວ, ເປັນປະກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ສັງຄົມ ກໍຄືການພັດທະນາສ້າງສາປະເທດຊາດ. ການຄ້າມະນຸດ ເປັນທຸລະກິດຜິດກົດໝາຍທີ່ມີຜົນກຳໄລມະຫາສານເປັນອັນດັບສອງຂອງໂລກ ຮອງຈາກການຄ້າຂາຍຢາເສບຕິດ. ຕາມການຄາດຄະເນຂອງບັນດາອົງການສາກົນທີ່ເຮັດວຽກຕ້ານອາດຊະຍາກຳດັ່ງກ່າວ. ໃນປັດຈຸບັນ, ມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນທົ່ວໂລກຫຼາຍກ່ວາ 40 ລ້ານຄົນ. ໃນນີ້, ຜູ້ຍິງ ແລະ ເດັກນ້ອຍແມ່ນກວມເອົາ 71%. ເຂດທີ່ມີຜູ້ຖືກເຄາະຮ້າຍຫຼາຍທີ່ສຸດໃນໂລກ ແມ່ນເຂດພາກພື້ນອາຊີ ແລະ ປາຊີຟິກ ກວມເອົາ 65% ຂອງຈຳນວນຜູ້ຖືກເຄາະຮ້າຍໃນທົ່ວໂລກ.

ສະເພາະ ສປປ ລາວ ໃນຊຸມປີຜ່ານມາ, ການຄ້າມະນຸດ ທີ່ພົ້ນເດັ່ນແມ່ນຮູບແບບໄປອອກແຮງງານແບບຜິດກົດໝາຍ ແລະ ຂົນຂວາຍເອົາແມ່ຍິງລາວໄປແຕ່ງງານກັບຄົນຕ່າງປະເທດ ດ້ວຍຮູບການໝັ້ນໝາຍແອບແຝງ, ແຕ່ງດອງແອບແຝງ ແລະ ອື່ນໆ. ສຳລັບປີ 2024 ບັນຫາການຄ້າມະນຸດ ອັນທີ່ພົ້ນເດັ່ນ ແມ່ນການໃຫ້ຮັບຈ້າງຖືພາ, ເຜີຍແຜ່ພາບສິ່ງລາມົກອານາຈານ, ເຜີຍແຜ່ພາບສິ່ງລາມົກຜ່ານສື່ສັງຄົມອ່ອນລາຍ ແລະ ອື່ນໆ.

ສຳລັບສະພາບການຄ້າມະນຸດຢູ່ ແຂວງຈຳປາສັກ, ໃນ 01 ປີຜ່ານມາ ພົບເຫັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຢູ່ພາຍໃນ ສປປ ລາວ ໂດຍສະເພາະສາມລ່ຽມຄໍາ (ແຂວງບໍ່ແກ້ວ) ດ້ວຍກໍລະນີຂູດຮີດແຮງງານ ແລະ ຂູດຮີດທາງເພດທີ່ເປັນແມ່ຍິງ, ມີອາຍຸຕໍ່າກວ່າ 18 ປີ, ນອກນັ້ນ ຍັງໄດ້ພົບເຫັນກຸ່ມສ່ຽງຈໍານວນໜຶ່ງໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍຖືກລ່ວງລະເມີດທາງເພດ, ຖືກຊັກຊວນ, ແນະນໍາຈາກບັນດາແຂວງພາກເໜືອ ແລະ ພາກກາງ ໃຫ້ມາຂາຍບໍລິການທາງເພດແບບແອບແຝງຢູ່ຕາມສະຖານທີ່ ທີ່ມີການລົງທຶນຂອງຕ່າງປະເທດ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ນໍາບັນດາເມືອງ ແລະ ນະຄອນ ຢູ່ພາຍໃນແຂວງພວກເຮົາ. ໃນນັ້ນ, ສະພາບທີ່ພົ້ນເດັ່ນກວ່າໝູ່ມີແມ່ຍິງ ແລະ ເດັກນ້ອຍ ຖືກຕົວະຍົວະໃຫ້ໄປເຮັດວຽກຕອບແຊັດ ຢູ່ເຂດເສດຖະກິດພິເສດສາມລ່ຽມຄໍາ (ແຂວງບໍ່ແກ້ວ) ວ່າ: ຈະໄດ້ເງິນເດືອນ 5 ລ້ານກີບ ຫາ 10 ລ້ານກີບ. ນອກນີ້ຍັງມີແຮງງານລາວຈໍານວນໜຶ່ງຖືກຂົນຂວາຍໄປອອກແຮງງານຢູ່ຕ່າງປະເທດແບບຜິດກົດໝາຍ ໂດຍບໍ່ຜ່ານພະແນກແຮງງານ ແລະ ສະຫັວດດີການສັງຄົມ.

ທ່ານ ພັທ ອາລຸນ ບົວລະພາພັນ ຫົວ ໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ,ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດເປີດກອງປະຊຸມ,ບົດສະຫຼຸບຕີລາຄາສະພາບການເຄື່ອນໄຫວຂອງຄະນະກຳມະການຕ້ານການຄ້າມະນຸດ ແຂວງຈໍາປາສັກ ໃນ ປີ 2024 ແລະ ທິດທາງແຜນການ ປີ 2025. ຈາກນັ້ນ, ບັນດາທ່ານຄະນະກຳມະການຂັ້ນແຂວງ, ນະຄອນ, ເມືອງ ໄດ້ຜັດປ່ຽນກັນ ປະກອບຄໍາເຫັນ ຢ່າງກົງໄປກົງມາ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ, ຈຸດອ່ອນຂໍ້ຄົງຄ້າງ ພ້ອມບັນດາບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງຈະແກ້ໄຂໃນຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງເຄື່ອນໄຫວວຽກງານຕ້ານການຄ້າມະນຸດພາຍໃນແຂວງມີປະສິດທິຜົນສູງຂຶ້ນກວ່າເກົ່າ.

(ຂ່າວ: ເກດສະໜາ ແກ້ວສຸວັນນະແສງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ