ທ່ານ ຈັນສະໝອນ ພົມມະແສງ ໄດ້ກ່າວວ່າ: ການອົບຮົມຄັ້ງນີ້, ເພື່ອຍົກລະດັບໃຫ້ພະສົງ-ສາມະເນນໃຫ້ມີຄວາມຮັບຮູ້, ເຂົ້າໃຈເລິກເຊິ່ງ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດ ໝາຍຂອງລັດ ແລະ ເຄື່ອນໄຫວໄດ້ຢ່າງຖືກຕ້ອງແທດເໝາະກັບສະພາບສັງຄົມໃນໄລຍະໃໝ່ ເພື່ອເສີມຂະຫຍາຍມູນເຊື້ອຂອງຊາດ, ບົດບາດຂອງສາສະໜາພຸດຕໍ່ສັງຄົມລາວ, ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດຕໍ່ການເຊື່ອຖືສາສະໜາ ແລະ ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູໃນການສວຍໃຊ້ສາສະໜາ. ບົນພື້ນຖານຄວາມຮັບຮູ້-ເຂົ້າໃຈເພື່ອເຮັດໃຫ້ຄະນະສົງ ເຄື່ອນໄຫວເທສະໜາພະທັມຄຳສອນຂອງພະພຸດທະເຈົ້າ ແລະ ສອດຄ່ອງຕາມລັດຖະທຳມະນູນສົງລາວ. ຈາກນັ້ນ, ທ່ານກໍໄດ້ເຜີຍແຜ່ເອກະສານກ່ຽວກັບການເສີມຂະຫຍາຍມູນເຊື້ອຂອງຊາດລາວຍົກໃຫ້ເຫັນປະຫວັດຄວາມເປັນມາຂອງຊາດລາວໂດຍຫຍໍ້, ມູນເຊື້ອອັນສະຫງ່າລາສີຂອງຊາດລາວ, ດຸໝັ່ນຂະຫຍັນພຽນ, ປະດິດສ້າງ ແລະ ອົດທົນຜ່ານຄວາມຫຍຸ້ງຍາກ. ວິທີການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງຊາດລາວໃນໄລຍະໃໝ່. ພ້ອມດຽວກັນນີ້, ກໍ່ໄດ້ຮັບຟັງເນື້ອໃນເອກະສານກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງສາສະໜາພຸດຕໍ່ສັງຄົມລາວ ໃນແຕ່ລະໄລຍະ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)
ຄໍາເຫັນ