ພິທີມອບ-ຮັບໃບຢັ້ງຍືນໜ່ວຍພັກປອດໃສ

ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ຮັບຮອງນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ຮັບຮອງນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ພິທີມອບ-ຮັບໃບຢັ້ງຍືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ປະຈຳປີ 2023

ໄດ້ຈັດຂຶ້ນໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສາຍໄຈ ກົມມະສິດ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ, ສະຫາຍ ບຸນທອງ ແສງສີກອງ ກຳມະການພັກແຂວງ ເລຂາໜ່ວຍພັກຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ. ມີຕາງໜ້າຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ຄະນະໜ່ວຍພັກ, ຕາງໜ້າຄະນະພັກຮາກຖານປ້ອງກັນຄວາມສະຫງົບເຂດ, ສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ 39 ສະຫາຍ ຍິງ 5 ສະຫາຍ.

ສະຫາຍ ແກ້ວລາ ນໍລະສິງ ຮອງຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 254/ຄປພຂ.ບກ ລົງວັນທີ 11 ມີນາ 2024. ວ່າດ້ວຍການຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023. ໃຫ້ກຽດຂຶ້ນມອບໃບຢັ້ງຍືນຄັ້ງນີ້ໂດຍ ສະຫາຍ ພົນຕີສາຍໄຈ ກົມສະສິດ, ເປັນກຽດຂຶ້ນຮັບໃບຢັ້ງຍືນໂດຍສະຫາຍ ບຸນທອງ ແສງສີກອງ ພ້ອມຄະນະ, ໃນໂອກາດນີ້ ສະຫາຍ ພົນຕີ ສາຍໄຈ ກົມມະສິດ ໄດ້ມີບາງຄຳເຫັນຕໍ່ພິທີ ຊຶ່ງກ່ອນອື່ນສະຫາຍ ໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດວຽກງານດ້ານຕ່າງໆທີ່ຍາດມາໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນວຽກງານການຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ, ສາມາດຮັບຮອງ ແລະ ຢັ້ງຍືນໜ່ວຍພັກຄະນະຄຸ້ມຄອງເຂດເສດຖະກິດພິເສດ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມນີ້ສະຫາຍຍັງໄດ້ເນັ້ນໜັກບາງບັນຫາໃນການປັບປຸງແບບແຜນວິທີເຮັດວຽກ, ແບບແຜນການນຳພາຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ຄະນະພັກ, ສະມາຊິກພັກທຸກສະຫາຍ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີພາຍໃນພາຍນອກໃຫ້ ແໜ້ນແຟ້ນ, ສຶືບຕໍ່ແກ້ໄຂວຽກງານທີ່ຍັງຄົງຄ້າງໃຫ້ທັນສະພາບການ, ຖືເອົາການປັບປຸງ-ກໍ່ສ້າງພັກຕາມ 5 ຫຼັກການ, 3 ທິດນຳ, ຮັບປະກັນ 3 ລັກສະນະ ແລະ ຮັກສາມູນເຊື້ອການເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບວຽກງານການຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ມີບົດບາດກ້າວໜ້າໜັກແໜ້ນ, ເລິກເຊິ່ງ ທັນສະໄໝ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.

(ຂ່າວ: ແຂວງບໍ່ແກ້ວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ