ຄະນະນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕິດຕາມສະພາບນ້ຳຖ້ວມ ທີ່ເມືອງໄຊທານີ ແລະ ເມືອງນາຊາຍທອງ

ຄະນະນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕິດຕາມສະພາບນ້ຳຖ້ວມ ທີ່ເມືອງໄຊທານີ ແລະ ເມືອງນາຊາຍທອງ

ຄະນະນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕິດຕາມສະພາບນ້ຳຖ້ວມ ທີ່ເມືອງໄຊທານີ ແລະ ເມືອງນາຊາຍທອງ
ໃນວັນທີ 5 ຕຸລາ ຜ່ານມານີ້, ຄະນະນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ນໍາໂດຍ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ, ທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ທ່ານຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ການນຳເມືອງໄຊທານີ, ເມືອງນາຊາຍທອງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງໄດ້ລົງຕິດຕາມສະພາບນ້ຳຖ້ວມ ຢູ່ທີ່ເຂດປະຕູນ້ຳ ບ້ານທ່າສະຫວ່າງ ບໍລິເວນຂົວນ້ຳເຄັມ ຊຶ່ງໄດ້ຮັບການລາຍງານສະພາບນ້ຳຖ້ວມ ໂດຍການນຳເມືອງໄຊທານີ ໂດຍໃຫ້ຮູ້ວ່າ:
ຄະນະນຳກະຊວງກະສກຳ ແລະ ສງແວດລອມ ຕດຕາມສະພາບນຳຖວມ ທເມອງໄຊທານ ແລະ ເມອງນາຊາຍທອງ - image 1
 

 

ໃນວັນທີ 4 ຕຸລາ 2025 ລະດັບນໍ້າງື່ມຢູ່ລະດັບ 11:34 ແມັດ ຊຶ່ງຖ້າທຽບໃສ່ລະດັບເຕືອນໄພແມ່ນ 12 ແມັດ ແລະ ລະດັບອັນຕະລາຍ 13 ແມັດ ເຫັນວ່າລະດັບນໍ້າງື່ມແມ່ນມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຮັດໃຫ້ນ້ຳໄຫຼຜ່ານເຂົ້າປະຕູນ້ຳ, ຫ້ວຍທຳມະຊາດ, ໄຫຼເຂົ້າຖ້ວມເຮືອນຊານ, ຮົ້ວສວນ ແລະ ພື້ນທີ່ການຜະລິດຂອງປະຊາຊົນ, ເປັນຕົ້ນ: ກຸ່ມບ້ານເວີນຄຳ, ກຸ່ມທ່າງ່ອນ, ກຸ່ມດົງ ແລະ ກຸ່ມຫ້ວຍຈຽມ ສຳລັບເຮືອນປະຊາຊົນທີ່ໄດ້ຮັບຜົນກະທົບນໍ້າຖ້ວມທັງໝົດ ມີ 12 ບ້ານ, ມີ 252 ຄອບຄົວ, ມີພື້ນທີ່ການຜະລິດຖືກຖ້ວມປະກອບມີ ເນື້ອທີ່ການຜະລິດເຂົ້າ 87.6 ຮຕ ຈໍານວນ 49 ຄອບຄົວ, ສວນມັນຕົ້ນ 4.5 ຮຕ ຈໍານວນ 7 ຄອບຄົວ, ພືດຜັກ 1 ຮຕ, ໄມ້ໃຫ້ໝາກ 3.2 ຮຕ ຈໍານວນ 2 ຄອບຄົວ, ສວນໝາກພ້າວ 4 ຮຕ ຈໍານວນ 4 ຄອບຄົວ, ໜອງປາ 27 ໜອງ ເນື້ອທີ່ 2.4 ຮຕ ຈຳນວນ 11 ຄອບຄົວ. ຕໍ່ມາທາງຄະນະໄດ້ເດີນທາງໄປຕິດຕາມສະພາບນ້ຳ ທີ່ອ່າງເກັບນ້ຳ ນໍ້າຫຸມ-ນ້ຳຊ່ວງ, ເຂດເມືອງນາຊາຍທອງ ຊຶ່ງໄດ້ຮັບຟັງການລາຍງານ ໂດຍການນຳເມືອງນາຊາຍທອງ ໃຫ້ຮູ້ວ່າ ໃນລະຫວ່າງວັນທີ 24 ກັນຍາ - 3 ຕຸລາ 2025 ໄດ້ມີຝົນຕົກໜັກ ຢູ່ພື້ນທີ່ ເມືອງນາຊາຍທອງ ຈຶ່ງເຮັດໃຫ້ນໍ້າຫຸມ, ນໍ້າຊ່ວງ ສົມທົບກັບມວນນໍ້າ ສາຍນ້ຳຕ່າງໆ ທີ່ໄຫຼມາຈາກພູພະນັງ, ອ່າງເກັບນໍ້າວັງຍິ່ງ, ບວກກັບມີການລະບາຍນໍ້າຈາກເຂື່ອນຕ່າງໆທີ່ປ່ອຍນໍ້າລົງມາ ເຮັດໃຫ້ລະດັບນໍ້າງື່ມຂຶ້ນສູງ, ຍູ້ດັນມວນນໍ້າທີ່ໄຫຼລົງສູ່ນໍ້າງື່ມ ເຮັດໃຫ້ນໍ້າໄຫຼຊ້າ ຈຶ່ງເປັນສາເຫດເຮັດໃຫ້ມີສະພາບນໍ້າຖ້ວມທີ່ຢູ່ອາໄສຂອງປະຊາຊົນ ແລະ ເນື້ອທີ່ທໍາການຜະລິດ, ໜອງປາປະຊາຊົນທີ່ຢູ່ພື້ນທີ່ຕໍ່າ ຊຶ່ງຈຳນວນບ້ານທີ່ຖືກເສຍຫາຍ ມີ 6 ບ້ານ, ນາເຂົ້າຖືກຜົນກະທົບລວມ 240 ຮຕ, ສວນສາລີຫວານ 38 ໄຮ່, ສາລີອາຫານສັດ 30 ໄຮ່, ສວນໝາກເພັດ 57 ໄຮ່, ສວນໝາກຮຸ່ງ 19 ໄຮ່, ສວນໝາກແຕງ 7 ໄຮ່.

ຄະນະນຳກະຊວງກະສກຳ ແລະ ສງແວດລອມ ຕດຕາມສະພາບນຳຖວມ ທເມອງໄຊທານ ແລະ ເມອງນາຊາຍທອງ - image 2
 

ໂອກາດນີ້, ທ່ານລັດຖະມົນຕີ ກໍໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ແລະ ການນຳຂອງທັງສອງເມືອງ ໃຫ້ເລັ່ງເກັບກຳຂໍ້ມູນ ສະພາບນ້ຳຖ້ວມໃຫ້ລະອຽດຂຶ້ນຕື່ມ, ໂດຍສະເພາະໃນຈຸດທີ່ແກ້ໄຂໄດ້ກ່ອນ ເພື່ອຮັບປະກັນໃຫ້ສົ່ງຜົນກະທົບໜ້ອຍທີ່ສຸດ ຕໍ່ການດຳລົງຊີວິດຂອງປະຊາຊົນໃນເຂດເມືອງຂອງຕົນ. ການລົງຕິດຕາມກວດກາໃນຄັ້ງນີ້, ເຫັນວ່າມີຫຼາຍຈຸດ ຍັງພົບກັບບັນຫານ້ຳຖ້ວມຂັງຢູ່, ທ່ານລັດຖະມົນຕີ ກໍໄດ້ມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ທິດຊີ້ນຳໃນການແກ້ໄຂບັນຫານີ້ ໂດຍໃຫ້ປະສານກັບກົມວິຊາການຂອງກະຊວງ, ໃນການສະໜອງແນວພັນເຂົ້າ, ແນວພັນພືດ, ແນວພັນສັດນ້ຳ ພ້ອມດ້ວຍປະສານກັບໜ່ວຍງານໄພພິພັດຂັ້ນສູນກາງ ຊ່ວຍເລັ່ງແກ້ໄຂສິ່ງທີ່ຈໍາເປັນ ຮີບດ່ວນໃຫ້ກັບປະຊາຊົນ ໃນເຂດສອງເມືອງດັ່ງກ່າວໃຫ້ທັນສະພາບການ.

(ຂ່າວ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ