ຄະນະນໍາກອງພົນທະຫານຮາບທີ 4 ອວຍພອນເຈົ້າແຂວງຄໍາມ່ວນເນື່ອງໃນໂອກາດປີໃໝ່ລາວ

ຄະນະນໍາກອງພົນທະຫານຮາບທີ 4 ອວຍພອນເຈົ້າແຂວງຄໍາມ່ວນເນື່ອງໃນໂອກາດປີໃໝ່ລາວ
ວັນທີ 12 ເມສາຜ່ານມາ ທີ່ຫ້ອງຮັບແຂກ ຫ້ອງວ່າການ ແຂວງຄໍາມ່ວນ ຄະນະການນໍາກອງພົນທະຫານຮາບທີ 4 ນໍາໂດຍ ທ່ານ ພົວ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທະຫານຮາບທີ 4 ໄດ້ເຂົ້າອວຍພອນ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ປີເຖາະ ພສ 2566 ແລະ ຕ້ອນຮັບປີໃໝ່ ປີມະໂລງ ພໍສໍ 2567 ໂດຍທ່ານໄດ້ນໍາເອົາ ຄຳອວຍພອນໄຊອັນປະເສີດ ມາຍັງທ່ານເຈົ້າແຂວງຄໍາມ່ວນ ໃນປີໃໝ່ນີ້ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນະໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ ແລະ ສືບຕໍ່ນໍາພາ ພັດທະນາ ແຂວງຄໍາມ່ວນ ໃຫ້ນັບມື້ຈະເລີນກ້າວໜ້າ, ພ້ອມດຽວກັນ ຍັງໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງການນໍາພັກ-ລັດ ແຂວງຄໍາມ່ວນ ໃນການນໍາພາ-ຊີ້ນໍາ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ແຂວງຄໍາມ່ວນ ມີຄວາມສະຫງົບໂດຍພື້ນຖານ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
ທ່ານ ເຈົ້າແຂວງຄໍາມ່ວນ ກໍໄດ້ສະແດງຄວາມຂອບໃຈ ມາຍັງຄະນະການນໍາກອງພົນທະຫານຮາບທີ 4 ທີ່ໄດ້ສະຫຼະເວລາເຂົ້າອວຍພອນໃນຄັ້ງນີ້ ດ້ວຍຄວາມຈິງໃຈ ພ້ອມທັງໄດ້ລາຍງານສະພາບໂດຍສັງເຂບກ່ຽວກັບ ດ້ານວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຢູ່ພາຍໃນແຂວງ ໃຫ້ຄະນະດັ່ງກ່າວໄດ້ຮັບຊາບ.
(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຂ່ງຂັນກິລາເປຕັງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V

ແຂ່ງຂັນກິລາເປຕັງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V

ສານປະຊາຊົນສູງສຸດ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງ ເພື່ອຕ້ອນຮັບກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສານປະຊາຊົນ ຄົບຮອບ 43 ປີ ຊີງຂັນລາງວັນ ປະທານສານປະຊາຊົນສູງສຸດ ຊຶ່ງຂະບວນການດັ່ງກ່າວຈັດຂຶ້ນໃນວັນທີ 7 ສິງຫາ ຜ່ານມາ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນກຽດເຂົ້າຮ່ວມພິເປີດຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ມີຮອງປະທານ, ຜູ້ພິພາກສາ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ພະນັກງານ-ລັດຖະກອນ ອ້ອມຂ້າງສານປະຊາຊົນ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ບໍລິສັດຈະເລີນພັດທະນາ ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ

ບໍລິສັດຈະເລີນພັດທະນາ ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ

ວັນທີ 8 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດ ຈະເລີນພັດທະນາ ໄດ້ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ ຈຳນວນ 20 ລ້ານກີບ ມອບໂດຍທ່ານ ພົງສະຫວັນ ໄຊຍະແສງ ປະທານບໍລິສັດ ຈະເລີນພັດທະນາ ແລະ ຮັບໂດຍທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ສື່ມວນຊົນ ຕ້ອງຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກທັນສະໄໝ

ສື່ມວນຊົນ ຕ້ອງຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກທັນສະໄໝ

ສື່ມວນຊົນ ຕ້ອງໄດ້ຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກ, ທັນສະໄໝ, ເນື່ອງໃນໂອ ກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13/8/1950-13/8/2025) ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ສິງຫາຜ່ານມາວ່າ: ວັນທີ 13 ສິງຫາ ແມ່ນວັນທີ່ມີຄວາມໝາຍສໍາຄັນຫຼາຍສໍາລັບທຸກຄົນໃນວົງການສື່ມວນຊົນ ແລະ ການພິມຈໍາໜ່າຍທີ່ພວກເຮົາຈະໄດ້ຫວນຄືນເຖິງຜົນງານການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ແລະ ພ້ອມກັນປຶກສາຫາລືບັນຫາປິ່ນອ້ອມວຽກງານສື່ມວນຊົນ.
ໄຊສົມບູນ ປະກາດການຈັດຕັັ້ງພະແນກການ ແລະ ໂອນວຽກເຂົ້າກັນ

ໄຊສົມບູນ ປະກາດການຈັດຕັັ້ງພະແນກການ ແລະ ໂອນວຽກເຂົ້າກັນ

ແຂວງໄຊສົມບູນ ໄດ້ປະກາດການຈັດຕັັ້ງພະແນກການ, ອົງການຂັ້ນແຂວງ ທີ່ຖືກໂຮມ, ໂອນວຽກເຂົ້າກັນ, ພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ.
ການນໍາເມືອງປາກກະດິງ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ 4 ບ້ານ

ການນໍາເມືອງປາກກະດິງ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ 4 ບ້ານ

ເມື່ອບໍ່ດົນມານີ້, ທ່ານ ດາວ ດວງພະຈັນ ຮັກສາການຮອງເຈົ້າເມືອງປາກກະດິງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມສະພາບຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ ບ້ານນາເຄືອໃນ, ນາຫີນ, ໂພນທອງ ແລະ ບ້ານ ນາສັງ.
ເປີດບັ້ນດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກແຂວງຊຽງຂວາງ

ເປີດບັ້ນດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກແຂວງຊຽງຂວາງ

ໃນວັນທີ 7-9 ສິງຫານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ, ຄະນະບໍລິຫານງານພັກແຂວງຊຽງຂວາງໄດ້ເປິດບັ້ນດຳເນີນຊີວິດການເມືອງທ້າຍສະໄໝສະໄໝທີ VIII ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີຄະນະບໍລິຫານງານພັກແຂວງ ແລະ ການນຳຈາກສູນກາງເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ໄຊສົມບູນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6ເດືອນ ຕົ້ນປີ

ອົງການໄອຍະການປະຊາຊົນ ໄຊສົມບູນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6ເດືອນ ຕົ້ນປີ

ກອງປະຊຸມສະຫຼຸບວຽກງານອົງການໄອຍະການປະຊາຊົນ ທົ່ວແຂວງໄຊສົມບູນ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2025 ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ.
ການທົດລອງຄັ້ງສຸດທ້າຍ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ການທົດລອງຄັ້ງສຸດທ້າຍ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ສູນສະຖິຕິແຫ່ງຊາດ, ກະຊວງການເງິນໄດ້ດຳເນີນຈັດຕັ້ງປະຕິບັດການທົດລອງຄັ້ງສຸດທ້າຍສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ເພື່ອກວດກາຄວາມພ້ອມຮອບດ້ານກ່ອນການເດີນສຳຫຼວດເກັບກຳຂໍ້ມູນພາກສະໜາມຕົວຈິງ ໃນຂອບເຂດທົ່ວປະເທດໃນ ວັນທີ 3 ພະຈິກ 2025.
ອັດຕະປື ເຊັນບົດບັນທຶກຄວາມເຂົ້າໃຈໂຄງການກະສິກຳ ປູກພືດ-ລ້ຽງສັດ

ອັດຕະປື ເຊັນບົດບັນທຶກຄວາມເຂົ້າໃຈໂຄງການກະສິກຳ ປູກພືດ-ລ້ຽງສັດ

ແຂວງອັດຕະປື ແລະ ບໍລິສັດ ໂກເບັນດອກຄຳ ພະລັງງານສີຂຽວ-ກະສິກຳ ກຣຸບ ຈຳກັດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໂຄງການກະສິກຳ ປູກພືດ-ລ້ຽງສັດ ໃນຮູບແບບ 2+3 ແລະ 1+4 ໃນເນື້ອທີ່ດິນ 13,502 ເຮັກຕາ ຢູ່ 24 ບ້ານຂອງ 3 ເມືອງຄື: ເມືອງສາມັກຄີໄຊ, ໄຊເສດຖາ ແລະ ເມືອງຊານໄຊ.
ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການກະສິກໍາເຊື່ອມສານເພື່ອປັບປຸງວຽກງານໂພຊະນາການ

ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການກະສິກໍາເຊື່ອມສານເພື່ອປັບປຸງວຽກງານໂພຊະນາການ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ກອງປະຊຸມລິເລີ້ມໂຄງການກະສິກໍາ ເຊື່ອມສານເພື່ອປັບປຸງວຽກງານດ້ານໂພຊະນາການ ເມືອງມະຫາໄຊ ແລະ ເມືອງເຊບັ້ງໄຟ ໄລຍະທີ 2 ໄດ້ຈັດຂຶ້ນໃນ ວັນທີ 7 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີທ່ານ ນາງ ອີແດລໄວສ໌ ຊີລານ (Ms. Edelweiss Silan) ຜູ້ອໍານວຍການ ອົງການສຸພະນິມິດສາກົນ ປະຈໍາ ສປປ ລາວ, ຕະຫຼອດເຖິງຄູ່ຮ່ວມງານຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ເພີ່ມເຕີມ