ພະອາຈານ ໃຫຍ່ ທິກ ທໍ້ ລາກ ໄດ້ລາຍງານຈຸດປະສົງຂອງການມາຢ້ຽມຢາມແຂວງຊຽງຂວາງໃນຄັ້ງນີ້, ເພື່ອກວດກາເບິ່ງການກໍ່ສ້າງຫໍບູຊາຢູ່ບ້ານຍວນເມືອງແປກ. ນອກນີ້, ພະອາຈານໃຫຍ່ ຍັງໄດ້ສະເໜີຂໍເນື້ອທີ່ເພີ່ມເຕີມເພື່ອສ້າງພະພຸດທະຮູບຢູ່ເທິງພູທີ່ຕິດກັບເນື້ອທີ່ຂອງຫໍບູຊາຖ້າກໍ່ສ້າງສຳເລັດຈະກາຍເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່, ເປັນບ່ອນເພິ່ງພາທາງຈິດໃຈ, ເປັນບ່ອນກາບໄຫ້ວສັກກາລະບູຊາ, ແລກປ່ຽນທາງສາສະໜາ-ວັດທະນະທຳ. ໃນວັນທີ 25-27 ກໍລະກົດ 2025 ທີ່ຈະມາເຖິງນີ້ ທາງຄະນະສົງຫວຽດນາມ ຮ່ວມກັບ ປະຊາຊົນແຂວງເຫງະອານ ແລະ ຊາວຫວຽດນາມທີ່ດຳລົງຊີວິດຢູ່ແຂວງຊຽງຂວາງ ຈະຂໍຈັດພິທີທາງສາສະໜາຢູ່ຫໍບູຊາເພື່ອລະນຶກເຖິງວິລະກຳຄຸນງາມຄວາມດີຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ແລະ ທະຫານ, ປະຊາຊົນຂອງລາວທີ່ເສຍສະຫຼະຊີວິດໃນພາລະກິດຕໍ່ສູ້ກູ້ຊາດ. ນອກນີ້, ຍັງມີແຜນຂະຫຍາຍການຮ່ວມມືແລກປ່ຽນທາງສາສະໜາລະຫ່ວາງແຂວງເຫງະອານ ແລະ ແຂວງຊຽງຂວາງ.
ທ່ານ ນາງ ບົວສີ ນາຖາວົງ ໄດ້ສະແດງຄວາມຂອບໃຈຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ. ສຳລັບຄຳສະເໜີແມ່ນແຂວງຊຽງຂວາງ ຈະຄົ້ນຄ້ວາພິຈາລະນາ ຖ້າຈັດພິທີທາງສາສະໜາແຂວງຈະໃຫ້ການຮ່ວມມື ແລະ ປະຊາຊົນຊາວຊຽງຂວາງຈະເຂົ້າຮ່ວມ, ຊຸກຍູ້-ສົ່ງເສີມຮ່ວມແຮງຮ່ວມໃຈເພື່ອເຮັດໃຫ້ພິທີມີຜົນສຳເລັດ, ຫໍບູຊາແມ່ນຢາກໃຫ້ມີຄູບາປະຈຳຢູ່ ເພື່ອສະດວກໃນການຈັດພິທີໃນວັນສຳຄັນຕ່າງໆ.
(ຂ່າວ: ບຸນມີ ແສງທຸມມີ)
ຄໍາເຫັນ