ຄະນະພັກແຂວງຫຼວງພະບາງຊຸດໃໝ່ ຕ້ອງສຸມໃສ່ຍົກສູງຄຸນນະພາບໃນການນໍາພາ ຂອງຄະນະພັກແຕ່ລະຂັ້ນ

ຄະນະພັກແຂວງຫຼວງພະບາງຊຸດໃໝ່ ຕ້ອງສຸມໃສ່ຍົກສູງຄຸນນະພາບໃນການນໍາພາ ຂອງຄະນະພັກແຕ່ລະຂັ້ນ

ຄະນະພັກແຂວງຫຼວງພະບາງຊຸດໃໝ່ ຕ້ອງສຸມໃສ່ຍົກສູງຄຸນນະພາບໃນການນໍາພາ ຂອງຄະນະພັກແຕ່ລະຂັ້ນ
ໃນໂອກາດໂອ້ລົມຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX,ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ກ່າວວ່າ: ຄະນະບໍລິຫານງານພັກແຂວງຫຼວງພະບາງຊຸດໃໝ່ ຕ້ອງຖືເອົາການຈັດຕັ້ງ, ສັບຊ້ອນພະນັກງານຄືນໃໝ່ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງໜ້າທີ່ວຽກງານຕົວຈິງ ແລະບໍາລຸງຍົກລະດັບຕໍ່ເນື່ອງ ເປັນໄມ້ງັດສໍາຄັນ ຮັບປະກັນແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ,

ປັດຈຸບັນຢູ່ພາຍໃນແຂວງມີຖັນແຖວພະນັກງານນໍາພາ-ຄຸ້ມຄອງ ແລະພະນັກງານວິຊາການໃນແຕ່ລະຂົງເຂດ ບໍ່ໜ້ອຍ, ທີ່ໄດ້ຜ່ານການກໍ່ສ້າງ, ພັດທະນາຍົກລະດັບດ້ວຍການລົງທຶນອັນຫຼວງຫຼາຍ, ຕ້ອງເຮັດໃຫ້ພະນັກງານແຕ່ລະຄົນໄດ້ຮັບການຊັບຊ້ອນເຂົ້າໃນຕໍາແໜ່ງງານ, ທັງມອບໝາຍໜ້າທີ່ ແລະຄວາມຮັບຜິດຊອບຕົວຈິງ, ເຮັດໃຫ້ທຸກການຈັດຕັ້ງ ແລະພະນັກງານທີ່ຮັບຜິດຊອບແຕ່ລະວຽກ ເຄື່ອນໄຫວຢ່າງເປັນຕ໋ອງໂສ້ ຮັບປະກັນຂັບເຄື່ອນນະໂຍບາຍທີ່ວາງອອກ ຢ່າງເປັນລະບົບມີປະສິດທິພາບ, ແກ້ໄຂເດັດຂາດສະພາບພະນັກງານ “ເຫຼືອບໍ່ພໍ”, ຕີຖອຍປະກົດການຈຸ້ມເຈື້ອ, ເຊື້ອສາຍ ຫຼື ການສະແຫວງຫາຜົນປະໂຫຍດ ໃນການສັບຊ້ອນຈັດວາງ, ບໍ່ປ່ອຍໃຫ້ມີການເລືອກວຽກ, ແລ່ນນໍາຜົນປະໂຫຍດໃນຖັນແຖວພະນັກງານ, ກໍາແໜ້ນສະພາບພະນັກງານ, ປະຕິບັດເຂັ້ມງວດຫຼັກການ “ມີເຂົ້າມີອອກ, ມີຂຶ້ນມີລົງ”. ພ້ອມນີ້ ຕ້ອງຖືເອົາການຕິດຕາມ-ກວດກາ ຄວາມຮັບຜິດຊອບການເມືອງ, ການປະຕິບັດລະບຽບວິໄນ ແລະຂໍ້ຫ້າມຕໍ່ສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນທັງຫຼັກການ, ເປັນທັງມາດຕະການອັນຈໍາເປັນ ເພື່ອປັບປຸງພັກ ແລະລະບົບການເມືອງ ໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະໜັກແໜ້ນ, ເຄື່ອນໄຫວມີຄຸນນະພາບ, ມີປະສິດທິພາບ ແລະມີປະສິດທິຜົນ. ຄະນະພັກແຕ່ລະຂັ້ນ ຕ້ອງເອົາໃສໃສ່ນໍາພາປັບປຸງຄວາມເຂັ້ມແຂງ ຂອງຄະນະກວດກາພັກ, ອົງການກວດກາລັດ ໃຫ້ທິດທາງ, ໃຫ້ການຊີ້ນໍາຢ່າງໃກ້ສິດ ຕໍ່ອົງການກວດກາ ເພື່ອກວດກາການເມືອງ ແລະຮັດແໜ້ນລະບຽບວິໄນຢູ່ພາຍໃນ, ຮັບປະກັນການນໍາພາການເມືອງຂອງພັກ, ສ້າງຄວາມໂປ່ງໃສ ແລະມີປະສິດທິພາບໃນການຄຸ້ມຄອງລັດ. ພິເສດ ກວດກາ ແລະແກ້ໄຂສະພາບພະນັກ ງານສວຍໃຊ້ໜ້າທີ່ກົດໜ່ວງຖ່ວງດຶງ ເພື່ອຕໍ່ລອງຜົນປະໂຫຍດນໍາຜູ້ໃຊ້ບໍລິການຂອງລັດ ແລະການສວຍໃຊ້ໜ້າທີ່ເພື່ອຍັກຍອກ, ກອບໂກຍເງິນຄໍາ, ຊັບສິນຂອງລັດ, ຂອງລວມໝູ່ ແລະຂອງປະຊາຊົນ. ທັງໝົດນັ້ນ ເພື່ອຮັບປະກັນຄວາມສັດທາ ແລະການສະໜັບສະໜູນ ຂອງປະຊາຊົນ ຕໍ່ພັກ, ສາມາດປຸກລຸດົມປະຊາຊົນ ເຂົ້າຮ່ວມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຢ່າງກວ້າງຂວາງ ແລະແຂງແຮງ.

ສະຫາຍ ຄໍາພັນ ພົມມະທັດ ເນັ້ນຕື່ມວ່າ: ສຳລັບບັນດາສະຫາຍ ຜູ້ແທນສົມບູນ ທີ່ຈະໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕ້ອງທຸ້ມເທຄວາມຮູ້, ສະຕິປັນຍາ ເພື່ອຄົ້ນຄວ້າ ປະກອບຄໍາເຫັນ ຕໍ່ບັນດາເອກະສານກອງປະຊຸມໃຫຍ່, ເລືອກເຟັ້ນ ແລະລົງຄະແນນສຽງ ເລືອກຕັ້ງຜູ້ຈະເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ປະກອບສ່ວນໂດຍກົງ ໃນການປັບປຸງຍົກລະດັບຄຸນນະພາບ ແລະຄວາມສາມາດນໍາພາ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໃຫ້ສູງຂຶ້ນ.

(ຂ່າວ: ອາພຸດເດດ ບຸບຜາ, ພາບ: ດາວອນ ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ພິທີ ປິດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນຕີຕົວເມືອງປະຈຳປີ 2025 ໃຫ້ກຳລັງກອງພັນນ້ອຍຕີພິເສດ 432 ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 15 ວັນ, ໂດຍການເປັນປະທານຂອງສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ມີຫົວໜ້າກົມ 49, ຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍອົງການ 5 ຫ້ອງ,ພະແນກຕີພິເສດເຂົ້າຮ່ວມ.
ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ໄດ້ເປີດຕົວໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ໃນວັນທີ 5 ພະຈິກ 2025 ທີ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງເປັນການລິເລີ່ມບຸກເບີກ ເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດແຂວງຫຼວງພະບາງ ໃຫ້ດີຂຶ້ນ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫຼາດທີ່ທັນສະໄໝ.
2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

ໃນວັນທີ 8 ພະຈິກນີ້, ທ່ານ ເພັດ ວົງຂັນຕີ ຜູ້ອຳນວຍການບໍລິສັດ ເພັດໄລພອນທຣວງເຊີນຣີຊອດສ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນ ຈຳນວນ 100,000,000 ກີບ ໃຫ້ແຂວງຊຽງຂວາງ, ທ່ານ ໂກວ ກຸຍຮ່າຍ (GUO GUIHAI) ຜູ້ອຳນວຍການບໍລິສັດ ຮົ່ງກົງຈົງເຊິງການລົງທຶນພະລັງງານ(ລາວ) ສາກົນ ຈຳກັດ ພ້ອມດ້ວຍຄະນະໄດ້ມອບເງິນຈຳນວນ 150,000,000 ກີບໃຫ້ແຂວງຊຽງຂວາງ ເພື່ອຕ້ານ, ຮັບມື ແລະ ຟື້ນຟູຜົນເສຍຫາຍຈາກໄພພິບັດຢູ່ແຂວງຊຽງຂວາງ ໂດຍສະເພາະແມ່ນໄພນ້ຳຖ້ວມ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ ແລະ ເຂົ້າສູ່ພາວະປົກກະຕິໂດຍໄວ.
ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 8 ພະຈິກຜ່ານມານີ້, ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານພູກາງ, ບ້ານເມືອງຫມ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ, ບ້ານຫນອງຄຳ ເມືອງວຽງຄໍາ ແຂວງຫຼວງພະບາງ, ເພື່ອຊຸກຍູ້ການລົງສໍາຫຼວດ ໃຫ້ສໍາເລັດຕາມລະດັບຄາດໝາຍ. ໂອກາດນີ້, ທ່ານ ສອນສັກ ສຸລິເສີມ ໄດ້ຊີ້ນໍາໃຫ້ຄະນະພັກ, ອົງການປົກຄອງບ້ານ ເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນພາຍໃນບ້ານ ໃຫ້ຄວາມສະດວກ ແກ່ຜູ້ລົງປະຕິບັດໜ້າທີ່ວຽກງານ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຮັບປະກັນໃຫ້ມີຄວາມສະຫງົບ, ປອດໄພ 100% ຕະຫຼອດໄລຍະການເດີນສໍາຫຼວດໃນຄັ້ງນີ້.
ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ກອງປະຊຸມເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ອົງການ 3 ຝ່າຍ ແລະ ຜູ້ໃຊ້ແຮງງານ ໄດ້ຈັດຂຶ້ໃນຕອນວັນທີ 7 ພະຈິກຜ່ານມາ ທີ່ຫ້ອງປະຊຸມພະແນກ ແຮງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ພາຍໃຕ້ການເປັນປະທານຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ເພີ່ມເຕີມ