ຄະນະຜູ້ແທນ ເມືອງລອງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່  ສສ.ຫວຽດນາມ 

ຄະນະຜູ້ແທນ ເມືອງລອງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່  ສສ.ຫວຽດນາມ 
ໃນລະຫວ່າງວັນທີ 5-10 ພຶດສະພາຜ່ານມານີ້ຄະນະຜູ້ແທນເມືອງລອງ ແຂວງຫຼວງນໍ້າທາ ນໍາໂດຍ ສະຫາຍ ຄໍາເພັດ ຈັນທະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆລອງ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງເກີມເຄ ແຂວງຟູເຖາະ ສສ.ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍລະຫວ່າງ ເມືອງລອງ ແລະ ເມືອງເກີມເຄ,ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ຫງວຽນ ແມັງຮຸ່ງ ກໍາມະການພັກແຂວງ ເລຂາພັກເມືອງ ປະທານສະພາປະຊາຊົນເມືອງ ເກີມເຄ ພ້ອມດ້ວຍຄະນະ ຢູ່ທີ່ອົງການຄະນະກໍາມະການປະຊາຊົນ ເມືອງເກີມເຄດ້ວຍບັນຍາກາດອັນອົບອຸ່ນ ແລະເຕັມໄປດ້ວຍໄມຕີຈິດມິດຕະພາບ,ໃນໂອກາດດັ່ງກ່າວທັງສອງຝ່າຍໄດ້ລາຍງານສະພາບລວມຂອງການພັດທະນາເສດຖະກິດ-ສັງຄົມຂອງ ສອງເມືອງ ໃຫ້ກັບຊາບ, ຮ່ວມກັນປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນຢ່າງຈິງໃຈ ແລະ ກົງໄປກົງມາ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ເມືອງລອງ ແຂວງຫຼວງນໍ້າທາ ສປປລາວ ແລະ ເມືອງເກີມເຄ ແຂວງຟູເຖາະ ສສ.ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໄປສູ່ລວງເລິກ ໃນທຸກຂົງເຂດວຽກງານ ເປັນຕົ້ນທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ,ການຕ່າງປະເທດ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ສະເໜີໃຫ້ມີການພົບປະແລກປ່ຽນບົດຮຽນລະຫວ່າງ 2 ຝ່າຍຢ່າງເປັນປົກກະຕິ, ການຮ່ວມມືດ້ານການສຶກສາ, ການຝຶກອົບຮົມດ້ານເຕັກນິກວິຊາຊີບ, ການຮ່ວມມືວຽກງານດ້ານການລົງທຶນ, ການເພີ່ມທະວີ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງເມືອງລອງ ແລະ ເມືອງເກີມເຄໃຫ້ແຕກດອກອອກຜົນ ແລະໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ,ສະຫາຍ ຄໍາເພັດ ຈັນທະວົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ຄະນະພັກເມືອງເກີມເຄ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ຂອງຄະນະຜູ້ແທນເມືອງລອງ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລ້ຳຄ່າ ໃຫ້ແກ່ ພັກ-ລັດຖະບານ ສປປລາວເວົ້າລວມ ເວົ້າສະເພາະ ແມ່ນເມືອງລອງ ແຂວງຫຼວງນໍ້າທາ, ພ້ອມທັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ເມືອງລອງ ແຂວງຫຼວງນໍ້າທາ ແລະ ເມືອງເກີມເຄ ແຂວງຟູເຖາະໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍກວ້າງຂວາງກ້າວສູ່ລວງເລິກ ໃນຫຼາຍຂົງເຂດການຮ່ວມມື ຢ່າງມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມພ້ອມກັນສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມຄົບຮອບ 47 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62ປີ,ພ້ອມນີ້ຍັງໄດ້ເຊື້ອເຊີນ ສະຫາຍ ຫງວຽນ ແມັ້ງຮຸ່ງ ພ້ອມດ້ວຍຄະນະ ໄປຢ້ຽມຢາມເມືອງລອງ ແຂວງຫຼວງນໍ້າທາ ໃນໂອກາດທີ່ເໝາະສົມ.
ນອກຈາກນັ້ນຄະນະຜູ້ແທນເມືອງລອງ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ການພັດທະນາພື້ນຖານໂຄ່ງລາງ ຂອງເມືອງເກີມເຄ, ຢ້ຽມຢາມຟາມໄກ່, ໂຮງງານອຸດສາຫະກໍາ ໂຕໂຍ ໂລລາ TOYO LOLAR,ພົບປະນັກສຶກສາລາວ ທີ່ວິທະຍາໄລແພດຊັ້ນສູງ ຟູເຖາະ ນອກຈາກນັ້ນຍັງໄດ້ ເຂົ້າພົບປະຮ່ວມມືວຽກງານການຕ່າງປະເທດ ກັບ ສະຫາຍ ຢື ວັນກວ໋າງ ເລຂາໜ່ວຍພັກ ຫົວໜ້າພະແນກ ການຕ່າງປະເທດ ແຂວງ ຟູເຖາະ ພ້ອມດ້ວຍຄະນະຢູ່ທີ່ພະແນກການຕ່າງປະເທດ ແຂວງຟູເຖາະ ພ້ອມກັບເຄື່ອນໄຫວຢ້ຽມຢາມ ຄະນະພັກ-ຄະນະກໍາມະການປະຊາຊົນ ແຂວງເຊິນລາ ແລະ ແຂວງດຽນວຽນຟູ ເພື່ອຮັດແໜ້ນຄວາມສາມັກຄີຕື່ມອີກດ້ວຍ.ຂ່າວ-ພາບ: ອຸທາ ພົນທາວີ 

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ໃນວັນທີ 7 ພຶດສະພາ ນີ້ ທີ່ ເຊບູ ປະເທດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 38 ແລະ ກອງປະຊຸມຮ່ວມລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ.
ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

(ທ່ານ Sergei Zhestkii ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ) ໃນວັນທີ 9 ພຶດສະພາ 2026 ຢູ່ຣັດເຊຍຈະມີການສະເຫຼີມສະຫຼອງວັນແຫ່ງໄຊຊະນະໃນສົງຄາມປົກປ້ອງປິຕຸພູມຄົບຮອບ 81 ປີ ແລະ ໄຊຊະນະຂອງທົ່ວໂລກຕ້ານລັດທິຟາດຊິດ. ສົງຄາມໂລກຄັ້ງທີສອງໄດ້ກາຍເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ. ໃນໄລຍະສົງຄາມ, ສະຫະພາບໂຊວຽດເປັນສະໜາມຮົບຫຼັກໃນເອີຣົບຄຽງຄູ່ກັບຈີນໃນພາກພື້ນຕະເວັນອອກໄກ.
ສໍາເລັດໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ສໍາເລັດໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ພິທີປິດໂຄງການ "ກ້າວຕາມຮອຍພະບໍຣົມມະສາສະດາ" ຜ່າຕັດຫົວເຂົ່າເສື່ອມ ແລະ ຂໍ້ສະໂພກທຽມ ໃຫ້ແກ່ຄົນເຈັບຜູ້ດ້ອຍໂອກາດໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ ນີ້ ທີ່ໂຮງແຮມ DoubleTree by Hilton ນະຄອນຫຼວງວຽງຈັນ, ພາຍຫຼັງສຳເລັດການຜ່າຕັດການກຸສົນ ທີ່ໂຮງໝໍມິດຕະພາບ ໃນລະຫວ່າງວັນທີ 4-6 ພຶດສະພາ ຜ່ານມາ.
ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ລະຫວ່າງວັນທີ 2-4 ພຶດສະພາ ຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ມີໄຊ ພົມເຂ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຮອງຫົວໜ້າຫ້ອງວ່າການສູນກາງພັກ
ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ສະຖານທູດກູບາ ປະຈຳລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງ (ຄຕພ) ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງ ພັກກອມມູນິດກູບາ ຄົບຮອບ 65 ປີ (16 ເມສາ 1961- 16 ເມສາ 2026) ຂຶ້ນໃນວັນທີ 7 ພຶດສະພານີ້
ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ ເຂົ້າຢ້ຽມພົບປະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງຮັບແຂກ ຄອສພ, ຈຸດປະສົງເພື່ອປຶກສາຫາລືກ່ຽວ ກັບວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ໃນວັນທີ 4 ພຶດສະພາ ຜ່ານມາ ທີ່ສໍານັກງານກອງເລຂາອາຊຽນ, ຈາກາກຕາ, ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມກອງເລຂາອາຊຽນຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດຣ. ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ (CPR).
ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ກອງປະຊຸມພົບປະ ສາຫາລື ແລະ ແລກປ່ຽນ ກ່ຽວກັບການຈັດສັນ ຈາລະຈອນພາຫະນະຄົມມະນາຄົມ ແລະ ການເຂົ້າອອກ ຂອງພົນລະເມືອງ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ ໃນໄລຍະທີ່ນະຄອນດານັງ ຈັດຕັ້ງປະຕິບັດ ການລົງທຶນໂຄງການກໍ່ສ້າງຍົກລະດັບເສັ້ນທາງແຫ່ງຊາດ 14D ລະຫວ່າງ ຄະນະເຮັດວຽກແຂວງເຊກອງ ສປປ ລາວ ແລະ ຄະນະເຮັດວຽກ ນະຄອນດານັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງເຊກອງ, ໂດຍການເປັນປະທານຮ່ວມ ຂອງທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ, ທ່ານ ທ່ຽວ ຫວຽດ ຢຸ້ງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດຈູລາຍ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.
ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ໃນວັນທີ 5 ພຶດສະພາ ນີ້ ທີ່ ທຳນຽບປະທານາທິບໍດີແຫ່ງ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ກິບຣານ ຣາຄາບຸຫມິງ ຣາຄາ ຮອງປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ໃນໂອກາດເດີນທາງຢ້ຽມຢາມ ສ ອິນໂດເນເຊຍຢ່າງເປັນທາງການ ໃນລະຫວ່າງວັນທີ 4-5 ພຶດສະພາ 2026.
ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

​ ກອງສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ເມືອງໂຂງ ແຂວງຈຳປາສັກ ໄດ້ສະຫຼຸບ ການຈັດຕັ້ງປະຕິບັດວຽກງານພາຍໃນປີ 2025 ທີ່ຜ່ານມາ.​ ທ່ານ ພັນໂທ ໂພສະຫວັນ ພິມມະວົງ ຫົວໜ້າພະແນກແຜນການສັງລວມ, ຮສຮ ກະຊວງປ້ອງກັນປະເທດ ລາຍງານໃນວັນທີ 5 ພຶດສະພານີ້ວ່າ:
ເພີ່ມເຕີມ