ສໍານັກງານ ຫ້ອງວ່າການສູນກາງພັກ, ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພະນະທ່ານ ນັດສຶໂອະ ຢາມາກູຈິ ປະທານພັກໂຄເມໂຕະ ສະມາຊິກສະພາສູງຍີ່ປຸ່ນ

ຄະນະຜູ້ແທນຂັ້ນສູງພັກໂຄເມໂຕະ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ຄະນະຜູ້ແທນຂັ້ນສູງພັກໂຄເມໂຕະ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
ໃນວັນທີ 12 ກໍລະກົດ ນີ້ ທີ່ ສໍານັກງານ ຫ້ອງວ່າການສູນກາງພັກ, ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພະນະທ່ານ ນັດສຶໂອະ ຢາມາກູຈິ ປະທານພັກໂຄເມໂຕະ ສະມາຊິກສະພາສູງຍີ່ປຸ່ນ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-13 ກໍລະກົດ2024.

ໃນໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະ ໃນຄັ້ງນີ້ ຊຶ່ງຈະເປັນໂອກາດອັນດີໃຫ້ແກ່ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ພັກ ປປ ລາວ ແລະ ພັກໂຄເມໂຕະ, ປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ໃນຕໍ່ໜ້າ ກໍຄື ໂອກາດຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ໃນປີ 2025 ທີ່ຈະມາເຖິງນີ້.

ພະນະທ່ານ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ຝ່າຍແຂກຊາບ ສະພາບພົ້ນເດັ່ນຂອງ ພັກ-ລັດ ລາວ ໂດຍສະເພາະ ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XI ໄລຍະທ້າຍສະໄໝ ຂອງ ພັກ ປປ ລາວ, ຜົນສຳເລັດໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9, ການປະຕິບັດ 2 ວາລະແຫ່ງຊາດ, ການເປັນປະທານໝູນວຽນອາຊຽນຂອງ ສປປ ລາວ ໃນປີ 2024; ສະແດງຄວາມຂອບໃຈຕໍ່ ພັກໂຄເມໂຕະ ໃນນາມເປັນພັກຮ່ວມລັດຖະບານ ທີ່ໄດ້ຊ່ວຍຊຸກຍູ້ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫືຼອ ແລະ ສະໜັບສະໜູນທາງດ້ານການພັດທະນາ (ODA), ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ດ້ານສາທາລະນະສຸກ, ດ້ານກະສິກໍາ ແລະ ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ ໃຫ້ແກ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ, ລວມທັງການສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ໃນໂອກາດດັ່ງກ່າວ, ພະນະທ່ານ ນັດສຶໂອະ ຢາມາກູຈິ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ໃນການມາຢ້ຽມຢາມ ສປປ ລາວ ເປັນຄັ້ງທໍາອິດ ໃນຄັ້ງນີ້, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍີ່ປຸ່ນ-ລາວ;ແຈ້ງໃຫ້ຊາບ ກ່ຽວກັບສະພາບພົ້ນເດັ່ນພາຍໃນ ພັກໂຄເມໂຕະ, ປະເທດຍີ່ປຸ່ນ, ໂດຍສະເພາະ ຜົນສຳເລັດໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຍີ່ປຸ່ນ, ການເຄື່ອນໄຫວຕ່າງປະເທດທີ່ພົ້ນເດັ່ນ ໃນໄລຍະຜ່ານມາ. ຍິນດີສືບຕໍ່ຊຸກຍູ້ລັດຖະບານຍີ່ປຸ່ນ ໃນການຊ່ວຍເຫຼືອແກ່ ສປປ ລາວ ໃນດ້ານຕ່າງໆ, ໂດຍສະເພາະ ການພັດທະນາ (ODA), ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ.

ສອງຝ່າຍ ຕີລາຄາສູງ ຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ແລະ ຍິນດີສືບຕໍ່ເພີ່ມທະວີຊຸກຍູ້ ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ພັກ ປປ ລາວ ແລະ ພັກໂຄເມໂຕະ ກໍຄື ລະຫວ່າງ ປະຊາຊົນສອງຊາດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ຈຳນວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໄລຍະຢ້ຽມຢາມລາວ, ຄະນະຜູ້ແທນ ຍັງໄດ້ພົບປະເຮັດວຽກສອງຝ່າຍ ກັບ ພະນະທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ພົບປະກັບ ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ໃບຄຳ ຂັດທິຍະ ກຳມະການສູນກາງພັກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຶ່ງສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ, ເອກະພາບກັນ ກ່ຽວກັບ ທິດທາງການຮ່ວມມື ໃນຕໍ່ໜ້າ, ໂດຍສະເພາະການເພີ່ມທະວີການຮ່ວມມື ແລະ ແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຍີ່ ປຸ່ນ, ຍີ່ປຸ່ນ-ລາວ ເພື່ອປະກອບສ່ວນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ກໍຄື ສາຍພົວພັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂ່າວ: ຄຕພ, ພາບ: ພູວຽງຄໍາ

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ