ປະທານອົງການກວດສອບແຫ່ງລັດ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວວຽກງານທີ່ ສສ ຫວຽດນາມ

ຄະນະຜູ້ແທນອົງການກວດສອບແຫ່ງລັດໄປຢ້ຽມຢາມ ແລະ ເຄື່ອນໄຫວວຽກງານທີ່ ສສ ຫວຽດນາມ

ຄະນະຜູ້ແທນອົງການກວດສອບແຫ່ງລັດໄປຢ້ຽມຢາມ ແລະ ເຄື່ອນໄຫວວຽກງານທີ່ ສສ ຫວຽດນາມ
ໃນລະຫວ່າງວັນທີ8-12 ກໍລະກົດຜ່ານມາ,ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ, ນໍາໂດຍ ສະຫາຍວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວວຽກງານທີ່ ສສ ຫວຽດນາມ ໂດຍໄດ້ເຂົ້າຮ່ວມກອງປະຊຸມສາກົນ ແລກປ່ຽນ ຖອດຖອນ ບົດຮຽນ

ໃນຫົວຂໍ້: ບົດບາດຂອງສະຖາບັນກວດສອບສູງສຸດ (SAIs)ໃນການຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມໂປ່ງໃສ, ມີຄວາມຊື່ສັດບໍລິສຸດໃນພາກລັດ ແລະ ການບໍລິຫານລັດທີ່ດີ (International Conference on ‘‘Role of Supreme Audit Institution (SAIs) in Combatting Corruption for the Advancement of Transparency, Public Integrity, and Good Governance)ແລະ ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ ສສ ຫວຽດນາມ ຄົບຮອບ 30 ປີ ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ່ຍ ຊຶ່ງມີສະຖາບັນກວດສອບສູງສຸດຂອງ13ປະເທດເຂົ້າຮ່ວມ ຄື: ອາຟຣິກາໃຕ້, ບຣາຊິນ, ກໍາປູເຈຍ,ການາດາ, ຝຣັ່ງ, ອິນໂດເນເຊຍ, ສເກົາຫຼີ, ສປປ ລາວ, ມາເລເຊຍ, ມົງໂກເລຍ, ຊາອຸດິດ ອາຣັບບີ, ສິງກະໂປແລະ ຕາງໜ້າອົງການສະຫະປະຊາຊາດເພື່ອຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມແລກປ່ຽນຖອດຖອນບົດຮຽນ ໄດ້ຍົກໃຫ້ເຫັນບົດບາດ ຄວາມສຳຄັນ ຂອງສະຖາບັນກວດສອບສູງສຸດ (SAIs)ໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕ້ານສະກັດກັ້ນການສໍ້ລາດບັງຫຼວງ ແລະໄດ້ສ້າງເງື່ອນໄຂ, ເອື້ອອຳນວຍ ໃຫ້ອົງການກວດສອບຂອງບັນດາປະເທດແລະ ອົງການຈັດຕັ້ງສາກົນ ໄດ້ສ້າງມີການປະຍຸກສ້າງກົນໄກໃໝ່ໃນການຮັບມື ຕໍ່ກັບການຕ້ານສະກັດກັ້ນ, ການສໍ້ລາດບັງຫຼວງ ໃນຍຸກສະໄໝທີ່ເສດຖະກິດໂລກທົດຖອຍທາງດ້ານການເມືອງ, ເສດຖະກິດ, ການເງິນຂອງໂລກ ມີການຫັນປ່ຽນ. ກອງປະຊຸມໄດ້ພ້ອມກັນສຸມໃສ່ການວິເຄາະ, ວິໄຈ, ປຶກສາຫາລື ແນວທາງ ແລະ ວິທີການແກ້ໄຂບັນຫາຢ່າງມີຫົວຄິດປະດິດສ້າງຕໍ່ກັບກົນໄກການສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ການຄຸ້ມຄອງທາງດ້ານການເງິນ-ງົບປະມານຢ່າງມີປະສິດທິພາບ ແລະ ສ້າງໂອກາດໃຫ້ມີການຮ່ວມມືລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງ, ຍົກສູງບົດບາດຂອງອົງການກວດສອບແຫ່ງລັດໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ສົ່ງເສີມຄວາມໂປ່ງໃສ, ຄວາມຮັບຜິດຊອບ ແລະ ຄວາມໝັ້ນຄົງທາງການເງິນຂອງຊາດ.

ພາຍຫຼັງສຳເລັດກອງປະຊຸມສາກົນ, ຕາງໜ້າຄະນະຜູ້ແທນບັນດາອົງການກວດສອບ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍເຈິ່ນແທັງເໝິນປະທານສະພາແຫງຊາດ ສສ ຫວຽດນາມ; ໂອກາດດັ່ງກ່າວ, ທ່ານໄດ້ຮຽກຮ້ອງໃຫ້ອົງການກວດສອບແຫ່ງລັດ ສສ ຫວຽດນາມສືບຕໍ່ເປັນເຈົ້າການ, ປະຕິບັດໜ້າຕາມພາລະບົດບາດທີ່ສຳຄັນ ປະກອບສ່ວນເຂົ້າໃນການພັດທະນາວຽກງານກວດສອບແຫ່ງລັດໃຫ້ເຂັ້ມແຂງໂດຍການຮ່ວມມືກັບສະຖາບັນກວດສອບສູງສຸດຂອງບັນດາປະເທດ ໃນລະດັບພາກພື້ນ ແລະ ໃນໂລກ. ພ້ອມທັງຮຽກຮ້ອງໃຫ້ບັນດາສະຖາບັນກວດສອບສູງສຸດ ສະໜັບສະໜູນອົງການກວດສອບແຫ່ງລັດ ສສ ຫວຽດນາມໃນການປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ພັກ,ລັດ ສສ ຫວຽດນາມ ໄດ້ມອບໝາຍ ແລະ ມີຫົວຄິດປະດິດສ້າງເພື່ອຮັບປະກັນໃຫ້ສະຖາບັນກວດສອບສູງສຸດ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ແລະ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຢ່າງຍືນຍົງ.

ຈາກນັ້ນ, ຄະນະຜູ້ແທນໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການກວດສອບແຫ່ງລັດ ສສ ຫວຽດນາມ ຄົບຮອບ 30 ປີ(11 ກໍລະກົດ 1994 ຫາ 11 ກໍລະກົດ 2024); ຕະຫຼອດໄລຍະ 30 ປີຜ່ານມາ, ອົງການກວດສອບແຫ່ງລັດ ສສ ຫວຽດນາມ ໄດ້ມີການພັດທະນາຢ່າງຮອບດ້ານ ທັງປະລິມານ ແລະ ຄຸນນະພາບ ຢ່າງຕໍ່ເນື່ອງ. ວຽກງານກວດສອບແຫ່ງລັດໄດ້ຖືກກຳນົດໄວ້ໃນລັດຖະທຳມະນູນແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ອົງການກວດສອບແຫ່ງລັດໄດ້ຮັບການສ້າງຕັ້ງຂຶ້ນໂດຍສະພາແຫ່ງຊາດ, ດຳເນີນການກວດສອບຢ່າງມີເປັນເອກະລາດ, ປະຕິບັດໜ້າທີ່ຕາມກົດໝາຍ ໃນການດຳເນີນການກວດສອບການຄຸ້ມຄອງ, ນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກສັງຄົມເປັນຢ່າງດີ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ຂອບໃຈມາຍັງອົງການກວດສອບແຫ່ງລັດ ສສ ຫວຽດນາມ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ,ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຮ່ວມມືແບບພິເສດ ແລະ ຮອບດ້ານ ທີ່ເປັນມູນເຊື້ອ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດ ລາວ-ຫວຽດນາມ ແລະ ອວຍພອນແດ່ວັນສ້າງຕັ້ງອົງການກວດສອບແຫ່ງລັດ ສສ ຫວຽດນາມ ຄົບຮອບ 30 ປີ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ພັດທະນາຢ່າງບໍ່ຢຸດຢັ່ງ ເຮັດໃຫ້ວຽກງານກວດສອບມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

(ຂ່າວ-ພາບ: ອົງການກວດສອບແຫ່ງລັດ)

ຄໍາເຫັນ

ຂ່າວການຮ່ວມມື

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ບໍ່ແມ່ນພຽງຄໍາເວົ້າທາງການທູດທີ່ເປັນນາມມະທຳ ແລະ ຍິ່ງບໍ່ແມ່ນການຖ່າຍທອດຮູບແບບການພັດທະນາຈາກຝ່າຍໜຶ່ງໄປສູ່ອີກຝ່າຍໜຶ່ງແຕ່ພຽງຝ່າຍດຽວ.ໃນທີ່ນີ້ ຈຳເປັນຕ້ອງຊີ້ແຈງຄວາມເຂົ້າໃຈໜຶ່ງໃຫ້ຈະແຈ້ງວ່າ: ການຮ່ວມມືທີ່ເປັນຮູບປະທໍາລະຫວ່າງ ລາວ ແລະ ຈີນ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ຍາມໃດກໍມີຈຸດເລີ່ມຕົ້ນຈາກແຜນພັດທະນາ ແລະ ຄວາມຕ້ອງການຕົວຈິງຂອງປະຊາຊົນຢູ່ຂັ້ນຮາກຖານຂອງລາວ, ທຸກໂຄງການຮ່ວມມືລ້ວນແຕ່ຜ່ານການປຶກສາຫາລືຢ່າງສະເໝີພາບ, ຮ່ວມກັນວາງແຜນ ແລະ ຊຸກຍູ້ການປະຕິບັດໂດຍສອງຝ່າຍ, ບົນພື້ນຖານການເຄົາລົບສິດທິຂອງລາວໃນການກຳນົດການພັດທະນາຂອງຕົນເອງຢ່າງເຕັມສ່ວນ.
ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ແລະ ພັນລະຍາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ໄດ້ນໍາພາຄະນະຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແຕ່ວັນທີ 22-24 ພະຈິກ ນີ້ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ໃນວັນທີ 9 ພະຈິກ 2026, ເນື່ອງໃນໂອກາດສະຫຼອງຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ ປີມິດຕະພາບ ລາວ-ຈີນ, ກິດຈະກຳສາທາລະນະກຸສົນໂຄງການ “C Me Fly” ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕ່າງປະເທດ ຄັ້ງທີ 3 ປະຈຳ ສປປ ລາວ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ China Merchants Foundation, ຈັດໂດຍ Sinotrans ແລະ ດຳເນີນການ Sinotrans Overseas ຮ່ວມກັບ Pinglan Foundation, ໄດ້ສຳເລັດລົງຢ່າງສົມບູນ ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ.
ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ລາວ ແລະ ຈີນ ສອງປະເທດມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ, ມີແນວຄວາມຄິດທີ່ສອດຄ່ອງກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມທີ່ໄດ້ສ້າງສາຍພົວພັນອັນເລິກເຊິ່ງໃນຖານະ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ນັບຕັ້ງແຕ່ສ້າງສາຍພົວພັນການທູດຢ່າງເປັນທາງການໃນປີ 1961 ເປັນຕົ້ນມາ, ການພົວພັນລາວ-ຈີນ ໄດ້ຜ່ານຜ່າບົດທົດສອບທີ່ເໝືອນດັ່ງພາຍຸລົມແດງຕະຫຼອດ 65 ປີ ແລະ ຍິ່ງແຂງແກ່ນຂຶ້ນ. ໃນເດືອນມິຖຸນາປີນີ້, ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນກຳນົດຖານະໃໝ່ໃນການຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່.
ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ໃນວັນທີ 19 ພະຈິກນີ້ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ (H.E. Tsutomu Koizumi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບອຳລາ ໃນໂອກາດທີ່ທ່ານທູດ ໄດ້ສຳເລັດພາລະກິດການທູດ ແລະ ສິ້ນສຸດວາລະການປະຈຳການຢູ່ ສປປ ລາວ.
ເພີ່ມເຕີມ