ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ
(ສພຊ) ໃນໂອກາດເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສຫວຽດນາມ ໃນວັນທີ 4 ມັງກອນ ຜ່ານມາ, ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກຮອງປະທານສະພາແຫ່ງຊາດປະທານກຳມາທິການກົດໝາຍຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເວືອງ ດິ່ງ ເຫວ້ກໍາມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ທີ່ຫໍສະພາແຫ່ງຊາດນະຄອນຫຼວງຮ່າໂນ້ຍ.
ປະທານສະພາແຫ່ງຊາດຫວຽດນາມ ສະແດງຄວາມຊົມເຊີຍຕໍ່ການພັດທະນາອັນຈົບງາມໃນການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ; ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດລັດຖະສະພາກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຕົ້ນເດືອນທັນວາ 2023 ໂດຍສະພາແຫ່ງຊາດລາວເປັນເຈົ້າພາບ, ພາຍໃຕ້ການເປັນປະທານຮ່ວມຂອງ 3 ປະທານສະພາແຫ່ງຊາດ 3ປະເທດ; ອວຍພອນໃຫ້ຄະນະຜູ້ແທນສະພາແຫ່ງຊາດລາວ ປະສົບຜົນສຳເລັດຫຼາຍດ້ານໃນການຢ້ຽມຢາມຄັ້ງນີ້.
ສະຫາຍ ຈະເລີນ ເຢຍປາວເຮີ ສະແດງຄວາມຂອບໃຈປະທານສະພາແຫ່ງຊາດຫວຽດນາມ ທີ່ໄດ້ເສຍສະຫຼະເວລາອັນມີຄ່າຕ້ອນຮັບແລະ ມີການຕີລາຄາອັນຈົບງາມກ່ຽວກັບສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ 2 ລັດ ແລະ ປະຊາຊົນ 2 ປະເທດ ກໍຄືຜົນສໍາເລັດຂອງກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ, ເນັ້ນໜັກວ່າຜົນສຳເລັດຂອງກອງປະຊຸມແມ່ນມີການປະກອບສ່ວນອັນໃຫຍ່ຫຼວງ ແລະ ມີຄຸນຄ່າຈາກສະພາແຫ່ງຊາດຫວຽດນາມ.ໃນໂອກາດນີ້, ຮອງປະທານສະພາແຫ່ງຊາດລາວ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນອັນຈົບງາມຂອງປະທານສະພາແຫ່ງຊາດ ສະຫາຍໄຊສົມພອນ ພົມວິຫານ ທີ່ຝາກເຖິງປະທານສະພາແຫ່ງຊາດ ສະຫາຍ ເວືອງ ດິ່ງ ເຫວ້ ແລະ ບັນດາການນຳຂອງສະພາແຫ່ງຊາດຫວຽດນາມ.
ສະຫາຍ ຈະເລີນ ເຢຍປາວເຮີ ລາຍງານໃຫ້ຮູ້ວ່າ: ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ພົບປະສອງຝ່າຍທີ່ໄດ້ຮັບຜົນສຳເລັດຢ່າງສູງກັບຮອງປະທານສະພາແຫ່ງຊາດ ສະຫາຍ ຫງວຽນ ຄັກ ດິ້ງ, ພົບປະແລກປ່ຽນຢ່າງມີປະສິດທິຜົນກັບສະຫາຍ ບຸ່ຍ ວັນ ເກື່ອງ ເລຂາທິການສະພາແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ;ເຮັດວຽກກັບສະຖາບັນຄົ້ນຄວ້ານິຕິບັນຍັດ ເພື່ອແລກປ່ຽນປະສົບການໃນການເຄື່ອນໄຫວວຽກງານ, ພິເສດແມ່ນບົດຮຽນໃນການເຄື່ອນໄຫວນິຕິບັນຍັດ, ຮຽບຮຽງປຶ້ມປະຫວັດສະພາແຫ່ງຊາດ ໃນສະພາບການທີ່ສະພາແຫ່ງຊາດລາວກະກຽມດຳເນີນການປັບປຸງລັດຖະທຳມະນູນປີ 2015 ແລະ ຮຽບຮຽງປຶ້ມປະຫວັດ50 ປີສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຜ່ານບັນດາການພົບປະເຮັດວຽກ, ຮອງປະທານສະພາແຫ່ງຊາດລາວ ເນັ້ນໜັກວ່າ ສອງຝ່າຍຢືນຢັນອີກເທື່ອໜຶ່ງວ່າຈະສືບຕໍ່ຮ່ວມກັນປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ. ນີ້ແມ່ນຊັບສິນອັນລ້ຳຄ່າຂອງສອງຊາດອ້າຍນ້ອງທີ່ໄດ້ສ້າງຕັ້ງຂຶ້ນໂດຍປະທານໂຮ່ ຈິ ມິ່ງ, ປະທານໄກສອນ ພົມວິຫານ, ປະທານສຸພານຸວົງ; ໄດ້ຮັບການເພີ່ມພູນຄູນສ້າງ,ປົກປັກຮັກສາ ແລະ ທະນຸຖະໜອມຈາກການນຳຮຸ່ນຕ່າງໆຂອງພັກ, ລັດ ແລະ ປະຊາຊົນສອງປະເທດຕະຫຼອດໄລຍະທີ່ຜ່ານມາ ເພື່ອໃຫ້ສາຍພົວພັນລະຫວ່າງສອງພັກ, ສອງປະເທດ ແລະ ປະຊາຊົນສອງຊາດ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”. ໃນໂອກາດນີ້, ສະຫາຍ ຈະເລີນ ເຢຍປາວເຮີ ກໍໄດ້ສະເໜີໃຫ້ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ຮ່ວມມືກັນຈັດຕັ້ງຮຽບຮຽງປຶ້ມປະຫວັດສາດກ່ຽວກັບການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.
ສະຫາຍ ເວືອງ ດິ່ງ ເຫວ້ ກ່າວວ່າ:ສະພາແຫ່ງຊາດ ແລະ ໃນນາມປະທານສະພາແຫ່ງຊາດ ຍາມໃດກໍຕິດຕາມຢ່າງໃກ້ຊິດ, ຕີລາຄາສູງຄວາມພະຍາຍາມ ແລະ ບັນດາຜົນງານຂອງສະພາແຫ່ງຊາດລາວ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຊົມເຊີຍ ສປປລາວ ບັນລຸໄດ້ໝາກຜົນດີຫຼາຍດ້ານໃນການຈັດຕັ້ງປະຕິບັດ 2ວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ.ສະຫາຍຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນປະສົບການກັບສະພາແຫ່ງຊາດລາວໃນທຸກຂົງເຂດການຮ່ວມມື;ພິເສດແມ່ນການປັບປຸງລັດຖະທຳມະນູນ, ສ້າງ ແລະ ປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ແລະ ຮຽບຮຽງປຶ້ມປະຫວັດສະພາແຫ່ງຊາດ. ປັດຈຸບັນ, ສະພາແຫ່ງຊາດຫວຽດນາມ ກໍພວມຕັ້ງໜ້າຮຽບຮຽງປຶ້ມ “ປະຫວັດສາດ80 ປີສະພາແຫ່ງຊາດຫວຽດນາມ” ມີຈຸດປະສົງເພື່ອສະເຫຼີມສະຫຼອງຄົບ ຮອບ80 ປີແຫ່ງວັນເລືອກຕັ້ງທົ່ວໄປຄັ້ງທຳອິດເພື່ອເລືອກຕັ້ງສະພາແຫ່ງຊາດຫວຽດນາມ (6/1/1946-6/1/2026)ໃນນັ້ນມີການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າຫົວຂໍ້ວິທະຍາສາດຂັ້ນກະຊວງ ເພື່ອເປັນພື້ນຖານທາງດ້ານວິທະຍາສາດໃຫ້ແກ່ການຮຽບຮຽງປຶ້ມປະຫວັດສາດ 80 ປີຂອງສະພາແຫ່ງຊາດຫວຽດນາມ.
ສະຫາຍ ເວືອງ ດິ່ງ ເຫວະ ສະແດງຄວາມເຫັນດີເປັນເອກະພາບກັບຂໍ້ສະເໜີ ແລະ ຂໍ້ລິເລີ່ມຂອງຮອງປະທານສະພາແຫ່ງຊາດລາວ ກ່ຽວກັບການຮຽບຮຽງປຶ້ມປະຫວັດສາດການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ແລະຈະລາຍງານຕໍ່ຄະນະພັກສະພາແຫ່ງຊາດໂດຍໄວກ່ຽວກັບວຽກນີ້,ເຊື່ອໝັ້ນວ່າ ຖ້າປຶ້ມຫົວນີ້ໄດ້ຈັດພິມຈະມີຄວາມໝາຍອັນໃຫຍ່ຫຼວງເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ50 ປີແຫ່ງວັນສ້າງຕັ້ງ ແລະ ການພັດທະນາສະພາແຫ່ງຊາດລາວທັງເປັນປະຫວັດສາດເຄິ່ງສະຕະວັດແຫ່ງການຮ່ວມມືລະຫວ່າງສະພາແຫ່ງຊາດຂອງສອງປະເທດ.
ໂດຍເນັ້ນຢ້ຳວ່າໃນປີ 2024 ສປປລາວຈະຮັບໜ້າທີ່ເປັນປະທານອາຊຽນ ແລະ ປະທານໄອປາ, ປະທານສະ ພາແຫ່ງຊາດຫວຽດນາມຢືນຢັນວ່າ: ຫວຽດນາມ ຍາມໃດກໍສະໜັບສະໜູນ ແລະ ຈະຊ່ວຍເຫຼືອລາວ ໃນການປະຕິບັດໜ້າທີ່ທີ່ສຳຄັນໃຫ້ປະສົບຜົນສໍາເລັດຢ່າງຈົບງາມ;ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄຳຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນອັນຈົບງາມຂອງປະທານສະພາແຫ່ງຊາດລາວ, ສະຫາຍ ເວືອງ ດິ່ງ ເຫວະ ໄດ້ຝາກຄຳຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນຈົບງາມ ໄປຍັງປະທານສະພາແຫ່ງຊາດ ສະຫາຍ  ໄຊສົມພອນ ພົມວິຫານ ແລະ ບັນດາການນຳຂອງສະພາແຫ່ງຊາດລາວ.

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນລະຫວ່າງວັນທີ 1-2 ຕຸລາ ຜ່ານມາ ທີ່ ມະນີລາ, ປະເທດຟີລິບປິນ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ:
ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ໃນວັນທີ 7 ຕຸລານີ້, ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks) ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໃນລະຫວ່າງວັນທີ 7-8 ຕຸລາ 2025 ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍລວມຈຳນວນທັງໝົດ 30 ທ່ານ.
ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫວ່າງບໍ່ດົນມານີ້, ທ່ານນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງກະສິກຳ ແລະ ສິ່ງແລ້ວລ້ອມ, ກະຊວງການເງິນ, ສື່ມວນຊົນ ADB - ສື່ມວນຊົນລາວ (ສູນກາງ) ໄດ້ເຄື່ອນໄຫວຢ້ຽມຢາມເບິ່ງຜົນສຳເລັດ ແລະ ຜົນປະໂຫຍດຂອງປະຊາຊົນທີ່ໄດ້ຮັບຈາກໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 GMS2 ຢູ່ແຂວງຫຼວງນໍ້າທາ.
ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຂອງອົງການໃຈກາງປະສານງານວ່າດ້ວຍການຮ່ວມມືທາງອາຍາ ຄັ້ງທີ 4 (The 4th SOM-MLAT) ຂຶ້ນໃນລະຫວ່າງວັນທີ 7-8 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ມີຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍແລັດສະເຕ (ຜູ້ສັງເກດການ), ອອປສ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ກະຊວງ ປກສ, ສານປະຊາຊົນສູງສຸດເຂົ້າຮ່ວມ.
ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ.
ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈໂຄງການຮ່ວມມືທາງດ້ານວິຊາການເພື່ອແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີຢູ່ ສປປ ລາວ (ໄລຍະ 2 ປີ) ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ຄຳແພງ ຟອງລືຊາ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ແລະ ທ່ານ ຊານໄຊ ພັນທອງວິລິຍະກຸນ ປະທານມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດສໍາເລັດ, ໃນວັນທີ 6 ຕຸລານີ້ ທີ່ທໍານຽບປະທານປະເທດ.
ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຫວ່າງບໍ່ດົນມານີ້, ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ​ເລຂາຄະນະພັກ ປະທານ ສວສສຊ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ XII ຊຶ່ງຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ຣາຊາອານາຈັກກຳປູເຈຍ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີ່ກົມກຽວ ຢູ່ ລາວ, ຫວຽດນາມ ແລະ ກຳປູ ເຈຍ” ໂດຍການເປັນເຈົ້າພາບຂອງຣາຊະບັນດິດສະພາກໍາປູເຈຍ (RAC). ຄະນະປະທານກອງປະຊຸມປະກອບມີ ທ່ານ Sok Touch ປະທານສະພາບັນດິດ ແຫ່ງຣາຊາອານາຈັກກຳປູເຈຍ (RAC), ທ່ານ ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ທ່ານ ປອ. ດັ້ງ ຊວນ ແທ່ງ ຮອງປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ຊຶ່ງເປັນກຽດເຂົ້າເປັນປະທານເປີດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງນີ້ແມ່ນ ທ່ານ ບັນດິດ Hing Thoraxy ເລຂາທິການແຫ່ງລັດ ລັດຖະມົນຕີປະຈໍາຫ້ອງການສະພາລັດຖະມົນຕີ, ມີບັນດາຄະນະຜູ້ແທນ, ນັກຄົ້ນຄວ້າ, ນັກວິທະຍາສາດຂອງ 3 ສະຖາບັນ, ມະຫາວິທະຍາໄລ, ສະຖາບັນການສຶກສາຂັ້ນສູງ, ສະຖາບັນຄົ້ນຄວ້າຕ່າງໆ, ຜູ້ຕາງໜ້າຈາກບັນດາພາກລັດ ແລະ ຂະແໜງການກ່ຽວຂ້ອງ ຂອງຣາຊາອານາຈັກກຳປູເຈຍ ເຂົ້າຮ່ວມ.
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ໃນວັນທີ 2 ຕຸລາ ຜ່ານມາທີ່ ນະຄອນຫຼວງລາຮາວານ, ສະຫາຍ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດຊ-ກາແນນ (Miguel Diaz-Canel)ປະທານປະເທດ ແລະ ສະຫາຍ ມານູເອັນ ມາເຣໂຣ ກຣູຊ (Manual Marrero Cruz)ນາຍົກລັດຖະມົນຕີ ແຫ່ງ ສກູບາ, ໃນໂອກາດເດີນທາງຢ້ຽມຢາມ ສກູບາ ຢ່າງເປັນທາງການ ໃນວັນທີ 2-3 ຕຸລາ 2025.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ໃນຕອນບ່າຍວັນທີ 29 ກັນຍາຜ່ານມານີ້, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76ປີ (1 ຕຸລາ 1949 – 1 ຕຸລາ 2025) ທີ່ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.
ເພີ່ມເຕີມ