ຄະນະຊຸດຝຶກອົບຮົມພະນັກງານນຳພາ-ຄຸ້ມຄອງຂັ້ນສູງພົບປະແລກປ່ຽນບົດຮຽນກັບແຂວງວຽງຈັນ

ຄະນະຊຸດຝຶກອົບຮົມພະນັກງານນຳພາ-ຄຸ້ມຄອງຂັ້ນສູງພົບປະແລກປ່ຽນບົດຮຽນກັບແຂວງວຽງຈັນ

ຄະນະຊຸດຝຶກອົບຮົມພະນັກງານນຳພາ-ຄຸ້ມຄອງຂັ້ນສູງພົບປະແລກປ່ຽນບົດຮຽນກັບແຂວງວຽງຈັນ
ໃນວັນທີ9ເມສາຜ່ານມາຢູ່ສະໂມສອນຂອງແຂວງວຽງຈັນໄດ້ມີພິທີພົບປະແລກປ່ຽນບົດຮຽນຂອງຄະນະຊຸດຝຶກອົບຮົມພະນັກງານນຳພາ-ຄຸ້ມຄອງຂັ້ນສູງໄລຍະ15ວັນຊຸດທີI ປະຈຳປີ2025ຂອງສະຖາບັນການເມືອງແລະການປົກຄອງແຫ່ງຊາດ (ສມປຊ)

 

 ກັບຄະນະພັກ-ອົງການປົກຄອງແຂວງວຽງຈັນໂດຍການເຂົ້າຮ່ວມຂອງສະຫາຍຄຳພັນສິດທິດດຳພາກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງວຽງຈັນ, ສະຫາຍດາວສະຫວັນເຄືອມີໄຊຄະນະປະຈຳພັກຮອງຫົວໜ້າ ສມປຊ, ມີການນຳຂອງແຂວງແລະຄະນະຊຸດຝຶກອົບຮົມເຂົ້າຮ່ວມ.

ສະຫາຍດາວສະຫວັນເຄືອມີໄຊກ່າວວ່າ: ຊຸດຝຶກອົບຮົມຫົວຂໍ້ສະເພາະໃຫ້ພະນັກງານນໍາພາ-ຄຸ້ມຄອງຂັ້ນສູງຊຸດທີIໄດ້ເປີດຂຶ້ນຢ່າງເປັນທາງການແຕ່ວັນທີ24ມີນາ - 11ເມສາ2025, ມີຜູ້ເຂົ້າຮ່ວມທັງໝົດ43ທ່ານຍິງ10ທ່ານ. ຕະຫຼອດໄລຍະຝຶກອົບຮົມຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ຫົວຂໍ້ລົງເລິກ13ຫົວຂໍ້ກ່ຽວກັບວຽກງານພັກ, ວຽກງານພະນັກງານ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ, ແບບແຜນວິທີເຮັດວຽກແລະເຊື່ອມຊຶມກຳແໜ້ນເອກະສານສໍາຄັນຈຳນວນໜຶ່ງຂອງພັກເປັນຕົ້ນແມ່ນບົດລາຍງານການເມືອງຂອງພັກ, ໂຄງການການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລະກົດລະບຽບພັກແລະລົງທັດສະນະສຶກສາເບິ່ງຕົວແບບການຜະລິດ, ການບໍລິການຈໍານວນໜຶ່ງຢູ່ນະຄອນຫຼວງວຽງຈັນ. ການມາຄັ້ງນີ້,ຄະນະຮັບຜິດຊອບໄດ້ຕົກລົງນໍາເອົາຊຸດຝຶກອົບຮົມ ລົງມາທັດສະນະສຶກສາຢູ່ແຂວງວຽງຈັນ, ເນື່ອງຈາກວ່າແຂວງວຽງຈັນເປັນແຂວງໜຶ່ງທີ່ມີທ່າແຮງທາງດ້ານເສດຖະກິດເປັນຕົ້ນແມ່ນດ້ານການຜະລິດເປັນສິນຄ້າ, ການບໍລິການທ່ອງທ່ຽວ, ການຜະລິດຫັດຖະກຳແລະອື່ນໆ.

ສະຫາຍຄຳພັນສີດທິດຳພາໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະຊຸດຝຶກອົບຮົມພ້ອມລາຍງານສະພາບລວມຂອງແຂວງ, ການຈັດຕັ້ງປະຕິບັດວຽກງານທີ່ປິ່ນອ້ອມພາຍໃນແຂວງເປັນຕົ້ນ: ຫຼັກການແລະວິທີນຳພາຂອງພັກ, ການກວດກາແລະວິໄນພາຍໃນພັກ, ການນໍາພາຂອງພັກຕໍ່ວຽກງານພະນັກງານຄວາມຮັບຜິດຊອບທາງການເມືອງຂອງພະນັກງານນໍາພາຄຸ້ມຄອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ການຄຸ້ມຄອງເສດຖະກິດແລະສັງຄົມຂອງແຂວງວຽງຈັນ.

ພ້ອມນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ສົນທະນາແລກປ່ຽນບົດຮຽນບາງບັນຫາ ທີ່ເຫັນວ່າມີຄວາມສົນໃຈເປັນຕົ້ນແມ່ນວຽກງານແກ້ໄຂຄວາມທຸກຍາກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບລຽບຕາມຊາຍແດນແລະວຽກງານລົງກໍ່ສ້າງຮາກຖານການເມືອງ.

ໃນໂອກາດນີ້, ຄະນະຊຸດຝຶກອົບຮົມ ຍັງໄດ້ເດີນທາງໄປຊົມທ້ອງຟ້າຈຳລອງທີ່ສວນພຶກສາສາດບ້ານຫ້ວຍໂຄ້ງແລະທ່ຽວຊົມອ່າງນ້ຳງື່ມ 1 ເມືອງແກ້ວອຸດົມຕື່ມອີກ.

(ຂ່າວ-ພາບ: ສມປຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ວັນທີ່ 11 ກັນຍາ 2026 ນີ້ ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດງານບຸນຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດີນ ປະຈໍາປີ ພສ 2569 ຄສ 2026, ໂດຍມີ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດີດການນຳຂັ້ນສູນກາງ, ຂັ້ນແຂວງ, ນະຄອນ-ເມືອງ, ແຂກຮັບເຊີນ, ຕະຫຼອດຮອດມວນຊົນທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມ ຮ່ວມເຊຍ ຕາມແຄມຝັ່ງນ້ຳຄານ ຢ່າງຄຶກຄື້ນ-ມ່ວນຊື່ນ.
ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ໃນໂອກາດເປີດສົກຮຽນ 2026–2027 ຢູ່ແຂວງຄໍາມ່ວນ ພ້ອມມອບອຸປະກອນການສຶກສາ,ກິລາ ແລະ ເງິນໃຫ້ສອງໂຮງຮຽນ ,ໂຮງຮຽນລະ 50 ລ້ານກີບ. ໃຫ້ການຕ້ອນຮັບຄະນະມີ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ການນຳເມືອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ພິທີຖະແຫຼງຂ່າວກອງປະຊຸມ ແລະ ມອບລາງວັນຜູ້ປະກອບການຍິງດີເດັ່ນອາຊຽນ 2026 ຈັດໂດຍສະມາຄົມຮັກທຸລະກິດຍິງ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ເຂົ້າຮ່ວມມີຮອງປະທານ ສຄອຊ, ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ຜູ້ຕາງໜ້າຈາກເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN).
ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຈາກດິນທຳມະດາສູ່ງານສິລະປະ “ປັນຍານິເວດ” ສືບສານຫັດຖະກຳເຄື່ອງປັ້ນ-ດິນເຜົາລາວ ຫັດຖະກຳເຄື່ອງປັ້ນດິນເຜົາເປັນອີກໜຶ່ງງານສິລະປະທີ່ສະທ້ອນເຖິງພູມປັນຍາ ແລະ ສີມືຂອງຄົນລາວ ຈາກດິນເບິ່ງຄືວ່າທຳມະດາ ເມື່ອຜ່ານກຳມະວິທີ ແລະ ຂະບວນການແບບພິຖີພິຖັນກໍກາຍເປັນພາຊະນະທີ່​ນຳ​ໃຊ້​ໄດ້​ແລະ​ງົດ​ງາມ.
ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ໃນວັນທີ 10 ກັນຍາ 2026, ທີ່ ສະໂມສອນແຂວງອຸດົມໄຊ ໄດ້ມີກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026 ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງຮອງປະທານຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໂດຍມີ ທ່ານ ຄໍາແສງ ອາລີ, ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ, ບັນດາຮອງລັດຖະມົນຕີ, ຄະນະກຳມະການດ້ານຄວາມປອດໄພທາງຫຼວງຂັ້ນແຂວງ, ນະຄອນຫຼວງ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສວ່ນກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ພິທີປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານດ່ານສາກົນນາເພົ້າເມືອງບົວລະພາແຂວງຄຳມ່ວນ. ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026 ທີ່ສະໂມສອນແຂວງ ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີ ທ່ານ ຄໍາສິງ ໄຊສິດທິເດດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນແຂວງ, ພ້ອມດ້ວຍ ຄະນະພັກ-ຄະນະຄຸ້ມຄອງດ່ານ, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ພິທີປະກາດການຈັດຕັ້ງ ຫ້ອງການ ຄະນະສະມາຊິກສະພາປະຊາຊົນແຂວງ (ສ​ພ​ຂ) ຄຳ​ມ່ວນຊຸດ​ທີ V ປະຈຳເຂດເລືອກຕັ້ງເມືອງເຊ​ບັ້ງ​ໄຟ, ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ໂດຍມີ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈໍາພັກແຂວງຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເປີດໂຄງການກ໊າສຊີວະພາບລາຄາຕ່ຳ ແລະ ເສດຖະກິດໝູນວຽນ ຢູ່ເມືອງໂຂງ

ເປີດໂຄງການກ໊າສຊີວະພາບລາຄາຕ່ຳ ແລະ ເສດຖະກິດໝູນວຽນ ຢູ່ເມືອງໂຂງ

ສະມາຄົມພັດທະນາຊຸມຊົນໃນຊົນນະບົດ (RCDA) ແຂວງຈຳປາສັກ ໄດ້ຈັດກອງປະຊຸມເປີດໂຄງການ "ນະວັດຕະກຳກ໊າສຊີວະພາບລາຄາຕ່ຳ ແລະ ເສດຖະກິດໝູນວຽນ ທີ່ນຳພາໂດຍແມ່ຍິງ ໃນເມືອງໂຂງ" (Low-Cost Biogas Innovation And Women-Led Circular Economy in Khong District), ໃນ​ວັນ​ທີ 9 ກັນ​ຍາ​ຜ່ານ​ມາທີ່ ເມືອງ​ໂຂງ, ໂດຍ​ມີທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງໂຂງ, ທ່ານ ອຸດອນໄຊ ມາລາເພັດ ປະທານສະມາຄົມພັດທະນາຊຸມຊົນໃນຊົນນະບົດ ແຂວງຈຳປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

ວັນທີ່ 9 ກັນຍາ 2026 ນີ້, ຄະນະກຳມະການຈັດງານບຸນຫໍ່ເຂົ້າປະດັບດີນ ຊ່ວງເຮືອເດືອນ 9 ປະຈຳປີ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ, ໂດຍມີ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດິດການນຳຂັ້ນສູນກາງ-ແຂວງ, ນະຄອນ ຫຼວງພະບາງ, ບັນດາເມືອງ, ແຂກຮັບເຊີນ, ລວມທັງມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ແນວລາວສ້າງຊາດແຂວງໄຊຍະບູລີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII

ແນວລາວສ້າງຊາດແຂວງໄຊຍະບູລີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII

ໃນວັນທີ 8 ກັນຍາ 2026 ນີ້, ຢູ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ, ທ່ານ ນາງ ຄໍາຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VII ແລະ ບັນດານິຕິກໍາກ່ຽວກັບວຽກງານເຜົ່າ-ສາສະໜາ. ໂດຍມີ ທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ, ມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ກໍາມະການແນວລາວສ້າງຊາດແຂວງປະຈໍາເມືອງ, ກໍາມະການແນວລາວສ້າງຊາດເມືອງ ພ້ອມດ້ວຍຄະນະກໍາມະການແນວລາວສ້າງຊາດບ້ານ ເຂົ້າຮ່ວມ.
ເພີ່ມເຕີມ