ຂະແໜງທະນາຄານຕ້ອງປະຕິບັດບົດບາດເປັນຂະແໜງສຳຄັນຂອງພື້ນຖານເສດຖະກິດ

ຂະແໜງທະນາຄານຕ້ອງປະຕິບັດບົດບາດເປັນຂະແໜງສຳຄັນຂອງພື້ນຖານເສດຖະກິດ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 8 ມັງກອນ ຜ່ານມານີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ທະນາຄານປີ 2024. ກອງປະຊຸມຈັດໂດຍທະນາຄານແຫ່ງລັດ ຫວຽດນາມ ຈັດແບບເຊິ່ງໜ້າທີ່ສຳນັກງານທະນາຄານແຫ່ງລັດ ຫວຽດນາມ ຢູ່ຮ່າໂນ້ຍ ແລະ ແບບທາງໄກກັບ 63 ສາຂາທະນາຄານແຫ່ງລັດ ບັນດາແຂວງ ແລະ ນະຄອນໃນທົ່ວປະເທດ.
ໃນກອງປະຊຸມ, ທ່ານ ຟ້າມມິງຈິງ ເນັ້ນໜັກວ່າ: ທະນາຄານແມ່ນຂົງເຂດສຳຄັນຂອງພື້ນຖານເສດຖະກິດ. ເມື່ອໄຈ້ແຍກສະພາບການ, ທ່ານໃຫ້ຮູ້ວ່າ: ປີ 2024 ມີຄວາມໝາຍສຳຄັນພິເສດໃນການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025. ເພື່ອປະຕິບັດບັນດາເປົ້າໝາຍ, ໜ້າທີ່ໆໄດ້ຮັບມອບໝາຍໃນປີ 2024 ແລະ ໄລຍະ 2021 - 2025 ຢ່າງມີໄຊ, ທ່ານຮຽກຮ້ອງວ່າ: ສະເໜີໃຫ້ລະບົບຂະແໜງທະນາຄານເຮັດແນວໃດໃຫ້ທັນການ, ມີປະສິດທິຜົນ, ບໍ່ເຮັດໃຫ້ໃຫ້ລັດຖະບານຢູ່ໃນທ່າຮັບ, ຕົກສະເງີ້ກ່ຽວກັບນະໂຍບາຍເງິນຕາ ແລະ ບໍ່ໃຫ້ວຽກງານສັນຈອນຂອງເງິນຕາຖືກຕິດຂັດ ເພື່ອໃຫ້ພື້ນຖານເສດຖະກິດພັດທະນາໄວ ແຕ່ຍືນຍົງ, ບໍ່ປະໃຫ້ປະຊາຊົນ, ວິສາຫະກິດຂາດທຶນ ເມື່ອຕ້ອງການການຊ່ວຍເຫຼືອຂອງລະບົບທະນາຄານ, ລະບົບບັນດາອົງການສິນເຊື່ອ ແລະ ບໍ່ປະໃຫ້ເກີດສະພາບການຫຍໍ້ທໍ້, ການສໍ້ລາດບັງຫຼວງ ແລະ ຊ່ອງຫວ່າງໃນການຄຸ້ມຄອງຂອງລະບົບທະນາຄານ. ຕ້ອງເຮັດແນວໃດໃຫ້ລະບົບທະນາຄານພັດທະນາໄວ, ຮອບດ້ານ, ກວມລວມ ແລະ ຍືນຍົງ.
 

ຄໍາເຫັນ

ຂ່າວຕ່າງປະເທດ

ປີ 2025 ໜີ້ສິນທົ່ວໂລກ ບັນລຸລະດັບສູງສຸດ 348 ພັນຕື້ໂດລາ

ປີ 2025 ໜີ້ສິນທົ່ວໂລກ ບັນລຸລະດັບສູງສຸດ 348 ພັນຕື້ໂດລາ

ຂ່າວຕ່າງປະເທດລາຍງານວ່າ: ສະຖາບັນການເງິນສາກົນ (IIF) ໄດ້ເປີດເຜີຍບົດລາຍງານໃນວັນທີ 25 ກຸມພາ ຜ່ານມາ ໂດຍລະບຸວ່າ, ໜີ້ສິນທົ່ວໂລກບັນລຸລະດັບສູງສຸດເປັນປະຫວັດການທີ່ 348 ພັນຕື້ໂດລາ ໃນປີ 2025, ເພີ່ມຂຶ້ນ 29 ພັນຕື້ໂດລາ. ນີ້ຖືເປັນການເຕີບໂຕປະຈຳປີທີ່ໄວທີ່ສຸດນັບຕັ້ງແຕ່ການລະບາດຂອງພະຍາດໂຄວິດ-19.
ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກຸມພາ ຜ່ານມາວ່າ: ອິນເດຍ ແລະ ບຣາຊິນ ໄດ້ປະກາດການລົງນາມໃນຂໍ້ຕົກລົງການຮ່ວມມືໃນຂະແໜງການຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດ ເພື່ອເສີມສ້າງສາຍພົວພັນການຄ້າ ແລະ ຕອບສະໜອງຄວາມຕ້ອງການເຫຼັກພາຍໃນປະເທດທີ່ເພີ່ມຂຶ້ນ.
ຕີ​ມໍແລັ​ດສະ​ເຕ ​ກະ​ກຽມ​ເປັນ​ປະ​ເທດ​ປະ​ທານ​ໝູ​ນ​ວຽນ​ອາ​ຊຽນ 2029

ຕີ​ມໍແລັ​ດສະ​ເຕ ​ກະ​ກຽມ​ເປັນ​ປະ​ເທດ​ປະ​ທານ​ໝູ​ນ​ວຽນ​ອາ​ຊຽນ 2029

ຂ່າວສານຊີອາໄອລາຍງານໃນວັນທີ 25 ກຸມພາ ຜ່ານມາວ່າ: ຕີ​ມໍ​ແລັດ​ສະ​ເຕ​ ເລີ່ມ​​ກະ​ກຽມ​ຢ່າງ​ເປັນ​ທາງ​ການ​ສຳ​ລັບ​ການ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ປີ 2029. ທ່ານ ​ຊາ​ນາ​ນາ ກູ​ສ​ມາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕີ​ມໍແ​ລັດ​ສະ​ເຕ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ອົງ​ການ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ ຫຼື ACNOC ແລະ ເປັນ​ປະ​ທານ​ພິ​ທີ​ສ້າງ​ຕັ້ງ ACNOC ​ແລະ ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ຂອງ​ອົງ​ການ​ດັ່ງ​ກ່າວໃນ​ວັນ​ທີ 23 ກຸມ​ພາຜ່ານມາ​.
ກຳປູເຈຍ ເນລະເທດຜູ້ຕ້ອງສົງໄສຫຼອກລວງທາງອອນລາຍຫຼາຍກວ່າ 30,000 ຄົນ

ກຳປູເຈຍ ເນລະເທດຜູ້ຕ້ອງສົງໄສຫຼອກລວງທາງອອນລາຍຫຼາຍກວ່າ 30,000 ຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ກຸມພາ ຜ່ານມາວ່າ: ທ່ານ ຊາ ໂສກາ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກຳປູເຈຍກ່າວວ່າ: ກໍາປູເຈຍໄດ້ເນລະເທດຄົນຕ່າງປະເທດຫຼາຍກວ່າ 30,000 ຄົນທີ່ສົງໃສວ່າສໍ້ໂກງທາງອອນລາຍ ຫຼື ຜູ້ຫຼອກລວງກັບຄືນປະເທດຂອງເຂົາເຈົ້າ, ໃນຂະນະທີ່ອີກ 210,000 ຄົນໄດ້ເດີນທາງອອກຈາກກຳປູເຈຍໂດຍສະໝັກໃຈ. ຫຼັງຈາກກຳປູເຈຍເຂັ້ມງວດການປາບປາມການສໍ້ໂກງທາງອອນລາຍນັບແຕ່ເດືອນມິຖຸນາ 2025.
ທ່ານ ສີຈິ້ນຜິງ ພົບປະກັບນາຍົກລັດຖະມົນຕີເຢຍລະມັນ

ທ່ານ ສີຈິ້ນຜິງ ພົບປະກັບນາຍົກລັດຖະມົນຕີເຢຍລະມັນ

ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 25 ກຸມ​ພາ ຜ່ານມາ, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ຟ​ຣີດ​ຣິ​ສ ເມີ​ສ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການຢູ່​ຫໍ​ຮັບ​ແຂກ​ເມືອງ​ຕ້ຽວຢ​ວີ​​ຖາຍ ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ຫວຽດນາມ ຜັນຂະຫຍາຍການພັດທະນາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຫວຽດນາມ ຜັນຂະຫຍາຍການພັດທະນາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ກຸມພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຫົວໜ້າຄະນະຊີ້ນຳຂອງລັດຖະບານ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ແຜນຮ່າງເລກທີ 6 (ຄະນະຊີ້ນຳ) ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ປີ 2026 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ດຳເນີນຢູ່ສຳນັກງານລັດຖະບານ ແລະ ເຊື່ອມຕໍ່ທາງໄກກັບ 34 ແຂວງ, ນະຄອນ. ກອງປະຊຸມແນໃສ່ຜັນຂະຫຍາຍບັນດາໜ້າທີ່ ແລະ ວິທີການຈຸດສຸມ ຊຶ່ງທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຊີ້ນຳແມ່ນ “ມີການກະທຳບຸກທະລຸ ແລະ ແຜ່ກະຈາຍໝາກຜົນ”.
ການບາດເຈັບທີ່ຫົວອາດເຮັດໃຫ້ເກີດການປ່ຽນແປງຂອງສະໝອງໃນໄລຍະຍາວ

ການບາດເຈັບທີ່ຫົວອາດເຮັດໃຫ້ເກີດການປ່ຽນແປງຂອງສະໝອງໃນໄລຍະຍາວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ກຸມພາ ຜ່ານມາວ່າ: ມະຫາວິທະຍາໄລ Adelaide ໃນອົສຕຣາລີ ໄດ້ເປີດເຜີຍຜົນການສຶກສາເບື້ອງຕົ້ນທີ່ຊີ້ໃຫ້ເຫັນວ່າ, ການບາດເຈັບທີ່ສະໝອງ (TBI) ຊຶ່ງລວມທັງສະໝອງໄດ້ຮັບການກະທົບກະເທືອນ, ອາດຈະເຮັດໃຫ້ເກີດການປ່ຽນແປງຂອງສະໝອງທີ່ສາມາດກວດພົບໄດ້ເຖິງແມ່ນວ່າຜ່ານໄປຫຼາຍທົດສະວັດ, ແມ່ນແຕ່ໃນຜູ້ໃຫຍ່ທີ່ມີສຸຂະພາບແຂງແຮງ.
20 ມື້ທຳອິດຂອງເດືອນກຸມພາ ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 23.5%

20 ມື້ທຳອິດຂອງເດືອນກຸມພາ ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 23.5%

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີ ສ ເກົາຫຼີ ໄດ້ເປີດເຜີຍຫວ່າງມໍ່ໆມານີ້ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1 ຫາ 20 ກຸມພາ ເພີ່ມຂຶ້ນ 23.5% ເມື່ອທຽບກັບປີກ່ອນ ເປັນ 43.5 ຕື້ໂດລາ ຈາກ 35.2 ຕື້ໂດລາ ໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເຂັ້ມແຂງ ເຖິງວ່າຈະມີຄວາມບໍ່ແນ່ນອນຈາກພາສີຂອງສະຫະລັດ ອາເມຣິກາ.
ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກຸມພາ ຜ່ານມາວ່າ: ອິນເດຍ ແລະ ບຣາຊິນ ໄດ້ປະກາດການລົງນາມໃນຂໍ້ຕົກລົງການຮ່ວມມືໃນຂະແໜງການຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດ ເພື່ອເສີມສ້າງສາຍພົວພັນການຄ້າ ແລະ ຕອບສະໜອງຄວາມຕ້ອງການເຫຼັກພາຍໃນປະເທດທີ່ເພີ່ມຂຶ້ນ.
ອາ​ຊຽນ ອອກ​ຖະ​ແຫຼງ​ການໃນໂອ​ກາດ​ 50 ປີ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ອາ​ຊຽນ ອອກ​ຖະ​ແຫຼງ​ການໃນໂອ​ກາດ​ 50 ປີ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 24 ກຸມພາ ຜ່ານມາວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC) (24/02/1976-24/02/2026), ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອອກຖະແຫຼງການເນັ້ນໜັກເຖິງຄວາມສຳຄັນ ແລະ ລັກສະນະເໝາະສົມຂອງສົນທິສັນຍາຄືດັ່ງເປັນຫຼັກແຫ່ງການປະພຶດພື້ນຖານໃຫ້ແກ່ສາຍພົວພັນລະຫວ່າງບັນດາປະເທດໃນພາກພື້ນ ແລະ ແມ່ນພື້ນຖານຂອງສັນຕິພາບ, ສະຖຽນລະພາບໃນພາກພື້ນ.
ເພີ່ມເຕີມ