ເຂດວາງສະແດງແຂວງຢູນນານໃນຕະຫຼາດນັດການທ່ອງທ່ຽວສາກົນປີ 2023 ຈະຈັດຕັ້ງຫໍວາງສະແດງໃຫຍ່ 5 ແຫ່ງ

ເຂດວາງສະແດງແຂວງຢູນນານໃນຕະຫຼາດນັດການທ່ອງທ່ຽວສາກົນປີ 2023 ຈະຈັດຕັ້ງຫໍວາງສະແດງໃຫຍ່ 5 ແຫ່ງ
ຕະຫຼາດນັດການທ່ອງທ່ຽວສາກົນຈີນປີ 2023 ຈະຈັດຂຶ້ນແຕ່ວັນທີ 17 ຫາ 19 ເດືອນພະຈິກນີ້ ທີ່ນະຄອນຄຸນໝິງ ແຂວງຢູນນານ. ຫົວຂໍ້ຂອງງານຕະຫຼາດນັດຄັ້ງນີ້ ແມ່ນ: “ສະບາຍດີ, ປະເທດຈີນ”, ໃນງານດັ່ງກ່າວຈະຈັດເຂດວາງສະແດງໃຫຍ່ 6 ແຫ່ງ ເຊັ່ນ: ເຂດວາງສະແດງຈຸດໝາຍປາຍທາງດ້ານການທ່ອງທ່ຽວ, ເຂດວາງສະແດງວິສາຫະກິດວັດທະນະທໍາ ແລະ ທ່ອງທ່ຽວ, ເຂດວາງສະແດງຜະລິດຕະພັນທີ່ມີຫົວຄິດປະດິດສ້າງດ້ານວັດທະນະທໍາ, ເຂດວາງສະແດງວັດທະນະທໍາ ແລະ ທ່ອງທ່ຽວດີຈີຕອນ, ເຂດວາງສະແດງການປະດິດສ້າງດ້ານການທ່ອງທ່ຽວ, ເຂດວາງສະແດງແຂວງຢູນນານ.
ໃນນັ້ນ, ເຂດວາງສະແດງແຂວງຢູນນານຈະຕັ້ງຫໍວາງສະແດງ 5 ແຫ່ງ, ເຊັ່ນ: ຫໍວາງສະແດງວັດທະນະທໍາ ແລະ ທ່ອງທ່ຽວຢູນນານ, ຫໍວາງສະແດງມໍລະດົກວັດທະນະທໍານາມມະທໍາ ແລະ ການບໍລິໂພກການທ່ອງທ່ຽວ, ຫໍວາງສະແດງລວມສູນຊັບພະຍາກອນກະສິກຳ, ວັດທະນະທຳ ແລະ ການທ່ອງທ່ຽວຢູນນານ, ຫໍວາງສະແດງອຸປະກອນການທ່ອງທ່ຽວ ແລະ ຫໍວາງສະແດງກິລາທ່ອງທ່ຽວ, ຊຶ່ງຈະສະແດງໃຫ້ເຫັນເຖິງ “ວິຖີຊີວິດແຂວງຢູນນານ” ຢ່າງຮອບດ້ານ.
ໃນຖານະເປັນງານວາງສະແດງການທ່ອງທ່ຽວແບບວິຊາການທີ່ມີຂະໜາດໃຫຍ່ທີ່ສຸດໃນທະວີບອາຊີ, ຕະຫຼາດນັດການທ່ອງທ່ຽວສາກົນຈີນໄດ້ຈັດຂຶ້ນມາເປັນຄັ້ງທີ 23 ແລ້ວ.
ແຫຼ່ງຂ່າວ: ເວັບໄຊຊິນຮວາ
 

ຄໍາເຫັນ

ຂ່າວຕ່າງປະເທດ

ຫຸ່ນ​ຍົນ​ມະ​ນຸດ​ທຳ​ລາຍ​​ສະ​ຖິ​ຕິໂລກ​​ ການ​ແລ່ນ 100 ແມັດຂອງ​ມະ​ນຸດ

ຫຸ່ນ​ຍົນ​ມະ​ນຸດ​ທຳ​ລາຍ​​ສະ​ຖິ​ຕິໂລກ​​ ການ​ແລ່ນ 100 ແມັດຂອງ​ມະ​ນຸດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ: ໃນ​ງານ​ແຂ່ງ​ຂັນ​ຫຸ່ນ​ຍົນ​ມະ​ນຸດ​ໂລກ​ຄັ້ງ​ທີ 2 ທີ່​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ​​ສະ​ເກັດຄວາມ​ໄວແຫ່ງ​ຊາດ​ຈີນ ໃນວັນ​ທີ 22 ສິງ​ຫາ ຜ່ານມາ,
ອັດຕາເງິນເຟີ້ຂອງສິງກະໂປໃນເດືອນກໍລະກົດ ເພີ່ມຂຶ້ນສູງສຸດ

ອັດຕາເງິນເຟີ້ຂອງສິງກະໂປໃນເດືອນກໍລະກົດ ເພີ່ມຂຶ້ນສູງສຸດ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ,ອັດຕາເງິນເຟີ້ພື້ນຖານ ຊຶ່ງບໍ່ລວມຄ່າໃຊ້ຈ່າຍທີ່ຢູ່ອາໄສ ແລະ ການຂົນສົ່ງສ່ວນບຸກຄົນ ໄດ້ເພີ່ມຂຶ້ນເປັນ 2% ໃນເດືອນກໍລະກົດ ຜ່ານມາ ເມື່ອທຽບກັບປີກ່ອນ ຊຶ່ງເປັນການເຕີບໂຕໄວທີ່ສຸດໃນຮອບເກືອບ 2 ປີ ຫຼື ນັບຕັ້ງແຕ່ເດືອນຕຸລາ ປີ 2024. ໂດຍມີສາເຫດຍ້ອນຄ່າໃຊ້ຈ່າຍດ້ານສາທາລະນູປະໂພກທີ່ເພີ່ມຂຶ້ນ ຫຼັງຈາກລາຄາພະລັງງານໃນຕະຫຼາດໂລກສູງຂຶ້ນຢ່າງຕໍ່ເນື່ອງ ເລີ່ມສົ່ງຜົນກະທົບຕໍ່ຄົວເຮືອນສິງກະໂປ.
ອີຣານ ຄົ້ນພົບບໍ່ອາຍແກ໊ສແຫ່ງໃໝ່ທີ່ມີປະລິມານຫຼາຍກວ່າ 212 ຕື້ແມັດກ້ອນ

ອີຣານ ຄົ້ນພົບບໍ່ອາຍແກ໊ສແຫ່ງໃໝ່ທີ່ມີປະລິມານຫຼາຍກວ່າ 212 ຕື້ແມັດກ້ອນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ: ທ່ານ ໂມເຊນ ປາກເນຈາດ ລັດຖະມົນຕີກະຊວງນ້ຳມັນຂອງອີຣານ ໄດ້ລາຍງານການຄົ້ນພົບບໍ່ອາຍແກ໊ສທຳມະຊາດໃນແຂວງຟາຣສ ທາງພາກໃຕ້ຂອງອີຣານ ໂດຍຄາດຄະເນວ່າມີປະລິມານອາຍແກ໊ສຫຼາຍກວ່າ 212 ຕື້ແມັດກ້ອນ.
ຈາກາຕາ ຕັ້ງເປົ້າໝາຍຈະມີລົດເມໄຟຟ້າຫຼາຍກວ່າ 10,000 ຄັນ ໃນປີ 2030

ຈາກາຕາ ຕັ້ງເປົ້າໝາຍຈະມີລົດເມໄຟຟ້າຫຼາຍກວ່າ 10,000 ຄັນ ໃນປີ 2030

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ອຳນາດການປົກຄອງ ນະຄອນຈາກາຕາ ປະເທດອິນໂດເນເຊຍ ວາງເປົ້າໝາຍທີ່ຈະມີລົດເມໄຟຟ້າຢ່າງໜ້ອຍ 10,047 ຄັນ ໃຫ້ບໍລິການທົ່ວເມືອງພາຍໃນປີ 2030 ຊຶ່ງເປັນສ່ວນໜຶ່ງຂອງແຜນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ມົນລະພິດທາງອາກາດ. ປັດຈຸບັນ, ຈາກາຕາມີລົດເມໄຟຟ້າປະມານ 500 ຄັນທີ່ໃຫ້ບໍລິການ ແລະ ລົດເມໄຟຟ້າໃນອະນາຄົດຈະປະກອບມີລົດເມທີ່ໃຊ້ພະລັງງານໄຮໂດຣເຈນ ແລະ ລົດເມໄຮບຣິດ.
ຈີນ​ ​ເກັບ​ຊື້​ເຂົ້າ​​ຫວີດ​​ທັງ​ໝົດຫຼາຍກວ່າ 90 ລ້ານ​ໂຕນ

ຈີນ​ ​ເກັບ​ຊື້​ເຂົ້າ​​ຫວີດ​​ທັງ​ໝົດຫຼາຍກວ່າ 90 ລ້ານ​ໂຕນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ປັດ​ຈຸ​ບັນ,​​ ກຳ​ລັງ​ເຂົ້າ​ສູ່ໄລ​ຍະ​ການ​ເກັບ​ກ່ຽວທັນ​ຍາ​ຫານ​ລະ​ດູ​ຮ້ອນ​ໃນ​​ປະ​ລິ​ມານຫຼາຍ​ທີ່​ສຸດ​ຂອງ​ຈີນ.
ປິດກອງປະຊຸມວິສາມັນຄັ້ງປະ​ຖົມ​ມະ​ລືກ ສະພາແຫ່ງຊາດຫວຽດນາມ ຊຸດທີ XVI

ປິດກອງປະຊຸມວິສາມັນຄັ້ງປະ​ຖົມ​ມະ​ລືກ ສະພາແຫ່ງຊາດຫວຽດນາມ ຊຸດທີ XVI

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ສິງຫາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກອງປະຊຸມວິສາມັນຄັ້ງປະ​ຖົມ​ມະ​ລືກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ໄດ້ປິດລົງຢ່າງເປັນທາງການ ພາຍຫຼັງ ດຳເນີນດຳເນີນເປັນເວລາ 17 ວັນ.
​ ກາ​ນາ​ດາ ຢຸດ​ຕິ​ຊົ່ວ​ຄາວ​ໃນການ​ເຈ​ລະ​ຈາ​ການ​ຄ້າ​ກັບ​ອາ​ເມ​ຣິ​ກາ

​ ກາ​ນາ​ດາ ຢຸດ​ຕິ​ຊົ່ວ​ຄາວ​ໃນການ​ເຈ​ລະ​ຈາ​ການ​ຄ້າ​ກັບ​ອາ​ເມ​ຣິ​ກາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 23 ສິງຫາ ຜ່ານມາວ່າ: ໃນ​ວັນ​ທີ 21 ສິງ​ຫາ ຜ່ານມາ, ທ່ານ ມາກ ຄາ​ນີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ​ຢືນຢັນ​ວ່າ: ການາດາ​ໄດ້​ຕົກ​ລົງ​ຢຸດ​ຕິ​ຊົ່ວ​ຄາວໃນ​ການ​ເຈ​ລະ​ຈາ​ການ​ຄ້າ​ກັບ​ອາ​ເມ​ຣິ​ກາ ພ້ອມ​ທັງ​ໄດ້​ຮຽກ​ຄະ​ນະ​ເຈ​ລະ​ຈາ​ກັບຄືນ.
ກຳປູເຈຍ ເຕືອນ ລະວັງພວກຫຼອກລວງອ້າງປົກປ້ອງບັນຊີ ແລະ ເພຈສື່ສັງຄົມອອນລາຍ

ກຳປູເຈຍ ເຕືອນ ລະວັງພວກຫຼອກລວງອ້າງປົກປ້ອງບັນຊີ ແລະ ເພຈສື່ສັງຄົມອອນລາຍ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ອົງການຄຸ້ມຄອງໂທລະຄົມມະນາຄົມກຳປູເຈຍ ກຳລັງຮຽກຮ້ອງໃຫ້ຜູ້ໃຊ້ສື່ສັງຄົມອອນລາຍເພີ່ມຄວາມລະມັດລະວັງການໂຄສະນາຫຼອກລວງ ແລະ ການສະເໜີການບໍລິການແບບມີຄ່າທຳນຽມ ຊຶ່ງອ້າງວ່າຈະປົກປ້ອງບັນຊີຜູ້ໃຊ້ງານ ແລະ ໜ້າເພຈບໍ່ໃຫ້ຖືກປິດ, ໂຈະ, ລຶບ ຫຼື ການສູນເສຍ.
UOB ເປີດເຜີຍ ອາຊຽນ-5 ເກີນດຸນການຄ້າຢ່າງຕໍ່ເນື່ອງ

UOB ເປີດເຜີຍ ອາຊຽນ-5 ເກີນດຸນການຄ້າຢ່າງຕໍ່ເນື່ອງ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສະຖາບັນຄົ້ນຄວ້າເສດຖະກິດ ແລະ ຕະຫຼາດໂລກ ຂອງທະນາຄານ UOB ປະເທດສິງກະໂປ ລາຍງານວ່າ, ກຸ່ມປະເທດອາຊຽນ-5 (ASEAN-5) ຄື: ອິນໂດເນເຊຍ, ສິງກະໂປ, ມາເລເຊຍ, ໄທ ແລະ ຫວຽດນາມ ມີຍອດເກີນດຸນການຄ້າໂດຍລວມ 156 ຕື້ໂດລາ ໃນປີ 2025 ຊຶ່ງເຕີບໂຕເປັນປີທີ 11 ຕິດຕໍ່ກັນນັບຕັ້ງແຕ່ປີ 2014 ແລະ ອັດຕາການເຕີບໂຕປະຈໍາປີ (CAGR) 8.3%.
ກອງ​ປະ​ຊຸມ​ກົນ​ໄກ​ສົນ​ທະ​ນາ​ຍຸດ​ທະ​ສາ​ດ​ຮອບ​ດ້ານ​ຈີນ - ອິນ​ໂດ​ເນ​ເຊຍ ​ຄັ້ງ​ທຳ​ອິດ

ກອງ​ປະ​ຊຸມ​ກົນ​ໄກ​ສົນ​ທະ​ນາ​ຍຸດ​ທະ​ສາ​ດ​ຮອບ​ດ້ານ​ຈີນ - ອິນ​ໂດ​ເນ​ເຊຍ ​ຄັ້ງ​ທຳ​ອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 22 ສິງຫາ ຜ່ານມາວ່າ: ຫວ່າງມໍ່ໆມານີ້ ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະເທດ​ອິນ​ໂດ​ເນ​ເຊຍ, ທ່ານ ວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຮ່ວມ​ກັບທ່ານ ຊູ​ຈິ​ໂອ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ ​ເປັນ​ປະ​ທານ​​ກອງ​ປະ​ຊຸມ​ກົນ​ໄກ​ສົນ​ທະ​ນາ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ອິນ​ໂດ​ເນ​ເຊຍ​ຄັ້ງ​ທຳ​ອິດ. ສອງ​ຝ່າຍ​ໄດ້​​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ສ້າງຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ອິນ​ໂດ​ເນ​ເຊຍ ​ແລະ​ ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ.
ເພີ່ມເຕີມ