ເຄັດ​ລັບ​ແຫ່ງ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ

ເຄັດ​ລັບ​ແຫ່ງ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ
ການ​ຊຸກ​ຍູ້​ການພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຮອບ​ດ້ານ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ຂອງ​ຈີນ​ທີ່​ສ້າງ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ກະ​ສິ​ກຳ​ໃນ​ຍຸກ​ໃໝ່. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ເນັ້ນ​ໜັກ​ວ່າ, ການ​ພັດ​ທະ​ນາ​​ອຸດ​ສາ​ຫະ​ກຳ​ເປັນ​ຂໍ​ກຸນ​ແຈ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດໃຫ້​ຈະ​ເລີນຮຸ່ງ​ເຮືອງ, ​ແມ່ນ​ຈຸດ​ລົງ​ມື​ຂອງວຽກ​ງານ​ຕົວ​ຈິງ. ປີ 2023 ​ເປັນ​ປີ​ທຳ​ອິດ​ທີ່​ເລັ່ງ​ລັດ​ຊຸກ​ຍູ້​​ການສ້າງ​ສາ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ກະ​ສິ​ກຳ, ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ອີງ​ໃສ່​ຊັບ​ພະ​ຍາ​ກອນ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ​ຕົນ, ຊຸກ​ຍູ້​​ໃຫ້​ອຸດ​ສາ​ຫະ​ກຳ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຕົນ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ ແລະ ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ໜັ​ກ​ແໜ້ນ.
ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ແຂ່ງ​​ຂັນກັນ​ພັດ​ທະ​ນາ ຊຶ່ງ​ກາຍ​ເປັນ​ຈຸດ​ເດັ່ນ​ໃນພາ​ລະ​ກິດ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ປີ​ນີ້. ອີງ​ຕາມ​ຂໍ້​ມູນ​ທີ່​ກະ​ຊວງ​ກະ​ສິ​ກຳ ແລະ ​ວຽກ​ງານຊົນ​ນະ​ບົດ​ຈີນ​ເປີດ​ເຜີຍຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 3 ໄຕ​ມາດ​ຂອງ​ປີ​ນີ້ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ເກີດ​ມີ​ຜະ​ລິດ​ຕະ​ພັນ ແລະ ອຸດ​ສາ​ຫະ​ກຳ​ທີ່​ມີ​ສີ​ສັນ​ພິ​ເສດ​ຕ່າງ​ໆ, ເຊັ່ນ: ການ​ປູກ​ຝັງ, ການ​ລ້ຽງ​ສັດ, ອາ​ຫານ​ການ​ກິນ, ຫັດ​ຖະ​ກຳ ແລະ ​ອື່ນໆ, ຜະ​ລິດ​ຕະ​ພັນ​ທີ່​ມີ​ເອ​ກະ​ລັກ ແລະ ຫຼາກຫຼາຍ​ສີ​ສັນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.
ທ່ານ​ ສີ​ຈິ້ນ​ຜິງ ​ໃຫ້​ຄວາມ​ສຳ​ຄັນ​ໃນ​ລະ​ດັບ​ສູງ​ຕໍ່​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ດ້ວຍ​ອຸດ​ສາ​ຫະ​ກຳ​​ມາ​ໂດຍຕະຫຼອດ. ທ່ານ​ກ່າວ​ເນັ້ນ​ໜັກ​ວ່າ, ອຸດ​ສາ​ຫະ​ກຳ​ຈະ​ເລີນ​ຮຸ່ງ​ເຮືອງ, ແມ່ນ​ປະ​ຖົມ​ປັດ​ໄຈ​ທີ່​ແກ້​ໄຂ​ບັນ​ຫາ​ທຸກ​ຢ່າງ​ຢູ່​ຊົນ​ນະ​ບົດ. ​ນັບແຕ່​ຕົ້ນ​ປີ​ນີ້​ມາ, ລັດ​ຖະ​ບານ​ຈີນ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ຕ່າງໆຢ່າງ​ຖືກ​ຕ້ອງ​ກັບ​ເປົ້າ​ໝາຍກວ່າ​ເກົ່າ ແລະ ເຂັ້ມ​ແຂງກວ່າ​ເກົ່າ ຊຶ່ງ​ໄດ້​ສະ​ໜອງ​ແຮງ​ຂັບ​ເຄື່ອນ​ຢ່າງ​ແຂງ​ແຮງ​ຕໍ່​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຢູ່​ຊົນ​ນະ​ບົດ​ດ້ວຍ​ຄຸນ​ນະ​ພາບ​ສູງ.
ງົບ​ປະ​ມານ​ສູນ​ກາງ​ໄດ້​ສະ​ໜັບ​ສະ​ໜູນ​ການ​ສ້າງ​ເຂດ​ນິ​ຄົມ​ກະ​ສິ​ກຳ​ທັນ​ສະ​ໄໝ​ລະ​ດັບ​ຊາດ 50 ແຫ່ງ, 40 ກຸ່ມ​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ດ້ານ​ທ່າ​ແຮງ ແລະ 200 ຕາ​ແສງ​ເຂັ້ມ​ແຂງ​ດ້ານ​ອຸດ​ສາ​ຫະ​ກຳ​ກະ​ສິ​ກຳ ຊຶ່ງ​ໄດ້​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ອຸດ​ສາ​ຫະ​ກຳ​ຢ່າງ​ໝັ້ນ​ທ່ຽງ, ​ເງິນ​ອຸດ​ໜູນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຂອງງົບ​ປະ​ມານ​ສູນ​ກາງ​ມີ 60% ໄດ້​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຢູ່​ຊົນ​ນະ​ບົດ ຊຶ່ງ​ໄດ້​ເພີ່ມ​ແຮງ​ຂັບ​ເຄື່ອນ​ພາຍ​ໃນ​ຂອງ​ເຂດ​ທີ່ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.
ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ປະຊາຊົນຫຼາຍກວ່າ 14,000 ຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນເຂດພິເສດອາເຈະ

ປະຊາຊົນຫຼາຍກວ່າ 14,000 ຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນເຂດພິເສດອາເຈະ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 25 ພະຈິກ ຜ່ານມາ, ອົງການຕ້ານໄພພິບັດແຫ່ງຊາດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ, ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ, ຢູ່ເຂດພິເສດອາເຈະເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ເກີດໄພນ້ຳຖ້ວມ, ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 14,000 ຄົນ.
BOK ປັບການຄາດຄະເນການເຕີບໂຕທາງເສດຖະກິດ ປີ 2026 ເປັນ 3.9%

BOK ປັບການຄາດຄະເນການເຕີບໂຕທາງເສດຖະກິດ ປີ 2026 ເປັນ 3.9%

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ພະຈິກນີ້ວ່າ: ທະນາຄານກາງ ສ ເກົາຫຼີ (BOK) ໄດ້ປັບເພີ່ມການຄາດຄະເນການເຕີບໂຕທາງເສດຖະກິດໃນປີ 2026 ເປັນ 3.9% ຈາກເດີມ 3.3%, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກຊິບເຊມິຄອນດັກເຕີດ້ານປັນຍາປະດິດ (AI) ທີ່ເຂັ້ມແຂງ ຊຶ່ງຊ່ວຍຊຸກຍູ້ໃຫ້ເສດຖະກິດເຕີບໂຕໄດ້ດີກວ່າທີ່ຄາດຄະເນໄວ້ກ່ອນໜ້ານີ້.
ການລົງທຶນ ແລະ ການຮ່ວມມື ໃນຂົງເຂດພະລັງງານ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຫຼາຍກວ່າ 3,330 ຕື້ຢວນ

ການລົງທຶນ ແລະ ການຮ່ວມມື ໃນຂົງເຂດພະລັງງານ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຫຼາຍກວ່າ 3,330 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 26 ພະຈິກ ຜ່ານມາ, ກອງປະຊຸມລັດຖະມົນຕີພະລັງງານ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນຊີ່ງຕາວ ແຂວງສ່ານຕົ່ງ ທາງທິດຕາເວັນອອກຂອງຈີນ.
ຫວຽດນາມ ສະເໜີທິດທາງການພັດທະນາເສດຖະກິດ ຮາລານ ທົ່ວໂລກ

ຫວຽດນາມ ສະເໜີທິດທາງການພັດທະນາເສດຖະກິດ ຮາລານ ທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 - 25 ພະຈິກ ຜ່ານມາ, ຢູ່ເມືອງອິສຕັນບູລ ປະເທດຕວັກ​ກີ, ທ່ານ​ນາງ ຫງວຽນ​ມິນ​ຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ໄດ້ນຳພາຄະນະຜູ້ແທນຫຼາຍ​ຂະ​ແໜງ​ການ ເຂົ້າຮ່ວມກອງປະຊຸມ​ຂັ້ນ​ສູງ ຮາລານ ໂລກຄັ້ງທີ 12 ແລະ ຊຸກ​ຍູ້ການຮ່ວມມື ຮາລານ ກັບ ຕວັກ​ກີ.
ສິງກະໂປ - ອົສຕຣາລີ ລົງນາມຂໍ້ຕົກລົງ ການດັກຈັບ ແລະ ກັກເກັບກາກບອນ ຂ້າມຊາຍແດນ

ສິງກະໂປ - ອົສຕຣາລີ ລົງນາມຂໍ້ຕົກລົງ ການດັກຈັບ ແລະ ກັກເກັບກາກບອນ ຂ້າມຊາຍແດນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 25 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ ແລະ ອຸດສາຫະກຳສິງກະໂປລາຍງານວ່າ, ສິງກະໂປ ແລະ ອົສຕຣາລີ ໄດ້ລົງນາມໃນຂໍ້ຕົກລົງເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍກາກບອນໄດອອກໄຊຂ້າມຊາຍແດນຈາກສິງກະໂປໄປຍັງອົສຕຣາລີ ສຳລັບການກັກເກັບທາງທໍລະນີວິທະຍານອກຝັ່ງ ຊຶ່ງເປັນການປູທາງໃຫ້ແກ່ການຮ່ວມມືດ້ານການດັກຈັບ ແລະ ເກັບຮັກສາກາກບອນລະຫວ່າງສອງປະເທດ.
ສີລັງກາ ອະນຸມັດເງິນກູ້ 30 ລ້ານໂດລາ ຈາກກອງທຶນ OPEC

ສີລັງກາ ອະນຸມັດເງິນກູ້ 30 ລ້ານໂດລາ ຈາກກອງທຶນ OPEC

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ຄະນະລັດຖະມົນຕີສີລັງກາໄດ້ອະນຸມັດຂໍ້ສະເໜີສຳລັບເງິນກູ້ 30 ລ້ານໂດລາ ຈາກກອງທຶນພັດທະນາສາກົນ OPEC. ເພື່ອສະໜັບສະໜູນໂຄງການປະຕິຮູບຂອງສີລັງກາເພື່ອການເຕີບໂຕ, ຄວາມຍືດຍຸ່ນ ແລະ ເປີດກວ້າງ ຊຶ່ງມີຮູບແບບການຈັດຫາແຫຼ່ງທຶນທີ່ສອດຄ່ອງກັບທຶນສະໜັບສະໜູນຈາກທະນາຄານໂລກພາຍໃຕ້ໂຄງການດຽວກັນ.
ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ ຈີນ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ 10.9%

ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ ຈີນ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ 10.9%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 25 ພະ​ຈິກ ຜ່ານມາ, ອົງ​ການ​ພະ​ລັງ​ງານ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ສະ​ຖິ​ຕິ​ກ່ຽວ​ກັບ​ພະ​ລັງ​ງານ​ໄຟ​ຟ້າ​ທົ່ວ​ປະ​ເທດ​ຈີນ​ລະ​ຫວ່າງ​ເດືອນ​ມັງ​ກອນ​-ເດືອນ​ຕຸ​ລາ​ປີ​ນີ້.
ທ່ານ ເລມິງຮຶງ ຮຽກຮ້ອງສ້າງແຜນພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງໂຕເລກໃຫ້ແກ່ປີ 2027

ທ່ານ ເລມິງຮຶງ ຮຽກຮ້ອງສ້າງແຜນພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງໂຕເລກໃຫ້ແກ່ປີ 2027

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ​ ​ໃນວັນ​ທີ 25 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລ​ມິງ​ຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ກ່າວ​ຄຳ​ເຫັນສະຫຼຸບກອງປະຊຸມກ່ຽວກັບ​ແຜນ​ການເຕີບໂຕປີ 2027 ແລະ ບັນ​ດາ​ມາດ​ຕະ​ການ​ບໍ​ລິ​ຫານ​ໃນ​ຊຸມເດືອນທີ່ຍັງເຫຼືອຂອງປີ 2026, ໂດຍໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສຸມ​ໃສ່​ຢ່າງ​ເຂັ້ມງວດ, ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວຂາດບັນ​ດາ​ໜ້າ​ທີ່, ມາດ​ຕະ​ການແກ້ໄຂ​ເພື່ອ​ບັນ​ລຸເປົ້າ ໝາຍເຕີບໂຕປີ 2026; ສືບຕໍ່ຄວບຄຸມລາຄາ, ໄພເງິນເຟີ້, ​ຮັດ​ແໜ້ນ​ລະ​ບຽບ​ວິ​ໄນການລົງທຶນພາກລັດ ແລະ ​ຍູ້​ແຮງ​ການ​ປ່​ອຍ​ເງິນລົງທຶນ.
ອົສຕຣາລີ ມີຄວາມສ່ຽງຕໍ່ເສດຖະກິດຊຸດໂຊມລົງ ເພີ່ມສູງຂຶ້ນ

ອົສຕຣາລີ ມີຄວາມສ່ຽງຕໍ່ເສດຖະກິດຊຸດໂຊມລົງ ເພີ່ມສູງຂຶ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 24 ພະຈິກ ຜ່ານມາ, ແມກຄົວຣີ ຊຶ່ງເປັນກຸ່ມບໍລິສັດບໍລິການດ້ານທະນາຄານຂະໜາດໃຫຍ່ຂອງອົສຕຣາລີ ໄດ້ເຕືອນວ່າ, ຍ້ອນໄດ້ຮັບຜົນກະທົບຈາກຫຼາຍປັດໄຈ ເຊັ່ນ: ໄພເງິນເຟີ້, ອັດຕາດອກເບ້ຍເພີ່ມຂຶ້ນ ແລະ ອັດຕາການວ່າງງານສູງຂຶ້ນເປັນຕົ້ນ, ຄວາມເປັນໄປໄດ້ທີ່ເສດຖະ ກິດອົສຕຣາລີຈະເຂົ້າສູ່ພາວະຊຸດໂຊມລົງມີເຖິງເກືອບ 50%.
ອິນເດຍ-ເນປານ ເປີດຂະບວນລົດໄຟຂ້າມຊາຍແດນ ສາຍໃໝ່

ອິນເດຍ-ເນປານ ເປີດຂະບວນລົດໄຟຂ້າມຊາຍແດນ ສາຍໃໝ່

ສຳນັກຂ່າວສານຊິນຮວາລາຍງານວ່າ: ທ່ານ ບາເລນທຣາ ຊາ ນາຍົກລັດຖະມົນຕີເນປານ ຊຶ່ງເດີນທາງຢ້ຽມຢາມປະເທດອິນເດຍຢ່າງເປັນທາງການໃນວັນທີ 22-23 ພະຈິກ ຜ່ານມາ, ພ້ອມດ້ວຍທ່ານ ນາເຣນດາ ໂມດີນາຍົກລັດຖະມົນຕີອິນເດຍ ໄດ້ຮ່ວມກັນເປີດຂະບວນລົດໄຟໂດຍສານ ຊາຣຢູ-ກາມາລາ ເອັກສເພຣສ (U-Kamala Express) ຊຶ່ງເປັນລົດໄຟຂ້າມຊາຍແດນສາຍໃໝ່ ຜ່ານລະບົບອອນລາຍ. ລົດໄຟຂະບວນໃໝ່ນີ້ມີກຳນົດຈະໃຫ້ບໍລິການອາທິດລະໜຶ່ງຄັ້ງ, ໂດຍແລ່ນເຊື່ອມຕໍ່ລະຫວ່າງ 2 ເມືອງສຳຄັນທາງສາສະໜາຄື: ເມືອງອະໂຍທະຍາ ໃນລັດອຸດຕະຣະປະເທດ ທາງພາກເໜືອຂອງອິນເດຍ ແລະ ເມືອງຈານັກປູຣ ຂອງເນປານ.
ເພີ່ມເຕີມ