ເຂດເສດຖະກິດພິເສດບຶງທາດຫຼວງ ຍັງສືບຕໍ່ບໍລິການຂາຍນ້ຳມັນເຄື່ອນທີ່

ເຂດເສດຖະກິດພິເສດບຶງທາດຫຼວງ ຍັງສືບຕໍ່ບໍລິການຂາຍນ້ຳມັນເຄື່ອນທີ່

ເຂດເສດຖະກິດພິເສດບຶງທາດຫຼວງ ຍັງສືບຕໍ່ບໍລິການຂາຍນ້ຳມັນເຄື່ອນທີ່
ຈາກສະພາບການສັນຈອນແອອັດ-ລົດຕິດຍາວໃນປັດຈຸບັນ ຢູ່ບັນດາເຂດທີ່ມີປໍ້ານໍ້າມັນເຊື້ອໄຟເແຄມທາງ ເວົ້າລວມ, ເວົ້າສະເພາະ ໃນນະຄອນຫຼວງວຽງຈັນ. ສະນັ້ນ ເພື່ອຫຼີກລ່ຽງຄວາມສ່ຽງດັ່ງກ່າວ ບວກກັບເວລາໄປຮອດປໍ້າບໍລິການແລ້ວ ນໍ້າມັນຢູ່ໃນປໍ້າໝົດກ່ອນ, ຂໍປະຊາສຳພັນ ມາຍັງພໍ່ແມ່ພີ່ນ້ອງຊາວລາວໃນທົ່ວປະເທດ ຄວນສອບຖາມຂໍ້ມູນລະອຽດກ່ອນ ແລະ ໄປໃຊ້ບໍລິການ ຈຸດທີ່ມີເງື່ອນໄຂສະດວກກວ່າ, ທັງເອົາໃຈໃສ່ປະຢັດ ແລະ ນໍາໃຊ້ໄປວຽກງານທີ່ມີຄວາມຈຳເປັນແທ້.

ສໍຳລັບຢູ່ນະຄອນຫຼວງວຽງຈັນ, ນອກຈາກມີການບໍລິການນໍ້າມັນເຊື້ອໄຟ ຢູ່ປໍ້າບໍລິການແລ້ວ, ບໍລິສັດ ເອັນທີພີ (NTP) ໄດ້ເລີ່ມບໍລິການນໍ້າມັນເຄື່ອນທີ່ ຢູ່ເຂດເສດຖະກິດບຶງທາດຫຼວງ ເພື່ອອໍານວຍຄວາມສະດວກໃຫ້ແກ່ສັງຄົມ ໃນວັນທີ 18 ມີນາ ຜ່ານມາ, ໂດຍເປີດໃຫ້ບໍລິການຢ່າງເຕັມທີ່ ຕັ້ງແຕ່ເວລາ 8:00 ໂມງເຊົ້າ ຫາ 18:00 ໂມງແລງ ຊຶ່ງທາງບໍລິສັດໄດ້ເປີດກວ້າງໃຫ້ປະຊາຊົນ ສາມາດເຕີມນ້ຳມັນໄດ້ເຕັມຖັງໂດຍບໍ່ຈຳກັດວົງເງິນ ເພື່ອຮັບປະກັນໃຫ້ທຸກຄົນມີນ້ຳມັນພຽງພໍຕໍ່ການເດີນທາງ ແລະ ແກ້ໄຂຄວາມຈຳເປັນໃນຊີວິດປະຈຳວັນ. ແນວໃດກໍຕາມ, ເພື່ອປ້ອງກັນການສວຍໂອກາດກັກຕຸນສິນຄ້າ ແລະ ເພື່ອຮັບປະກັນຄວາມປອດໄພສູງສຸດ, ທາງບໍລິສັດໄດ້ວາງມາດຕະການຢ່າງເຂັ້ມງວດຄື "ຫ້າມຂາຍໃສ່ຕຸກ ຫຼື ພາຊະນະອື່ນໆເດັດຂາດ" ໂດຍຈະເຕີມໃສ່ສະເພາະຖັງນໍ້າມັນຂອງຍານພາຫະນະເທົ່ານັ້ນ.

ໃນວັນທີ 19 ມີນາ ນີ້ ບໍລິສັດດັ່ງກ່າວ ຍັງສືບຕໍ່ໃຫ້ບໍລິການຢູ່ຈຸດເຂດເສດຖະກິດພິເສດບຶງທາດຫຼວງ ນັບແຕ່ເວລາ 8:00 ໂມງເຊົ້າ ຫາ 18:00 ໂມງແລງ ໂດຍແຍກຈຸດຈ່າຍນໍ້າມັນ ເປັນ 4 ຈຸດ ຄື: ນໍ້າມັນກາຊວນ 2 ຈຸດ ແລະ ນໍ້າມັນແອັດຊັງ 2 ຈຸດ (ສໍາລັບລົດຈັກ 1 ຈຸດ ແລະ ລົດໃຫຍ່ 1 ຈຸດ).

ສະນັ້ນ, ຂໍແນະນຳມາຍັງພໍແມ່ປະຊາຊົນ ຜູ້ທີ່ມີຈຸດປະສົງ ຢາກເຕີມນໍ້າມັນເຊື້ອໄຟພາຫະນະຂອງທ່ານ ແມ່ນສາມາດເຂົ້າໄປໃຊ້ບໍລິການ ຢູ່ສະຖານທີ່ດັ່ງກ່າວ ຕາມເວລາທີ່ກຳນົດໄດ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະນໍາແຂວງໄຊຍະບູລີ ຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ຢູ່ເມືອງແກ່ນທ້າວ

ຄະນະນໍາແຂວງໄຊຍະບູລີ ຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ຢູ່ເມືອງແກ່ນທ້າວ

ໃນວັນທີ 21 ເມສາຜ່ານມານີ້, ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ເມືອງແກ່ນທ້າວ, ໂດຍການຕ້ອນຮັບຂອງ ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ແນວຄິດ ໄກສອນ ພົມວິຫານ ຕໍ່ກັບວຽກງານຂົນຂວາຍແມ່ຍິງ

ແນວຄິດ ໄກສອນ ພົມວິຫານ ຕໍ່ກັບວຽກງານຂົນຂວາຍແມ່ຍິງ

ວຽກງານຂົນຂວາຍແມ່ຍິງ, ປະທານ ໄກສອນ ພົມວິຫານ ຖືວ່າການຂົນຂວາຍແມ່ຍິງ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວພັກ ປະທານມີຄໍາເຫັນວ່າ: “ເອື້ອຍນ້ອງແມ່ຍິງຖືກກົດຂີ່ຂູດຮີດໜັກໜ່ວງ ໃນຂະບວນການຕໍ່ສູ້ປົດປ່ອຍຊາດຈົນມາເຖິງປັດຈຸບັນ. ເອື້ອຍນ້ອງແມ່ຍິງໄດ້ໄປຕາມພັກ ເພື່ອເຮັດການປະຕິວັດ, ມີການປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງໜ້າປະຫວັດສາດອັນສະຫງ່າລາສີຂອງຊາດ.
ເລີ້ມແລ້ວ! ການຫົດສົງອົງພະເຈົ້າໝ່ານ ແລະ ທຳບຸນກອງບຸນ 84,000 ພະທັມມະຂັນ

ເລີ້ມແລ້ວ! ການຫົດສົງອົງພະເຈົ້າໝ່ານ ແລະ ທຳບຸນກອງບຸນ 84,000 ພະທັມມະຂັນ

ພິທີອາຣາດຖະນາອົງພະເຈົ້າໝ່ານ ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບ-ນົບໄຫວ້ ຂອງປວງຊົນລາວ ໂດຍສະເພາະຊາວຫຼວງພະບາງ ເມືອງມໍລະດົກໂລກ ຈາກຫໍພະໝ່ານ ພາຍໃນວັດຊຽງທອງ ນະຄອນ ຫຼວງພະບາງ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ່ 22 ເມສານີ້, ເລີ້ມຈາກພະເຖຣະ ໄດ້ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳອາຣາດຖະນາອົງພະເຈົ້າໝ່ານ ຈາກຫໍພະໝ່ານ ລົງມາປະດິດສະຖານ ທີ່ຫໍສົງຂອງວັດຊຽງທອງ. ຈາກນັ້ນ, ໄດ້ມີພິທີແຫ່ອ້ອມພັດທະສີມມາ 3 ຮອບ, ປະກອບມີຂະບວນເປົ່າຫອຍສັງ-ຕີຄ້ອງ, ຂະບວນພະເຖຣະ ນຳພາໂດຍ ສາທຸ ອ່ອນແກ້ວ ກິດຕິພັດໂທ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ, ຂະບວນການນຳ-ມວນຊົນທົ່ວໄປ ນຳພາໂດຍ ທ່ານ ຊາຍພອນ ຈັນທຸມມາ ກຳມະການປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກ ນະຄອນ ຫຼວງພະບາງ ພ້ອມດ້ວຍຄະນະນຳນະຄອນ ແລະ ມວນຊົນຊາວຫຼວງພະບາງ ເຂົ້າຮ່ວມເປັນຈຳນວນຫຼາຍ.
ການນໍາແຂວງໄຊສົມບູນ ລົງຕິດຕາມ ຜົນກະທົບຈາກໄພພິບັດ ພະຍຸລະດູຮ້ອນ ຢູ່ເມືອງລ້ອງຊານ

ການນໍາແຂວງໄຊສົມບູນ ລົງຕິດຕາມ ຜົນກະທົບຈາກໄພພິບັດ ພະຍຸລະດູຮ້ອນ ຢູ່ເມືອງລ້ອງຊານ

ໃນວັນທີ 20 ເມສາຜ່ານມານີ້, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາພັກແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຜົນກະທົບຈາກໄພພິບັດ ພະຍຸລະດູຮ້ອນ ຢູ່ເມືອງລ້ອງຊານ ໂດຍມີ ສະຫາຍ ພົມມາ ແກ້ວບົວພາ ເລຂາພັກເມືອງລ້ອງຊານ, ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ເມືອງ ເຂົ້າຮ່ວມ.
ໄລຍະສະຫຼອງບຸນປີໃໝ່ລາວຢູ່ ແຂວງສາລະວັນ ມີອຸບັດເຫດເກີດຂຶ້ນ 8 ເລື່ອງ

ໄລຍະສະຫຼອງບຸນປີໃໝ່ລາວຢູ່ ແຂວງສາລະວັນ ມີອຸບັດເຫດເກີດຂຶ້ນ 8 ເລື່ອງ

ທ່ານ ພັທ ວິຊາຍ ຫານວິໄລ ຫົວໜ້າພະແນກຈະລາຈອນ ກອງບັນຊາການ ປກສ ແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນວັນທີ 20 ເມສານີ້ວ່າ: ໃນໄລຍະສະເຫຼີມສະຫຼອງປີໃໝ່ລາວ ພສ 2569 ເລີ່ມແຕ່ວັນທີ 12-18 ເມສາ ຜ່ານມາ ໄດ້ມີອຸບັດເຫດເກີດຂຶ້ນທັງໝົດ 8 ເລື່ອງ, ພາຫານະເປ່ເພ 13 ຄັນ. ໃນນັ້ນ, ເປ່ເພເລັກນ້ອຍ 3 ຄັນ, ເປ່ເພສົມຄວນ 9 ຄັນ ແລະ ໃຊ້ການບໍ່ໄດ້ 1 ຄັນ.
ແກ່ນທ້າວ ປະກາດແຕ່ງຕັ້ງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ

ແກ່ນທ້າວ ປະກາດແຕ່ງຕັ້ງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ

ໃນວັນທີ 21 ເມສານີ້, ທີ່ກອງຮ້ອຍ ທະຫານຊາຍແດນ 158 ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈໍາການ ແລະ ກໍາມະການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນເມືອງ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄຊຍະບູລີ, ມີສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຄໍາມ່ວນ ປະກາດສ້າງຕັ້ງ 6 ຕາແສງ ທີ່ຂຶ້ນກັບເມືອງຫີນບູນ

ຄໍາມ່ວນ ປະກາດສ້າງຕັ້ງ 6 ຕາແສງ ທີ່ຂຶ້ນກັບເມືອງຫີນບູນ

ພິທີປະກາດສ້າງຕັ້ງ 6 ຕາແສງຂອງເມືອງຫີນບູນ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 21 ເມສາຍນີ້, ເປັນກຽດເຂົ້າຮ່ວມມີທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ທ່ານ ຄໍາສິງ ອໍລະວັນ ເລຂາຄະນະບໍລິຫານງານພັກເມືອງຫີນບູນ, ມີບັນດາການນໍາຂອງແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ວຽກງານປະກັນສັງຄົມ

ສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ວຽກງານປະກັນສັງຄົມ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດກອງປະຊຸມເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບວຽກງານປະກັນສັງຄົມໃນວັນທີ 20 ເມສາຜ່ານມາ, ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ທໍາມາ ເພັດວິໄຊ ແລະ ທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີອະດີດຮອງປະທານຄະນະບໍລິຫານງານ ສສຍລ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ຄະນະພະແນກ, ພະນັກງານບຳນານ, ພະນັກ ງານ ສສຍລ ພ້ອມດ້ວຍຄະນະຈາກອົງການປະກັນສັງຄົມແຫ່ງຊາດເຂົ້າຮ່ວມ.
ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງສາລະວັນ

ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງສາລະວັນ

ໂດຍປະຕິບັດຕາມມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ວ່າດ້ວຍການພິຈາລະນາຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາປະຊາຊົນແຂວງ, ຮັບຮອງເອົາການສະ ເໜີແຕ່ງຕັ້ງປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຊຸດທີ V. ໃນນັ້ນ, ໄດ້ຮັບຮອງເອົາ ທ່ານ ສົມພອນ ແສງສຸລິຈັນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ເປັນປະທານຄະນະກໍາມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ; ທ່ານ ບຸນທະວີ ພິມມະສານ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ເປັນຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ.
ສພຂ ສະຫວັນນະເຂດ ຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກ

ສພຂ ສະຫວັນນະເຂດ ຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກ

ໃນວັນທີ 21 ເມສານີ້, ທີ່ສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງຊຸດທີ V ທີ່ຈະຈັດຂຶ້ນໃນວັນທີ 22-24 ເມສາ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ມີບັນດາສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ-ນະຄອນ ເຂົ້າຮ່ວມ.
ເພີ່ມເຕີມ