ໃນໄລຍະໃໝ່ຢູ່ແຂວງຈໍາປາສັກ ວ່າ: ຜ່ານມາແຂວງຈໍາປາສັກ ໄດ້ວາງຄາດໝາຍລວມ ແລະ ແບ່ງຄວາມຮັບຜິດຊອບ, ເພື່ອເປັນການສ້າງບາດກ້າວບຸກທະລຸໃນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ ດ້ວຍຈັງຫວະທີ່ໝັ້ນທ່ຽງ, ຕໍ່ເນື່ອງ, ເສດຖະກິດມີການຂະຫຍາຍຕົວ, ງົບປະມານ-ການເງິນ, ມີຄວາມເຂັ້ມແຂງສາມາດດຸນລາຍຮັບໃຫ້ສູນກາງເພີ່ມຂຶ້ນໃນແຕ່ລະປີ, ຊຸກຍູ້ ເມືອງ/ນະຄອນປາກເຊ ສ້າງຄວາມພ້ອມກຸ້ມຕົນເອງທາງດ້ານລາຍຮັບ-ລາຍຈ່າຍ ກ້າວໄປເຖິງດຸນລາຍຮັບໃຫ້ແຂວງ, ສ້າງໃຫ້ມີຖານການຜະລິດ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມໃໝ່ ເກາະກ່າຍເປັນຕ່ອງໂສ້ໃນລະບົບການຜະລິດ, ສ້າງຄວາມຢູ່ດີກິນດີ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ.
ທ່ານ ສຸກສະຫວັນ ວິໄລວົງ ໃຫ້ຮູ້ຕື່ມວ່າ: ພ້ອມນີ້ໄດ້ເພີ່ມທະວີນໍາພາ-ຊີ້ນຳ ຂອງຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກ ເມືອງ/ນະຄອນ, ຄະນະພັກຮາກຖານ, ໜ່ວຍພັກ ໂດຍໄດ້ສຸມໃສ່ 6 ຄາດໝາຍສູ້ຊົນລວມ ແລະ ມີຜົນສຳເລັດ, ສາມາດສ້າງມູນຄ່າລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 45,245 ຕື້ກີບ, ທຽບໃສ່ແຜນໄດ້ລື່ນ 10.8% (ແຜນ 40,831.22 ຕື້ກີບ), ອັດຕາການຂະຫຍາຍຕົວຢູ່ໃນລະດັບ 6.12% ເກີນແຜນ 0.12% (ແຜນ 6%), ສະເລ່ຍຕໍ່ຫົວຄົນໄດ້ 2,665 ໂດລາຕໍ່ຄົນ ຫຼື ເທົ່າກັບ 57.3 ລ້ານກີບຕໍ່ຄົນ, ເຮັດໃຫ້ໂຄງປະກອບເສດຖະກິດເຊັ່ນ: ຂະແໜງ ກະສິກໍາ-ປ່າໄມ້ຂະຫຍາຍຕົວ 7.98%, ກວມ 35.48%; ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 1.02%, ກວມ 22.42% ແລະ ຂະແໜງບໍລິການ ຂະຫຍາຍຕົວ 8.75% ກວມ 42.1% ຂອງ GDP. ການສົ່ງອອກປະຕິບັດໄດ້ 652.51 ລ້ານໂດລາ, ທຽບໃສ່ແຜນລື່ນ 40.23%. ການນໍາເຂົ້າ ປະຕິບັດໄດ້ 384.17 ລ້ານໂດລາ, ທຽບໃສ່ແຜນປະຕິບັດໄດ້ 95%, ໂຄງສ້າງການລົງທຶນ (ສະເພາະທຶນປົກກະຕິ ທີ່ແຂວງຮັບຜິດຊອບຈັດສັນ) ໄດ້ສຸມໃສ່ແກ້ໄຂໂຄງການຊໍາລະໜີ້ສິນ 40-50%, ໂຄງການສືບຕໍ່ທີ່ໃກ້ຈະສຳເລັດ 40% ແລະ ໂຄງການສະເໜີໃໝ່ 5-10%. ລວມການລົງທຶນຂອງລັດທັງໝົດ ທີ່ໄດ້ຮັບການຈັດສັນໃນປີ 2025 ຈໍານວນ 203 ໂຄງການ, ມູນຄ່າ 79.83 ຕື້ກີບ, ໃນນັ້ນ: ໂຄງການສືບຕໍ່ຈໍານວນ 101 ໂຄງການ, ມູນຄ່າ 53.9 ຕື້ກີບ; ໂຄງການຊໍາລະໜີ້ສິນ ຈໍານວນ 80 ໂຄງການ, ມູນຄ່າ 16.62 ຕື້ກີບ; ໂຄງການສະເໜີໃໝ່ ຈໍານວນ 13 ໂຄງການ, ມູນຄ່າ 4.71 ຕື້ກີບ; ໂຄງການ ODA ຈໍານວນ 9 ໂຄງການ, ມູນຄ່າ 4.6 ຕື້ກີບ, ການລົງທຶນທັງໝົດເພື່ອການພັດທະນາ: ສາມາດລະດົມຂົນຂວາຍຈາກທຸກແຫຼ່ງທຶນ ໄດ້ 13,087.01 ຕື້ກີບກວມ 28.92% ຂອງ GDP, ທຽບໃສ່ແຜນປະຕິບັດໄດ້ 80.71% (ແຜນ 16,215.03 ຕື້ກີບ), ໃນນັ້ນ ການລົງທຶນຂອງລັດ 110.73 ຕື້ກີບ (ໃນນີ້ເງິນເກີນແຜນ 33.85 ຕື້ກີບ), ກວມ 0.85%, ທຶນຊ່ວຍເຫຼືອ (ODA) ມູນຄ່າ 783.68 ຕື້ກີບ, ກວມ 5.99%, ການລົງທຶນພາຍໃນ-ຕ່າງປະເທດ 5,384.8 ຕື້ກີບ, ກວມ 41.15%, ສິນເຊື່ອທະນາຄານມູນຄ່າ 6,807.8 ຕື້ກີບ, ກວມ 52.01% ຂອງການລົງທຶນທັງໝົດ.
ໃນນັ້ນ, ການແກ້ໄຂໜີ້ສິນການລົງທຶນຂອງລັດ ນອກຈາກການແກ້ໄຂບ້ວງເງິນປົກະຕິແລ້ວຍັງສາມາດແກ້ໄຂໃນບ້ວງເງິນເກີນແຜນປີ 2024 ຈໍານວນ 63 ໂຄງການ, ມູນຄ່າ 33.85 ຕື້ກີບ ສາມາດປົດໂຄງການອອກຈາກບັນຊີແຜນການລົງທຶນຂອງລັດໄດ້ 16 ໂຄງການ, ພິເສດແຂວງຈໍາປາສັກ ໄດ້ນໍາໃຊ້ເງິນເກີນແຜນ ເພື່ອແກ້ໄຂເສັ້ນທາງເຂົ້າບ້ານທຸກຍາກ ໄດ້ສໍາເລັດ 5 ບ້ານ ໃນ 4 ເມືອງ ໃນປີ 2025 ແລະ ຊຸກຍູ້ໂຄງການປັບປຸງລະບົບຊົນລະປະທານໃສ່ເຂດການຜະລິດກະສິກໍາ ແລະ ຂະຫຍາຍເນື້ອທີ່ການຜະລິດໃຫ້ປະຊາຊົນໃນຈຸດສຸມທົ່ງຕາຕາກຢູ່ເມືອງມູນລະປະໂມກ, ໄດ້ກໍ່ ສ້າງ ແລະ ສ້ອມແປງເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວບ້ານອຸບມົງ ເມືອງປະທຸມພອນ.
(ຂ່າວ-ພາບ: ສຳນານ)
ຄໍາເຫັນ