ແຂວງຄໍາມ່ວນ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ

ແຂວງຄໍາມ່ວນ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ

ແຂວງຄໍາມ່ວນ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ
ໃນໄລຍະ 5 ປີ (2021-2025) ແຫ່ງການຜັນຂະຫຍາຍ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ X ຂອງອົງຄະນະພັກແຂວງຄໍາມ່ວນ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກແມ່ນໄດ້ຮັບຜົນກະທົບຈາກສະພາບແວດລ້ອມຂອງພາກພື້ນ ແລະ ສາກົນທີ່ຜັນແປຢ່າງສັບສົນຄາດຄະເນໄດ້ຍາກກໍຄືສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການລະບາດຂອງພະຍາດໂຄວິດ-19, ໄພພິບັດທາງທໍາມະຊາດ, ບັນຫາປະກົດການຫຍໍ້ທໍ້ຕ່າງໆ; ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຈາກສູນກາງພັກ, ລັດຖະບານ, ຄວາມສາມັກຄີເປັນເອກະພາບສູງຂອງຄະນະພັກ-ອົງການປົກຄອງແຂວງແຕ່ລະຂັ້ນເຮັດໃຫ້ແຂວງຄໍາມ່ວນສາມາດຜ່ານຜ່າຄວາມຫຍຸ້ງຍາກແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ.

 

ແຂວງຄາມວນ ສາມາດຜານຜາຄວາມຫຍງຍາກ ແລະ ຍາດໄດຜນສຳເລດຫາຍດານ - image 1
 

 

ບົດລາຍງານການເມືອງຂອງ ຄະນະບໍລິຫານງານພັກແຂວງ ສະໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ໂດຍ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ ຂຶ້ນລາຍງານ ໄດ້ໃຫ້ຮູ້ວ່າ: ທ່າມກາງສະພາບຄວາມຫຍຸ້ງຍາກ, ແຂວງຄໍາມ່ວນ ໄດ້ສຸມໃສ່ນໍາພາຈັດຕັ້ງປະຕິບັດເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ X ຂອງອົງຄະນະພັກແຂວງຄໍາມ່ວນ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ມະຕິ, ຄໍາສັ່ງຕ່າງໆຂອງພັກ-ລັດ ຢ່າງກວ້າງຂວາງ, ສ້າງເປັນໂຄງການດຳເນີນງານ ໂດຍກຳນົດເປັນ 6 ເປົ້າໝາຍ 25 ແຜນງານ 699 ໂຄງການ; ໄດ້ພ້ອມກັນຈັດຕັ້ງປະຕິບັດ ແທດເໝາະກັບສະພາບຕົວຈິງ ແລະ ມີຜົນສຳເລັດຫຼາຍແຜນງານ, ໂຄງການທີ່ກໍານົດໄວ້.

ຜົນສຳເລັດ ແລະ ອັນພົ້ນເດັ່ນມີຫຼາຍດ້ານ ເປັນຕົ້ນດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ນໍໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດ ແລະ 4 ຄາດໝາຍ 4 ແຜນງານໃຫຍ່ 41 ໂຄງການຂອງກະຊວງປ້ອງກັນຄວາມສະຫງົບ ຢ່າງແຂງແຮງ; ຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢ່າງເປັນເຈົ້າການ; ຫັນເອົານາຍທະຫານ-ນາຍຕໍາຫຼວດ ລົງກໍ່ສ້າງຮາກຖານການເມືອງ ນໍາພາກໍ່ສ້າງປັບປຸງກຳລັງ ໃຫ້ໜັກແໜ້ນເຂັ້ມແຂງ, ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ, ສ້າງບ້ານ-ຄອບຄົວປ້ອງກັນຊາດເຂັ້ມແຂງ ແລະ ສ້າງບ້ານ-ຄອບຄົວ ປ້ອງກັນຄວາມສະຫງົບດີເພີ່ມຂຶ້ນ; ເປັນເຈົ້າການສະກັດກັ້ນ-ທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ກຸ່ມຄົນບໍ່ດີ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມຢ່າງຕັ້ງໜ້າ ເຮັດໃຫ້ແຂວງຄໍາມ່ວນ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.

ຂະນະທີ່ດ້ານເສດຖະກິດ ກໍມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງເສດຖະກິດຂອງແຂວງຄໍາມ່ວນ ຂະຫຍາຍຕົວໃນລະດັບ 6.2% ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 96,119 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນ ເພີ່ມຂຶ້ນເປັນ 2,701 ໂດລາ/ຄົນ/ປີ; ໄດ້ປັບປຸງລະບອບ ລະບຽບການ ກົນໄກການຄຸ້ມຄອງ, ຕັ້ງໜ້າແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໄດ້ເອົາໃຈໃສ່ລະດົມທຶນເພື່ອການພັດທະນາຢ່າງແຂງແຮງ, ຕິດຕາມ, ກວດກາ ປະເມີນການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຕ່າງໆ ເປັນປົກກະຕິ, ລຶບລ້າງໂຄງການທີ່ບໍ່ມີປະສິດທິຜົນ; ປະຕິບັດວິໄນແຜນການ-ການເງິນຢ່າງເຂັ້ມງວດ, ສ້າງຖານລາຍຮັບໃໝ່ທີ່ໝັ້ນຄົງ, ນໍາໃຊ້ເຄື່ອງມືທັນສະໄໝ, ເພີ່ມທະວີຄວາມເຂັ້ມງວດ, ອັດການຮົ່ວໄຫຼ ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນຢ່າງຕໍ່ເນື່ອງ ກາຍເປັນແຂວງເກີນດູນ.

ນອກນີ້, ໃນດ້ານວັດທະນະທໍາ-ສັງຄົມ ກໍໄດ້ມີການພັດທະນາຢ່າງກວ້າງຂວາງ ເປັນຕົ້ນ ສຶກສາທິການ ແລະ ກິລາ ບັນລຸ 9 ຄາດໝາຍ; ສາທາລະນະສຸກ ບັນລຸ 9 ຄາໝາຍ ແລະ ອີກ 2 ຄາດໝາຍ ມີທ່າອ່ຽງດີຂຶ້ນ, ໄດ້ຂະຫຍາຍຫ້ອງຜ່າຕັດຢູ່ໂຮງໝໍເມືອງຈໍານວນໜຶ່ງ ສຸມໃສ່ວຽກໂຄສະນາສຸຂະອານາໄມ, ການປ້ອງກັນພະຍາດ ແລະ ຕອບໂຕ້ພະຍາດໂຄວິດ-19 ໄດ້ເປັນຢ່າງດີ.... ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກ ກໍມີອັນພົ້ນເດັ່ນ ກໍຄືການສ້າງຕົວແບບພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ບ້ານຊຽງແຫວນ ເມືອງທ່າແຂກ, ບ້ານ-ຄອບຄົວພັດທະນາ ແລະ ບ້ານ-ຄອບຄົວພົ້ນທຸກໄດ້ເພີ່ມຂຶ້ນ, ປະກາດເມືອງພົ້ນທຸກໄດ້ 7 ເມືອງ ແລະ ປະກາດເມືອງທ່າແຂກ ເປັນເມືອງເຂັ້ມແຂງຮອບດ້ານ. ພ້ອມນີ້, ກໍໄດ້ຮັບຮອງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງສຳເລັດ 10 ເມືອງ ໃນທົ່ວແຂວງ.

ບັນດາຜົນສຳເລັດ ແລະ ອັນພົ້ນເດັ່ນຂ້າງເທິງ ແມ່ນບາງສ່ວນຈາກຜົນງານຂອງການນໍາພາ-ຊີ້ນໍາ ຂອງອົງຄະນະພັກແຂວງຄໍາມ່ວນ ໃນຕະຫຼອດ 5 ປີ ຊຶ່ງສັງລວມແລ້ວ ແຂວງຄໍາມ່ວນ ແມ່ນມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ, ຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ. ຜົນສຳເລັດດັ່ງກ່າວ, ເປັນການຢັ້ງຢືນໃຫ້ເຫັນເຖິງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ ສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງທຸກຊັ້ນຄົນ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງຄໍາມ່ວນ ແລະ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກສູນກາງພັກ ແລະ ລັດຖະບານ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເຫຼົ່າຮົບກຳລັງທະຫານຊາຍແດນ ແມ່ນເຫຼົ່າຮົບໜຶ່ງທີ່ສໍາຄັນໃນຖັນແຖວກຳລັງກອງທັບ ເປັນກຳລັງຢູ່ແນວໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫຼັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ.
ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 (16 ທັນວາ 1975-16 ທັນວາ 2025) ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 16 ທັນວານີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເຈົ້າແຂວງອັດຕະປື ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.
ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ຕອນເຊົ້າວັນທີ 16 ທັນວາ ນີ້, ທີ່ຫ້ອງປະຊຸມນ້ອຍຊັ້ນ II ຂອງຄະນະໂຄສະນາອົບຮົມສູນກາງພັກ(ຄອສພ); ກົມອົບຮົມ ຄອສພ ໄດ້ຈັດຕັ້ງຂະບວນການແຂ່ງຂັນວິຊາສະເພາະຂອງກົມ ຄັ້ງທີ 2 ປະຈໍາປີ 2025 ພາຍໃຕ້ຫົວຂໍ້ “ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ຂອງປະທານ ໄກສອນ ພົມວິຫານ” ຊຶ່ງພິທີຈັດຂຶ້ນ ໂດຍ ການເປັນປະທານ ຂອງ ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂອງກົມອົບຮົມ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 9 ສະຫາຍ.
ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ການນຳຂອງຫຼາຍພະແນກການ ຂອງແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ16 ທັນວາ 2025ນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານຂັ້ນແຂວງ, ມີຄະນະປະຈຳພັກແຂວງ ກຳມະການພັກແຂວງ ຫົວໜ້າ ຮອງຫົວໜ້າພະແນກການ ກອງບັນຊາການ, ອົງການ ແລະ ພະນັກງານພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 15 ທັນວານີ້, ທີ່ ສມປຊ, ພິທີດັ່ງກ່າວດຳເນີນພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງທ່ານ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫນງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ-ຄະນະນຳສະຖາບັນ, ຄູ-ອາຈານ ແລະ ນັກຝຶກອົບຮົມໂດຍແມ່ນເລຂາພັກເມືອງຈາກ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເພື່ອໂຄສະນາສົ່ງເສີມວັດທະນະທໍາແຜ່ນແພ ແລະ ການທ່ອງທ່ຽວຂອງຊາດລາວ, ກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ (ວທ), ສະຖານທູດລາວປະຈໍາປະເທດຝຣັ່ງ ຜູ້ກໍ່ຕັ້ງ Lao Fashion Week, ສະມາຄົມທຸລະກິດການທ່ອງທ່ຽວລາວ ແລະ ຫົວໜ່ວຍທຸລະກິດກ່ຽວກັບການຜະລິດແຜ່ນແພເຄື່ອງນຸ່ງທີ່ນໍາ ສະໄໝ ຮ່ວມກັນຈັດງານວັນລາວ (Lao Festival) ຂຶ້ນເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍການເປັນປະທານຂອງທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດປະຈໍາສປປ ລາວ ທີ່ປະ ເທດຝຣັ່ງ, ມີຜູ້ຕາງໜ້າຈາກກະຊວງວັດທະນະທໍາ-ການທ່ອງທ່ຽວ (ວທ) ສປປ ລາວ, ມີຜູ້ເຂົ້າຮ່ວມ 300 ກວ່າທ່ານມາຈາກສະຖານທູດຕ່າງໆ, ກະຊວງການຕ່າງປະເທດທີ່ປະເທດຝຣັ່ງ, ພາກທຸລະກິດ, ຄົນເຊື້ອ ຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ  ຈະເປີດບໍລິການຕົ້ນປີ 2026

ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ຈະເປີດບໍລິການຕົ້ນປີ 2026

ພິທີເຊັນບົດບັນທຶກຮ່ວມມືໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະຫວ່າງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ຈັດຂຶ້ນໃນວັນທີ 15 ທັນວານີ້ ທີ່ສຳນັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ.
ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ກອງ​ປະຊຸມ​ສະ​ໄໝສາມັນເທື່ອ​ທີ 10 ຂອງສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນຊຸດ​ທີ IV, ວັນທີ 16 ທັນວານີ້ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າ​ຄອງນະຄອນຫຼວງວຽງຈັນ, ຮອງ​ເຈົ້າ​ຄອງ​, ມີບັນ​ດາ​ທ່ານ​ການ​ນໍານະຄອນຫຼວງ​ວຽງຈັນ, ບັນດາ​ທ່ານສະມາຊິກ​ສະພາ​ແຫ່ງ​ຊາດປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ແລະ ສະມາຊິກ​ສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ ພ້ອມດ້ວຍແຂກຖືກເຊີນ.
ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ທ່ານ ຄໍາຜອຍ ວັນນະສານ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໃນວັນທີ 15 ທັນວານີ້, ໂອກາດນີ້ໄດ້ເຂົ້າພົບປະທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະລົງເຄື່ອນໄຫວຊີ້ນໍາ ວຽກງານກະກຽມດຳເນີນກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ແລະ ວຽກກອງທຶນສາມັກຄີພັດທະນາຂອງແນວລາວສ້າງຊາດຢູ່ແຂວງຄຳມ່ວນ. ຈາກນັ້ນ, ໄດ້ສືບຕໍ່ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດແຂວງ.
ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ພິທີເຊັນສັນຍາວ່າດ້ວຍການພັດທະນາລະບົບຄຸ້ມຄອງແບບຟອມດິຈີຕອນແລະການເບີກຈ່າຍງົບປະມານຂອງຂະແໜງການພາກລັດ (Digital Filing)ລະຫວ່າງກະຊວງການເງິນແລະບໍລິສັດພູນຜົນນະຄອນຈໍາກັດ, ໄດ້ຈັດຂຶ້ນ ໃນວັນທີ12ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ເພີ່ມເຕີມ