ແຂວງຄໍາມ່ວນເອົາໃຈໃສ່ພັດທະນາແລະ ສົ່ງເສີມການທ່ອງທ່ຽວ

ແຂວງຄໍາມ່ວນເອົາໃຈໃສ່ພັດທະນາແລະ ສົ່ງເສີມການທ່ອງທ່ຽວເປັນຢ່າງດີ

ແຂວງຄໍາມ່ວນເອົາໃຈໃສ່ພັດທະນາແລະ ສົ່ງເສີມການທ່ອງທ່ຽວເປັນຢ່າງດີ
ໂດຍ: ວັນເພັງ ແຂວງຄໍາມ່ວນ ເປັນແຂວງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວຫຼາກຫຼາຍແຫ່ງທີ່ສວຍງາມ ແລະ ມີຊື່ສຽງມີທັງແຫຼ່ງທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາໂດຍຖືເອົາການພັດທະນາ

 

 ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍໄດ້ຈັດຕັ້ງປະຕິບັດບັນດາມາດຕະການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຕ່າງໆ ສາມາດໂຄສະນາດຶງດູດນັກທ່ອງທ່ຽວເປັນຢ່າງດີ ຊຶ່ງເຫັນວ່າໃນປີ 2024 ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຢ້ຽມຢາມເຖິງ 852,080 ຄົນ.

ໃນໂອກາດກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ສປປ ລາວ ຮ່ວມກັບສໍານັກຂ່າວໜັງສືພິມ, ໂທລະພາບ ແລະ ສື່ອອນລາຍຈາກສະມາຄົມນັກຂ່າວໄທໄດ້ຈັດກິດຈະກຳຢ້ຽມຢາມຜະລິດຕະພັນການທ່ອງທ່ຽວຢູ່ແຂວງຄໍາມ່ວນ ແລະ ສະຫວັນນະເຂດໃນລະຫວ່າງວັນທີ 25-30 ມັງກອນ 2025, ທ່ານ ສົມສັກດາ ແກ້ວມະນີ ຮອງຫົວໜ້າພະແນກ(ຖວທ) ແຂວງຄໍາມ່ວນ ຜູ້ຊີ້ນໍາວຽກງານທ່ອງທ່ຽວໄດ້ໃຫ້ສຳພາດກ່ຽວກັບການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງຄໍາມ່ວນວ່າ: ເພື່ອເປັນການດຶງດູດການທ່ອງທ່ຽວຂອງແຂວງໃຫ້ດີຂຶ້ນພະແນກ ຖວທ ໄດ້ເອົາໃຈໃສ່ຊຸກຍູ້ພາກລັດ ແລະ ເອກະຊົນພັດທະນາກິດຈະກຳການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍເປັນທາງເລືອກໃຫ້ນັກທ່ອງທ່ຽວ. ໃນນັ້ນ, ກິດຈະກຳທີ່ໄດ້ຮັບຄວາມນິຍົມ ແລະ ເປີດບໍລິການແລ້ວໃນປັດຈຸບັນມີ: ການຂີ່ສະລິງ, ປີນຜາ, ລ່ອງເຮືອ, ຕັ້ງແຄ້ມ, ໂຮມສະເຕ, ຍ່າງປ່າ ແລະ ວົງຈອນເດິລຸບ. ນອກຈາກນັ້ນ, ຍັງໄດ້ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດກິດຈະກຳສົ່ງເສີມການທ່ອງທ່ຽວຢູ່ພາຍໃນແຂວງຂຶ້ນຫຼາຍຄັ້ງເຊັ່ນ: ຈັດການແຂ່ງຂັນກິລາສົກມວຍ 1 ຄັ້ງ, ມີຜູ້ເຂົ້າຮ່ວມ 2,000 ກວ່າຄົນ, ຈັດການແຂ່ງຂັນກິລາເຕະບານມິດຕະພາບລາວ-ໄທ ກັບທີມງານອໍສະຕາ 1 ຄັ້ງ, ມີຜູ້ເຂົ້າຮ່ວມ 3,000 ກວ່າຄົນ, ຈັດການແຂ່ງຂັນກິລາເຕະບານມິດຕະພາບລາວ-ໄທ ທ່າແຂກ-ສະກົນນະຄອນ 1 ຄັ້ງ, ມີຜູ້ເຂົ້າຮ່ວມ 500 ກວ່າຄົນ, ຈັດງານກິລາປັ່ນລົດຖີບມິດຕະພາບລາວ-ໄທ 5 ຄັ້ງ, ມີຜູ້ເຂົ້າຮ່ວມ 2,500 ກວ່າຄົນ,ຈັດງານເທດສະການອາຫານ, ວາງສະແດງ ແລະ ຈຳໜ່າຍສິນຄ້າທ້ອງຖິ່ນ 5 ຄັ້ງ, ມີຜູ້ເຂົ້າຮ່ວມ 5,000 ກວ່າຄົນ,ຈັດງານກິລາ "ໜຶ່ງຄົນລອຍ ຫຼາຍຄົນໃຫ້” 1 ຄັ້ງ, ມີຜູ້ເຂົ້າຮ່ວມ 3,000 ກວ່າຄົນ, ເປັນເຈົ້າພາບຈັດກອງປະຊຸມ 3 ແຂວງ 3 ປະເທດ ຮ່ວມມືທາງດ້ານການທ່ອງທ່ຽວ 1 ຄັ້ງ, ມີຜູ້ເຂົ້າຮ່ວມ 700 ກວ່າຄົນ, ໄດ້ຕິດຕໍ່ຮ່ວມມືກັບຢູທູບເບີ້ ຊື່ດັງຂອງປະເທດໄທສ້າງສາລະຄະດີທ່ອງທ່ຽວຂອງແຂວງໂຄສະນາທາງຊ່ອງເຟສບຸກ (Facbook), ຢູທູບ (Youtube) ໄດ້ 15 ຕອນ. ພາຍຫຼັງລັດຖະບານໄດ້ກຳນົດເອົາປີ 2024 ເປັນປີທ່ອງທ່ຽວລາວ ແຂວງຄໍາມ່ວນໄດ້ກຳນົດເອົາ 27 ກິດຈະກຳສົ່ງເສີມການທ່ອງທ່ຽວຂອງແຂວງ ຊຶ່ງມີ 1 ກິດຈະກຳລະດັບຊາດ, 2 ກິດຈະກຳລະດັບແຂວງ ແລະ 24 ກິດຈະກຳລະດັບເມືອງ ຕິດພັນກັບ 3 ຍອດຍິ່ງທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ, ການຈັດຕັ້ງປະຕິບັດໄດ້ສຳເລັດໄປແລ້ວ 25 ກິດຈະກຳກວມເອົາ 93%. ຜ່ານການຈັດຕັ້ງປະຕິບັດບັນດາມາດຕະການສົ່ງເສີມການທ່ອງທ່ຽວຕ່າງໆ ສາມາດໂຄສະນາດຶງດູດການທ່ອງທ່ຽວຂອງແຂວງດ້ວຍຜົນສໍາເລັດອັນຈົບງາມ, ຈໍານວນນັກທ່ອງທ່ຽວທີ່ເຂົ້າມາຢ້ຽມຢາມແຂວງຄໍາມ່ວນ ໃນປີ 2024 ມີເຖິງ 852,080 ຄົນ, ສ້າງລາຍຮັບໄດ້ 1,012 ຕື້ກວ່າກີບ ທຽບໃສ່ແຜນການ (500,000 ຄົນ) ແມ່ນລື່ນແຜນ 170%.

ທ່ານ ສົມສັກດາ ແກ້ວມະນີ ກ່າວຕື່ມວ່າ: ສ່ວນແຫຼ່ງທ່ອງທ່ຽວໄດ້ຮັບຄວາມນິຍົມຫຼາຍແມ່ນແຫຼ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳເຊັ່ນ: ພະທາດສີໂຄດຕະບອງ, ຖໍ້າກອງລໍ, ພູຜາມ່ານ, ຂຸນກອງແລງ, ຖ້ຳນາງແອ່ນ, ທ່າຝຣັ່ງ, ກຳແພງຍັກ, ຖໍ້ານໍ້າລອດເຊບັ້ງໄຟ, ວົງຈອນເດິລຸບ ແລະ ອື່ນໆ. ມາຮອດປັດຈຸບັນທົ່ວແຂວງມີແຫຼ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີໄວ້ແລ້ວຈໍານວນ 210 ແຫ່ງ.ໃນນັ້ນ, ມີແຫຼ່ງທ່ອງທ່ຽວທໍາມະຊາດ 145 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທໍາ 33 ແຫ່ງ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ 32 ແຫ່ງ, ເປີດນໍາໃຊ້ແລ້ວ 87 ແຫ່ງ,ພັດທະນາ ແລະ ເປີດຢ່າງເປັນທາງການແລ້ວ 25 ແຫ່ງ,ມີໂຮງແຮມ 24 ແຫ່ງ, ເຮືອນພັກ 105 ແຫ່ງ, ຣີສອດ 10 ແຫ່ງ, ຮ້ານອາຫານ-ກິນດື່ມ 189 ແຫ່ງ, ຮ້ານບັນເທີງ-ຄາຣາໂອເກະ 19 ແຫ່ງ, ບໍລິສັດທ່ອງທ່ຽວ 7 ແຫ່ງ.

ໂອກາດນີ້, ທ່ານ ສົມສັກດາ ແກ້ວມະນີ ກ່າວຕື່ມວ່າ: ເພື່ອເປັນການສືບຕໍ່ເຮັດໃຫ້ການທ່ອງທ່ຽວຂອງແຂວງຄໍາມ່ວນມີການຂະຫຍາຍຕົວໃນປີ 2025 ນີ້, ພະແນກ ຖວທ ຈະຕ້ອງເອົາໃຈໃສ່ປັບປຸງບູລະນະແຫຼ່ງທ່ອງທ່ຽວທີ່ມີການບໍລິການແລ້ວໃຫ້ດີຂຶ້ນ ແລະ ພັດທະນາແຫຼ່ງທ່ອງທ່ຽວແຫ່ງໃໝ່ ແລະ ເປີດບໍລິການຕື່ມອີກ, ສ້າງຜະລິດຕະພັນການທ່ອງທ່ຽວໃໝ່ທີ່ມີຄວາມຫຼາກຫຼາຍຮັບປະກັນຄຸນນະພາບ ແລະ ປັບປຸງການບໍລິການໃຫ້ດີຂຶ້ນ. ສືບຕໍ່ປະສານສົມທົບຮ່ວມມືກັບພາກລັດ ແລະ ພາກທຸລະກິດຈັດກິດຈະກຳສົ່ງເສີມການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍສີສັນ ທີ່ຕິດພັນກັບການອະນຸລັກຮີດຄອງປະເພນີຂອງທ້ອງຖິ່ນ; ປັບປຸງບັນດາໂຄງລ່າງພື້ນຖານພາຍໃນແຫຼ່ງທ່ອງທ່ຽວໃຫ້ມີຄວາມສະດວກສະບາຍ ແລະ ສວຍງາມ, ສ້າງຄວາມປະທັບໃຈ, ມີຄວາມປອດໄພ ແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ຫຼາຍຂຶ້ນ; ຫັນລະບົບການເກັບລາຍຮັບຈາກການທ່ອງທ່ຽວໃຫ້ທັນສະໄໝ, ຮັບປະກັນຄວາມໂປງໃສ, ແກ້ໄຂປະກົດການຫຍໍ້ທໍ້ທີ່ສົ່ງຜົນກະທົບຕໍ່ການທ່ອງທ່ຽວໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຄໍາເຫັນ

ຂ່າວຕ່າງປະເທດ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກຈາກ ສອາຟຣິກາໃຕ້, ເຊື່ອມຕໍ່ຫ້ອງວ່າການລັດຖະບານກັບບັນດາທ້ອງຖິ່ນ ເພື່ອປຶກສາຫາລືມາດຕະການແກ້ໄຂຢ່າງຮີບດ່ວນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບແຂວງແຄ໊ງຮວ່າ, ຢາລາຍ, ດັກລັກ, ເລິມດົ່ງ ແລະ ໄຕນິງ.
Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພັດທະນາເສດຖະກິດ ແລະ ການຄ້າຂອງປະເທດມານດີວໄດ້ປະກາດວ່າ Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນ້ຳສາກົນແລະ ສິ່ງອຳນວຍຄວາມສະດວກດ້ານເຄືອຂ່າຍແຫ່ງໃໝ່ໃນເມືອງອັດດູ ຂອງມານດີວ, ເພື່ອສະໜັບສະໜູນການເຊື່ອມຕໍ່ສາຍເຄເບີ້ນໃຕ້ນ້ຳສາກົນ.
ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າຂອງກຳປູເຈຍລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ, ການສົ່ງອອກຂອງກຳປູເຈຍໄປຍັງສະຫະພາບເອີຣົບ (EU) ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ມີການເຕີບໂຕໃນລະດັບສອງໂຕເລກໃນໄລຍະ10 ເດືອນທຳອິດຂອງປີ 2025.
ເພີ່ມເຕີມ