ແຂວງສະຫວັນນະເຂດ ກໍານົດທິດ, ມາດຕະການແກ້ໄຂ ຄຸ້ມຄອງ - ປົກປັກຮັກສາປ່າໄມ້ໃຫ້ມີຄວາມຍືນຍົງ

ແຂວງສະຫວັນນະເຂດ ກໍານົດທິດ, ມາດຕະການແກ້ໄຂ ຄຸ້ມຄອງ - ປົກປັກຮັກສາປ່າໄມ້ໃຫ້ມີຄວາມຍືນຍົງ

ແຂວງສະຫວັນນະເຂດ ກໍານົດທິດ, ມາດຕະການແກ້ໄຂ ຄຸ້ມຄອງ - ປົກປັກຮັກສາປ່າໄມ້ໃຫ້ມີຄວາມຍືນຍົງ
ໂດຍ: ວັນໄຊ ຕະວິນຍານ ດັ່ງທີ່ທຸກຄົນຮູ້ກັນດີແລ້ວວ່າ: ຊັບພະຍາກອນປ່າໄມ້ ແມ່ນຊັບສົມບັດລວມ ຂອງວົງສາຄະນາຍາດແຫ່ງຊາດ, ພັນທະໃນການປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ຊັບພະຍາກອນປ່າໄມ້ ແມ່ນພັນທະລວມຂອງທຸກພາກສ່ວນໃນສັງຄົມ.

 

 

ເວົ້າສະເພາະ, ພະແນກກະສິກໍາ ແລະປ່າໄມ້ ແຂວງສະຫວັນນະເຂດ ໄລຍະຜ່ານມາ, ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການກໍານົດນະໂຍບາຍ, ແຜນການ, ໂຄງການຕ່າງໆ ເພື່ອສະໜັບສະໜູນໃຫ້ແກ່ວຽກງານດັ່ງກ່າວ ຈຶ່ງໄດ້ຮັບຜົນສໍາເລັດໃນຫຼາຍດ້ານ; ສາເຫດໜຶ່ງ ທີ່ສໍາຄັນ ແລະ ຕັດສິນຜົນສໍາເລັດໃນວຽກງານດັ່ງກ່າວ ແມ່ນຂອດການປະສານງານ, ການໃຫ້ຄວາມຮ່ວມມື ສະໜັບສະໜູນຮອບດ້ານ ຈາກ ອົງການປົກຄອງທ້ອງຖິ່ນ, ຂະແໜງການ, ອົງການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດປະຊາຊົນ ບັນດາເຜົ່າ ໃນທົ່ວແຂວງ.

ທ່ານ ສຸນັນທາ ຈຸນລະມະນີ ຫົວໜ້າ ພະແນກ ກະສິກໍາ ແລະປ່າໄມ້ ແຂວງສະຫວັນນະເຂດ ກ່າວວ່າ: ພື້ນທີ່ປ່າໄມ້ ພາຍໃນແຂວງ ແມ່ນນອນຢູ່ໃນເຂດປົກຄອງຂອງເມືອງ/ນະຄອນ ກໍຄືຂອງບ້ານ, ບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນກໍແມ່ນຢູ່ຂັ້ນບ້ານ ສະນັ້ນ, ຖ້າຢາກໃຫ້ບັນຫາປະກົດການຫຍໍ້ທໍ້ກ່ຽວກັບປ່າໄມ້ ຫຼຸດໜ້ອຍຖອຍລົງ ແລະ ຖືກແກ້ໄຂ ຢ່າງຂາດຕົວໃນຂັ້ນຕໍ່ໄປ ບັນຫາກົກ, ອໍານາດການປົກຄອງບ້ານ, ເມືອງ ບ່ອນທີ່ພື້ນທີ່ປ່າໄມ້ຕັ້ງຢູ່ ຕ້ອງກໍາ ແໜ້ນ, ເຊື່ອມຊຶມ ແລະ ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ກ່ຽວກັບວຽກງານປ່າໄມ້, ຖືເອົາວຽກງານດັ່ງກ່າວ ເປັນໜຶ່ງໃນເງື່ອນໄຂ ໃນການຕີລາຄາຜົນສໍາເລັດ ແລະ ຂໍ້ບົກຜ່ອງ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ. ປະຕິບັດຕາມທິດ ໃນການຫັນປ່ຽນໃໝ່ ກ່ຽວກັບກົງຈັກການຈັດຕັ້ງຂັ້ນທ້ອງຖິ່ນຂອງລັດຖະບານ ບວກກັບທິດນໍາຂອງກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບການຫັນວຽກງານປ່າໄມ້ໃຫ້ລົງສູ່ທ້ອງຖິ່ນຮາກຖານໃຫ້ຫຼາຍຂຶ້ນ ພ້ອມທັງຫັນພະນັກງານວິຊາການ ເພື່ອລົງໄປຊ່ວຍທາງດ້ານວິຊາການ ຢູ່ບັນດາເມືອງ, ຕາແສງ ຈະເຮັດໃຫ້ວຽກງານດັ່ງກ່າວ ມີທ່າກ້າວທີ່ດີຂຶ້ນ.

ເພື່ອຮັບປະກັນວຽກງານຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ຕ້ານສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ. ຕ້ອງໄດ້ຖືເອົາວຽກງານໂຄສະນາ, ເຜີຍແຜ່ລະບຽບກົດໝາຍ ວ່າດ້ວຍປ່າໄມ້, ກົດໝາຍ ວ່າດ້ວຍ ສັດປ່າ, ດໍາລັດ, ຄໍາສັ່ງ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ ໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດ ປະຊາຊົນບັນດາເຜົ່າ ໄດ້ເຂົ້າໃຈເຫັນໄດ້ຄວາມສຳຄັນຂອງປ່າໄມ້, ຜົນກະທົບຕໍ່ດິນຟ້າອາກາດ, ກໍຄືຕໍ່ຊີວິດການເປັນຢູ່ຂອງປະຊົນ ແລະ ໂທດທີ່ຈະໄດ້ຮັບ ຖ້າກໍລະນີມີການລະເມີດ. ດໍາເນີນການສໍາຫຼວດແລະ ເກັບກໍາຂໍ້ມູນຄືນໃໝ່ກ່ຽວກັບ ຂອບເຂດ ເນື້ອທີ່ປ່າສະຫງວນ ແລະ ປ່າປ້ອງກັນ (ໂດຍສະເພາະປ່າສະຫງວນ ແລະ ປ່າປ້ອງກັນລະດັບ ແຂວງ, ເມືອງ ແລະ ບ້ານ). ຈາກນັ້ນ, ຈຶ່ງກ້າວໄປສູ່ ການປັບປຸງ ເຂດແດນ, ເນື້ອທີ່ ແລະ ຈັດສັນລະອຽດ (ເຂດຄຸ້ມຄອງນໍາໃຊ້, ເຂດຫວງຫ້າມເດັດຂາດ ແລະ ເຂດກັນຊົນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ທີ່ກ່ຽວຂ້ອງ).

ສືບຕໍ່ຕິດຕັ້ງປັກຫຼັກໝາຍເຂດແດນ, ຕິດປ້າຍ ບອກຂອບເຂດ ປ່າສະຫງວນ, ປ່າປ້ອງກັນ ໃຫ້ມີຄວາມຊັດ,ດຳເນີນການສໍາຫຼວດ ເກັບກໍາຂໍ້ມູນ ບັນດາບ້ານ ທີ່ນອນຢູ່ໃນ ແລະ ມີເນື້ອທີ່ຄຸ້ມຄອງຂອງບ້ານ ກວມເອົາບາງສ່ວນ ຂອງເນື້ອທີ່ປ່າສະຫງວນ ແລະ ປ່າປ້ອງກັນ ເພື່ອເປັນບ່ອນອີງໃນການດຳເນີນການຈັດສັນທີ່ດິນຂັ້ນບ້ານ, ໂດຍຈະສ້າງເປັນແຜນການຈຸດສຸມ ຕາມທ່າແຮງ ດ້ານງົບປະມານ. ຈາກນັ້ນ, ຈຶ່ງປະສານສົມທົບກັບ ພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ອອກໃບຢັ້ງຢືນ ຮັບຮູ້ສິດນໍາໃຊ້ທີ່ດິນຂອງປະຊາຊົນ ຕາມຂັ້ນຕອນ ຂອງລະບຽບກົດ ໝາຍ. ສືບຕໍ່ລົງປະສານສົມທົບ, ຊຸກຍູ້ບັນດາຫົວໜ່ວຍວິຊາການຂັ້ນເມືອງ ທີ່ກ່ຽວຂ້ອງ ໃນການຫັນເອົາວຽກງານຄຸ້ມຄອງ, ວຽກງານ ກວດກາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ລົງສູ່ບ້ານໃຫ້ຫຼາຍຂຶ້ນ ໂດຍຈະກໍານົດເອົາເປັນຈຸດສຸມ ເລືອກເອົາເຂດທີ່ມີຄວາມສ່ຽງ ເພື່ອຈະໄດ້ສ້າງ ແລະ ປັບປຸງຕາໜ່າງປ່າໄມ້ຂັ້ນບ້ານໃຫ້ມີຄວາມເຂັ້ມແຂງ, ເຂດໃດທີ່ມີແລ້ວກໍຈະຊຸກຍູ້ສົ່ງເສີມຕໍ່ເຂດໃດບໍ່ມີກໍຈະໄດ້ສ້າງຕັ້ງຂຶ້ນໃໝ່, ດຳເນີນການກໍານົດ, ສ້າງກົນໄກໃນການປະສານງານລະຫວ່າງກອງຄຸ້ມຄອງປ່າສະຫງວນ, ກອງກວດກາປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອຮ່ວມກັນ ເຮັດໜ້າທີ່ໃນການກວດກາ ລາດຕະເວນ, ດໍໍາເນີນການສືບສວນ ສອບສວນດຳເນີນຄະດີ ຕໍ່ຜູ້ທີ່ລະເມີດກົດໝາຍ ແລະລະບຽບການກ່ຽວກັບປ່າໄມ້, ທົບທວນ, ປຶກສາຫາລື, ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນໃນແຕ່ລະໄລຍະ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ການແບ່ງຂັ້ນຄຸ້ມຄອງວຽກງານ ໃນໄລຍະຜ່ານມາ, ອັນໃດເຮັດໄດ້ ອັນໃດຄົງຄ້າງ ມີບັນດາໜ້າວຽກ ອັນໃດແດ່ ທີ່ຈະສືບຕໍ່ມອບໝາຍ ໃຫ້ເມືອງຕື່ມອີກ. ພ້ອມນີ້ ກໍພິຈາລະນາ ໃນການຫັນພະນັກງານວິຊາການ ລົງສູ່ທ້ອງຖິ່ນຮາກຖານ ເພື່ອເປັນການຊຸກຍູ້ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຫົວໜ່ວຍວິຊາການ ຂັ້ນເມືອງ ຕາມຄວາມເໝາະສົມ, ປະສານສົມທົບກັບພະແນກການຂັ້ນຕ່າງໆດຳເນີນການ ສໍາຫຼວດ ເກັບກໍາຂໍ້ມູນສຶກສາທ່າແຮງ ແລະ ສ້າງແຜນພັດທະນາ ແຫຼ່ງທ່ອງທ່ຽວໃນເຂດປ່າສະຫງວນ ແລະ ປ່າປ້ອງກັນ ບ່ອນທີ່ມີເງື່ອນໄຂຈັດຕັ້ງປະຕິບັດ ວຽກງານຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າເຊື່ອມໂຊມ ໃນເຂດສາມປະເພດປ່າ (ໂຄງການ (REDD) ເພື່ອຮັບປະກັນສ້າງແຫຼ່ງງົບປະມານຕາມກົນໄກການເງິນຍືນຍົງ, ດຳເນີນການສໍຫຼວດເກັບກໍາຂໍ້ມູນ ພື້ນທີ່ປ່າໄມ້ຊຸດໂຊມ ແຕ່ຍັງສາມາດຟື້ນຟູດ້ວຍຕົນເອງໄດ້ເພື່ອກໍານົດເປັນເຂດຟື້ນຟູປ່າ ແບບທຳມະຊາດ ແລະ ດໍາເນີນການປູກຕົ້ນໄມ້ເພີ່ມໃສ່ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແກ່ພື້ນທີ່ປ່າ. ໄປພ້ອມກັນນັ້ນ, ແຂວງຈະປະຕິບັດມາດຕະການ, ດໍາເນີນຄະດີຕໍ່ຜູ້ກະທໍາຜິດ ຫຼື ລະເມີດກົດໝາຍວ່າດ້ວຍປ່າໄມ້ ແລະ ນິຕິກໍາກ່ຽວຂ້ອງ ກ່ຽວກັບການຄຸ້ມຄອງປົກປັກຮັກສາປ່າໄມ້.

ທັງໝົດນີ້, ກໍເພື່ອປົກປັກຮັກສາຊັບພະຍາກອນປ່າໄມ້ ບໍ່ໃຫ້ຖືກທໍາລາຍ, ຮັກສາສິ່ງແວດລ້ອມ, ອາກາດສົດຊື່ນ, ເຮັດໃຫ້ປະຊາຊົນຢູ່ໃນພື້ນທີ່ສາມາດທໍາມາຫາກິນ ແລະ ປົກປັກຮັກສາປ່າໄມ້, ເຄື່ອງປ່າຂອງດົງ, ສັດປ່າບໍ່ໃຫ້ດັບສູນ. ກໍຄືເຮັດໃຫ້ການພັດທະນາ ແລະ ນໍາໃຊ້ປ່າໄມ້ ແບບສີຂຽວ ຍືນຍົງ ປະກອບສ່ວນໃນການພັດທະນາເສດຖະກິດ - ສັງຄົມຂອງຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ