ແຂວງສະຫວັນນະເຂດ ເປັນແຂວງທົດລອງທໍາອິດໂຄງການປັບປຸງລະບົບການອອກໃບຂັບຂີ່

ແຂວງສະຫວັນນະເຂດ ເປັນແຂວງທົດລອງທໍາອິດໂຄງການປັບປຸງລະບົບການອອກໃບຂັບຂີ່
ໃນວັນທີ 9 ມັງກອນນີ້, ກົມຂົນສົ່ງ ກະຊວງໂຍທາທິການ ແລະຂົນສົ່ງ ຮ່ວມກັບ ພະແນກໂຍທາທິການແລະຂົນສົ່ງ (ຍທຂ) ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບລະບົບ ແລະຂັ້ນຕອນການອອກໃບຂັບຂີ່ຢູ່ ສປປ ລາວ ພາຍໃຕ້ໂຄງການປັບປຸງໃບຂັບຂີ່ໃນ ສປປ ລາວ ຊຶ່ງຈັດຂຶ້ນທີ່ໂຮງແຮມຮຸ່ງທິບ. ເປັນປະທານໂດຍທ່ານ ພະສອນໄຊ ເພັດສີນໍລາດ ຮອງຫົວໜ້າພະແນກ ຍທຂ ແຂວງສະຫວັນນະເຂດ, ມີຕາງໜ້າຈາກຂະແໜງຂົນສົ່ງ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່, ພະແນກ ຍທຂ ຈາກ 5 ແຂວງພາກໃຕ້ແລະ ໂຮງຮຽນສອນຂັບລົດ ເຂົ້າຮ່ວມ.
    ທ່ານ ພຸດທະວິເສດ ພົມມະນີວົງ ຮອງຫົວໜ້າພະແນກຈະລາຈອນທາງບົກ ຕາງ
ໜ້າໃຫ້ກົມຂົນສົ່ງ ກໍໄດ້ກ່າວຈຸດປະສົງຂອງການຈັດສໍາມະນາໃນຄັ້ງນີ້ວ່າ: ເພື່ອສ້າງຂີດຄວາມສາມາດໃຫ້ແກ່ຂະແໜງການໂຍທາທິການ ແລະຂົນສົ່ງ, ໂຮງຮຽນສອນຂັບຂີ່ລົດ, ແຂວງ, ນະຄອນຫຼວງ ແລະພາກສ່ວນກ່ຽວຂ້ອງ ທີ່ເຮັດວຽກຕິດພັນກັບການກະກຽມ, ສອບເສັງການອອກໃບຂັບຂີ່ຍານພາຫະນະຂົນສົ່ງທາງບົກ ພາກທິດສະດີ ເຊັ່ນ: ການນໍາໃຊ້ລະບົບກະກຽມການສອບເສັງດ້ວຍລະບົບແບບ Online/Offline, ພາກປະຕິບັດຕົວຈິງ ໂດຍນຳໃຊ້ລະບົບ E-Driving ແລະຫຼັກສູດການສອບເສັງຂອງ ທຸກໆປະເພດໃບຂັບຂີ່ຍານພາຫະນະຂົນສົ່ງທາງບົກ ໃນ ສປປ ລາວ. ສໍາລັບການສໍາມະນາໃນຄັ້ງນີ້ແຂວງສະຫວັນນະເຂດ ແມ່ນເປັນແຂວງທົດລອງແຂວງທໍາອິດ ທີ່ໄດ້ຈັດສໍາມະນາ ແລະມີ 5 ແຂວງພາກໃຕ້ເຂົ້າຮ່ວມຕື່ມອີກໄດ້ແກ່: ແຂວງຄໍາມ່ວນ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ແຂວງອັດຕະປື. ກອບໜ້າວຽກຫຼັກໃນການສໍາມະນາ ປະກອບມີ 5 ວຽກຄື: ພັດທະນາລະບົບລົງທະບຽນສອບເສັງໃບຂັບຂີ່ແບບອອນລາຍ Online Application System (OAS) ຫຼື ເອີ້ນວ່າ DoT Smart App ເປັນຮູບແບບ ເວັບ, ແອັບ iOS, ແອັບ Android; ພັດທະນາລະບົບສອບເສັງການຂັບຂີ່ຕົວຈິງ E-Driving ຊຶ່ງລວມມີໂປຣແກຣມ ແລະ ອຸປະກອນແຜງຄວມຄຸມ, sensor ຕ່າງໆ 1 ຊຸດ, ຕິດຕັ້ງຢູ່ 1 ສະໜາມ ແລະ ໃນລົດ 1 ຄັນ; ກອບໜ້າວຽກ 3: ພັດທະນາການເຊື່ອມຕໍ່ຂໍ້ມູນ (Integration) ລະຫວ່າງລະບົບທີ່ພັດທະນາຂຶ້ນໃໝ່ (OAS ແລະ E-Driving) ເຂົ້າກັບ ລະບົບການຂຶ້ນທະບຽນຍານພາຫະນະ ແລະ ສອບເສັງໃບຂັບຂີ່ (VRDLS); ກອບໜ້າວຽກ 4: ພັດທະນາຫຼັກສູດການຮຽນ-ການສອນ ການຂັບຂີ່ ແລະ ຈັດຝຶກອົບຮົມຄູສອນການຂັບຂີ່ ໃຫ້ພະນັກງານທີ່ກ່ຽວຂ້ອງ; ຈັດກອງປະຊຸມ, ສໍາມະນາ ແລະ ເຜີຍແຜ່ປະຊາສໍາພັນ ໃຫ້ມວນຊົນຮັບຮູ້.
    ທ່ານ ພະສອນໄຊ ເພັດສີນໍລາດ ກໍໄດ້ມີຄໍາເຫັນວ່າ: ສໍາລັບທຸກຄົນທີ່ມີໂອກາດເຂົ້າຮ່ວມການສໍາມະນາທາງພາກ ທິດສະດີ-ຕົວຈິງ ໃນຄັ້ງນີ້ຊຶ່ງເປັນສ່ວນໜຶ່ງ ທີ່ສໍາຄັນຂອງໂຄງການປັບປຸງລະບົບການອອກໃບຂັບຂີ່ ໃນ ສປປ ລາວ ແລະເປັນນິມິດໝາຍອັນສໍາຄັນຂອງປະຊາຊົນໃນ ສປປ ລາວ ພ້ອມດຽວກັນນັ້ນ ກໍໄດ້ປັບປຸງທັກສະການຂັບຂີ່, ການຝຶກອົບຮົມ, ການສຶກສາດ້ານຄວາມປອດໄພທາງຫຼວງ, ພັດທະນາ ແລະໝູນໃຊ້ລະບົບສະໝັກແບບອອນລາຍ ແລະລະບົບທົດສອບພາກສະໜາມແບບເອເລັກໂຕຣນິກ ສໍາລັບແຂວງສະຫວັນນະເຂດ ເປັນແຂວງທົດລອງ ແລະນໍາຜົນຈາກການນໍາໃຊ້ ໄປພັດທະນາຕໍ່ຍອດ ແລະຂະຫຍາຍໄປແຂວງອື່ນໆ ໃນຂອບເຂດທົ່ວປະເທດຕໍ່ໄປ.
ຂ່າວ-ພາບ:ສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ເພີ່ມເຕີມ