ໃນວັນທີ 22 ກັນຍາຜ່ານມາ, ແຂວງວຽງຈັນໄດ້ຈັດກອງປະຊຸມປຶກສາຫາລື ກະກຽມຈັດງານບຸນຊ່ວງເຮືອປະຈໍາປີ 2023 ຢູ່ທີ່ເມືອງທຸລະຄົມ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງໆວຽງຈັນ ແລະ ທ່ານນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພູວົງ ບຸນຊູ ໄດ້ຍົກໃຫ້ເຫັນຮີດຄອງການຈັດງານບຸນຊ່ວງເຮືອປະເພນີຂອງແຂວງວຽງຈັນໃນໄລຍະຜ່ານມາ, ຈຸດປະສົງຂອງການຈັດງານບຸນຊ່ວງເຮືອໃນປີ 2023 ນີ້ ເພື່ອຕອບສະໜອງຕາມຄວາມມຸ່ງມາດປາຖະໜາຂອງຄະນະພັກ, ອົງການປົກຄອງແຂວງວຽງຈັນ, ປະຊາຊົນບັນດາເຜົ່າພາຍໃນແຂວງ ເວົ້າລວມ, ເວົ້າສະເພາະເພື່ອອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງ ຖິ່ນກໍຄືປະຊາຊົນເຂດລ້ອງື່ມຊຶ່ງບັນພະບູລຸດໄດ້ປະຕິບັດສືບທອດກັນມາແຕ່ດົນນານ ທັງເປັນການໂຄສະນາ, ສົ່ງເສີມ ແລະ ຊຸກຍູ້ການ ທ່ອງທ່ຽວຂອງແຂວງອີກດ້ວຍ.
ກອງປະຊຸມຄັ້ງນີ້, ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງທຸລະຄົມ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດງານບຸນຊ່ວງເຮືອຂອງແຂວງວຽງຈັນປີ 2022 ຜ່ານມາ, ຕີລາຄາດ້ານດີ, ດ້ານຄົງຄ້າງ, ຍົກໃຫ້ເຫັນສະພາບການກະກຽມ, ໄລຍະການດໍາເນີນງານບຸນ, ຈໍານວນເຮືອເຂົ້າຮ່ວມແຂ່ງຂັນ, ປະເພດລາງວັນ, ພາກສ່ວນອຸປະຖໍາ, ລາຍການກິດຈະກໍາຕ່າງໆ ໂດຍລວມແລ້ວງານບຸນໃນປີຜ່ານມາມີຜົນສໍາເລັດໃນລະດັບສູງ, ຊຶ່ງສະແດງອອກມີການຕອບຮັບທີ່ດີຈາກສັງຄົມ, ຈາກປະຊາຊົນຊັ້ນຄົນຕ່າງໆເປັນຢ່າງດີ. ຈາກນັ້ນ, ທ່ານເຈົ້າເມືອງ ແລະ ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລື ໂດຍເນັ້ນໜັກໃຫ້ຮູບການຈັດງານມີເນື້ອໃນ, ມີຄວາມໝາຍ-ຄວາມສໍາຄັນ, ມີລັກສະນະຊາດ, ແທດ ເໝາະກັບຮີດຄອງປະເພນີ, ມີຄວາມຮັກແພງສາມັກຄີ, ພິທີຕ້ອງຈັດໃຫ້ສົມເຫດສົມຜົນກັບສະພາບເສດຖະກິດໃນປັດຈຸບັນ, ມີຮູບການກົມ ກຽວກັບເນື້ອໃນ, ບໍ່ຈັດງານໃຫຍ່ໂຕ ແລະ ຕັດຮອນບາງກິດຈະກໍາອອກບົນຈິິດໃຈປະຢັດ ແລະ ອື່ນໆ.
ກອງປະຊຸມໄດ້ຕົກລົງເປັນເອກະພາບ ໂດຍມອບໃຫ້ອົງການປົກຄອງເມືອງທຸລະຄົມເປັນເຈົ້າພາບຈັດງານບຸນຊ່ວງເຮືອປະເພນີ ປະຈໍາປີ 2023 ຊຶ່ງຈະຈັດຂຶ້ນໃນລະ ຫວ່າງວັນທີ 9-11 ພະຈິກ 2023 ຢູ່ທີ່ຫາດຊາຍທຽມ ເຂດສໍາປະທານຂອງບໍລິສັດມາລີນີຈໍາກັດ ຢູ່ທ່າແຄມງື່ມນໍ້າພະນາຍບ້ານເກິນກາງຄືກັບປີຜ່ານມາ ຊຶ່ງ ກິດຈະກໍາໃນງານບຸນມີການແຂ່ງຂັນເຮືອຍາວ 55 ສີ ພາຍເພດຊາຍ, ມີຕະຫຼາດ ນັດວາງສະແດງຂາຍສິນຄ້າປະເພດກະສິກໍາ, ຫັດຖະກໍາ, ເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າໂອດັອບ ແລະ ອື່ນໆ.
ຂ່າວ: ບ່າວທົ່ງ-ລ້ອງງື່ມ,
ພາບ: ຫຼ້າທໍ່
ຄໍາເຫັນ