ແຂວງວຽງຈັນ ສະຫຼຸບວຽກງານຮອບດ້ານ ແລະ ທິດທາງແຜນການຕໍ່ໜ້າ

ແຂວງວຽງຈັນ ສະຫຼຸບວຽກງານຮອບດ້ານ ແລະ ທິດທາງແຜນການຕໍ່ໜ້າ

ແຂວງວຽງຈັນ ສະຫຼຸບວຽກງານຮອບດ້ານ ແລະ ທິດທາງແຜນການຕໍ່ໜ້າ
ພະແນກກະສິກຳແລະສິ່ງແວດລ້ອມແຂວງວຽງຈັນໄດ້ຈັດກອງປະຊຸມ ສະຫຼຸບວຽກງານຮອບດ້ານ ໄລຍະ5ປີ, ທິດທາງແຜນການ5ປີຕໍ່ໜ້າ ແລະ ສະຫຼຸບຜົນງານປີ2025, ວາງທິດທາງແຜນການປີ2026 ຂຶ້ນໃນວັນທີ 3 ກຸມພານີ້ ຢູ່ຫ້ອງປະຊຸມໃຫຍ່ຂອງແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາຫົວໜ້າ,ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຫ້ອງການກະສິກຳແລະສິ່ງແວດລ້ອມບັນດາເມືອງ ເຂົ້າຮວມ.
ແຂວງວຽງຈນ ສະຫບວຽກງານຮອບດານ ແລະ ທດທາງແຜນການຕໜາ - image 1
 

ທ່ານ ຄອນສະຫວັນ ສີອັກຄະສອນ ຫົວໜ້າພະແນກ ກະສິກຳແລະສິ່ງແວດລ້ອມແຂວງ ກ່າວເປີດກອງປະຊຸມວ່າ: ກອງປະຊຸມຮອບດ້ານວຽກງານກະສິກຳແລະສິ່ງແວດລ້ອມໃນຄັ້ງນີ້, ແມ່ນຈະໄດ້ສະຫຼຸບຕີລາຄາຄືນຮອບດ້ານຜົນການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມປະຈຳປີ 2025, ທີ່ຕິດພັນກັບການປະຕິບັດວຽກງານໃນໄລຍະເວລາ 5 ປີ ຜ່ານມາ (2021-2025) ແລະ ວາງທິດທາງແຜນພັດທະນາປີ2026, ແຜນຄາດຄະເນ 5 ປີຕໍ່ໜ້າ (2026-2030).

ແຂວງວຽງຈນ ສະຫບວຽກງານຮອບດານ ແລະ ທດທາງແຜນການຕໜາ - image 2
 

ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ຮັບຟັງການນໍາສະເໜີ ວຽກງານການປະເມີນມາດຖານພົ້ນທຸກ ແລະ ມາດຖານພັດທະນາຕາມດຳລັດ348/ລບ (ທ້າຍສະໄໝ່) 2021-2025. ກອງປະຊຸມຍັງຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື, ປະກອບຄໍາຄິດເຫັນໃສ່ກັບເນື້ອໃນບົດລາຍງານດັ່ງກ່າວໃຫ້ເລິກເຊິ່ງໜັກແໜ້ນ ທັງນີ້ກໍເພື່ອຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ, ຄົ້ນໃຫ້ເຫັນບັນດາຈຸດອ່ອນ ຂໍ້ຄົງຄ້າງ ທີ່ຈະໄດ້ພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອຈະເປັນບ່ອນອີງໃນການກຳນົດທິດທາງແຜນພັດທະນາວຽກງານກະສິກຳ ແລະ ສິ່ງແວດລ້ອມໃນຕໍ່ໜ້າ ໃຫ້ສອດຄ່ອງກັບສະພາບຈຸດພິເສດ, ທ່າແຮງ ແລະ ເງື່ອນໄຂກາລະໂອກາດແຕ່ລະດ້ານຂອງແຕ່ລະທ້ອງຖິ່ນ ເພື່ອໃຫ້ແຜນດັ່ງກ່າວເປັນແຜນບຸກທະລຸ, ເປັນແຜນພັດທະນາກະສິກຳຕິດພັນກັບອຸດສາຫະກຳປຸງແຕ່ງ ແລະ ການບໍລິການ, ເພື່ອກ້າວໄປສູ່ ການພັດທະນາກະສິກຳສີຂຽວ-ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ໃນຊຸມປີຕໍ່ໜ້າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບອຸປະກອນການສຶກສາກວ່າ 760 ລ້ານກີບ ເສີມສ້າງການຮຽນ-ການສອນ ມຊ ກ້າວສູ່ສາກົນ

ມອບອຸປະກອນການສຶກສາກວ່າ 760 ລ້ານກີບ ເສີມສ້າງການຮຽນ-ການສອນ ມຊ ກ້າວສູ່ສາກົນ

ພິທີມອບ-ຮັບອຸປະກອນການສຶກສາຈັດຂຶ້ນໃນວັນທີ 4 ກຸມພາຜ່ານມາ ທີ່ຫ້ອງຮັບແຂກ ຕຶກຄະນະອຳນວຍການ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃຫ້ກຽດມອບໂດຍທ່ານ ຜາຄຳ ອິນແສງ ກຳມະການສູນກາງພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໃຫ້ກຽດກ່າວຮັບ ພ້ອມຄະນະອຳນວຍການ ມຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ສສຊ ເຂດ 1 ນວ ພົບປະຜູ້ມີສິດເລືອກຕັ້ງ

ສສຊ ເຂດ 1 ນວ ພົບປະຜູ້ມີສິດເລືອກຕັ້ງ

ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ຈຳນວນ 25 ທ່ານ ລົງສະເໜີໂຕ ພົບປະຜູ້ມີສິດເລືອກຕັ້ງໃນວັນທີ 6 ກຸມພານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງ ນວ ປະທານຄະນະກຳມະການເລືອກຕັ້ງ, ມີບັນດາຜູ້ສະໝັກຮັບເລືອກຕັ້ງ ພ້ອມດ້ວຍການນຳ ນວ, ຄະນະກຳມະການ, ອະນຸກຳມະ ການເລືອກຕັ້ງ, ບັນດາອົງການຈັດຕັ້ງ, ອົງການທຽບເທົ່າ, ນັກທຸລະກິດ, ພະນັກງານຫຼັກແຫຼ່ງ, ຜູ້ມີສິດເລືອກຕັ້ງ ໃນ ນວ ເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ພ້ອມການນຳເມືອງໄຊຈຳພອນ ພົບປະຊາຊົນ ບ້ານວັງບານ

ຮອງຫົວໜ້າ ຄອສພ ພ້ອມການນຳເມືອງໄຊຈຳພອນ ພົບປະຊາຊົນ ບ້ານວັງບານ

ໃນວັນທີ 5 ກຸມພາ ຜ່ານມານີ້, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍ ທ່ານ ໄກສອນ ຈັນສີນາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ສ້ອຍມະນີ ຈັນເນັ່ງປ່າວ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍຄະນະໄດ້ຢ້ຽມຢາມ ແລະ ພົບປະປະຊາຊົນບ້ານວັງບານ ເມືອງໄຊຈຳພອນແຂວງບໍລິຄຳໄຊ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງງາ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງງາ

ທົ່ວປວງຊົນລາວທັງຊາດ ກໍາລັງກະກຽມເຂົ້າສູ່ເຫດການການເມືອງທີ່ສຳຄັນ, ໃນວັນທີ 6 ກຸມພານີ້ ຢູ່ທີ່ສະໂມສອນເມືອງງາ ແຂວງອຸດົມໄຊ, ຄະນະຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 4 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ໄດ້ລົງເຄື່ອນໄຫວສະເໜີຕົວ ແລະ ພົບປະກັບພະນັກງານຫຼັກແຫຼ່ງ ຜູ້ມີສິດເລືອກຕັ້ງພາຍໃນເມືອງງາ.
ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນລາວ-ຈີນ ໄດ້ເຊື່ອມຕໍ່ກັນຢ່າງສົມບູນ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນລາວ-ຈີນ ໄດ້ເຊື່ອມຕໍ່ກັນຢ່າງສົມບູນ

ໃນວັນທີ 5 ກຸມພາ ຜ່ານມາ, ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ - ຈີນໄດ້ເຊື່ອມຕໍ່ກັນຢ່າງສົມບູນ ຊຶ່ງເປັນຂີດໝາຍເຖິງໂຄງການວິສະວະກຳສຳຄັນທີ່ໄດ້ລວມເຂົ້າໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ນີ້ໄດ້ຮັບຄວາມຄືບໜ້າອັນຕັດສິນຊີ້ຂາດ ແລະ ວາງພື້ນຖານທີ່ໜັກແໜ້ນສຳລັບການເລີ່ມການຜະລິດ ຢ່າງເຕັມທີ່ໃນເດືອນເມສາປີນີ້.
ເຜີຍແຜ່ ເອກະສານການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ກຸ່ມ ນາເຕີຍ

ເຜີຍແຜ່ ເອກະສານການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ກຸ່ມ ນາເຕີຍ

ອະນຸກຳມະການໂຄສະນາປຸກລະດົມ ແລະ ຂະບວນການ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ລົງເຜີຍແຜ່, ເຊື່ອມຊຶມ ເອກະສານການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ສສຊ ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ໃຫ້ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນຢູ່ກຸ່ມບ້ານ ນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໃນວັນທີ 5 ກຸມພາ 2026, ໂດຍການເປັນປະທານຂອງທ່ານ ຄໍາພຸດໂພທິລາດ ກໍາມະການປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຫົວໜ້າອະນຸກຳມະການໂຄສະນາປຸກລະດົມ ແລະ ຂະບວນການ, ມີຄະນະຮັບຜິດຊອບຂັ້ນເມືອງ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.
ສະຫວັນນະເຂດ ປະກາດການຍົກຍ້າຍການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ສະຫວັນນະເຂດ ປະກາດການຍົກຍ້າຍການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ພິທີປະກາດການຍົກຍ້າຍການນຳຂັ້ນສູງຂອງແຂວງສະຫວັນນະເຂດ ໄປຮັບໜ້າທີ່ໃໝ່ ໄດ້ຈັດຂຶ້ນ ໃນວັນທີ 4 ກຸມພາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ v ປະຈຳເຂດເລືອກຕັ້ງທີ7 ແຂວງໄຊຍະບູລີລົງໂຄສະນາຫາສຽງຢູ່ບ້ານ ໂພນໄຊ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ v ປະຈຳເຂດເລືອກຕັ້ງທີ7 ແຂວງໄຊຍະບູລີລົງໂຄສະນາຫາສຽງຢູ່ບ້ານ ໂພນໄຊ

ວັນທີ 5 ກຸມພາ 2026ນີ້, ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີຈໍານວນ 13 ທ່ານ ຍິງ 4 ທ່ານ ແລະ ຜູ້ຮັບສະໜັກເລືອກຕັ້ງ ສະມາຊີກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ ຊຸດທີ v ຈຳນວນ 8 ທ່ານ ຍິງ 3 ທ່ານ ໄດ້ລົງໂຄສະນາຫາສຽງ ແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຢູ່ບ້ານໂພນໄຊ ເມືອງໄຊຍະບູລີ ໂດຍການນໍາພາຂອງທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄຊຍະບູລີ ຜູ້ສະໝັກເລືອກຕັ້ງນໍ້າເບີ 1 ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມຜູ້ຮັບສະໜັກ ສສຊ ແລະ ສະພາປະຊາຊົນປະຈຳເຂດເລືອກຕັ້ງເຂົ້າຮ່ວມ, ໂດຍການຕ້ອນຮັບຂອງທ່ານ ຈັນເພັງ ອູ່ທອງຄຳ ປະທານ ຄະນະກຳມະການປົກຄອງເມືອງໄຊຍະບູລີ ພ້ອມດ້ວຍ ປະຊາຊົນພາຍໃນບ້ານດັ່ງກ່າວຕ້ອນຮັບຢ່າງອົບອຸ່ນ.
ສານປະຊາຊົນເຂດ II ແຂວງຈຳປາສັກ ແຕ່ງຕັ້ງປະທານສານຄົນໃໝ່

ສານປະຊາຊົນເຂດ II ແຂວງຈຳປາສັກ ແຕ່ງຕັ້ງປະທານສານຄົນໃໝ່

ວັນທີ 5 ກຸມພານີ້, ສານປະຊາຊົນເຂດ II ແຂວງຈຳປາສັກ ໄດ້ປະກາດແຕ່ງຕັ້ງປະທານສານຄົນໃໝ່; ໂດຍການເຂົ້າຮ່ວມຂອງ ທ່ານ ອານົງ ຍອຍສາຍຄຳ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ, ທ່ານ ພູວັງ ຈະເລີນລັດ ຮັກສາການສານປະຊາຊົນແຂວງຈຳປາສັກ, ມີຜູ້ພິພາກສາ ແລະ ຜູ້ຊ່ວຍ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງໂຂງເຂົ້າຮ່ວມ.
ຄອສພ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ຄອສພ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນໃນປັດຈຸບັນຂຶ້ນໃນວັນທີ 5 ກຸມພານີ້ ທີ່ ຄອສພ, ໂດຍໃຫ້ກຽດປາຖະກະຖາຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໂດຍມີບັນດາຫົວໜ້າກົມ,​ ຮອງກົມ ພາຍໃນ ຄອສພ ແລະ ບັນດາພະນັກງານເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ