5 ບ້ານ ຂອງເມືອງລະມາມ ແຂວງເຊກອງ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການອາຫານໂລກພາຍໃຕ້ການສະໜັບສະໜູນໂຄງການກະສິກໍາ ເພື່ອໂພຊະນາການ (AFN) ໄລຍະ 2. ຈຶ່ງເຮັດໃຫ້ຊຸມຊົນຄືປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ, ຮຽນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ ເພື່ອໂພສະນາການສະໜອງອາຫານໄວ້້ຍາວນານ.
 |
| |
ທ່ານ ໂດລາ ໄຊຍະລົບ ຜູ້ອໍານວຍຄວາມສະດວກໂຄງການກະສິກໍາ ເພື່ອໂພຊະນາການຂອງອົງການອາຫານໂລກ ປະຈໍາເມືອງລະມາມ ແຂວງເຊກອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 17 ທັນວາຜ່ານມາທີ່ບ້ານດັ່ງກ່າວວ່າ: ໂຄງການ AFN ໄດ້ເລີ່ມຈັດຕັ້ງປະຕິບັດມາຢູ່ເມືອງແຫ່ງນີ້ແຕ່ປີ 2019 ໃນເປົ້າໝາຍມີ 25 ບ້ານ ແຕ່ການຈັດຕັ້ງປະຕິບັດກິດຈະກໍາແປຮູບອາຫານມີທັງໝົດ 5 ບ້ານຄື: ບ້ານກະຊັງກາງ, ບ້ານນໍ້າຫຽງ, ບ້ານຫ້ວຍອາວັງຊ້າງ, ບ້ານຕຸ່ຍລານ, ບ້ານລະວິລໍາພັນ. ໃນປີ 2025 ຊຶ່ງເປັນຄັ້ງທໍາອິດໃນການຈັດກິດຈະກໍາດັ່ງກ່າວ ມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ, ຊາຍ 3 ຄົນ, ຊຶ່ງເປົ້າໝາຍຫຼັກຂອງໂຄງການAFN ແມ່ນຢາກຊ່ວຍໃຫ້ຊຸມຊົນ ກໍຄືຊາວບ້ານທີ່ຢູ່ໃນບ້ານເປົ້າໝາຍມີລາຍຮັບ ເພີ່ມຂຶ້ນ 20%, ສາມາດຮັບປະກັນທາງດ້ານສະບຽງອາຫານ, ມີອາຫານກິນທີ່ພຽງພໍໃນທຸກລະດູການ. ກ່ອນຈະມາຈັດຕັ້ງປະຕິບັດໂຄງການນີ້ ແມ່ນໄດ້ວາງແຜນບ້ານ. ໃນນັ້ນ, ມີຜູ້ເຂົ້າຮ່ວມຢ່າງໜ້ອຍ 80%. ຫຼັງຈາກມີການວາງແຜນບ້ານແລ້ວຍັງມີການຝຶກອົບຮົມກ່ຽວກັບວຽກງານໂພຊະນາການໃຫ້ກຸ່ມເປົ້າໝາຍຄົວເຮືອນທີ່ມີເດັກຕໍ່າກວ່າ 2 ປີ ຫຼື ເດັກຕໍ່າກວ່າ 1000 ວັນ. ດັ່ງນັ້ນ, ພວກເຮົາກໍໄດ້ສະໜັບສະໜູນງົບປະມານໃຫ້ຄົວເຮືອນໜຶ່ງ 2,5 ລ້ານກີບ ທີ່ນອນໃນກຸ່ມເປົ້າໝາຍ. ນອກຈາກ, ວຽກໂພຊະນາການແລ້ວພວກເຮົາຍັງເວົ້າເຖິງວຽກກະສິກໍາ ໃຫ້ເຂົາເຈົ້າສ້າງສວນຄົວ ຫຼື ປູກ-ລ້ຽງຂະໜາດນ້ອຍສໍາລັບການບໍລິໂພພາຍໃນຄົວເຮືອນ, ສົ່ງເສີມດ້ານການກະສິກໍາແລ້ວ ຍັງໄດ້ສົ່ງເສີມດ້ານການຮັກສາ ແລະ ໜອງອາຫານເຊັ່ນ: ການແປຮູບອາຫານ, ຊຶ່ງສາເຫດການແປຮູບອາຫານກໍເນື່ອງຈາກພາຍໃນບ້ານຂອງເມືອງລະມານ ມີຫຼາຍບ້ານທີ່ມີພືດຜັກບາງລະດູ, ເວລາໝົດລະດູນັ້ນໆກໍຈະບໍ່ມີອາຫານການກິນ. ສະນັ້ນ, ການແປຮູບອາຫານຈະເປັນສ່ວນໜຶ່ງເຮັດໃຫ້ຊຸມຊົນສາມາດສະໜອງອາຫານໄວ້້ໄດ້ຍາວນານ, ມີຫອາຫານທີ່ຫຼາກຫຼາຍ ແລະ ໄດ້ບໍລິໂພກທຸກລະດູການ. ພ້ອມນັ້ນ, ຢູ່ພາຍໃນບ້ານລະບົບນໍ້າລິນຍັງບໍ່ພຽງພໍເທື່ອ, ກ່ອນມີໂຄງການ AFN ເຂົ້າມາ ກໍໄດ້ມີການສໍາຫຼວດເບິ່ງຫຼາຍຄົວເຮືອນ, ມີຫຼາຍຄົວເຮືອນທີ່ບໍ່ປູກພືດພັກຕ່າງໆ ຫຼັງຈາກຊຸມຊົນໄດ້ຂົ້າໃຈກ່ຽວກັບຄວາສໍາຄັນໃນການປູກ ແລະ ການລ້ຽງ ຈາກໂຄງການ AFN ເພື່ອໂພຊະນາການບໍລິໂພກນັ້ນເຫັນໄດ້ວ່າແຕ່ລະຄົວເຮືອນ 90% ມີການປູກການລ້ຽງຂະໜາດນ້ອຍເກີດຂຶ້ນຫຼາຍ.
 |
| |
ເຖິງວ່າມີກິດຈະກຳດັ່ງກ່າວກໍຕາມ, ຊຸມຊົນກໍຍັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງເຊັ່ນ: ການເຂົ້າເຖິງຂໍ້ມູນກ່ຽວກັບການດູແລສຸຂະພາບແລະ ການປ້ອງກັນພະຍາດຂາດສານອາຫານທີ່ຈໍາກັດ, ຄວາມຫຍຸ້ງຍາກໃນການຊອກຫາອາຫານທີ່ມີຄຸນຄ່າທາງໂພຊະນາການ ທີ່ຫຼາກຫຼາຍ, ຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານໃນໄລຍະທີ່ຂາດແຄນ ແລະ ຄວາມຕ້ອງການເພີ່ມສະຕິໃນການນໍາໃຊ້ການປະຕິບັດທີ່ດີທີ່ສຸດເພື່ອປັນປຸງຄຸນນະພາບຊີວິດ ແລະ ປ້ອງກັນພະຍາດຂາດສານອາຫານ. ນອກຈາກນີ້, ການປະເມີນ ແລະ ການເຂົ້າເຖິງລະບົບການເຊື່ອມໂຍງຕະຫຼາດທີ່ມີປະສິດທິພາບກໍຍັງເປັນສິ່ງທ້າທາຍ. ສະນັ້ນ, ຈຶ່ງຂໍໃຫ້ໂຄງການ AFN ສືບຕໍ່ຊ່ວຍເຫຼືອຕໍ່ໆໄປຂອງບ້ານເປົ້າໝາຍຕື່ມອີກ.
ໂດຍ: ວັນເພັງ
ຄໍາເຫັນ