ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວຈະຊ່ວຍໃຫ້ການຈະລາຈອນທາງບົກດີຂຶ້ນ

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວຈະຊ່ວຍໃຫ້ການຈະລາຈອນທາງບົກດີຂຶ້ນ
ໂດຍ: ວັນເພັງ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ຈະຊ່ວຍໃຫ້ການຈະລາຈອນທາງບົກດີຂຶ້ນໃນອະນາຄົດ, ໃນໂອກາດເຂົ້າຮ່ວມກອງປະຊຸມຮັບຟັງການລາຍງານ ແລະ ເຜີຍແຜ່ຂໍ້ມູນຂ່າວສານໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້,

 

ທ່ານນາງ ອຳໄພວັນ ແກ້ວປະດິດຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ກ່າວມີຄຳເຫັນກ່ຽວກັບນະໂຍບາຍໃນການສ້າງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ກໍຄືແຜນການສະໜອງລົດເມດ່ວນ BRT ວ່າ: ລົດເມດ່ວນ BRTແມ່ນໜຶ່ງໃນປະເພດລົດຂົນສົ່ງໂດຍສານທີ່ຈະແລ່ນໃຫ້ບໍລິການມວນຊົນໃນ ນວ ເພີ່ມຕື່ມຈາກຈຳນວນລົດເມທີ່ພວກເຮົາມີໃນປັດຈຸບັນທັງໝົດ 13 ສາຍທາງແລ່ນອ້ອມຮອບຕົວເມືອງຄື: ອອກຈາກສະຖານີລົດເມໄປຫາຂົວມິດຕະພາບ, ດົງຄຳຊ້າງ, ທ່າງ່ອນ, ດົງໂດກ,ທົ່ງປົ່ງ, ໄອເຕັກ-ດົງໂດກ, ດອນປ່າໃໝ່, ໜອງທາ-ດົງໂດກ, ໜອງແຕ່ງ, ສະຖານີລົດໂດຍສານສາຍເໜືອ, ນໍ້າຊວງ, ໃນຕົວເມືອງ-ແຄມຂອງ, ເພຍລາດຊຶ່ງສະເລ່ຍມີຜູ້ໂດຍສານຊົມໃຊ້ລົດເມສາທາລະນະປະມານ1.000-2.000 ເທື່ອຄົນ/ມື້ແຕ່ເຫັນວ່າຍັງບໍ່ພຽງພໍກັບຄວາມຕ້ອງການໃນການເດີນທາງຂອງປະຊາຊົນໃນ ນວ, ເນື່ອງຈາກອັດຕາການນໍາໃຊ້ລົດສ່ວນຕົວໃນການເດີນທາງຍັງນັບມື້ຍັງສູງຂຶ້ນເລື້ອຍໆ.

ປັດຈຸບັນຕາມສະຖິຕິການຂຶ້ນທະບຽນຍານພາຫະນະທາງບົກທົ່ວປະເທດໃນປີ 2023ມີຍານພາຫະນະຂຶ້ນທະບຽນທັງໝົດ 2.705.538 ຄັນ, 43% ແມ່ນຍານພາຫະນະຂຶ້ນທະບຽນໃນ ນວ.ໃນນີ້, ມີລົດຈັກສອງລໍ້ກວມເອົາ67%, ລົດກະບະ 14%, ລົດເກັງ 6% ແລະອື່ນໆ 13%, ຖ້າທຽບໃສ່ອັດຕາການເຕີບໂຕຂອງປະຊາກອນເຫັນວ່າອັດຕາການຂຶ້ນທະບຽນຂອງຍານພາຫະນະໃນ ນວເກີນຈໍານວນປະຊາກອນ. ສະນັ້ນ,ບັນຫາການນໍາໃຊ້ຍານພາຫະນະໃນຕົວເມືອງຈຳນວນຫຼາຍຈຶ່ງມີຜົນກະທົບອັນໃຫຍ່ຫຼວງຕໍ່ສັງຄົມເປັນຕົ້ນສະພາບການສັນຈອນແອອັດຕາມເສັ້ນທາງ 3 ແຍກ, 4 ແຍກໃນຕົວເມືອງ, ຕອນເຊົ້າ-ຕອນແລງໃນຊົ່ວໂມງເລັ່ງດ່ວນ, ສ້າງມົນລະພິດທາງອາກາດແລະທາງສຽງເພີ່ມຂຶ້ນເຮັດໃຫ້ຄົນເຈັບປວຍໄດ້ງ່າຍ. ນອກນັ້ນ, ອັດຕາການເກີດອຸບັດເຫດທາງຖະໜົນຍັງສູງ ເຫັນວ່າໃນປີ 2023 ທົ່ວປະເທດມີອຸບັດເຫດເກີດຂຶ້ນ 6.806 ກໍລະນີກວມເອົາ 17,4%.

ທ່ານນາງ ອຳໄພວັນ ແກ້ວປະດິດ ໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາພວກເຮົາມີນິຕິກຳແລະລະບຽບການຕ່າງໆເພື່ອຫຼຸດຜ່ອນບັນຫາແຕ່ຍັງບໍ່ສາມາດແກ້ໄດ້ໝົດເຊັ່ນ: ສ້າງຍຸດທະສາດຄວາມປອດໄພທາງຖະໜົນກຳນົດໃນປີ 2030ໃຫ້ອັດຕາການເສຍຊີວິດຈາກອຸບັດເຫດຕາມຖະໜົນຫຼຸດລົງ 50% ເພື່ອຮັກສາຊີວິດແລະຊັບສິນຂອງປະຊາຊົນເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການແກ້ໄຂບັນຫາລົດແອອັດໃນຕົວເມືອງ, ການຈອດລົດຊະຊາຍແລະການຫຼຸດຜ່ອນມົນລະພິດຈາກຍານພາຫະນະ. ໃນນັ້ນ, ລັດຖະບານກໍຄືການນໍາກະຊວງຍທຂແລະການນໍານວໄດ້ຂົນຂວາຍແຫຼ່ງທຶນຫຼາຍແຫຼ່ງມາຈັດຕັ້ງປະຕິບັດໂຄງການດັ່ງກ່າວເຊັ່ນ:ADB, EIB, OPEC ລວມທັງງົບປະມານຂອງລັດຖະບານ ແລະ ອື່ນໆ ລວມມູນຄ່າເບື້ອງຕົ້ນ 99 ລ້ານໂດລາເພື່ອປັບປຸງລະບົບການຂົນສົ່ງມວນຊົນໃນຕົວເມືອງວຽງຈັນໃຫ້ໄດ້ມາດຕະຖານສາກົນຊຶ່ງນໍາໃຊ້ລົດເມໄຟຟ້າໃຫ້ມີຄວາມສະດວກ, ສະບາຍ, ສະອາດ-ສວຍງາມແລະປອດໄພໃຫ້ປະຊາຊົນໄດ້ຊົມໃຊ້.ຄຽງຄູ່ກັນນັ້ນ, ໄດ້ປັບປຸງເສັ້ນທາງຊອຍເພື່ອອໍານວຍຄວາມສະດວກໃຫ້ກັບຜູ້ຄົນສາມາດຍ່າງໄປມາໄດ້ສະດວກແລະປອດໄພ, ປັບປຸງເສັ້ນທາງບາງເສັ້ນສໍາລັບລົດຖີບ ແລະ ປັບປຸງລະບົບການຈອດລົດແຄມທາງ ພ້ອມເຊື່ອໝັ້ນວ່າພາຍຫຼັງໂຄງການດັ່ງກ່າວສໍາເລັດ ນວ ຈະມີໃບໜ້າໃໝ່ກ່ຽວກັບການຈະລາຈອນທາງບົກດີຂຶ້ນ.

ທ່ານນາງ ອຳໄພວັນ ແກ້ວປະດິດຮຽກຮ້ອງມາຍັງທຸກຄົນໃນສັງຄົມ ຈົ່ງຮ່ວມຈິດຮ່ວມໃຈກັນຫັນມານໍາໃຊ້ລົດເມສາທາລະນະໃນ ນວ ໃຫ້ຫຼາຍຂຶ້ນເພື່ອຫຼຸດຜ່ອນການນໍາໃຊ້ລົດສ່ວນຕົວແລະເພີ່ມການນໍາໃຊ້ລົດຖີບໃນເຂດຊຸມຊົນເພື່ອໃຫ້ຕົວເມືອງຂອງເຮົາກາຍເປັນຕົວເມືອງທີ່ໜ້າຢູ່ ແລະມີຊິວິດຊີວາເຕັມໄປດ້ວຍຜູ້ຄົນອອກມາພັກຜ່ອນທ່ຽວຊົມ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ

ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ

ບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ ໄດ້ນໍາເຄື່ອງຊ່ວຍເຫຼືອປະເພດເກີບແພຈໍານວນ 100 ກວ່າຄູ່ ມາມອບໃຫ້ໜັງສືພິມປະຊາຊົນ ເພື່ອນໍາໄປມອບຕໍ່ໃຫ້ນັກຮຽນຢູ່ເຂດຫ່າງໄກສອກຫຼີກ ໃນວັນທີ 1 ກໍລະກົດນີ້ ທີ່ສໍານັກງານໜັງສືພິມປະຊາຊົນ ກ່າວມອບໂດຍທ່ານນາງ ລັດຕະນະໄຊ ແສນກີດຈະນຸລັກ ຜູ້ອໍານວຍການບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ (BRIGHT CHOICE) ພ້ອມດ້ວຍຄອບຄົວ ໂດຍການກ່າວຮັບຂອງທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

ກົມໃຫຍ່ການເມືອງກອງທັບ ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ ແລະ ປະດັບທຽບຊັ້ນໃຫ້ນັກ ຮຽນທີ່ຈົບຈາກສາຍລັດຢູ່ບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ຂຶ້ນໃນວັນທີ 30 ມິຖຸນາຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ,

ເມືອງໂຂງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ,

ພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງຈຳປາສັກ ຄັ້ງທີ VIII, ມະຕິກອງປະຊຸມວິສາມັນຄົບຄະນະບໍລິຫານງານແມ່ຍິງແຂວງສະໄໝທີ 8 ທີ່ເມືອງ ໂຂງ ແຂວງຈຳປາສັກ ຂຶ້ນໃນວັນທີ 1 ກໍລະກົດນີ້ ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ມີບັນດາທ່ານໃນຄະນະບໍລິຫານງານພັກເມືອງ, ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ພະນັກງານອາວຸໂສບຳນານເຂົ້າຮ່ວມຢ່າງພ້ອມພຽງ.
ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ພິທີປະດັບຫຼຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ມອບໃບຍ້ອງຍໍຜົນງານການກະກຽມກອງປະຊຸມໃຫຍ່ຄັງທີ VIII ຂອງອົງຄະນະພັກເມືອງປາກກະດິງ ພ້ອມທັງອະນຸມັດພະນັກງານເຂົ້າຮັບອຸດໜູນບຳນານ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ກຸ່ມເສດຖະກິດຂອງເມືອງ. ພາຍໄຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ.
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ຕາມການລາຍງານຂອງ ທ່ານ ສຸວັນ ໄຊຍະມັງດາລາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃນຄັ້ງວັນທີ 1 ກໍລະກົດນີ້ວ່າ: ສໍາລັບແຜນການຜະລິດເຂົ້ານາປີນີ້ ມີເນື້ອທີ່ 14,351.35 ເຮັກຕາ ຄາດຂະເນສະມັດຕະພາບ 5 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 71,756.75 ໂຕນ, ແຜ່ນການຈັດຕັ້ງປະຕິບັດ 1,590.4 ເຮັກຕາ, ໃນລະບົບຊົນລະປະທານ 200 ເຮັກຕາ. ການປູກເຂົ້າລະດູຝົນແຜນ 14,351.35 ເຮັກຕາ, ແນວປູກ 861.06 ໂຕນ, ປະຕິບັດໄດ້ແລ້ວ 819.54 ໂຕນ ເທົ່າກັບ 94.82%, ໄຖຮຸດສໍາເລັດ 94.82% ເທົ່າກັບ 13,607.95 ເຮັກຕາ, ຕົກກ້າແລ້ວ 450 ໂຕນ ເທົ່າກັບ 52.26% ຂອງແນວປູກທັງໝົດ, ນາວ່ານໄດ້ 5,760 ເຮັກຕາ, ແນວປູກ 345.6 ໂຕນ ເທົ່າກັບ 40.13% ຂອງແນວປູກທັງໝົດ, ນາຢອດໄດ້ 349 ເຮັກຕາ, ແນວປູກ 20.94 ໂຕນ ເທົ່າກັບ 2.43% ຂອງແນວປູກທັງໝົດ, ປັກດຳໄດ້ແລ້ວ 3,450 ເຮັກຕາ ເທົ່າກັບ 40%, ລວມປະຕິບັດໄດ້ທັງໝົດ 11,848.44 ເັກຮຕາ ເທົ່າກັບ 82.56%
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ບັນດາສື່ມວນຊົນຈາກແຂວງພາກກາງ ສຳເລັດການເຂົ້າຮ່ວມຝຶກອົບຮົມການລາຍງານຂ່າວສີຂຽວຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 23-27 ມິຖຸນາ ຜ່ານມາ ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ (ແກມຊິວ).
ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ໂດຍ: ແສງຈັນ ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມອົດທົນ, ດຸໝັ່ນໃນໜ້າທີ່ວຽກງານ ເປັນຕົ້ນແມ່ນຫັດຖະກໍາ, ຕໍ່າຫູກ-ທໍໄໝ ແມ່ນວຽກງານທີ່ມີຄວາມສໍາຄັນ ຕິດພັນກັບແມ່ຍິງລາວ ທັງເປັນການສ້າງລາຍຮັບໃຫ້ກັບຄອບຄົວສະເໝີມາ.
ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ໃນຕອນເຊົ້າຂອງວັນທີ 30 ມິຖຸນານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ, ຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງປະຈໍາເດືອນ ມິຖຸນາ 2025, ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ມີທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ.
ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII ຂຶ້ນໃນລະຫວ່າງ30 ມິຖຸນາ - 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາສະຫາຍ​ຄະນະ​ເລຂາທິການ, ຄະ​ນະ​ບໍລິຫານ​ງານ, ຫົວໜ້າກົມ, ຮອງ​ຫົວໜ້າກົມ, ເລຂາ ຄຊປປລ ກະຊວງ​-ອົງການ, ນະຄອນຫຼວງວຽງຈັນ, ບັນດາແຂວງເຂົ້າຮ່ວມ.
ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ພິທີມອບ-ຮັບໂຄງການກໍ່ສ້າງເຮືອນເຜົ່າກຣີ ຫຼື ເຜົ່າຕອງເຫຼືອງ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ປ່າຊົມໃຊ້ບ້ານໂພນທອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີ, ມີທ່ານ ກອງໄຊ ໄຊຍະລາດ ຮອງເຈົ້າເມືອງໆພຽງ, ມີແຂກຖືກເຊີນ ພ້ອມດ້ວຍເຜົ່າກຣີເຂົ້າຮ່ວມ.
ເພີ່ມເຕີມ