ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວຕາມແຜນຈະໃຫ້ສຳເລັດກາງປີ2025

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວຕາມແຜນຈະໃຫ້ສຳເລັດກາງປີ2025
ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມເບິ່ງຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ (ນວ)(ໂຄງການລົດເມ BRT)

ຢູ່ພາກສະໜາມຂອງໂຄງການກໍ່ສ້າງຕົວຈິງໃນຫຼາຍຈຸດ ໃນວັນທີ 28 ຕຸລາ ນີ້ໂດຍການຕ້ອນຮັບຂອງທ່ານ ຄຳພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ (ລົດເມ BRT),ມີຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ,ຜູ້ຕາງໜ້າທະນາຄານພັດທະນາອາຊີປະຈຳລາວ,ບໍລິສັດຮັບເໝົາກໍ່ສ້າງ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນການລົົງຕິດຕາມພາກສະໜາມກໍ່ສ້າງຕົວຈິງໃນຄັ້ງນີ້ ແມ່ນໄດ້ເລີ່ມຕົ້ນຈຸດກໍ່ສ້າງໜ້າໂຮງແຮມຊຳເມີເຊັດ, ຈຸດເສັ້ນທາງໂພນສະອາດ ຂຶ້ນໄປຫາປະຕູໄຊຊຶ່ງແຜນຈະກໍ່ສ້າງສະຖານີຂຶ້ນ-ລົງລົດເມ BRTແລະ ສະຖານີໃຫຍ່ ແລະ ເຂດປັບປຸງລະບົບລະບາຍນ້ຳ.ຈາກນັ້ນ, ກໍໄດ້ລົງເບິ່ງຈຸດກໍ່ສ້າງອູ່ລົດເມຫຼັກ16 ຊຶ່ງແຜນຈະສ້າງບ່ອນຈອດລົດເມ,ອາຄານ,ສູນບັນຊາລົດ, ອູ່ສ້ອມແປງ ແລະ ອື່ນໆ.ສຳລັບຈຸດສຸດທ້າຍແມ່ນໄດ້ລົງເບິ່ງຢູ່ເສັ້ນທາງດົງໂດກ-ໜ້າມະຫາວິທະຍາໄລແຫ່ງຊາດ ຊຶ່ງຈຸດດັ່ງກ່າວປັດຈຸບັນແມ່ນໄດ້ເລັ່ງປັບປຸງພື້ນຖານໂຄງລ່າງ ທີ່ຈະກໍ່ສ້າງສະຖານີຂຶ້ນ-ລົງ ລົດເມ ຄາດວ່າຈະໄດ້ເລີ່ມລົງມືຕິດຕັ້ງ ໂຄງສ້າງດ້ານເທິງ ເປັນຕົ້ນແມ່ນຫຼັງຄາ ຮາວຈັບ ແລະ ສິ່ງອຳນວຍຄວາມສະດວກ ພາຍໃນເດືອນພະຈິກນີ້.

ໃນໂອກາດນີ້, ທ່ານ ຄຳພັນ ວັນທະນາ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ປັດຈຸບັນໂຄງການຂອງພວກເຮົາແມ່ນມີຄວາມຄືບໜ້າລວມທັງໝົດ 30ສ່ວນຮ້ອຍ, ສຳລັບໂຄງການລົດເມ BRTແມ່ນມີສະຖານີຂຶ້ນ-ລົງ 27 ຈຸດ ໂດຍແບ່ງການຮັບເໝົາກໍ່ສ້າງອອກເປັນ2 ໄລຍະ ສະເພາະບໍລິສັດເລກ8 ມີຢູ່ 19 ສະຖານີ ປັດຈຸບັນສຳເລັດໂຄງລ່າງພື້ນຖານປະມານ 9 ສະຖານີ, ສ່ວນຈຸດທີ 10 ຢູ່ໂພນສະອາດແມ່ນສຳເລັດ100%, ເວົ້າລວມແລ້ວຍັງເຫຼືອ 9 ຈຸດແມ່ນກຳລັງກໍ່ສ້າງ, ສ່ວນໃຫຍ່ແມ່ນສໍາເລັດການກໍ່ສ້າງຮາກຖານສະຖານີລົດເມ BRT, ປັດຈຸບັນທາງໂຄງການພວກເຮົາແມ່ນສຸມໃສ່ໃນການເຮັດຂອບທາງເພາະວ່າອີງໃສ່ບົດຮຽນຜ່ານມາຈຸດໃດທີ່ແຄບກໍຕ້ອງໄດ້ຂະຫຍາຍທາງອອກກ່ອນເພື່ອເຮັດໃຫ້ລົດແລ່ນໄປໄດ້ສະດວກ, ເພາະວ່າສະຖານີຕັ້ງຢູ່ຈຸດກາງທາງຈຳເປັນຕ້ອງໄດ້ຂະຫຍາຍຂອບທາງກ່ອນການສັນຈອນກໍຈະບໍ່ລໍາບາກ ແລະ ອື່ນໆ,ສໍາລັບໂຄງການກໍ່ສ້າງສະຖານີຂຶ້ນ-ລົງລົດເມ BRTໂດຍລວມແມ່ນຈະໃຫ້ສໍາເລັດທັງໝົດໃນກາງປີ 2025 ແລະ ການເປີດໃຫ້ບໍລິການແບ່ງອອກເປັນ 2ໄລຍະຄື: ຈະເປີດທົດລອງ 3ເດືອນໃຫ້ໃຊ້ບໍລິການບໍ່ເສຍຄ່າ ພາຍຫຼັງຈາກນັ້ນແມ່ນຈະເປີດເປັນທາງການ.ໂຄງການ BRT ເປັນໂຄງການແກ້ໄຂການສັນຈອນແອອັດໂດຍທີ່ພວກເຮົາພະຍາຍາມໃຫ້ມາໝູນໃຊ້ລົດເມສາທາລະນະໃຫ້ຫຼາຍຂຶ້ນເປັນການປ່ຽນທັດສະນະຄະຕິໃນການຊົມໃຊ້ລົດສ່ວນຕົວມາໃຊ້ລົດເມສາທາລະນະ, ຖ້າບໍ່ປ່ຽນພຶດຕິກຳລົດກໍຍັງຈະຕິດຄືເກົ່າເພາະສະນັ້ນເຫດຜົນຫຼັກເຮົາເລືອກເສັ້ນທາງມາ ມຊ ກໍຍ້ອນມີການສັນຈອນຢູ່ຈຸດດັ່ງກ່າວຫຼາຍເຊັ່ນ: ມີນັກຮຽນ, ນັກສຶກສາຫຼາຍ ແລະ ລົດສັນຈອນກໍຫຼາຍ, ດັ່ງນັ້ນຖ້າໂຄງການສຳເລັດ ແມ່ນຈະມີຜົນດີໃນຫຼາຍຢ່າງ ເປັນຕົ້ນຈະເຮັດໃຫ້ການຊົມໃຊ້ລົດສ່ວນຕົວຫຼຸດລົງ ເຮັດໃຫ້ການສັນຈອນສະດວກສະບາຍບໍ່ແອອັດ ເປັນການປະຢັດເວລາ ປະຢັດຄ່າໃຊ້ຈ່າຍ ແລະ ອື່ນໆ.

ທ່ານ ຄຳພັນ ວັນທະນາ ໃຫ້ຮູ້ຕື່ມວ່າ: ປັດຈຸບັນທາງໂຄງການແມ່ນໄດ້ສຸມໃສ່ໃນການກໍ່ສ້າງຮາກຖານຂອງສະຖານີຂຶ້ນ-ລົງລົດເມ ແລະ ປັບປຸງລະບົບພື້ນຖານໂຄງລ່າງ ຊຶ່ງອາດຈະສ້າງຄວາມແອອັດຫຍຸ້ງຍາກໃນການສັນຈອນ ເຮັດໃຫ້ບາງສາຍທາງມີລົດຕິດຂັດ ແຕ່ທາງໂຄງການກໍໄດ້ແນະນຳໃຫ້ຜູ້ຮັບຜິດຊອບ ເອົາໃຈໃສ່ບໍ່ໃຫ້ກີດຂວາງການສັນຈອນ ຮັບປະກັນບໍ່ໃຫ້ເກີດຜົນກະທົບ ແລະ ອຸບັດເຫດ,ພ້ອມນີ້ ກໍຂໍຝາກເຖິງຜູ້ຂັບຂີ່ ກໍຄື ຜູ້ໃຊ້ລົດ-ໃຊ້ຖະໜົນ ເປັນເຈົ້າການມີສ່ວນຮ່ວມຊ່ວຍກັນ ໄປມາຢ່າງມີສະຕິ ລະມັດລະວັງ ທັງສັງເກດເບິ່ງສັນຍານປ້າຍຫ້າມ ປ້າຍເຕືອນ ທີ່ໂຄງການໄດ້ຕິດຕັ້ງໄວ້ ເພື່ອປ້ອງກັນການເກີດອຸບັດເຫດ ແລະ ມີສ່ວນຮ່ວມຊ່ວຍກັນອຳນວຍຄວາມສະດວກ ໃນການກໍ່ສ້າງໂຄງການມີຜົນສຳເລັດໂດຍໄວ.

(ຂ່າວ-ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ