ໂຄງການນໍ້າໃຈມິດຕະພາບ-ລາວໄທຊ່ວຍເຫຼືອໄພພິບັດນໍ້າຖ້ວມ

ໂຄງການນໍ້າໃຈມິດຕະພາບ-ລາວໄທ ຊ່ວຍເຫຼືອໄພພິບັດນໍ້າຖ້ວມ 2024

ໂຄງການນໍ້າໃຈມິດຕະພາບ-ລາວໄທ ຊ່ວຍເຫຼືອໄພພິບັດນໍ້າຖ້ວມ 2024
ໂຄງການນໍ້າໃຈມິດຕະພາບ-ລາວໄທຊ່ວຍເຫຼືອໄພພິບັດນໍ້າຖ້ວມ 2024 ຢູ່ ສປປລາວໄດ້ມອບຢາປົວພະຍາດ, ຖົງບັນເທົາທຸກ ແລະ ເຄື່ອງບໍລິໂພກມາມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ)

 ໃນວັນທີ 2 ຕຸລານີ້ທີ່ກະຊວງຮສສ ລວມມູນຄ່າ 5,200,000 ບາດ(ສະກຸນເງິນໄທ), ໃນນີ້ມີຢາປົວພະຍາດ520 ແກັດ,ຖົງບັນເທົາທຸກ 368 ຖົງ, ນໍ້າດື່ມ 420 ແພັກ, ເຂົ້າສານເປົານ້ອຍ 5 ເປົາ-ເປົາໃຫຍ່5 ເປົາ ໃຫ້ກຽດກ່າວມອບໂດຍ ທ່ານ ພິພັດພົນ ສາຣະໂນທະຍານ ເປັນຜູ້ກໍ່ຕັ້ງ ແລະ ສະໜັບສະໜູນໂຄງການ ທັງເປັນປະທານບໍລິສັດປະທະມາວັດປີໂຕຣລຽນລາວ ໃຫ້ກຽດກ່າວຮັບໂດຍທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງຮສສທັງເປັນຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ.
ໂອກາດນີ້, ທ່ານນາງ ໃບຄຳ ຂັດທິຍະ ໄດ້ກ່າວວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ສຳລັບຢາປົວພະຍາດມອບໃຫ້ກະຊວງສາທາລະນະສຸກເປັນຜູ້ຈັດສົ່ງແຈກຢາຍໃຫ້ບັນດາແຂວງທີ່ຖືກຜົນກະທົບຈາກໄພພິບັດໃນທົ່ວປະທດ.ພ້ອມທັງກ່າວສະແດງຂອບໃຈຕໍ່ໂຄງການນໍ້າໃຈມິດຕະພາບ-ລາວໄທ ພ້ອມດ້ວຍຄະນະທີ່ໄດ້ມີນ້ຳໃຈຊ່ວຍເຫຼືອໄພພິບັດໃນຄັ້ງນີ້, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເຄື່ອງຈໍານວນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງທົ່ວປະເທດໃຫ້ເກີດປະໂຫຍດສູງສຸດ.
(ຂ່າວ:ຮສສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫະພັນແມ່ຍິງ ທຫລ ຫວນຄືນມູນເຊື້ອວັນແມ່ຍິງສາກົນ

ສະຫະພັນແມ່ຍິງ ທຫລ ຫວນຄືນມູນເຊື້ອວັນແມ່ຍິງສາກົນ

ສະຫະພັນແມ່ຍິງທະນະຄານແຫ່ງ ສປປ ລາວ (ທຫລ) ຈັດພິທີປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910 - 8 ມີນາ 2026) ຂຶ້ນໃນວັນທີ 3 ມີນາ ຜ່ານມາ ທີ່ ທຫລ ພາຍໃຕ້ຄໍາຂວັນ "ສິດທິ, ຄວາມຍຸຕິທໍາ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ" ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ; ມີຄະນະບໍລິຫານງານສະຫະພັນແມ່ຍິງ ທຫລ, ຕາງໜ້າຄະນະບໍລິຫານງານພັກ, ກຳມະບານ, ຊາວໜຸ່ມ ແລະ ສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.
ເມືອງແກ່ນທ້າວ ປະກາດບົ່ງຕົວແຕ່ງຕັ້ງກໍາມະການພັກເມືອງ 2 ສະຫາຍ

ເມືອງແກ່ນທ້າວ ປະກາດບົ່ງຕົວແຕ່ງຕັ້ງກໍາມະການພັກເມືອງ 2 ສະຫາຍ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງບົ່ງຕົວແຕ່ງຕັ້ງກໍາມະການພັກເມືອງຂຶ້ນໃນວັນທີ 4 ມີນານີ້ ຢູ່ທີ່ສະໂມສອນວ່າການເມືອງ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງ, ສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.
ມອບ-ຮັບ ໜ້າທີ່ຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ

ມອບ-ຮັບ ໜ້າທີ່ຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ

ພິທີ ມອບ-ຮັບໜ້າທີ່ ຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ມີນານີ້ ທີ່ສາງຫຼັງຄັງ ເມືອງບົວລະພາ ແຂວງຄໍາມ່ວນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າພະແນກການເງິນແຂວງ, ມີແຂກຖຶກເຊີນ ເຂົ້າຮ່ວມ.
ແມ່ຍິງ ກົມໃຫຍ່ການເມືອງກອງທັບ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 116 ປີ

ແມ່ຍິງ ກົມໃຫຍ່ການເມືອງກອງທັບ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 116 ປີ

ພະແນກສະຫະພັນແມ່ຍິງ ກົມໃຫຍ່ການເມືອງກອງທັບ ໄດ້ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 116 ປີ (8/3/1910-8/3/2026) ແລະ ໃຫ້ຄວາມຮູ້ກ່ຽວກັບພະຍາດຍິງໃນວັນທີ 3 ມີນາ ຜ່ານມາ ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະພັກ-ຄະນະບັນຊາ, ຕາງໜ້າກົມ, ຫ້ອງການ, ກອງ, ນັກວິທະຍາກອນ ຕະຫຼອດຮອດສະມາຊິກແມ່ຍິງເຂົ້າຮ່ວມ.
1 ເດືອນຜ່ານມາ ຂົວມິດຕະພາບລາວ-ໄທແຫ່ງທີ 5 ເກັບລາຍຮັບໄດ້ 47.5 ຕື້ກວ່າກີບ

1 ເດືອນຜ່ານມາ ຂົວມິດຕະພາບລາວ-ໄທແຫ່ງທີ 5 ເກັບລາຍຮັບໄດ້ 47.5 ຕື້ກວ່າກີບ

ຂົວມິດຕະພາບລາວ-ໄທແຫ່ງທີ 5 ແຂວງບໍລິຄຳໄຊ-ບຶງການ ພາຍຫຼັງເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2025 ຜ່ານມານີ້, ໄດ້ອຳນວຍຄວາມສະດວກໃນການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດລາວ-ໄທ, ການຂົນສົ່ງສິນຄ້າ, ການຈັດເກັບລາຍຮັບເຂົ້າງົບປະມານມີບັນຍາກາດຟົດຟື້ນ. ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືແຂວງບໍລິຄຳໄຊໃຫ້ມີການຂະຫຍາຍຕົວດີຂຶ້ນກວ່າເກົ່າ.
ເມືອງໄຊຍະບູລີ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116ປີ.

ເມືອງໄຊຍະບູລີ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116ປີ.

ວັນທີ 3 ມີນານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 116ປີ ( 8 ມີນາ 1910- 8 ມີນາ 2026) ຂຶ້ນພາຍໃຕ້ຄຳຂັວນ“ ສິດທິຄວາມຍຸຕິທຳ ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ’’ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ,ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາພັກເມືອງໄຊຍະບູລີ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ສະຫະພັນແມ່ຍິງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910 ຫາ 8 ມີນາ 2026) ແລະ ມອບໃບຍ້ອງຍໍຜົນງານໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VIII (2021-2025) ໃຫ້ແກ່ພະນັກງານ-ລັດຖະກອນ ກະຊວງຍຸຕິທຳ ຂຶ້ນໃນວັນທີ 3 ມີນານີ້ ທີ່ກະຊວງຍຸຕິທຳ ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄຳພັນ ບຸນພາຄົມ ຮອງເລຂາຄະນະບໍລິຫານງານພັກຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີບັນດາສະມາຊິກສະຫະພັນແມ່ຍິງ, ພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມ.
ກົມສື່ສານ ສະຫຼຸບວຽກງານປີ 2025 ແລະ ວາງທິດທາງປີ 2026

ກົມສື່ສານ ສະຫຼຸບວຽກງານປີ 2025 ແລະ ວາງທິດທາງປີ 2026

ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງປີ 2026 ໃນວັນທີ 3 ມີນານີ້ ໂດຍການເປັນປະທານຂອງທ່ານ ພົຈວ ແສງປະເສີດ ສຸທຳມະວົງ ຫົວໜ້າກົມສື່ສານ, ມີຄະນະພັກ-ຄະນະກົມ, ຫ້ອງການ, ພະແນກ, ຄ້າຍ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ສະຫຼຸບວຽກງານສັນຕິບານ ປະຈຳປີ 2025

ສະຫຼຸບວຽກງານສັນຕິບານ ປະຈຳປີ 2025

ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບວຽກງານສັນຕິບານ ປະຈຳປີ 2025 ແລະ ວາງທິດທາງປີ 2026 ໃນວັນທີ 3 ມີນານີ້ ທີ່ສະໂມສອນກະຊວງ ປກສ (ສະໜາມມ້າ) ພາຍໃຕ້ການເປັນປະທານຂອງທ່ານ ພົຈວ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ, ມີຮອງຫົວໜ້າຫ້ອງກົມໃຫຍ່, ຫ້ອງວ່າການກະຊວງ, ວສປ, ຄະນະກອງບັນຊາການ ປກສ ແຂວງທົ່ວປະເທດ, ຄະນະບັນຊາກົມ-ຫ້ອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງກົມໃຫຍ່ສັນຕິບານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກະຊວງ ອຄ ອອກ​ແຈ້ງ​ການຫາກພົບປໍ້ານໍ້າມັນປິດ ຫຼື ຂາຍເກີນລາຄາ ແຈ້ງສາຍດ່ວນທັນທີ

ກະຊວງ ອຄ ອອກ​ແຈ້ງ​ການຫາກພົບປໍ້ານໍ້າມັນປິດ ຫຼື ຂາຍເກີນລາຄາ ແຈ້ງສາຍດ່ວນທັນທີ

ເພື່ອຮັບປະກັນການສະໜອງນໍ້າມັນເຊື້ອໄຟໃຫ້ເປັນປົກກະຕິ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ ໃນທ່າມກາງສະພາບການໃນພາກພື້ນຕາເວັນອອກກາງມີຄວາມບໍ່ສະຫງົບ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຂໍແຈ້ງປະຊາສຳພັນມາຍັງປະຊາຊົນ ແລະ ຜູ້ຊົມໃຊ້ລົດໃຊ້ຖະໜົນທຸກທ່ານ ຊາບວ່າ: ອີງຕາມແຈ້ງການຂອງຫ້ອງການ, ກະຊວງ ອຄ ສະບັບເລກທີ 0583/ຫກ, ລົງວັນທີ 2 ມີນາ 2026, ທາງກະຊວງໄດ້ວາງມາດຕະການຢ່າງເຂັ້ມງວດໃຫ້ທຸກປໍ້ານໍ້າມັນຕ້ອງເປີດບໍລິການເປັນປົກກະຕິ ແລະ ຫ້າມມີການກັກຕຸນ ຫຼື ປະຕິເສດການສະໜອງນໍ້າມັນໂດຍບໍ່ມີເຫດຜົນ.
ເພີ່ມເຕີມ