![]() |
ໂຄງການປັບປຸງກໍ່ສ້າງເສັ້ນທາງດັ້ງກ່າວ, ແມ່ນມີຄວາມຍາວທັງໝົດ 147.5 ກິໂລແມັດ ທີ່ນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈາກອົງການເນດ້າ (NEDA) ຣາຊະອານາຈັກໄທໃນວົງເງິນທັງໝົດ 1,833 ລ້ານກວ່າບາດ (ສະກຸນເງິນໄທ). ໃນນີ້, ເງິນກູ້ຢືມ 1,742 ລ້ານກວ່າບາດ ເທົ່າກັບ 95.03% ແລະ ເງິນຊ່ວຍເຫຼືອລ້າ 91 ລ້ານກວ່າບາດ ເທົ່າກັບ 4.97%, ໂດຍໄດ້ເລີ່ມລົງນາມເຊັນສັນຍາການຮັບເໝົາກໍ່ສ້າງ ໃນເດືອນພຶດສະພາ 2025, ຊຶ່ງມີໄລຍະການປັບປຸງກໍ່ສ້າງ 30 ເດືອນ, ໂດຍການປະເມີນການຈັດຕັ້ງປະຕິບັດມາຮອດປັດຈຸບັນ ມີຄວາມຄືບໜ້າແລ້ວ 11%. ຖ້າໂຄງການດັ່ງກ່າວ, ຫາກກໍ່ສ້າງສໍາເລັດ ຈະເປັນເງື່ອນໄຂທີ່ສໍາຄັນ ເຮັດໃຫ້ການຂົນສົ່ງຂອງແຂວງ ກໍຄືພາກພື້ນມີຄວາມສະດວກ ໂລ່ງລ່ຽນ, ສາມາດດຶງດູດນັກທ່ອງທ່ຽວ ແລະ ເປັນແຮງກະຕຸ້ນເຮັດໃຫ້ເສດຖະກິດຂອງບັນດາເມືອງຕາມແລວທາງມີການຂະຫຍາຍຕົວເພີ່ມຂຶ້ນ.
(ຂ່າວ: ທະວີແສງ)

ຄໍາເຫັນ