ໂຄງການຜະລິດກາເຟອິນຊີ ສົ່ງເສີມປະຊາຊົນປູກຝັງທົດແທນການທໍາລາຍປ່າໄມ້

ໂຄງການຜະລິດກາເຟອິນຊີ ສົ່ງເສີມປະຊາຊົນປູກຝັງທົດແທນການທໍາລາຍປ່າໄມ້
ທ່ານ ບຸນມາພິລາວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກ່າວໃນວັນມອບ-ຮັບໂຄງການກໍ່ສ້າງໂຮງງານປຸງແຕ່ງກາເຟອິນຊີຢູ່  ບ້ານນ້ຳວາງ ເມືອງວຽງພູຄາ  ແຂວງຫຼວງນໍ້າທາ ໃນຕົ້ນເດືອນມັງກອນ 2024 ນີ້ວ່າ: ໂຄງການກໍ່ສ້າງໂຮງງານປຸງແຕ່ງກາເຟອິນຊີຢູ່ບ້ານນ້ຳວາງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ, ເປັນໂຄງການຊ່ວຍເຫຼືອກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ (SGP) ຂອງອົງການສະຫະປະຊາຊາດ, ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຊຶ່ງໃຫ້ທຶນສະໜັບສະໜູນໂດຍລັດຖະບານອິນເດຍ, ເປົ້າໝາຍເພື່ອສ້າງຄອບຄົວຕົວແບບໃນການຈັດສັນອາຊີບຄົງທີ່ ທົດແທນການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ການປູກຝິ່ນ, ພ້ອມທັງປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ໃນທຸກດ້ານ ແລະ ກາຍເປັນບ້ານພັດທະນາ ຂອງເມືອງວຽງພູຄາ ແຂວງຫຼວງນໍ້ທາ ຊຶ່ງສອດຄ່ອງກັບແນວທາງຂອງພັກ ທີ່ໄດ້ຖືເອົາ“ການສ້າງອາຊີບຄົງທີ່ໃຫ້ປະຊາຊົນ ແມ່ນມາດຕະການຍຸດທະສາດ ແລະ ພື້ນຖານຍາວນານຂອງພັກ” ແລະ ແມ່ນຄວາມຮັບຜິດຊອບຕົ້ນຕໍຂອງຄະນະພັກ ແລະ ອົງການປົກຄອງທຸກຂັ້ນ, ການສ້າງສາພັດທະນາເສດຖະກິດຄອບຄົວແມ່ນເລີ່ມຈາກບຸກຄົນ, ຄອບຄົວທີ່ມີຄວາມຕື່ນຕົວທາງດ້ານການເມືອງ, ເຂົ້າໃຈແຈ້ງຕໍ່ແນວທາງການນໍາພາຂອງພັກ, ປະຕິບັດ ແລະ ເຄົາລົບລະບຽບກົດໝາຍຂອງລັດ, ທຳມາຫາກິນ ຖືກຕ້ອງຕາມລະບຽບກົດໝາຍ, ຂະຫຍັນໝັ່ນພຽນ, ປະຍັດມັດທະຍັດສ້າງລາຍຮັບເຂົ້າສູ່ຄອບຄົວ ນັບມື້ນັບເພີ່ມຂຶ້ນເຮັດໃຫ້ຄອບຄົວມີຄວາມອົບອຸ່ນ, ສະມາຊິກພາຍໃນຄອບຄົວມີສຸຂະພາບແຂງແຮງດີ, ມີເງິນ ສົ່ງລູກໃຫ້ໄດ້ຮັບການສຶກສາຮ່ຳຮຽນໃນລະດັບຕ່າງໆ. ຍາມເຈັບເປັນກໍມີເງິນຊື້ຢາປິ່ນປົວ, ປ່ຽນແທນຈາກຄວາມ ອຶດຢາກ ຂາດເຂີນ ກາຍມາເປັນກິນອີ່ມນຸ່ງອຸ່ນ, ກິນແຊບນຸ່ງງາມ, ມີເວລາປະກອບສ່ວນເຂົ້າໃນວຽກ ງານການປົກປັກຮັກສາ ແລະ ພັດທະນາ ບ້ານຂອງຕົນ ກໍຄືເມືອງວຽງພູຄາ ໃຫ້ມີຄວາມຮັ່ງມີເຂັ້ມແຂງຂຶ້ນເລື້ອຍໆ.
ທ່ານຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວຽງພູຄາ ຍັງໃຫ້ຮູ້ຕື່ມວ່າ:  ປະເທດອິນເດຍຍັງໄດ້ສົ່ງເສີມສະໜັບສະໜູນໂຄງການເຫັນຜົນໄວຫຼາຍໆໂຄງການໃນ ສປປ ລາວ ເຊັ່ນ: ການສະໜັບສະໜູນດ້ານສາທາລະນະສຸກ, ການສຶກສາ, ການສ້າງໂຮງງານນ້ຳດື່ມ, ກະສິກຳ ແລະ ອື່ນໆ, ທີ່ໄດ້ເນັ້ນຊ່ວຍເຂດຫ່າງໄກຊອກຫຼີກໃນແຂວງຕ່າງໆຂອງປະເທດລາວ.
ໂຄງການສົ່ງເສີມປູກກາເຟ ອິນຊີ ຢູ່ ບ້ານ ນໍ້າວາງ  ເມືອງວຽງພູຄາ  ແຂວງຫຼວງນໍ້າທາ ກໍແມ່ນໂຄງການໜຶ່ງທີ່ໄດ້ໃຫ້ການຊ່ວຍເຫຼືອໃຫ້ແກ່ ແຂວງຫຼວງນໍ້າທາ ຊຶ່ງໄດ້ຈັດຕັ້ງປະຕິບັດເລີ່ມແຕ່ປີ 2018ເປັນຕົ້ນມາ ຊຶ່ງທາງໂຄງການໄດ້ຮັບທຶນສະໜັບສະໜູນຂອງອົງການສະຫະປະຊາຊາດ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ຈຳນວນ 50.000 ໂດລາ ໂດຍໄດ້ສຸມໃສ່ການປູກກາເຟ, ໄມ້ໃຫ້ໝາກ, ກ້ວຍ, ລ້ຽງແບ້ ແລະ ລ້ຽງເຜິ້ງມາຮອດປີ 2020 ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຝຣັ່ງ ຈຳນວນ 35.000 ໂດລາ, ໃນການສ້າງຄວາມເຂັ້ມແຂງ ແລະ ການຕະຫຼາດ ໃນການປູກກາເຟ; ໃນປີ 2021 ໄດ້ຮັບທຶນຊ່ວຍເຫຼືອຈາກສະຖານທູດອິນເດຍປະຈຳ ສປປ ລາວ ຈຳນວນ 35.000 ໂດລາ, ທຶນກໍ່ສ້າງໂຮງງານປຸງແຕ່ງກາເຟອິນຊີ ຈົນໄດ້ຮັບຜົນສຳເລັດ. 
ໃນປີ 2024 ນີ້ ໄດ້ຮັບທຶນຈາກລັດຖະບານຝຣັ່ງ ຈຳນວນ 50.000 ໂດລາ ຊຶ່ງຈະໄດ້ສຸມໃສ່ການປູກຝັງ, ລ້ຽງສັດ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ, ປັດຈຸບັນມີຄອບຄົວເປົ້າໝາຍໃນການປູກກາເຟອີນຊີ 30 ຄອບຄົວ, ໃນເນື້ອທີ່ 45 ເຮັກຕາ, ລ້ຽງແບ້ 16 ຄອບຄົວ, ນອກຈາກນີ້ ຍັງຈະໄດ້ປູກກ້ວຍ, ປູກໄມ້ໃຫ້ໝາກ ແລະ ໝາກແໜ່ງກວາງຕຸງຈຳນວນໜຶ່ງ.
ຂ່າວ-ພາບ: ສົມພອນ ຂຸນດາວົງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ