ໂຄງການປ້ອງກັນຕາຝັ່ງ-ພັດທະນາແຄມຂອງ ຈະສຳເລັດໃນທ້າຍປີໜ້າ

ໂຄງການປ້ອງກັນຕາຝັ່ງ-ພັດທະນາແຄມຂອງ ຈະສຳເລັດໃນທ້າຍປີໜ້າ
ວັນທີ 10 ພຶດສະພາ ຜ່ານມາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຄະນະໄດ້ລົງກວດກາຕິດຕາມການກໍ່ສ້າງໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງໄລຍະທີ 2 ແຕ່ຫຼັກ 3 ໂຮງຮຽນການຊ່າງລາວ-ເຢຍລະມັນ ເມືອງສີສັດຕະນາກ ຫາ ຫາດດອກແກ້ວ ເມືອງຫາດຊາຍຟອງ ມີຄວາມຍາວເກືອບ 8 ກິໂລແມັດເຄິ່ງ.
ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວຫົວໜ້າໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງໄລຍະທີ 2 ລາຍງານວ່າ: ໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງໄລຍະທີ 2 ຢູ່ ນວ ເລີ່ມຈັດຕັ້ງປະຕິບັດເດືອນກຸມພາ 2022 ໜ້າວຽກປະກອບມີ ລະບົບປ້ອງກັນຕາຝັ່ງ, ກໍ່ສ້າງຄູປ້ອງກັນນໍ້າຖ້ວມທີ່ສາມາດນໍາໃຊ້ເປັນທາງລຽບຕາມແຄມຂອງ ແລະ ກໍ່ສ້າງລະບົບປ້ອງກັນຕາຝັ່ງບໍ່ໃຫ້ມີການເຊາະເຈື່ອນມີຄວາມຍາວເກືອບ 8 ກິໂລແມັດເຄິ່ງ, ຈາກຫຼັກ 4 ເມືອງສີສັດຕະນາກ ຫາ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ຊຶ່ງປະກອບດ້ວຍເສັ້ນທາງຍ່າງຊົມວິວ ແລະ ຊົມຕາເວັນຕົກດິນ, ສວນກິລາກາງແຈ້ງ ແລະ ຈຸດທ່ອງທ່ຽວທຳມະຊາດທີ່ເຊື່ອມຈອດກັບຕົວເມືອງໄດ້.
ໂຄງການນີ້ ເລີ່ມຈັດຕັ້ງປະຕິບັດເດືອນກຸມພາ 2022 ແລະ ມາຮອດເດືອນມີນາ 2024 ສຳເລັດ 53,3% ທຽບໃສ່ແຜນການ(56,6%) ແມ່ນຊັກຊ້າສາເຫດຍ້ອນໂຄງການຕັ້ງຢູ່ເຂດຕົວເມືອງມີຄວາມຫຍຸ້ງຍາກໃນການຂົນສົ່ງວັດສະດຸກໍ່ສ້າງຈາກພາກສະໜາມເຂົ້າຫາໂຄງການທີ່ຕ້ອງໄດ້ຜ່ານເສັ້ນທາງຕົວເມືອງຈຳກັດໂມງເວລາການຂົນສົ່ງ ແລະ ນໍ້າໜັກ, ຄາດວ່າໂຄງການຈະໃຫ້ສຳເລັດທ້າຍປີ 2025;ໂອກາດນີ້, ທ່ານເຈົ້າຄອງ ນວ ໄດ້ເນັ້ນໃຫ້ຄະນະກຳມະການ ແລະ ຜູ້ຮັບຜິດຊອບໂຄງການສືບຕໍ່ຊີ້ນໍາຜູ້ຮັບເໝົາກໍ່ສ້າງຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດໄປຕາມແຜນການ, ການກໍ່ສ້າງໃຫ້ຖືກຕາມເຕັກນິກ ແລະ ມີຄຸນນະພາບ ສ່ວນການໄກ່ເກ່ຍການຊົດເຊີຍສິ່ງກີດຂວາງໃຫ້ອີງໃສ່ນິຕິກຳ ແລະ ຄວາມເໝາະສົມການຕິດຕັ້ງດອກໄຟແສງສະຫວ່າງໃຫ້ເປັນເອກະລັກຂອງເມືອງຂອງບ້ານໃຫ້ມີຄວາມໝາຍ ແລະ ມີຄວາມສວຍງາມ, ການຈັດສັນສະຖານທີ່ທ່ອງທ່ຽວ ແລະ ການອອກແບບສວນສາທາລະນະໃຫ້ສົມທົບກັບຂະແໜງການກ່ຽວຂ້ອງນອກນີ້ອອກນິຕິກຳກ່ຽວກັບການຄຸ້ມຄອງພາຍຫຼັງສຳເລັດການກໍ່ສ້າງກໍໃຫ້ມີຄວາມເໝາະສົມກັບສະພາບຕົວຈິງ ແລະ ອື່ນໆ.
ໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງໄລຍະທີ 2 ໄດ້ຮັບການສະໜັບສະໜູນເງິນກູ້ຢືມດອກເບ້ຍຕໍ່າຈາກ ສ ເກົາຫຼີ ມູນຄ່າ 257.605.000 ໂດລາ ແລະ ທຶນສົມທົບຂອງລັດຖະບານລາວ ມູນຄ່າ 9.957.000 ໂດລາ ລວມມູນຄ່າທັງໝົດ 267.562.000 ໂດລາ ໂດຍແມ່ນບໍລິສັດ ຮ່ວມ JV-Saman Corp ແລະ Korea Engineering Consultants (SAMAN ແລະ KECEC) ສ ເກົາຫຼີເປັນທີ່ປຶກສາໂຄງການ ແລະ ບໍລິສັດຮ່ວມ Dongbu Corporation ແລະ Kumho IndustrailCo.,Ltdສ ເກົາຫຼີ ເປັນຜູ້ຮັບເໝົາກໍ່ສ້າງ.
(ຂ່າວ-ພາບ: ລາວພັດທະນາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ